Breaking News

ຂ່າວສັງຄົມ

ລັດຖະບານ ເລັ່ງຄົ້ນຄວ້ານະໂຍບາຍຫຼຸດຜ່ອນຜົນກະທົບດ້ານເສດຖະກິດໃນຊ່ວງວິກິດໂຄວິດ-19…

ລັດຖະບານ ແຫ່ງ ສປປ ລາວ ໄດ້ເລັ່ງຄົ້ນຄວ້າ ແລະ ກຳນົດ ບັນດານະໂຍບາຍ ທາງດ້ານເສດຖະກິດ ທີ່ໄດ້ວາງອອກກ່ອນໜ້ານີ້ ໃຫ້ມີຄວາມແທດເໝາະ ກັບສະພາບຕົວ ເພື່ອຫລຸດຜ່ອນຜົນກະ ທົບຕໍ່ເສດຖະກິດຂອງລາວ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງປັດຈຸບັນນະໂຍບາຍນີ້ ສ່ວນຫລາຍ ແມ່ນກໍາລັງຈັດຕັ້ງປະຕິບັດ ແລະ ມີຈຳນວນໜຶ່ງ ຢູ່ໃນຂັ້ນຕອນການຄົ້ນຄວ້າ ພິຈາລະນາ. ຫລ້າສຸດໄດ້ນຳສະເໜີ ໃນກອງປະຊຸມຂອງຄະນະສະເພາະກິດ ດ້ານເສດຖະກິດເພື່ອແກ້ໄຂ ຜົນກະທົບການລະບາດ ພະຍາດ ໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ. ເພື່ອພ້ອມກັນຄົ້ນຄວ້າ ແລະ ປັບປຸງຄືນໃໝ່ອີກຮອບ ແນໃສ່ໃຫ້ມີຄວາມເໝາະສົມກວ່າເກົ່າ ແລະ ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ. ບັນດານະໂຍບາຍດັ່ງກ່າວປະກອບມີ: -ຍົກເວັ້ນການເກັບອາກອນລາຍໄດ້ ຈາກເງິນເດືອນ ຂອງຜູ້ອອກແຮງງານ ທັງໝົດທັງພາກລັດ ແລະ ເອກະຊົນທີ່ມີລາຍຮັບ 5 ລ້ານກີບລົງມາ …

Read More »

ບົດຮຽນຈາກໂຄວິດ-19!! ຄວນຈະເອົາຈຸດໃດເປັນທີ່ຕັ້ງຈຶ່ງເໝາະສົມ ລະຫວ່າງ “ເສດຖະກິດ ແລະ ຊີວິດຄົນ”

ໃນສະຖານະການແຜ່ຂະບາດການພະຍາດໂຄວິດ-19 ໃນປັດຈຸບັນໄດ້ສົ່ງຜົນກະທົບຫຼາຍຢ່າງໆຕໍ່ໂລກເຮົາ ໂດຍສະເພາພະແມ່ນ ການດຳລົງຊີວິດຂອງຄົນຢູ່ໃນສັງຄົມຫຍຸ້ງຍາກເພາະຫຼາຍປະເທດກໍໄດ້ມີມາດຕະການຫຼາຍຢ່າງໂດຍສະເພາະແມ່ນການ Lockdown  ລວມໄປເຖິງບັນຫາເສດຖະກິດຫຼາຍປະເທດທົ່ວທີ່ໄດ້ຮັບຜົນກະທົບ ແຕ່ມື້ນີ້ຂວັນໃຈຈະນໍາເອົາບົດຄວາມຂອງຜູ້ໃຊ້ເຟສບຸກທ່ານໜື່ງມາໃຫ້ທຸກຄົນໄດ້ອ່ານວ່າລະຫວ່າງ ເສດຖະກິດ ແລະ ຊີວິດຄົນ ໃນລະຫວ່າງໂຄວິດນີ້ເປັນແນວໃດ… ເຮົາໄປອ່ານນໍາກັນເລີຍ #ເສດຖະກິດvsຊີວິດຄົນ ຊ່ວງວິກິດໂຄວິດ-19 ນີ້ ພວກເຮົາສາມາດຮຽນຮູ້ບົດຮຽນ ແລະ ປະສົບການຫຼາຍຢ່າງທັງພາຍໃນປະເທດ ແລະ ຕ່າງປະເທດ. ໜຶ່ງໃນບົດຮຽນນັ້ນ ແມ່ນບົດຮຽນການຊັ່ງຊາລະຫວ່າງ ຈະເອົາເສດຖະກິດ ຫຼື ຈະເອົາຊີວິດຄົນ… ຂ້າພະເຈົ້າສົນໃຈເລື່ອງເສດຖະກິດເປັນພິເສດ ແລະໄດ້ອ່ານຫຼາຍບົດຄວາມ ແລະ ຟັງມາຈາກຫຼາຍອາຈານຂໍສະຫຼຸບໃຫ້ບັນດາເພື່ອນມິດທີ່ຮັກແພງດັ່ງນີ້: #ບົດຮຽນຂອງສປຈີນ: ສປ.ຈີນ ເປັນປະເທດທີ່ປະສົບວິກິດການລະບາດຂອງໂຄວິດ-19 ກ່ອນໝູ່ ແລະ ໄດ້ມີການໃຊ້ມາດຕະການຫຼາຍຢ່າງເພື່ອຈຳກັດ ແລະ ສະກັດກັ້ນພະຍາດນີ້ ໃຫ້ໄວເທົ່າທີ່ຈະໄວໄດ້; ໃນນີ້ລວມມີການຫ້າມຄົນອອກເຮືອນ, ຮ້ານດຳເນີນທຸລະກໍາການເຄື່ອນໄຫວຕ່າງໆ ໃນເຂດທີ່ມີການລະບາດໜັກ (ຄືພວກເຮົາຮູ້ແລ້ວ) ແນ່ນອນດ້ານໜຶ່ງກະທົບເຖິງເສດຖະກິດ ຢ່າງມະຫາສານ ມາຮອດດຽວນີ້ ຍັງປະເມີນຄ່າບໍ່ໄດ້; ຕະຫຼາດ ສປ ຈີນເປັນຕະຫຼາດໃຫຍ່ ແລະ …

Read More »

ວ້າວວວ!! ແມ່ຕູ້ອາຍຸ 107 ປີ ຊາວເນເທີແລນ ຜູ້ລອດຊີວິດຈາກໂຄວິດ-19… ທີ່ສ້າງສະຖິຕິ “ຜູ້ລອດຊີວິດທີ່ອາຍຸຫຼາຍທີ່ສຸດໃນໂລກ”

ຫຼ້າສຸດວັນທີ 10 ເມາສາ 2020 ສໍານັກຂ່າວຕ່າງປະເທດ Daily mail  ລາຍງານວ່າ ນາງຄຣໍເນເລີຍ ຣັສ ເປັນແມ່ຍິງຊາວເນເທີແລນອາຍຸ 107 ປີ ເປັນຜູ້ລອດຊີວິດຈາກພະຍາດລະບາດ COVID-19 ທີ່ມີອາຍຸຫຼາຍທີ່ສຸດໃນໂລກ ພາຍຫຼັງຕິດເຊື້ອ ໄວຣັສໂຄໂຣນາສາຍພັນໃໝ່ ທີ່ກໍ່ໃຫ້ເກີດໂລກ COVID-19 ແລະ ພັກຮັກສາຕົວໃຊ້ເວລາຫຼາຍກວ່າ 20 ມື້ກ່ອນທີ່ຈະຫາຍເປັນປົກກະຕິ ຖືໄດ້ວ່າເປັນຂ່າວທີ່ນ່າຍິນດີທ່າມກາງສະຖານະການແຜ່ລະບາດຂອງໄວຣັສໃນເນເທີແລນຍັງວິກິດ ມີຈໍານວນຜູ້ຕິດເຊື້ອສະສົມສູງຂຶ້ນເລື້ອຍໆເປັນອັນດັບທີ 12 ຂອງໂລກ ຢູ່ທີ່ 21,903 ຄົນ ແລະ ເສຍຊີວິດແລ້ວ  2,403 ຄົນ ແຕ່ແມ່ຍິງສູງອາຍຸຄົນນີ້ຍັງສາມາດຮັກສາດີໄດ້… ໜັງສືພິມເອດີຂອງເນເທີແລນລາຍງານວ່າ ນາງຄຣໍເນເລີຍ ຣັສ ອາໄສຢູ່ບ້ານພັກຜູ້ສູງອາຍຸທີ່ຢູ່ເທິງເກາະຄູຣີ ໂອເຟີຟລັກເກທາງຕາເວັນຕົກສ່ຽງໃຕ້ ແລະ ເລີ່ມມີອາການໄຂ້ເມື່ອວັນທີ 17 ມີນາ 2020 ທີຜ່ານມາຫຼັງຈາກສະຫຼອງວັນຄ້າຍວັນເກີດຄົບຮອບ 107 ປີ ຈາກການກວດຮ່າງກາຍຂອງຍິງໄວສູງອາຍຸຄົນນີ້ ລວມທັງເພື່ອນຜູ້ສູງອາຍຸນໍາກັນ ແລະ ເຈົ້າໜ້າທີ່ຮ່ວມສະຫຼອງວັນເກີດກວ່າ …

Read More »

ຊົມເຊີຍ! ນັກສຶກສາລາວປະຈໍາລາຊາອະນາຈັກອັງກິດ ບໍລິຈາກເງິນ ແລະ ເຄື່ອງໃຊ້ມູນຄ່າ 35 ລ້ານກີບ ຊຸກຍູ້ໂຮງຫມໍມິດຕະພາບເພື່ອຕ້ານໂຄວິດ-19…

ຢູ່ໃນສະພາວະບ້ານເມືອງກຳລັງສູ້ກັບວິກິດໂຄວິດ_19 ຍັງມີຫຼາຍພາກສ່ວນໄດ້ຍື່ນມືເຂົ້າມາຊ່ວຍເຫລືອສັງຄົມລາວເຮົາທີ່ຜ່ານມາ…ຫຼ້າສຸດຕອນເຊົ້າມື້ນີ້ ວັນສຸກ 10/04/2020 ສະມາຄົມ ນັກສຶກສາລາວປະຈໍາລາຊາອະນາຈັກອັງກິດ ?? (Laos Student Association in United Kingdom (LSAU) ໄດ້ປະກອບສ່ວນຊຸກຍູ້ໂຮງຫມໍມິດຕະພາບເພື່ອຕອບໂຕ້ພະຍາດລະບາດ covid-19 ປະກອບມີ: ເງິນສົດ 11.200.000ກີບ ຜ້າອັດປາກ3ແກັດເປັນເງິນ22.000.000ກີບ ນໍ້າດື່ມ20ແກັດ(40ແພັກ) ລວມມູນຄ່າເປັນເງິນທັງຫມົດ 35.000.000ກີບ ຂວັນໃຈຂໍຊົມເຊີຍ! ໃນຍາມທີ່ບ້ານເມືອງເຮົາພົບວິກິດແບບນີ້ຄົນລາວເຮົາກໍຍັງເປັນຈິດໜື່ງໃຈດຽວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊື່ອວ່າອີກບໍ່ດົນພວກເຮົາຈະຜ່ານວິກິດນີ້ໄປນາກັນໃຫ້ໄດ້…  

Read More »

ຝາກເຖິງສັງຄົມ!! ຄວາມຈິງຈາກນັກສຶກສາລາວທີ່ເດີນທາງຮ່ວມຖ້ຽວບິນກັບຜູ້ຕິດເຊື້ອໂຄວິດ ທັງ 3 ຄົນ “ຢາກໃຫ້ທຸກຄົນເຂົ້າໃຈຄວາມຈິງ, ຢຸດແຊຣຂ່າວ ແລະ ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງໄດ້ແລ້ວ”

ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຕົກຢູ່ໃນສະພາວະທີ່ນ່າເປັນຫ່ວງຫຼາຍເພາະນັບມື້ນັບມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆຈົນມາຮອດປັດຈຸບັນມີຍອດຜູ້ຕິດເຊື້ອ ລ້ານກວ່າຄົນແລ້ວໃນທົ່ວໂລກນີ້ ແລະ ສປປ ລາວເຮົາກໍເຊັ່ນກັນຕອນນີ້ມີຈໍານວນຜູ້ຕິດເຊື້ອທັງໝົດ 15 ກໍລະນີແລ້ວ ຫຼ້າສຸດ ຜູ້ທີ່ຕິດເຊື້ອ ກໍລະນີທີ 11 ເດີນທາງກັບມາລາວ ຖ້ຽວບິນ TG574 BKK-VTE ກໍໄດ້ຕິດເຊື້ອ ແລະ ຍັງມີກໍລະນີທີ 14 ແລະ 15 ກໍໄດ້ເດີນທາງຮ່ວມຖ້ຽວບິນດຽວກັນ ສະນັ້ນ ທັງ 3 ກໍລະນີທີ່ຕິດເຊື້ອໂຄວິດລ້ວນແຕ່ເດີນທາງມາພ້ອມກັນ ສິ່ງທີ່ທຸກຄົນເປັນຫ່ວງໄປກວ່ານັ້ນກໍຄື ນອກຈາກ 3 ຄົນນີ້ແລ້ວ ບຸກຄົນທ່ານອື່ນທີ່ເດີນທາງມານໍາກັນເປັນເປັນແນວໃດ ມີຫຼາຍຄົນຕັ້ງຄໍາຖານຕ່າງໆນາໆ ໃນເວລາດຽວກັນ… ມື້ຂວັນໃຈຈະນໍາເອົາບົດຄວາມຂອງຜູ້ທີ່ໄດ້ຮ່ວມເດີນທາງຖ້ຽວບິນດຽວກັນກັບ 3 ກໍລະນີທີ່ຕິດເຊື້ອຜ່ານມາ ເຊິ່ງລາວໄດ້ໂພສຜ່ານເຟສບຸກສ່ວນຕົວ ມາໃຫ້ທຸກຄົນໄດ້ອ່ານນໍາກັນ!!! ນ້ອງແມ່ນໜຶ່ງໃນນັກສຶກສາລາວທີ່ເດີນທາງກັບມາຈາກປະເທດອັງກິດ ແລະ ໄດ້ມາຮອດນະຄອນຫຼວງວຽງຈັນໃນວັນທີ 22 ມີນາ. ນ້ອງຢາກຊີ້ແຈງກ່ຽວກັບກໍລະນີຕິດເຊື້ອທີ່ກັບມາຈາກປະເທດອັງກິດໃຫ້ທຸກຄົນໄດ້ຮັບຮູ້ຄວາມຈິງນຳກັນ ເພາະສ່ວນໃຫຍ່ແລ້ວແມ່ນໄດ້ມີການສົ່ງຕໍ່ຂໍ້ມູນທີ່ບໍ່ແມ່ນຄວາມຈິງເປັນວົງກວ້າງໃນສັງຄົມເຮົາ ເຊິ່ງເຮັດໃຫ້ຄົນທີ່ໄດ້ຮັບຂ່າວສານທີ່ຜິດໆນັ້ນເກີດຄວາມວິຕົກກັງວົນ ແລະ ຕໍ່ວ່າລັດຖະບານລາວລວມທັງຜູ້ທີ່ຕິດເຊື້ອເອງໄປໃນທິດທາງທີ່ບໍ່ດີ. ພ້ອມກັນນັ້ນ, …

Read More »