Breaking News

ຂ່າວສັງຄົມ

ມາເບິ່ງ!! ປະຫວັດຫຍໍ້ຂອງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ນັກຮົບປະຕິວັດອາວຸໂສ ວີລະບູລຸດຂອງປະຊາຊົນລາວ…

ຕອນເຊົ້າຂອງມື້ວານນີ້ ວັນທີ 12 ພຶດສະພາ 2020 ປະຊາຊົນລາວໄດ້ຮັບຂ່າວທີ່ເສົ້າສະລົດໃຈວ່າ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ  ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສ.ປ.ປ.ລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ ໄດ້ເຖິງແກ້ມໍລະນະກໍາແລ້ວດ້ວຍອາຍຸ 92 ປີ. ປະຊາຊົນຫຼາຍພາກສ່ວນກໍອອກມາສະແດງຄວາມໄວ້ອາໄລເຖິງດວງວິນຍານ ແລະ ຈາລຶກເຖິງຄຸນງາມຄວາມດີທີ່ທ່ານໄດ້ສ້າງຜ່ານມາ… ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານຫ້ວຍກະລຶມ ຕາແສງເມືອງປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ.​ ພໍ່-ແມ່ ເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດ ເປັນບ່ອນຮຽນໜັງສື. …

Read More »

ສຸດອາໄລ!! ກັບການຈາກໄປແບບບໍ່ຫວນກັບຂອງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ນັກຮົບປະຕິວັດອາວຸໂສ ອະດີດປະທານສູນກາງແນວລາວສ້າງຊາດ…

ເປັນອີກຂ່າວທີ່ເສົ້າສະຫຼົດໃຈ ຂອງປະຊາຊົນລາວທັງຊາດ ກັບການຈາກໄປຢ່າງບໍ່ຫວນກັບມາຂອງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປ.ລາວ ແລະ ອະດີດປະທານ ສູນກາງແນວລາວສ້າງຊາດ ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 12 ພຶດສະພາ 2020 ລວມອາຍຸໄດ້ 92 ປີ. ຖ້າເວົ້າເຖິງພົນງານຂອງທ່ານແລ້ວ ຄົນລາວທຸກຄົນຮູ້ດີວ່າ ທ່ານໄດ້ມີບຸນຄຸນຕໍ່ປະເທດຊາດ ແລະ ປະຊາຊົນລາວທຸກຄົນຢ່າງລົ້ນເຫຼືອ ທ່ານເປັນອີກໜຶ່ງແບບຢ່າງຂອງນັກຮົບປະຕິວັດທີ່ຢາກໃຫ້ລູກຫຼານຄົນລາວເອົາເປັນແບບຢ່າງ… ເຖິງວ່າຕອນນີ້ທ່ານໄດ້ຈາກລູກຫຼານຄົນລາວໄປແລ້ວ ແຕ່ຄຸນງາມຄວາມດີຂອງທ່ານນັ້ນ ຈະຈາລຶກໄວ້ໃນໃຈຂອງຄົນລາວຕະຫຼອດໄປ… ແອັດມິ້ນ ແລະ ຂວັນໃຈຂໍສະແດງຄວາມອາໄລຢ່າງສຸດຊຶ້ງກັບການສູນເສຍບຸກຄົນສໍາຄັນຂອງຄອບຄົວ ແລະ ບຸກຄົນສໍາຄັນຂອງຊາດໃນຄັ້ງນີ້ດ້ວຍ!!

Read More »

ນັກສຶກສາມະຫາວິທະຍາໄລ ສະຫະລັດອາເມລິກາ ຟ້ອງສະຖາບັນການສຶກສາ 26 ແຫ່ງເພາະວ່າ “ຄອສອອນລາຍ” ຄຸນະພາບຕໍ່າໃນຊ່ວງCOVID-19 …

ນັກສຶກສາມະຫາວິທະຍາໄລໃນສະຫະລັດອາເມລິກາຮວມຕົວກັນຟ້ອງສະຖາບັນການສຶກສາ 26 ແຫ່ງ ເພື່ອຮຽກຮ້ອງຄ່າຮຽນຄືນ ເພາະວ່າບໍ່ພໍໃຈຕໍ່ຄຸນະພາບຂອງການຮຽນການສອນ ອອນລາຍ ໃນຊ່ວງໂຄໂຣນາໄວຣັສລະບາດ ໃນການເຄື່ອນໄຫວທາງກົດໝາຍຄັ້ງນີ້ ນັກສຶກສາຮຽກຮ້ອງໃຫ້ມີການຈ່າຍຄ່າຮຽນ ຄືນບາງສ່ວນ ເພາະວ່າການຮຽນແບບອອນລາຍຂາດປະສິດທິພາບຫຼາຍ ບໍ່ສາມາດທຽບເທົ່າກັບການຮຽນໃນຫ້ອງຮຽນປົກກະຕິທົ່ວໄປໄດ້ເລີຍ  ເພາະວ່າການຮຽນຮູ້ຜ່ານວີດີໂອບໍ່ມີຜູ້ບັນຍາຍສົດ ລວມໄປເຖິງເລື່ອງຄ່າໃຊ້ຈ່າຍອາຄານສະຖານທີ່ ເຊິ່ງນັກສຶກສາບໍ່ມີໂອກາດໃຊ້ໃນຊ່ວງໂຄວິດ-19 ລະບາດ.  ນອກຈາກນີ້ ຍັງມີນັກສຶກສາກ່າວວ່າ ໂຄງການທົດລອງບາງໂຄງການບໍ່ສາມາດເຮັດໄດ້ໃນການຮຽນອອນລາຍ ເພາະວ່າຕ້ອງມີການທົດລອງປະຕິບັດຕົວຈິງ ແນວໃດກໍຕາມ ສະຖາບັນການສຶກສາທີ່ຖືກຮ້ອງຟ້ອງນັ້ນ ຍັງອອກມາສະແດງຄວາມຄິດເຫັນຕໍ່ເຫດການຄັ້ງນີ້ວ່າ ສະຖານະການລະບາດຂອງໂລກ ເຮັດໃຫ້ຈໍາເປັນຕ້ອງປິດມະຫາວິທະຍາໄລ ແຕ່ຍັງຄົງເຊື່ອໝັ້ນໃນຄຸນະພາບການສຶກສາແບບອອນລາຍ… ໃນບັນດາມະຫາວິທະຍາໄລທີ່ຖືກຟ້ອງໃນຄັ້ງນີ້ມີ ມະຫາວິທະຍາໄລ Brown, Columbia, Cornell, Perdue และ Michigan State University… ແຫລ່ງຂໍ້ມູນ: https://www.voathai.com/a/university-students-lawsuit-online-course/5408968.html

Read More »

ຫຼ້າສຸດ!!ຈີນພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມສູງຮອບເດືອນ ຂະນະທີ່ ອູ່ຮັ່ນ ເປັນສູນກາງການແຜ່ລະບາດ ເມື່ອທ້າຍປີ ຜ່ານມາ ກໍກັບມາກວດພົບຜູ້ປ່ວຍໃໝ່ອີກຄັ້ງ…

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ວັນທີ 11 ພຶດສະພາ 2020 ນີ້ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ຖະແຫຼງການ ກ່ຽວກັບສະຖານະການຂອງໂຄວິດ-19 ໃນປະເທດ ວ່າ ຜູ້ເສຍຊີວິດຍັງຄົງທີ່ 4.633 ຄົນ ແລະ ປິ່ນປົວເຊົາດີແລ້ວ 78.144 ຫຼັງຈາກແພດໄດ້ອະນຸຍາດໃຫ້ຜູ້ປ່ວຍ 24 ຄົນ ອອກຈາກໂຮງໝໍ ເມື່ອວັນອາທິດຜ່ານມາ ເຮັດໃຫ້ຜູ້ປ່ວຍໃນລະບົບຍັງເຫຼືອ 141 ຄົນ ໃນນັ້ນ 9 ຄົນ ອາການຍັງວິກິດ. ຂະນະທີ່ ພາຍໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນພົບຜູ້ປ່ວຍໃໝ່ 17 ຄົນ ເປັນສະຖິຕິສູງທີ່ສຸດ ຕັ້ງແຕ່ວັນທີ 28 ເມສາ ແລະ ເຮັດໃຫ້ສະຖິຕິຜູ້ປ່ວຍເພິ່ມຂຶ້ນ 82.918 ຄົນ ໂດຍຜູ້ປ່ວຍກຸ່ມຫຼ້າສຸດ ແບ່ງເປັນຜູ້ເດີນທາງມາຈາກຕ່າງປະເທດ 7 ຄົນ …

Read More »

ຂ່າວດີ!!! ໂຮງງານຜະລິດຜ້າອັດປາກ-ດັງ ຈຳນວນ 8 ໂຮງງານ ທີ່ນະຄອນຫຼວງວຽງຈັນ ກະກຽມເປີດການຜະລິດອອກຮັບໃຊ້ສັງຄົມ…

ຕໍ່ເນື່ອງກັບສະພາບການແຜ່ລະບາດຂອງໂຄວິດ-19 ທີ່ກຳລັງແຜ່ລະບາດໄປທົ່ວໂລກນັບມື້ນັບຮຸນແຮງ ແລະ ໜື່ງໃນວິທີການປ້ອງພະຍາດລະບາດດັ່ງກ່າວແມ່ນການໃສ່ຜ້າອັດປາກ ແລະ ຜ່ານມາດັ່ງທີ່ເຮົາຮູ້ກັນແລ້ວວ່າ ຜ້າປິດປາກກຳລັງເປັນທີ່ຕ້ອງການຂອງປະຊາຊົນໃນສັງຄົມ ແລະ ຂາດຕະຫຼາດຈົນເຮັດໃຫ້ລາຄາຜ້າອັດປາກນັ້ນລາຄາສູງ ຈົນກາຍເປັນປະເດັນມີຄິດເຫັນຕ່າງໆນາໆອອກມາ… ແຕ່ບໍ່ຕ້ອງກັງວົນອີກຕໍ່ໄປ ເພາະວ່າ ຫຼ້າສຸດ ໂຮງງານຜະລິດຜ້າອັດປາກ-ດັງ ຈຳນວນ 8 ໂຮງງານ ທີ່ ນະຄອນຫຼວງວຽງຈັນ ກະກຽມເປີດສາຍການຜະລິດອອກຮັບໃຊ້ສັງຄົມ ຈໍານວນຫຼາຍກ່ວາ 1.2 ລ້ານແຜ່ນ ຕໍ່ມື້ ລາຄາຂາຍ ສະເລ່ຍຕໍ່ແຜ່ນ ພຽງ 1.200-1.400 ກີບ !!!        

Read More »