Breaking News

ຂ່າວສັງຄົມ

ຜູ້ທີ່ເຄີຍຕິດເຊື້ອໂຄວິດ-19ປີ່ນປົວຫາຍດີ ແຕ່ກັບມາກວດສຸຂະພາບຄືນແລ້ວພົບວ່າຍັງມີເຊື້ອ…

ຈາກກໍລະນີຜູ້ຕິດເຊື້ອທີ 14 ປິ່ນປົວຫາຍດີແລ້ວຜ່ານມາ ແຕ່ໃນວັນທີ 2 ພຶດສະພາ 2020 ຜູ້ກ່ຽວໄດ້ກັບມາກວດເຊື້ອຄືນຢູ່ທີ່ໂຮງໝໍແຕ່ຜົນອອກມາຍັງມີເຊື້ອຄົງຄ້າງຢູ່ ຈື່ງເຮັດໃຫ້ຫຼາຍຄົນຕົກໃຈ ແລະ ເກີດຂໍ້ສົງໃສຫຼາຍຢ່າງຕາມມາວ່າຈະແຜ່ລາມເຊື້ອໄປຫາຄົນອື່ນ ຫຼືບໍ່… ດັ່ງນັ້ນ ຊ່ຽວຊານດ້ານພະຍາດໂຄວິດ-19 ຈື່ງໄດ້ອອກມາຢືນຢັນວ່າ ຜູ້ເຄີຍຕິດເຊື້ອທີ່ປີ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວກັບມາກວດສຸຂະພາບຄືນແລ້ວພົບວ່າຕິດເຊື້ອນັ້ນ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອຕໍ່ຄົນອອ້ມຂ້າງ ແລະ ສັງຄົມ !!! ໃນກໍລະນີນີ້ແມ່ນບໍ່ຮຸນແຮງເມື່ອທຽບໃສ່ ຜູ້ຕິດເຊື້ອໃໝ່, ເພາະກໍລະນີນີ້ ເມື່ອກິນຢາຕາມຄໍາແນະນໍາ-ຫຼັກການຂອງການປີ່ນປົວ ແລ້ວກັບບ້ານເພາະມັນບໍ່ແມ່ນເຊື້ອໂຄວິດ-19 ແຕ່ເປັນພຽງຊິ້ນສ່ວນຂອງໄວຣັສທີ່ຕິດຄ້າງຢູ່ໃນໂຕຂອງຄົນຜູ້ເຄີຍຕິດເຊື້ອເທົ່ານັ້ນ, ເຊິ່ງຊິ້ນສ່ວນດັ່ງກ່າວແມ່ນຕາຍແລ້ວບໍ່ສາມາດເຕີບໂຕ ແລະ ແຜ່ເຊື້ອໄດ້. ດຣ. ສະຫນອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ຜ່ານທາງໂທລະສັບໃນວັນທີ 2 ພຶດສະພາ 2020 ນີ້ວ່າ ສປປ ລາວ ເຮົາບໍ່ແມ່ນປະເທດທຳອິດທີ່ພົບກໍລະນີດັ່ງກ່າວ, ເຊິ່ງຫຼາຍປະເທດໃນໂລກກໍ່ເຄີຍພົບມີກໍລະນີແບບນີ້ເຊັ່ນກັນ. ປະເທດເຫຼົ່ານີ້ໄດ້ເຄີຍເອົາຜູ້ສໍາຜັດ ໃກ້ຊິດກັບຜູ້ຕິດເຊື້ືອໂຄວິດ-19 ທີ່ໄດ້ປິ່ນປົວດີ ແລະ …

Read More »

ນັກວິໄຈ Australia ເຜີຍວັກຊີນໂຄວິດ-19 ອາດຈະສໍາເລັດພາຍໃນເດືອນກັນຍານີ້…

ວັນທີ 1 ພຶດສະພາ 2020  The Australian ລາຍງານວ່າ ທີມນັກວິໄຈຈາກມະຫາວິທະຍາໄລຄວີນແລນໄດ້ເປີດເຜີຍວ່າ ທາງທີມວິໄຈຈະສາມາດເລີ່ມທົດລອງວັກຊິນສໍາລັບຄົນໄດ້ຢ່າງໄວທີ່ສຸດໃນເດືອນກໍລະກົດປີນີ້. ດ້ານຫົວນ້າທິມ ມຸນໂຣ ໄດ້ກ່າວວ່າ: ການຜະລິດວັກຊີນອອກມາໃຫ້ທັນໃນເດືອນ 9 ນີ້ຄືເປົ້າຫມາຍຂອງພວກເຮົາ ເຊິ່ງອາດຈະເບິ່ງວ່າຄືເປົ້າຫມາຍທີ່ສູງ ແລະ ອາດຈະເປັນໄປໄດ້ຍາກ ແຕ່ມັນຄືເປົ້າໝາຍຂອງພວກເຮົາ ແລະ ຂ້ອຍກໍເຊື່ອວ່າມັນມີຄວາມເປັນໄປໄດ້ ເພາະທຸກຢ່າງຖືກດຳເນີນໄປຕາມແຜນທີ່ວາງໄວ້ ໂດຍທາງມະຫາວິທະຍາໄລຄວີນແລນໄດ້ໃຊ້ເຕັກໂນໂລຊີ “ການໜີບໃນລະດັບໂມເລກູນ”  (molecular clamp) ເຊິ່ງໄດ້ຮັບສິດທິບັດແລ້ວ ໂດຍວັກຊີນໂຕນີ້ຖືກນໍາໄປທົດສອບກັບໜູ (ສັດຊະນິດໜື່ງ) ເມື່ອບໍ່ດົນມານີ້ ແລະ ພົບວ່າສາມາດກະຕຸ້ນແອນຕີ້ບໍດີ້ທີ່ຈໍາເປັນຕໍ່ການໂຈມຕີໄວຣັສໂຄໂຣນາທີ່ກໍ່ໃຫ້ເກີດໂລກລະບາດໂຄວິດ-19 ດ້ານ ຄືທ໌ ແຊບເພີລ໌ ຫົວຫນ້າໂຄງການຮ່ວມມະຫາວິທະຍາໄລຄວີນແລນກ່າວວ່າ “ເວໂຣຄລີນິກ export” ກຳລັງກວດສອບເພີ່ມເຕີມກ່ຽວກັບຄວາມສາມາດຂອງວັກຊີນທີ່ປ້ອງກັນໄວຣັສທີ່ມີຊີວິດໃນການທົດລອງກັບສັດຕົ້ນແບບຫຼາຍຊະນິດ ເຊິ່ງຄວາມຄືບໜ້ານີ້ບໍ່ອາດຈະເກີດຂຶ້ນໄດ້ຕາມເວລາທີ່ກຳນົດໄວ້ ແລະ ຄວາມສາມາດທີ່ມີໃນ Australia ຫາກປາສະຈາກຄວາມຮ່ວມມືຄັ້ງນີ້. ສາດສະດາຈານ Kanta Subbarao ຈາກສະຖາບັນ  Doherty Institute ນະຄອນເມລເບຣີນ ເຜີຍວ່າ …

Read More »

ມາຮູ້ຈັກກັບໜຸ່ມ “ຢໍ້ຫາ ສິງຢົງເຊັ້ງ ” ບ່າວ​ຊຽງ​ຂວາງ ຜູ້​ມັກ​ຮັກ​ໃນ​ການ​ຮຽນ​​ເຄ​ມີສາດ​ສູ່​ການເຈົ້າຂອງປຶ້ມສູດເຄມີເຫຼັ້ມທໍາອິດຂອງລາວ…

ທ້າວ ຢໍ້ຫາ ສິງຢົງເຊັ້ງ ຫຼື ອາຈານ ໂຢ່ ມີຖິ່ນຖານກໍາເນີດ ຢູ່ບ້ານ ຜາງ້ວນ ເມືອງ ໝອງແຮດ ແຂວງຊຽງຂວາງ ເຂົ້າຮຽນຊັ້ນປະຖົມທີ່ ໂຮງຮຽນ ປະຖົມສົມບູນຍອດງື່ມ ເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນ ທີ່ ມສ ໜອງເປັດ ແລະ ເປັນຕົວແທນແຂວງຊຽງຂວາງເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ວິຊາ ເຄມີສາດ ມ.4 ສົກຮຽນ 2011-2012 ໂດຍໄດ້ຮັບລາງວັນຊົມເຊີຍ ຢໍ້ຫາ ໄດ້ມີໂອກາດ ໄປເຂົ້າຮຽນຢູ່ຫ້ອງຮຽນພອນສະຫວັນ ມສ ສັນຕິພາບ ແຂວງ ຫຼວງພະບາງ ໂດຍ ໄດ້ເປັນ ຕົວແທນແຂວງ ຫຼວງພະບາງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ວິຊາ ເຄມີສາດ ມ.7 ສົກຮຽນ 2014-2015 ແຕ່ ໃນຄັ້ງນີ້ ລາວກໍຜິດຫວັງເໝືອນເດີມ ແລະ ໃນປີນັ້ນຢໍ້ຫາ ສາມາດ …

Read More »

“ເກົາຫຼີໃຕ້” ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມພາຍໃນປະເທດ ໃນຮອບ 2 ເດືອນກວ່າ…

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນພະຫັດ ທີ 30 ເມສາ ວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີ (KCDC) ໄດ້ອອກຖະແຫຼງການ ເມື່ອວັນພະຫັດ ໂດຍເປັນການລາຍງານສະພາບການປະຈຳວັນຂອງໂຄວິດ-19 ວ່າ ຈຳນວນຜູ້ປ່ວຍສະສົມເພິ່ມຂຶ້ນ 10.765 ຄົນ ໂດຍເພິ່ມຂຶ້ນ 4 ຄົນ ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ ໝາຍຄວາມວ່າ ບໍ່ມີຜູ້ຕິດເຊື້ອຢູ່ໃນປະເທດເຊິ່ງເປັນຄັ້ງທຳອິດຕັ້ງແຕ່ວັນທີ 15 ກຸມພາ ຜ່ານມາ. ຂະນະທີ່ຜູ້ປ່ວຍໃໝ່ທີ່ເດີນທາງຈາກຕ່າງປະເທດ ທັງ 4 ຄົນ ເພິ່ມສະຖິຕິຜູ້ປ່ວຍກຸ່ມນີ້ເປັນ 1.065 ຄົນ, ໃນນັ້ນ 90% ເປັນຄົນເກົາຫຼີໃຕ້ ສ່ວນຜູ້ເສຍຊີວິດສະສົມເພິ່ມເປັນ 247 ຄົນ ໂດຍມິການຢືນຢັນຫຼ້າສຸດອີກ 1 ຄົນ, ປິ່ນປົວເຊົາແລ້ວເພິ່ມເປັນ 9.059 ຄົນ ແລະ ຍັງເຫຼືອຜູ້ປ່ວຍໃນລະບົບ 1.459 ຄົນ …

Read More »

ຂ່າວດີ! ຜູ້ປິ່ນປົວພະຍາດໂຄວິດ-19 ກໍລະນີທີ 3 ຢູ່ໂຮງໝໍແຂວງຫຼວງພະບາງກັບບ້ານແລ້ວ…

ຖືໄດ້ວ່າເປັນອີກໜື່ງຂ່າວດີກັນເລີຍກໍວ່າໄດ້ ຫຼ້າສຸດວັນທີ 30 ເມສາ 2020 ຜູ້ປິ່ນປົວພະຍາດໂຄວິດ-19 ທີ່ຍັງເຫຼືອ 1 ຄົນ ເປັນເພດຊາຍ ຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍແລ້ວ ພາຍຫຼັງໄດ້ກວດຫາເຊື້ອ 2 ຄັ້ງຕິດຕໍ່ກັນໃນ 24 ຊົ່ວໂມງ ບໍ່ພົບເຊື້ອ ແລະ ຜູ້ກ່ຽວຈະໄດ້ເມືອຕິດຕາມອາການຢູ່ເຮືອນ. ມາຮອດປະຈຸບັນ ຢູ່ ສປປ ລາວ ສາມາດປີ່ນປົວຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຫາຍດີແລ້ວ 8 ຄົນ, ຢູ່ໂຮງໝໍແຂວງຫຼວງພະບາງ 3 ຄົນ ແລະ ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ 5 ຄົນ, ໝາຍຄວາມວ່າຍັງເຫຼືອແຕ່ຢູ່ໂຮງໝໍມິດຕະພາບ 11 ຄົນ ທີ່ກໍາລັງສືບຕໍ່ປີ່ວປົວ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອຈຶ່ງໃຫ້ ອອກໂຮງໝໍ.   ໃນໂອກາດນີ້ຄະນະສະເພາະກິດ ໄດ້ຮຽກຮ້ອງທຸກຄົນ ໃຫ້ມີຄວາມອົດທົນ …

Read More »