Breaking News

ຂ່າວສັງຄົມ

ນາຍົກ ນິວຊີແລນ ປະກາດສາມາດຄວບຄຸມການແຜ່ລະບາດໂຄວິດ-19 ໄດ້ແລ້ວ…

ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ນິວຊີແລນ ປະກາດວ່າປະເທດຂອງຕົນສາມາດຄວບຄຸມການແຜ່ລະບາດໂຄວິດ-19 ໄດ້ແລ້ວເນື່ອງຈາກໄດ້ປະຕິຕາມມາດຖະການຄວບຄຸມການແຜ່ລະບາດທີ່ໄດ້ວາງອອກໃນເບື້ອງຕົ້ນທີ່ຜ່ານມາ … ແລະ ຍັງສະແດງຄວາມໝັ່ນໃຈວ່າເຊື້ອໄວຣັສໂຄວິດ-19 ຈະບໍ່ລະບາດໃນຂົງເຂດທີ່ຊຸມນຸມແລ້ວ ເນື່ອງຈາກພົບການຕິດເຊື້ອໃນລະດັບຊຸມຊົນພຽງແຕ່ 0,4 % ເທົ່ານັ້ນ ແລະ ເວົ້າວ່າ ມາດຕະການ ການຈໍາກັດເຊື້ອໄວຣັສໂຄວິດ ບໍ່ໄດ້ມີຄວາມໝາຍພຽງເພາະວ່າບໍ່ມີຜູ້ຕິດເຊື້ອຄົນໃໝ່ ແຕ່ໝາຍເຖິງການບໍ່ຍອມໃຫ້ມີຜູ້ເພີ່ມຂຶ້ນອີກ ນອກຈາກນີ້ ນາຍົກ ນິວຊີແລນ ຍັງມີນະໂຍບາຍອັດສີດເງິນຈໍານວນຫຼາຍກວ່າ 2 ແສນລ້ານໂດລາເພື່ອກະຕຸ້ນເສດຖະກິດຕ່າງໆ ເຊັ່ນ: ການຄ້າ ແລະ ການທ່ອງທ່ຽວຂອງປະເທດ ການປະກາດໄຊຊະນະເບື້ອງຕົ້ນ ເຮັດໃຫ້ທາງການນິວຊີແລນ ເດີນໜ້າຜ່ອນຄາຍມາດຕະການ Lock down ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ທີ່ມີຍາວນານມາ 1 ເດືອນ ໂດຍຫຼຸດລະດັບຄວາມເຂັ້ມງວດຈາກລະດັບ 4 ລົງມາຢູ່ໃນລະດັບ 3 ສົ່ງຜົນໃຫ້ປະຊາຊົນ ນິວຊີແລນ ພາກັນອອກບ້ານອອກເຮືອນຂອງຕົນ ມາຊື້ອາຫານການກິນເປັນຈໍານວນຫຼາຍ ເຖິງຢ່າງໃດກໍຕາມ …

Read More »

ນັບຖືຫົວໃຈ!!! ຊີວິດຄົນເຮົາເລືອກເກີດບໍ່ໄດ້… ເດັກຊາຍຮັບຈ້າງຈັດດອກໄມ້ (ເຖິງບາງຄັ້ງໝູ່ຈະລໍ້ວ່າ ບໍ່ຄືຜູ້ຊາຍ ແຕ່ບໍ່ເຄີຍອາຍທີ່ມີຊີວິດແບບນີ້)

ຄົນເຮົາທີ່ກຳເນີດເກີດຂຶ້ນມາຢູ່ເທິງໂລກນີ້ ບາງຄົນກໍກຳເນີດໃນຄອບຄົວທີ່ມີຖານະ ແລະ ບາງຄົນກໍກຳເນີດຢູ່ໃນຄອບຄົວທີ່ບໍ່ມີຖານະ ເປັນທີ່ມາຂອງຄໍາທີ່ວ່າ : ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເຮົາເລືອກທີ່ຈະເປັນໄດ້ …  ມື້ນີ້ຂວັນໃຈຈະນໍາເອົາເລື່ອງລາວຂອງຄົນໆໜື່ງທີ່ສູ້ຊີວິດມາໃຫ້ທຸກຄົນໄດ້ຮູ້ນໍາກັນ!  ເຊິ່ງມີເຟສບ​ຸກຄົນໜື່ງທີ່ຊື່ວ່າ  AISSarnrak ໄດ້​ເຜີຍ​​ເລື່ອງ​ລາວ​ຂອງ​ເດັກ​ຊາຍ​ຄົນ​ໜຶ່ງ​ຊື່ວ່າ ​  ໂອມ ທີ່ກຳລັງສຶກສາຢູ່​ມັດ​ທະ​ຍົມຕອນຕົ້ນ ມໍ 4 ປະ​ເທດ​ໄທ ເຊິ່ງຄົນໆນີ້ໄດ້​ສູ້​ຊີ​ວິດເຮັດຫຼາຍຢ່າງໃນຂະນະທີ່ກຳລັງຮຽນເພື່ອຫາລາຍໄດ້ມາເປັນທຶນການສຶກສາ ແລະ ເພື່ອຄອບຄົວ ບໍ່ວ່າຈະເປັນ ​ຮັບ​ສ້ອມ​ແປງ, ຫຍິບ​ເສື້​ອ​ຜ້າ​ທຸກ​​ຊະ​ນິດ​ໃນ​ລາ​ຄາ​ທີ່​ຖືກ ລວມ​ໄປເຖິງ​ຮັບ​ຈັດ​ດອກ​ໄມ້ແບ​ບຕ່າງໆ ໄປ​ຂາຍ​ເພື່ອເອົາເງິນມາຮັກສາແມ່​ຕູ້​ທີ່​ປ່ວຍນໍາອີກ ໂອມ​ ໄດ້ເວົ້າ​ວ່າ ຕົນເອງສົນ​ໃຈ​ຈັດ​ດອກ​ໄມ້​ຕັ້ງ​ແຕ່​ຕອນທີ່ກຳລັງຮຽນ ​ປ.4 ໂດຍ​ເລີ່ມ​ຊ່ວຍ​ວຽກ​ຄູ​ສະ​ໄໝ​ປະ​ຖົມ ຈົນ​ໄດ້​ມາ​ຮູ້​ຈັກ​ຄູ​ອຸ​ໄລ​ຕອນ​ຮຽນ​ຢູ່ ມ1 ທີ່​ເປີດ​ໂອກ​າດ​ໃຫ້ຕົນເອງໄດ້ເຂົ້າ​ມາ​ຊ່ວຍ​ວຽກ ແລະ ຄັດ​ເລືອກ​ໄປ​ແຂ່ງ​ສິ​ນ​ລະ​ປະ​ຫັດ​ຖະ​ກຳ ໄຈົນໄດ້​ຮັບ​ລາງວັນ ແລະ ສ້າງ​ຊື່​ສຽງ​ໃຫ້​ໂຮງ​ຮຽນໂດຍຍາດມາໄດ້ຫຼາຍ​ລາງວັນ… ດ້ວຍ​ຄວາມ​ສາ​ມາດໂອມ ​ທີ່​ມີ ຄູ​ ​ຈື່ງເລີ່ມ​ໃຫ້​ມາ​ຊ່ວຍ​ວຽກ​ທີ່​ຮ້ານດອ​ກ​ໄມ້ຂອງ​ຄູໄດ້​ເປີດ​ຢູ່ເມືອງ ​ຜັກ​ໄຮ່  ຈາກນັ້ນກໍມາ​ຮັບ​ງານອອກແບບຈັດດອກໄມ້  ແລະ ງານ​ແຕ່ງດອງ ຈົນກາຍເປັນ​ລາຍ​ໄດ້​ພິ​ເສດ​ຂອງ​ຕົນ​ເອງ ຕັ້ງ​ແຕ່ມໍ 1 …

Read More »

ວັນທີ 3 ພຶດສະພາ ລັດຖະບານອະນຸຍາດໃຫ້ສຳນັກງານ,​ ບໍລິສັດ ເປີດດຳເນີນການ ແລະ ສັນຈອນໄປມາພາຍໃນແຂວງໄດ້…

ໃນວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງໂຄວິດ-19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານ ລັດຖະມົນຕີ ກະຊວງທີ່ກ່ຽວຂ້ອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ແລະ ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວເຂົ້າຮ່ວມ. ຜົນກອງະຊຸມໄດ້ພິຈາລະນາ ແລະ ມີທິດຊີ້ນຳຕໍ່ບັນຫາສຳຄັນ ດັ່ງນີ້: 1. ກອງປະຊຸມ ໄດ້ພິຈາລະນາບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືການລະບາດຂອງພະຍາດໂຄວິດ-19, ທິດທາງໃນຕໍ່ໜ້າ, ການປະເມີນຄວາມສ່ຽງແຕ່ລະແຂວງ, ແຜນການຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ ພາຍຫຼັງວັນທີ 3 ພຶດສະພາ 2020 …

Read More »

ຂໍໃຫ້ປະຊາຊົນລາວທຸກຄົນ ຕ້ອງຮ່ວມໃຈກັນ ຕ້ານໄພ ໂຄວິດ-19 ຢ່າງຈິງຈັງ ແຕ່ນີ້ ຮອດວັນທີ 3 ພຶດສະພາ 2020…

ຄະນະສະເພາະກິດ ກໍານົດ 2 ໄລຍະ ການຜ່ອນຜັນ ມາດຕະການ ໂຄວິດ-19 ຂໍໃຫ້ປະຊາຊົນລາວທຸກຄົນ ຕ້ອງຮ່ວມໃຈກັນ ຕ້ານໄພ ໂຄວິດ-19 ຢ່າງຈິງຈັງ ແຕ່ນີ້ ຮອດວັນທີ 3 ພຶດສະພາ 2020. ຫາກເຮົາສາມາດເຮັດໄດ້! ຄະນະສະເພາະກິດ ໄດ້ວາງມາດຕະການຜ່ອນຜັນ ໄວ້ 2 ໄລຍະ ຄື ໄລຍະທີ 1 ແຕ່ວັນທີ 4 ຫາ 31 ພຶດສະພາ 2020 ແລະ ໄລຍະທີ 2 ແຕ່ວັນທີ 1 ຫາ 30 ມິຖຸນາ 2020, ໃນນັ້ນ ມາດຕະການຜ່ອນຜັນສຳລັບໄລຍະທີ 1 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 …

Read More »

ນາຍົກ ອັງກິດ ເຂົ້າເຮັດວຽກມື້ທໍາອິດ ຍັງຢືນຢັນຄາຍລັອກດາວບໍ່ໄດ້ ແລະ ຂໍໃຫ້ປະຊາຊົນອົດທົນກ່ອນ…

ສຳ​ນັກ​ຂ່າວ ບີບີຊີ ລາຍງານ​ວ່າ ນາຍ​ົກ ບໍ​ຣິດ ຈອນສັນ ອອກຖະແຫຼງ​ການ​ໜ້າ​ບ້ານ​ເລກ​ທີ່ 10 ຖະໜົນ​ດາວ​ນິງ​ສົດ​ຣີດ ຫຼື ​ສຳ​ນັກ​ງານ​ໃຫຍ່​ລັດຖະບານ​ອັງກິດ ເປັນ​ເທື່ອທໍາອິດ​ໃນມື້​ວັນຈັນ​ທີ 27 ເມສາ 2020 ຫຼັງ​ຈາກ​ທ່ານ​ຕິດ​ເຊື້ອ​ໄວ​ຣັສ​ໂຄ​ວິດ​-19 ແລະ​ຕ້ອງ​ເຂົ້າ​ຮັບ​ການຮັກສາ​ຕົວ​ໃນ​ໂຮງ​ໝໍ ດົນເປັນ​ ນາຍ​ົກ ຈ​ອນ​ສັນ ກ່າວ​ຂໍ​ໂທດ​ທີ່​ຕົວ​ທ່ານ​ບໍ່​ໄດ້​ເຮັດວຽກ​ເປັນ​ເວລາ​ດົນ ແລະ ​​ທ່ານ​ເຂົ້າໃຈ​ໃນຄວາມ​ກັງ​ວົນ​ຂອງ​ເຈົ້າ​ຂອງ​ທຸລະກິດ​ຕ່າງ​ໆ ທີ່​ຮ້ອນ​ໃຈ​ຢາກ​ໃຫ້​ມາດຕະ​ການ​ລັອກ​ດາວ​ຍຸດຕິ​ລົງ ແຕ່​ການ​ຍຸດຕິ​ລັອກ​ດາວ​ໄວ​ເກີນ​ໄປ​ອາດ​ນຳ​ໄປ​ສູ່​ການ​ລະ​ບາດ​ຮອບ 2 ເຊິ່ງ​ຈະ​ເຮັດໃຫ້​ມີ​ຜູ້​ເສຍຊີວິດ, ຄວາມ​ເສຍ​ຫາຍ​ຕໍ່​ເສດຖະກິດທັງຫມົດ​ລວມທັງ​ກິດຈະການ​ຈຳ​ກັດ​ຫຼາຍກວ່າ​ເກົ່າ “ຂ້ອຍ​ຢາກ​ໃຫ້​ທຸກ​ຄົນ​ຄວບ​ຄຸມ​ຄວາມ​ຮ້ອນ​ໃຈ​ເອົາ​ໄວ້” ນາຍ​ົກ ຈອນ​ສັນ ກ່າວ ນາຍ​ົກ ອັງ​ກ​ິດ​ຍັງລະະ​ບຸ​ອີກ​ວ່າ ຕອນ​ນີ້​ມີ​ສັນຍາ​ນ​​ແລ້ວ​ວ່າ​ເຮົາ​ກຳ​ລັງ​ເດິນທາງ​ຜ່ານ​ຈຸດ​ຮ້າຍແຮງຂອງ​ການ​ລະ​ບາດ ທັງໝົດ​ລວມທັງຈຳນວນ​ຜູ້​ເຂົ້າຮ່ວມ​ຮັບ​ການ​ຮັກສາ​ໃນ​ໂຮງ​ໝໍ​ ແລະ ​ຈຳນວນ​ຜູ້​ຕິດ​ເຊື້ອ​ທີ່​ຕ້ອງ​ນອນ​ໄອ​ຊີ​ຢູ​ກໍ່​ຫຼຸດລົງ ຢ່າງໃດ​ກໍ​ຕາມ ນາຍ​ົກ ຈອນ​ສັນ​ເຕືອນອີກ​ວ່າ​ຕອນ​ນີ້​ເປັນ​ຊ່ວງ​ເວລາ​ທີ່ ຄວາມ​ສ່ຽງ​ສູງ​ທີ່ສຸດ ຈົນ​ຮອດ​ຕອນ​ນີ້ອັງກິດສາມາດ​ປົກ​ປ້ອງ​ເຈົ້າ​ຫນ້າທີ່ ສຳ​ນັກ​ງານ​ບໍລິການ​ສຸກຂະພາບ​ແຫ່ງ​ຊາດ (NHS) ແລະ​ ລຸດ​ແນວ​ໂນ້ມ​ການ​ລະ​ບາດ​ລົງ​ໄດ້ ແຕ່​ທ່ານ​ຍັງບອກ​ບໍ່​ໄດ້​ວ່າ​ເມື່ອໃດ​ຈຶ່ງ​ຈະ​ສາມາດ​ຍົກ​ເລີກ​ຂໍ້​ຈຳ​ກັດ​ເພື່ອ​ຜ່ອນ​ຄາຍ​ມາ​ຕົນ​ການ​ລັອກ​ດາວ​ໄດ້ ນາຍ​ົກ ຈ​ອນ​ສັນ ຢ້ຳ​ອີກວ່າ ເມື່ອ​ປະເທດ​ບັນ​ລຸ​ເງື່ອນ​ໄຂ 5 ຂໍ້​ເພື່ອ​ຜ່ອນ​ຄາຍ​ລັອກ​ດາວ​ນ​ ເຊິ່ງລວມ​ເຖິງ ການ​ມີ​ຈຳນວນ​ຜູ້​ເສຍຊີວິດ​ລຸດລົງ​ຢ່າງ​ຢັ່ງ​ຢືນ ແລະ ​ຮັບ​ປະ​ກັນ​ວ່າ​ເຈົ້າ​ຫນ້າທີ່ NHS ສາມາດ​ຮັບ​ມື​ຜູ້​ປ່ວຍ​ໄດ້ ຈາກ​ນັ້ນ​ຈຶ່ງ​ຈະ​ເປັນ​ເວລາ​ທີ່​ຈາກ​ຂ​ະຍັບ​ໄປ​ຍັງ ‘ເຟດ 2’ ໃນ​ການ​ຕໍ່ສູ້​ກັບ​ການ​ລະ​ບາດ ແຕ່​ເຂົາ​ກໍ​ຕອບ​ບໍ່​ໄດ້​ວ່າ​ມື້ໃດ ເຊິ່ງ​ລັດຖະບານ​ຈະ​ເວົ້າ​ເຖິງ​ເລື່ອງ​ນີ້​ອີກຄັ້ງ​​ພາຍ​ໃນ​ອີກບໍ່ດົນນີ້ …

Read More »