Breaking News

ຂ່າວສັງຄົມ

ສະຖານະການດີຂຶ້ນຢ່າງຕໍ່ເນື່ອງ!! ເດືອນປາຍບໍ່ພົບຜູ້ຕິດເຊື້ອໃໝ່-ຜູ້ຕິດເຊື້ອເກົ່າປິ່ນປົວເຊົາເກືອບໝົດແລ້ວ… ແຕ່ຢ່າຟ້າວປະມາດ.

ຖືເປັນຂ່າວດີທີ່ສຸດຂອງຄົນລາວ ທີ່ຄອຍຕິດຕາມຂ່າວການແຜ່ລະບາດຂອງພະຍາດ ໂຄວິດ-19 ມາເປັນເວລາ 2 ເດືອນປາຍ ແຕ່ພວກເຮົາກໍໄດ້ຮັບຂ່າວຮ້າຍແຕ່ພຽງໃນໄລຍະເລີ່ມຕົ້ນເທົ່ານັ້ນ ເພາະຢູ່ລາວເຮົາມີຜູ້ຕິດເຊື້ອເຖິງ 19 ຄົນ ແຕ່ຖ້າທຽບໃສ່ບັນດາປະເທດອ້ອມຂ້າງແລ້ວແມ່ນຖືວ່າ ພົບຜູ້ຕິດເຊື້ອໜ້ອຍທີ່ສຸດກໍວ່າໄດ້… ແຕ່ໄລຍະຫຼັງໆມານີ້ ບ້ານເຮົາແມ່ນໄດ້ຮັບຂ່າວດີມາໂດຍຕະຫຼອດ ທັງບໍ່ມີພົບຜູ້ຕິດເຊື້ອໃໝ່ເປັນເວລາເດືອນປາຍແລ້ວ ແຖມຜູ້ຕິດເຊື້ອເກົ່າຈໍານວນ 19 ຄົນ ກໍປິ່ນປົວຫາຍດີ ແລະ ທະຍອຍອອກໂຮງໝໍເກືອບໝົດແລ້ວ ແລະ ມື້ນີ້ ຜູ້ຕິດເຊື້ອກໍອອກໂຮງໝໍອີກ 2 ຄົນ ເຊິ່ງເປັນກໍລະນີທີ 16 ເພດຍິງ ອາຍຸ 23 ປີ ບ້ານ ໜອງດ້ວງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 8/4/2020 ແລະ ກໍລະນີທີ 18 ເພດຍິງ ອາຍຸ 32 ປີ ບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ …

Read More »

“ZHOU QUNFEI” ຈາກສາວໂຮງງານ ສູ່ເສດຖີພັນລ້ານ… ແມ່ຍິງທີ່ລວຍດ້ວຍຕົນເອງ ທີ່ລວຍທີ່ສຸດໃນໂລກ!!!

ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້ ຄໍາໆນີ້ເປັນຄໍາເວົ້າທີ່ຫຼາຍຄົນອາດຈະເຄີຍໄດ້ຍິນແລະ ຮູ້ຈັກກັນດີ ເຊິ່ງມື້ນີ້ຂວັນໃຈຈະຍົກເອົາເລື່ອງລາວຂອງແມ່ນຍິງຄົນໜື່ງທີ່ມີຊີວິດດັ່ງຄໍາທີ່ວ່າ ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້  ມາໃຫ້ທຸກຄົນໄດ້ຮູ້ຈັກນໍາກັນ!! ເລື່ອງລາວຂອງລາວຈະໜ້າສົນໃຈແນວໃດ ມາຕິດຕາມພ້ອມກັນເລີຍ… ແມ່ຍິງຄົນນີ້ຊື່ວ່າ  Zhou Qunfei ເປັນ CEO ຂອງ Lens Technology ເປັນບໍລິສັດຜະລິດແວ່ນຕາ ໃຫ້ກັບແບຣນດັງລະດັບໂລກ ບໍ່ວ່າຈະເປັນ  Tesla, Microsoft, Apple, Samsung ແລະ LG… ປັດຈຸບັນ ນາງ Zhou  ອາຍຸ 50 ປີ. ໂດຍໃນປີ 2017 ໄດ້ຮັບການຈັດອັນດັບຈາກ Forbes ວ່າເປັນແມ່ຍິງທີ່ຮັ່ງມີດ້ວຍຕົນເອງ ທີ່ຮັ່ງມີທີ່ສຸດໃນໂລກ ໂດຍມີຊັບສິນທັງໝົດປະມານ 250,000 ລ້ານບາດ ແນວໃດກໍຕາມ ກ່ອນທີ່ແມ່ຍິງຄົນນີ້ຈະມາຮອດຈຸດນີ້ ເສັ້ນທາງຊີວິດຂອງລາວບໍ່ໄດ້ໂຮຍດ້ວຍກີບດອກກຸລາບຢ່າງງົດງາມຄືດັ່ງທີ່ຫຼາຍຄົນຄິດໄວ້…  ອຸປະສັກໃນຊີວິດຂອງ Zhou Qunfei  ເລີ່ມຂຶ້ນຕັ້ງແຕ່ກ່ອນທີ່ຈະມືນຕາມາເບິ່ງໂລກ ຍ້ອນຕອນທີ່ແມ່ຖືພານາງຢູ່ ພໍ່ຂອງນາງທີ່ເຄີຍເປັນພະນັກງານຢູ່ໃນໂຮງງານ ກໍເກີດອຸບັດຕິເຫດ ເຮັດໃຫ້ພິການທາງສາຍຕາ ແລະ ເສຍນິ້ວມືໄປ. …

Read More »

ສາວນ້ອຍສູ້ຊີວິດ!! ​ເກັບ​ຂີ້​ເຫຍື້ອ​ຂາຍ ສົ່ງ​ຕົນ​ເອງ​ຮຽນ ບໍ່​ເຄີຍ​ອາຍເຮັດອາຊີບນີ້ ແລະ ບໍ່ສົນໃຈວ່າໝູ່ເພື່ອນຈະເຍາະເຢີ້ຍ… (ເພາະຕົ້ນທຶນຊີວິດຂອງຄົນເຮົາບໍ່ເທົ່າກັນ)

ທັກທາຍສະບາຍດີຕອນເຊົ້າວັນອັງຄານ! ເລີ່ມຕົ້ນເຊົ້າມື້ນີ້ ສໍາຫຼັບໃຜທີ່ກຳລັງທໍ້ ຫຼືພົບບັນຫາຊີວິດໃນຕອນນີ້ ຂວັນໃຈມີເລື່ອງເລົ່າຂອງເດັກນ້ອຍຍິງຄົນໜື່ງ ມາເປັນແຮງບັນດານໃຈໃນການ​ສູ້​ຊີ​ວິດໃຫ້ກັບທຸກຄົນ … ເລື່ອງທີ່ຂວັນໃຈຈະເລົ່າໃນມື້ນີ້ແມ່ນ ເປັນເລື່ອງລາວຂອງສາວນ້ອຍຄົນໜື່ງທີ່ຢູ່ປະເທດເພື່ອນບ້ານເຮົານີ້ເອງ ເຊິ່ງສາວນ້ອຍຄົນນີ້ຊື່ວ່າ ນ້ອງໃໝ່ ປັດຈຸບັນກຳລັງຮຽນຢູ່ຊັ້ນ ມ 4 ເຊິ່ງລາວໄດ້ເກີດຂຶ້ນມາຢູ່ໃນຄອບຄົວທີ່ມີຖານະ ຫຼື ຕົ້ນທຶນຊີວິດທີ່ຄ້ອນຂ້າງຕໍ່າ ທາງຄອບຄົວຍຶດຖືອາຊີບເກັບຂີ້​ເຫຍື້ອ​ຫຼາຍກວ່າ 10 ປີ​ແລ້ວ ໂດຍນ້ອງໄດ້ເລົ່າວ່າ ແຕ່ລະມື້ຫຼັງເລິກຮຽນແຕ່ລະມື້ ແລະ ວັນພັກເສົາ-ອາທິດ ລາວຈະໄປຊ່ວຍແມ່ເຮັດວຽກ ນັ້ນກໍຄື ​ເອົາ​ລົດ​ເຂັນ​ໄປ​ເລາະ​ເກັບເສດກະຕຸກ ​ຕາມ​ຖັງ​ຂີ້​ເຫຍື້ອ​ໃນ​ໝູ່​ບ້ານ-​ຕະຫຼາດ​ສົດ ແລະ ​ບ່ອນ​ຖິ້ມ​ຂີ້​ເຫຍື້ອ​ຂອງ​ເທດ​ສະ​ບານ ສ່ວນລາຍໄດ້ນັ້ນ ບາງ​ມື້ກໍ​ໄດ້ 100-200 ບາດ (30-60 ພັນ​ກີບ) ຫາກ​ມື້​ໃດ​ໄດ້ຫຼາຍກວ່າ​ນັ້ນ​ກໍ​ຈະ​ເກັບ​ໄວ້​ຊື້​ອຸ​ປະ​ກອນ​ການ​ຮຽນອື່ນໆ ລາວຍັງເວົ້າອີກວ່າ ການເຮັດອາຊີບນີ້ເພື່ອຊ່ວຍຄອບຄົວລວມໄປເຖິງສົ່ງຕົນເອງຮຽນນັ້ນບໍ່​ເຄີຍ​ອາຍ ແລະ ບໍ່ສົນໃຈວ່າໝູ່ຈະເຍາະເຢີ້ຍ ເພາະ​ເປັນ​ອາ​ຊີບທີ່​ບໍ​ລິ​ສຸດ ນອກຈາກນີ້​ດ້ານ​ແມ່​ຂອງ​ນ້ອງກໍຍັງໄດ້ບອກວ່າ​ຕົນ​ມີ​ລູກ 2 ຄົນ ລູກຜູ້ທໍາອິດ ມີ​ຄອບ​ຄົວ​ແລ້ວ ແລະ ແຍກ​ກັນ​ຢູ່​ກັບ​ພັນລະຍາ ສ່ວນ​ລູກ​ສາວ​ຫຼ້າກໍຄືນ້ອງໃໝ່ ທີ່ກຳ​ລັງ​ຮຽນ​ຢູ່​ຊັ້ນ ມ …

Read More »

ຮູ້ ຫຼືບໍ່?ວ່າ “Laurene Powell Jobs” ພັນລະຍາຂອງ (STEVE JOBS ວິລະບູລຸດແຫ່ງວົງການໄອທີໂລກ) ເປັນແມ່ຍິງທີ່ເກັ່ງ ແລະ ລວຍທີ່ສຸດໃນໂລກ…

ຮູ້ ຫຼືບໍ່ວ່າ  Laurene Powell Jobs   ພັນລະຍາຂອງ STEVE JOBS ເປັນແມ່ຍິງທີ່ເກັ່ງ ແລະ ລວຍທີ່ສຸດໃນໂລກອັນດັບທີ 8 ເຊິ່ງສ່ວນໜື່ງຂອງຄວາມລວຍແມ່ນມາຈາກມໍລະດົກຕົກຫຸ້ນ  Apple ແລະ  Disney ຈາກສາມີທີ່ລ່ວງລັບໄປແລ້ວນັ້ນກໍຄື Steve Jobs ວິລະບູລຸດແຫ່ງວົງການໄອທີໂລກ… ຫຼາຍຄົນອາດເບິ່ງວ່າແມ່ຍິງຄົນນີ້ໂຊກດີທີ່ໄດ້ແຕ່ງດອງຮ່ວມໃຊ້ຊີວິດຄູ່ກັບ Steve Jobs ເພາະຄົນທົ່ວໂລກຕ່າງກໍພາກັນຍ້ອງວ່າ Steve Jobs ສາມາດປ່ຽນໂລກດ້ວຍນະວັດຕະກຳ ຕັ້ງແຕ່ iPod iPhone ແລະ  iPad ແລ້ວເລື່ອງລາວຂອງ Laurene Powell Jobs  ນ່າສົນໃຈແບບໃດ? ມື້ນີ້ຂວັນໃຈຈະມາເລົ່າໃຫ້ຟັງ… ນາງ  Laurene Powell Jobs ເກີດຢູ່ທີ່ລັດ ນິວເຈຊີ ປະເທດສະຫະລັດອາເມລິກາ ປະຫວັດຂອງແມ່ຍິງຄົນນີ້ບໍ່ຄ່ອຍເປັນທີ່ຮູ້ຈັກກັນຫຼາຍປານໃດເພາະວ່າ Laurene Powell ບໍ່ຄ່ອຍໃຫ້ສໍາພາດກັບສື່ຕ່າງໆ ລວມໄປເຖິງຕອນທີ່ Steve Jobs ຍັງມີຊີວິດຢູ່  ລາວເປັນຄົນທີ່ມັກໃຫ້ຄວາມສໍາຄັນກັບເລື່ອງເປັນສ່ວນຕົວຂອງຄອບຄົວ ຈື່ງເຮັດໃຫ້ຍາກທີ່ຈະເຫັນຮູບຄູ່ຂອງທັ້ງສອງຕາມທີ່ສາທາລະນະຕ່າງໆ ເທົ່າທີ່ມີຂໍ້ມູນ Laurene Powell …

Read More »

ນັກຄົ້ນຄວ້າລາວ ຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19 ກັບ ນານາຊາດ…

ປັດຈຸບັນນັກວິທະຍາສາດທົ່ວໂລກກຳລັງພາກັນເລັ່ງດ່ວນໃນການຄົ້ນຄວ້າທົດລອງວັກຊິນຕ້ານໂຄວິດທີ່ໄດ້ຜົນຫຼາຍທີ່ສຸດ… ຫຼ້າສຸດ ນັກຄົ້ນຄວ້າຈາກລາວ, ອັງກິດ, ໄທ, ຫວຽດນາມ, ກຳປູເຈຍ ແລະ ອີຕາລີ ໄດ້ເຂົ້າຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19. ຈະມີການໃຊ້ຢາຕ້ານມາລາເຣຍສອງຊະນິດ ຄຶື ຢາ ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກ (placebo) ກັບ ແພດໝໍຈາກເອີຣົບ, ອາຝຣິກາ, ອາຊີ ແລະ ອາເມລິກາໃຕ້ຈຳນວນ 40.000 ກວ່າຄົນ ທີ່ສຳພັດກັບຄົນຕິດເຊື້ອໂຄວິດ-19. ຜູ້ເຂົ້າຮ່ວມການທົດລອງຈາກອັງກິດຈະໄດ້ກິນຢາ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກເປັນເວລາສາມເດືອນ ຂະນະທີ່ຜູ້ເຂົ້າຮ່ວມຈາກອາຊີຈະໄດ້ຮັບຢາ ໂຄຼໂຣຄວີນ ແລະ ຢາຫຼອກ ເພື່ອພິສູດວ່າຢາທັງສອງປະເພດສາມາດປ້ອງກັນແພດໝໍທີ່ສຳພັດກັບເຊື້ອໂຄວິດບໍ່ໃຫ້ຕິດເຊື້ອ. ຄາດວ່າຈະຮູ້ຜົນການທົດລອງໃນທ້າຍປີນີ້. ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ເປັນຢາທີ່ສາມາດຫຼຸດໄຂ້ ແລະ ການອັກເສບ ແລະ ຖືກນຳໃຊ້ເປັນຢາຕ້ານ ແລະ ປິ່ນປົວພະຍາດມາລາເຣຍ. ແຫຼ່ງຂ່າວ: ບີບີຊີ …

Read More »