Breaking News

ຂ່າວສັງຄົມ

ອາທິດມໍລະນະ!! ສົບຄົນຕາຍແໜ້ນຫ້ອງເຢັນ… “ມັນຈະເປັນອາທິດທີ່ໜັກທີ່ສຸດ ແລະ ເສົ້າທີ່ສຸດສໍາລັບຊີວິດຄົນອາເມຣິກາ”

ຈາກການລາຍງານສະຖານນະການ ການແພ່ລະບາດຂອງ ໂຄວິດ-19 ໃນສ.ອາເມຣິກາ ໃນວັນທີ 6 ເມສາ 2020 ໃຫ້ຮູ້ວ່າ ອາເມຣິກາເລີ່ມເຂົ້າສູ່ອາທິດທີ່ຄາດວ່າ ຈະເປັນໄລຍະທີ່ໜັທີ່ສຸດ ຫຼັງຈາກມີຍອດຜູ້ເສຍຊີວິດຫຼາຍກວ່າ 9.500 ຄົນ. ພ້ອມກັບຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍກວ່າ 3.3 ແສນຄົນ ແຕ່ວ່າມີຜູ້ວ່າການບໍ່ເທົ່າໃດລັດ ທີ່ອົດທົນໃຊ້ມາດຕະການສັ່ງໃຫ້ປະຊາຊົນກັກຕົວເອງຢູ່ໃນເຮືອນ ແຖມຍັງມີໂບດ (ວັດສາສະໜາຄຣິສ) ຫຼາຍບ່ອນທີ່ຍັງເຮັດພິທີທາງສາສະໜາຢູ່… ປັດຈຸບັນຈໍານວນຍອດຜູ້ເສຍຊີວິດໃນລັດ ນິວຢອກ ສູນກາງການລະບາດໃນ ສ.ອາເມຣິກາ ຫຼຸດລົງເລັກນ້ອຍແຕ່ຍັງມີຈໍານວນສູງເຖິງ 600 ຄົນ ພາຍໃນມື້ດຽວກັນ; ສ່ວນຈໍານວນຜູ້ຕິດເຊື້ອພາຍໃນມື້ດຽວແມ່ນຍັງເພີ່ມຂຶ້ນເຖິງ 7.300 ຄົນ ເຮັດໃຫ້ຍອດຜູ້ຕິດເຊື້ອຂອງລັດ ນິວຢອກເພີ່ມເປັນ 122.000 ຄົນ ແລະ ເສຍຊີວິດແລ້ວ 1,459 ຄົນ ໃນຂະນະທີ່ລັດ ເພນຊີລວາເນຍ, ລັດໂຄຣາໂດ ແລະ ວໍຊິງຕັນ ດີ.ຊີ ເລີ່ມມີຍອດຜູ້ເສຍຊີວິດເພີ່ມຂຶ້ນເລື້ອຍໆ ໂດຍ ປະທານາທິບໍດີ …

Read More »

ຮູ້ຈັກກັບ!!! “ວີລະສະຕຣີ” ຜູ້ນໍາແມ່ຍິງຄົນເກັ່ງ 4 ປະເທດ ໃນຍຸກ COVID-19…. “ເມື່ອສັງຄົມໃຫ້ໂອກາດແມ່ຍິງກໍພ້ອມທີ່ຈະສະແດງຄວາມສາມາດຢ່າງເຕັມທີ່”

ໃນຂະນະທີ່ໂລກກຳລັງປະເຊີນກັບບັນຫາການລະບາດຂອງ COVID-19 ຢ່າງໜັກໜ່ວງ ແລະ ແຕ່ລະປະເທດກໍລ້ວນແຕ່ມີວິທີການຮັບມືທີ່ແຕກຕ່າງກັນໄປ ຂຶ້ນຢູ່ກັບສະຖານະການ ສະພາບແວດລ້ອມ ແລະ ຜູ້ນໍາຂອງແຕ່ລະປະເທດ ເຮົາຄົງໄດ້ຍິນຄໍາທີ່ວ່າ “ສົງຄາມສ້າງວິລະບູລຸດ” ດັ່ງນັ້ນ ຖ້າຜູ້ນໍາຄົນໃດທີ່ສາມາດຈັດການບັນຫາໄດ້ເປັນຢ່າງດີ ສິ່ງທີ່ໄດ້ກັບມາແມ່ນຄວາມນິຍົມຈາກປະຊາຊົນ… ມື້ນີ້ຂວັນໃຈບໍ່ໄດ້ຈະເວົ້າເຖິງວິລະບູລຸດ ແຕ່ຈະພາໄປພົບກັບ ວິລະສະຕຣີ ທີ່ໄດ້ຮັບຄວາມຊື່ນຊົມຈາກປະຊາຊົນໃນຊ່ວງວິກິດ COVID-19 : ທ່ານນາງ Tsai Ing-wen ປະທານາທິບໍດີ ປະເທດ ໄຕ້ຫວັນ ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ປະເທດ ນິວຊີແລນ ທ່ານນາງ Mette Frederiksen ນາຍົກລັດຖະມົນຕີ ປະເທດ ເດນມາກ ທ່ານນາງ Angela Dorothea Merkel ນາຍົກລັດຖະມົນຕີ ປະເທດ ເຢຍລະມັນ ເລື່ອງລາວຂອງພວກເຂົານ່າສົນໃຈແນວໃດ? ມື້ນີ້ຂວັນໃຈຈະພາໄປຮູ້ຈັກ… ກ່ອນອື່ນເຮົາມາເບິ່ງສະເພາະຕົວເລກຂອງຜູ້ຕິດເຊື້ອຂອງ 4 ປະເທດນີ້ (ຂໍ້ມູນວັນທີ 2 …

Read More »

ຕິດຕາມຢ່າງໃກ້ຊິດ!! ຄະນະສະເພາະກິດລາຍງານ… ອາການຂອງຜູ້ຕິດເຊື້ອ Covid-19 10 ຄົນ ຢູ່ ສປປ. ລາວ

ຕໍ່ເນື່ອງກັບການລະບາດຂອງໂຄວິດ-19 ຫຼ້າສຸດໃນວັນທີ 2 ເມສາ 2020 ທ່ານຣັຕຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງວ່າ: ປັດຈຸບັນຢູ່ ສປປ ລາວ ຍັງບໍ່ທັນມີຜູ້ຕິດເຊື້ອໂຄວິດ_19 ເພິ່ມ ແລະ ກໍມີຂ່າວດີທີ່ຜູ້ຕິດເຊື້ອກ່ອນໜ້ານີ້ ແມ່ນມີອາການດີຂຶ້ນຕາມລໍາດັບ ພປົວເອົາໃຈໃສ່ຈາກແພດໝໍ ແລະ ຄາດວ່າໃນໄວໆນີ້ ຜູ້ທີ່ຕິດເຊື້ອຈະຫາຍດີ ແລະ ອອກໂຮງໝໍໄດ້ໂດຍໄວ…າຍຫຼັງໄດ້ຮັບການປິ່ນ ຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອຈໍານວນ 7 ຄົນ ແລະ ຫຼວງພະບາງ 3 ຄົນ ລວມເປັນ 10 ຄົນ… ນອກຈາກນີ້ກະຊວງສາທາລະນະຍັງໄດ້ພົວພັນການພະແນກສາທາລະນະສຸກແຂວງຫຼວງພະບາງກໍຄືໂຮງໝໍແຂວງຫຼວງພະບາງ ເພື່ອຕິດຕາມອາການຂອງຄົນເຈັບທີນອນປິ່ນປົວ 3 ຄົນ ເຊິ່ງຕອນນີ້ຍັງບໍ່ມີອາການທີ່ນ່າເປັນຫ່ວງ ແລະ ອາການເບົາບາງລົງ ລວມທັງຈໍານວນຜູ້ຕິດເຊື້ອ 7 ຄົນທີ່ຢູ່ນະຄອນຫຼວງວຽງຈັນກໍເຊັ່ນດຽວກັນ. ຕອນນີ້ຈໍານວນໜື່ງກໍໃກ້ຈະໄດ້ອອກໂຮງໝໍ ແຕ່ເຖິງຢ່າງໃດກໍຕາມ, ກ່ອນທີ່ຈະໄດ້ອອກຈາກໂຮງໝໍຕ້ອງໄດ້ມີການກວດ 2 ຄັ້ງກ່ອນ …

Read More »

ຄວາມໃນໃຈຂອງຜູ້ຕິດເຊື້ອໂຄວິດ_19 ກໍລະນີຜູ້ທີ 3 ຫຼັງຈາກເຂົ້າຮັບການປິ່ນປົວ… ພ້ອມທັງ(ຂໍຮ້ອງໃຫ້ທຸກຄົນໃນສັງຄົມມີສະຕິລະວັງຕົວ)

ຕໍ່ເນື່ອງກັບສະພາບການລະບາດຂອງພະຍາດລະບາດໂຄວິດ-19 ເຊິ່ງປັດຈຸບັນ ສປປ ລາວ ມີຈໍານວນຜູ້ຕິດເຊື້ອ 10 ຄົນແລ້ວ… ມື້ນີ້ຂວັນໃຈຢາກໃຫ້ທຸກຄົນໄດ້ອ່ານບົດຄວາມຂອງ ຜູ້ຕິດເຊື້ອກໍລະນີທີ 3 ທີ່ຊື່ວ່າ Jamebon phnphanith ທີ່ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຫຼັງຈາກທີ່ຕິດເຊື້ອໂຄວິດ ພ້ອມທັງ Update ອາການຫຼັງຈາກເຂົ້າການຮັກສາຕົວມາໄດ້ເກືອບ ອາທິດກວ່າແລ້ວວ່າ… ??? ສະບາຍດີ ?? ຫມູ່ເພື່ອນທຸກຄົນ ??? ກ່ອນອື່ນຫມົດເຈມຂໍຂອບໃຈທຸກຄວາມຫວັງດີແລະກຳລັງໃຈທີ່ມອບໃຫ້ ຕອນນີ້ສະພາບຈິດໃຈ ແລະ ຮ່າງກາຍຂອງເຈມເລີ່ມດີຂື້ນແລ້ວ ເຈມເລີຍຢາກອອກມາອະທິບາຍ ແລະ ຂຽນລາຍລະອຽດໃນສ່ວນຂອງອາການ ແລະ ທາມລາຍຂອງເຈມ -26/02/2029 ເຈມເດີນທາງໄປທ່ຽວEurope -10/03/2020 ເຈມມີອາການໄອເລັກຫນ້ອຍ ຕາມປົກກະຕິເວລາທີ່ໄປເມືອງຫນາວ ເພາະເຈມມີໂລກປະຈຳໂຕ(ເຈັບອາມິດ້ານ) -16/03/2020 ເຈມເດີນທາງກັບລາວຜ່ານເດີ່ນບິນສຸວັນນະພູມ ແລ້ວມາຕໍ່ຍົນລົງວຽງຈັນ -16/03/2020 ຫລັງຈາກຮອດບ້ານເຈມກະກັກໂຕເອງຢູ່ແຕ່ໃນຫ້ອງນອນບໍ່ໄດ້ອອກໄປໃສເລີຍແຕ່ເພື່ອຄວາມສະບາຍໃຈ ແລະ ເພື່ອຄວາມປອດໄພຂອງເຈມ ແລະ ຄົນໃນຄອບຄົວ ເຈມຈຶ່ງໄປກວດຫາເຊື້ອ COVID-19 ຢູ່ໂຮງຫມໍ150ຕຽງ …

Read More »

ຂໍໃຫ້ສໍາເລັດໂດຍໄວ!! ໜ່ວຍງານນິວເຄຣຍຂອງ UN ກໍາລັງເລັ່ງຜະລິດອຸປະກອນກວດເຊື້ອໄວຣັສແບບເຫັນຜົນໄວເພື່ອສົ່ງໃຫ້ 40 ປະເທດ ລວມທັງປະເທດລາວ… “ຖ້າບໍ່ຮີບແກ້ໄຂໂດຍໄວ ຈະມີຜູ້ຕິດເຊື້ຶອເພີ່ມຂຶ້ນເປັນທະວີຄູນ”

COVID_19 ຄຸກຄາມຄົນທົ່ວໂລກ… ຫຼ້າສຸດ ອົງການອະນາໄມໂລກໄດ້ລະບຸວ່າ ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຍັງສືບຕໍ່ແຜ່ລະບາດໄປທົ່ວໂລກຢ່າງວ່ອງໄວ ໂດຍຜູ້ປ່ວຍສະສົມຈະກາຍ 1 ລ້ານຄົນ ແລະ ເສຍຊີວິດທົ່ວໂລກຫຼາຍກວ່າ 50.000 ຄົນ ເຊິ່ງອີກບໍ່ດົນ ດ້ານໜ່ວຍງານນິວເຄຣຍຂອງຢູເອັນຊ່ວຍເລັ່ງຜະລິດອຸປະກອນກວດເຊື້ອໄວຣັສແບບເຫັນຜົນໄວເພື່ອສົ່ງໃຫ້ຫຼາຍປະເທດລວມທັງປະເທດລາວ… ຫຼ້າສຸດວັນທີ 2 ເມສາ 2020 ສຳນັກຂ່າວຕ່າງປະເທດລາຍງານຈາກເຈນີວາ ປະເທດສະວິດເຊີແລນວ່າ: ທ່ານ ດຣ. ເທດຣອສ ແອດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ຖະແຫຼງເມື່ອວັນທີ 1 ເມສາ 2020 ທີ່ຜ່ານມາ ກ່ຽວກັບສະຖານະການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ວ່າມີການແຜ່ລະບາດໃນ 203 ປະເທດ ແລະ ເຂດແດນ ນັບຕັ້ງແຕ່ມີການຢືນຢັນຜູ້ປ່ວຍຄົນທຳອິດໃນປະເທດຈີນ ເມື່ອເດືອນທັນວາ ປີ 2019. ປັດຈຸບັນມີຜູ້ເສຍຊີວິດສະສົມຫຼາຍປະເທດທົ່ວໂລກເກືອບ 47.000 ຄົນ ແລະ ຜູ້ປ່ວຍສະສົມຫຼາຍກວ່າ …

Read More »