Breaking News

ຂ່າວສັງຄົມ

ໜ້າຮັກຫຼາຍ!! ຕ່າຍ ອໍລະໄທ ນັກຮ້ອງຊື່ດັງ (ປະເທດໄທ) ໂພສຮູບນຸ່ງສິ້ນຕໍ່ໜ້າພຣະທາດຫຼວງໃນວັນ ວິສາຄະບູຊາ…

ເປັນນັກຮ້ອງລູກທົ່ງສາວ ທີ່ກະແສມາແຮງແບບບໍ່ມີຕົກຕັ້ງແຕ່ເລີ່ມເຂົ້າວົງການໃໝ່ຈົນຮອດປັດຈຸບັນເລີຍ ສໍາລັບ ສາວຕ່າຍ ອໍລະໄທ ນັກຮ້ອງຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ມີຖິ່ນກໍາເນີດຈາກພາກ ອີ່ສານ ຂອງໄທ ທີ່ມີພາສາປາກເວົ້າຄ້າຍຄືກັບ ພາສາລາວເຮົາທີ່ສຸດ ຈຶ່ງບໍ່ແປກເລີຍທີ່ຜົນງານຂອງສາວຕ່າຍນັ້ນ ໄດ້ຮັບຄວາມນິຍົມຈາກປະຊາຊົນທັງຝັ່ງລາວເຮົາຫຼາຍພໍສົມຄວນ ບໍ່ວ່າບຸນງານ ຫຼືງານຫຍັງກໍຕາມເຮົາກໍມັກຈະໄດ້ຍິນສຽງເພງຂອງສາວຕ່າຍຢູ່ເປັນປະຈໍາ… ນອກຈາກຈະຮ້ອງເພງທີ່ມ່ວນອອນຊອນແຮງ ຈົນເປັນກະແສແຮງແບບບໍ່ຕົກມາຕະຫຼອດແລ້ວ ສາວຕ່າຍຍັງໄດ້ຮັບສາຍາ ນັກຮ້ອງຕິດດິນ, ນັກຮ້ອງຍອດກະຕັນຍູ ແລະ ນັກຮ້ອງສາຍບຸນນໍາອີກ ເຊິ່ງຖ້າໃຜທີ່ເປັນແຟນຄຣັບ ຫຼືຕິດຕາມແຟນເພຈ Tai Orathai ກໍຈະຮູ້ດີວ່າ ບັນດາສາຍາທີ່ນາງໄດ້ມານັ້ນ ເໝາະສົມກັບນາງທີ່ສຸດແລ້ວ… ຫຼ້າສຸດວັນທີ 6 ພຶດສະພາ (ມື້ວານ) ກໍເປັນວັນ ວິສາຄະບູຊາ ທີ່ສາສະນິກະຊົນຊາວພຸດເຊື່ອຖື ແລະ ປະຕິບັດກັນມາແຕ່ບູຮານ… ລວມທັງສາວຕ່າຍເອງທີ່ມີສາຍາ ນັກຮ້ອງສາຍບຸນຢູ່ແລ້ວ ກໍບໍ່ພາດທີ່ຈະເຂົ້າວັດເຮັດບຸນ ເຊິ່ງຮູບທີ່ເຮັດໃຫ້ສະດຸດຕາແຟນຄຣັບຊາວລາວຫຼາຍທີ່ສຸດກໍຍ້ອນວ່າ ສາວຕ່າຍໄດ້ໂພສຮູບພາບຕົນເອງທີ່ນຸ່ງສິ້ນຢືນຢູ່ຕໍ່ໜ້າພະທາດຫຼວງ ທີ່ນະຄອນຫຼວງວຽງຈັນ ພ້ອມແຄັບຊັ່ນວ່າ “ວັນທີ 6 ພຶດສະພາ 63 ກັງກັບວັນ …

Read More »

ອັບເດດຕົວເລກຫຼ້າສຸດ!! ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເກືອບ 4 ລ້ານຄົນແລ້ວ… “ຣັສເຊຍ-ບຣາຊິລ ພົບຜູ້ຕິດເຊື້ອ 10.000 ກວ່າຄົນໃນມື້ດຽວ”

ຫຼ້າສຸດ ວັນທີ 7 ພຶດສະພາ 2020 ທົ່ວໂລກມີຜູ້ຕິດເຊື້ອໂຄວິດທະລຸ 3.8 ລ້ານຄົນແລ້ວ  ແລະະ ສໍານັກຂ່າວຕ່າງປະເທດຍັງລາຍງານຕື່ມວ່າ ຍອດຜູ້ປ່ວຍສະສົມເພີ່ມຂຶ້ນ 3,812,707 , ເສຍຊີວິດແລ້ວ 264,128 ຄົນ ແລະ ປົວດີແລ້ວ  1,291,937 ຄົນ ສະຫະລັດອາເມລິກາຍັງມີຜູ້ຕິດເຊື້ອສະສົມ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ ມີຜູ້ຕິດເຊື້ອສະສົມ 1,258,051 ຄົນ ເປັນຜູ້ຕິດເຊື້ອຄົນໃໝ່ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ຈໍານວນ 20,418 ຄົນ ເສຍຊີວິດເພີ່ມອີກ 1,929 ຄົນ ສົ່ງຜົນໃຫ້ຍອດຜູ້ເສຍຊີວິດລວມເພີ່ມຂຶ້ນເປັນຢ່າງໜ້ອຍ 74,200 ຄົນ Workers move the body of a deceased person from a refrigerated truck trailer set up at a temporary …

Read More »

ປະຕິບັດແທ້! ເຈົ້າໜ້າທີ່ລົງສຶກສາອົບຮົມ ບັນດາຮ້ານທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ…

ຫຼັງຈາກທີ່ປະເທດເຮົາໄດ້ມີມາດຕະການຜ່ອນການ Lock down  ໃນຄືນວັນທີ 06 ພຶດສະພາ 2020, ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງ ຢູ່ນະຄອນຫຼວງວຽງຈັນ ພົບເຫັນບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ຈໍານວນໜື່ງໄດ້ເປີດໃຫ້ປະຊາຊົນເຂົ້າມາໃຊ້ບໍລິການເປັນຈໍານວນຫຼາຍ ເກີນ 10 ຄົນຂຶ້ນໄປ ແລະ ບໍ່ມີການຮັກສາໄລຍະຫ່າງ 1 ແມັດ ເຊິ່ງເປັນການລະເມີດຕໍ່ຄໍາສັ່ງເລກທີ 06/ນຍ ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020. ຕໍ່ກັບບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ດັ່ງກ່າວທາງເຈົ້າໜ້າທີ່ກໍ່ໄດ້ ສຶກສາອົບກ່າວເຕືອນ ແລະ ເຮັດບົດບັນທຶກ ພ້ອມທັງອະທິບາຍໃຫ້ບັນດາເຈົ້າຂອງຮ້ານເຂົ້າໃຈກ່ຽວກັບການເປີດຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ທີມີປະຊາຊົນເຕົ້າໂຮມກັນເປັນຈໍານວນຫຼາຍ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່.  

Read More »

ມາເບິ່ງ!! ສຸດຍອດວິທີຮັບມືກັບໂຄວິດ-19 ຂອງວີລະສະຕີແຫ່ງຍຸກ ກັບ 7 ຜູ້ນໍາຍິງຄົນເກັ່ງນໍາພາປະເທດໃຫ້ລອດພົ້ນຈາກວິີກິດຄັ້ງນີ້ໄດ້ສໍາເລັດ…

 ວາລະສານຟຣອບໄດ້ຂຽນໃນບົດຄວາມ “What Do Countries With The Best Coronavirus Responses Have In Common? Women Leaders” ຫຼື ສິ່ງທີ່ປະເທດຮັບມືກັບໄວຣັສໂຄໂຣນາໄດ້ດີທີ່ສຸດມີຄືກັນຄື ຜູ້ນໍາຍິງ ໂດຍມີເນື້ອຫາຊື່ນຊົມຜູ້ນໍາຍິງຈາກ 7 ປະເທດ ທີ່ສາມາດອອກມາດຕະການຮອງຮັບກະແສລະບາດຂອງໂຄວິດ-19 ໄດ້ຢ່າງມີປະສິດທິພາບ.  ຟອບສ໌ ກ່າວເຖິງຄວາມໂດດເດັ່ນໃນການຮັບມືກັບສະຖານະການລະບາດຂອງຜູ້ນໍາຍິງເຫຼົ່ານີ້ວ່າ Angela Dorothea Merkel ນາຍົກລັດຖະມົນຕີເຢຍລະມັນ ຖະແຫຼງຜ່ານໂທລະພາບດ້ວຍຄໍາເວົ້າທີ່ຈິງໃຈ ແລະ ມີທີ່ສຸຂຸມ ເຖິງສະຖານະການລະບາດທີ່ຄາດວ່າອາດຈະມີປະຊາຊົນຫຼາຍກວ່າ 70% ຕິດເຊື້ອ ແລະ ເລືອກໃຊ້ຄໍາທີ່ຈິງຈັງເຊັ່ນ “ນີ້ເປັນເລື່ອງຈິງຈັງ ທີ່ເຮົາທຸກຄົນຕ້ອງຮັບມືກັບມັນຢ່າງຈິງຈັງເຊັ່ນດຽວກັນ” ລວມໄປເຖິງການທີ່ເຢຍລະມັນສາມາດນໍາປະຊາຊົນທັງປະເທດ ທີ່ເຂົ້າຄ່າຍຕິດເຊື້ອ ເຂົ້າຮັບການກວດເຊື້ອໄດ້ຢ່າງທັນເວລາ ຈື່ງສົ່ງຜົນໃຫ້ເຢຍລະມັນເຖິງຈະມີຜູ້ຕິດເຊື້ອສູງ ແຕ່ອັດຕາການເສຍຊີວິດຖືວ່າໜ້ອຍກວ່າປະເທດເພື່ອນບ້ານໃນກຸ່ມສະຫະພາບເອີຣົບ (ອີຢູ) ດ້ວຍກັນ. ໃນຂະນະທີ່ທ່ານນາງ Jarinda da Modern ນາຍົກລັດຖະມົນຕີ ປະເທດນິວຊີແລນ ບໍ່ພຽງແຕ່ໃຊ້ມາດຕະການປິດປະເທດຂັ້ນສູງສຸດເປັນເວລາ 1 …

Read More »

ຜູ້ນໍາ ສ.ອາເມຣິກາ ສັ່ງໃຫ້ຫຼຸດຜ່ອນມາດຕະການ Lockdown ຫຼັງປະຊົນປະທ້ວງໜັກ!! “ຜູ້ຊ່ຽວຊານປະທ້ວງຍັງບໍ່ຮອດເວລາທີ່ເໝາະສົມ ນັກວິຍາສາດເຕືອນການລະບາດຍັງບໍ່ທັນຮອດຈຸດສູງສຸດ”

ວັນທີ 6 ພຶດສະພາ บีบีซี ລາຍງານຄວາມຄືບໜ້າຂອງຄວາມພະຍາຍາມຫຼຸດຜ່ອນການລະບາດຂອງພະຍາດ ໂຄວິດ-19 ຢູ່ທີ່ ສ.ອາເມຣິກາ ໃນຖານະຊາດທີ່ມີຍອດຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ. ຫຼ້າສຸດປະທານາທິບໍດີ ໂດນັລ ທຣັ້ມ ຜູ້ນໍາສູງສຸດຂອງ ສ. ອາເມຣິກາ ເຊິ່ງມີຈຸດຢືນຕໍ່ຕ້ານມາດຕະການ Lock down ຈາກບັນດາແພດ ແລະ ນັກວິທະຍາສາດ ກຽມຫຼຸດຈໍານວນພະນັກງານເຮັດວຽກສະເພາະກິດ ເພື່ອຮັບມືກັບ Covid-19 ພາບໃນອີກບໍ່ເທົ່າໃດອາທິດທາງໜ້າ ທ່າມກາງສຽງທັກທ້ວງຈາກຜູ້ຊ່ຽວຊານເຖິງການທະຍອຍຫຼຸດຜ່ອນມາດຕະການ Lock Down ເນື່ອງຈາກຍັງບໍ່ແມ່ນເວລາທີ່ເໝາະສົມ… ການເຄື່ອນໄຫວຂອງ ຜູ້ນໍາສ.ອາເມຣິກາ ເກີດຂຶ້ນຫຼັງມີການຊຸມນຸມປະທ້ວງຂອງຊາວ ອາເມຣິກາ ຈໍານວນຫຼາຍໃນລັດທີ່ເບິ່ງວ່າ ຄໍາສັ່ງ Lock Down  ແລະ ການບັງຄັບໃຫ້ໃສ່ໜ້າຜ້າອັດປາກ-ດັງ ແມ່ນລະເມີດສິດຂັ້ນພື້ນຖານລັດຖະທໍາມະນູນຂອງ ສ. ອາເມຣິກາ ເຖິງວ່າ ສ. ອາເມຣິກາຈະມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດຫຼາຍເຖິງ 20,000 ຄົນ ແລະ ເສຍຊີວິດຫຼາຍກວ່າ 1,000 ຄົນໃນຮອບ 24 …

Read More »