Breaking News

ຂ່າວສັງຄົມ

ຝາກໄວ້ໃຫ້ຄິດ!! ເຖິງຕອນນີ້ບ້ານເຮົາຍັງບໍ່ມີຜູ້ຕິດເຊື້ອ Covid-19 ແຕ່ເຮົາກໍຄວນປ້ອງກັນຕົວເອງ ແລະ ຫຼີກລ່ຽງການຢູ່ໃກ້ກັນແບບເປັນກຸ່ມ…

ສະພາບການຕອນນີ້ຂອງບ້ານເຮົາ ແລະ ທົ່ວໂລກຖືວ່າຕົກຢູ່ໃນສະຖານະການທີ່ນ່າເປັນຫ່ວງຫຼາຍ ຍ້ອນໂລກລະບາດ Covid-19 ກຳລັງແຜ່ລະບາດນັບມື້ນັບຮຸນແຮງ! ການລະບາດຂອງພະຍາດນີ້ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຫຼາຍໆປະເທດ, ຫຼາຍປະເທດຕ້ອງໄດ້ປິດເມືອງ, ປິດຊາຍແດນ, ປິດສາຍການບິນ, ງົດການຈັດຊຸມນຸມຕ່າງໆ,  ບາງສະຖາບັນການສຶກສາກໍຕ້ອງໄດ້ປິດຊົ່ວຄາວ… ເພື່ອສະກັດກັ້ນພະຍາດດັ່ງກ່າວນີ້  ແລະ ບໍ່ພຽງແຕ່ສົ່ງຜົນຕໍ່ເສດຖະກິດເທົ່ານັ້ນ ແຕ່ມັນຍັງສົ່ງຜົນກະທົບໄປເຖິງການໃຊ້ຊີວິດຂອງຄົນຢູ່ໃນສັງຄົມ ທີ່ມີຄວາມຫຍຸ້ງຍາກຫຼາຍດ້ານ ໄປໃສມາໃສກໍຕ້ອງໄດ້ປ້ອງກັນຕົວເປັນພິເສດ ມີຄວາມລະແວງໄປໝົດ  ເຖິງວ່າຕອນນີ້ຢູ່ປະເທດລາວເຮົາຍັງບໍ່ທັນກວດພົບວ່າມີຄົນຕິດເຊື້ອພະຍາດນີ້ເທື່ຶອ  ແຕ່ປະເທດເຮົາກໍມີແຈ້ງການຕ່າງໆອອກມາເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດນີ້ ແລະ ສິ່ງທີ່ຕາມມາກໍຄືຂໍ້ສົງໃສຂອງຄົນລາວທຸກຄົນວ່າ ເປັນຫຍັງປະເທດອ້ອມຂ້າງມີຄົນຕິດເຊື້ອ Covid-19   ແລ້ວເປັນຫຍັງບ້ານເຮົາຄືບໍ່ມີ ນີ້ເປັນອີກໜື່ງບັນຫາໃຫຍ່ທີ່ຕ່່າງຄົນພາກັນຕັ້ງຄໍາຖາມ ແລະ ການຈັດກິດຈະກຳຕ່າງໆເປັນຫຍັງຈຶ່ງເລື່ອນອອກໄປ ແລະ ອີກຫຼາກຫຼາຍຄໍາຖາມ… ມື້ນີ້ຂວັນໃຈໄດ້ໄປເຫັນບົດຄວາມດີໆອີກບົດໜື່ງ ແລະ ຢາກມາແບ່ງປັນໃຫ້ທຸກຄົນໄດ້ອ່ານກັນ… ກ່ຽວກັບປະເດັນພະຍາດລະບາດ Covid-19 ທີ່ຫຼາຍຄົນສົງໃສ ມາໃຫ້ຫາຍຂ້ອງໃຈກັນ  ເຮົາໄປເບິ່ງນໍາກັນເລີຍ!!! “ເປັນຫຍັງຈຶ່ງຫ້າມບໍ່ໃຫ້ຈັດງານໃຫຍ່ຊ່ວງນີ້? Social Distancing ແມ່ນຫຍັງ?  ແລ້ວມັນຈະຊ່ວຍລ້າງບາງ COVID 19 ໄດ້ແນວໃດ?  Social Distancing ແມ່ນຫຍັງ? …

Read More »

ຈາກຄວາມໃນໃຈຂອງຜູ້ຖືກຕິດຕາມອາການ Covid-19 ຢູ່ລາວ… ອ່ານໄວ້ເປັນຄວາມຮູ້

ຊ່ວງນີ້ຖືວ່າພະຍາດລະບາດ Covid-19 ກໍກຳລັງແຜ່ລະບາດໄປທົ່ວໂລກ ແລະ ມີຄົນຕິດເຊື້ອເພີ່ມທຸກມື້ ເຮັດໃຫ້ຫຼາຍໆປະເທດທົ່ວໂລກກຳລັງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ທັງເຮັດໃຫ້ມີຄົນເສຍຊີວິດເພີ່ມຂຶ້ນໄປຕາມໆກັນ…ເຖິງແມ່ນວ່າຕອນນີ້ຢູ່ໃນລາວເຮົາຍັງບໍ່ພົບຄົນທີ່ເປັນພະຍາດນີ້ເທື່ອ ແຕ່ວ່າທຸກຄົນຈະໄປໃສມາໃສກໍຂໍໃຫ້ຮັກສາສຸຂະພາບຂອງຕົນເອງໃຫ້ດີໆ ຄວນຫຼີກລ່ຽງການຢູ່ສະຖານທີ່ຊຸມນຸມທີ່ມີຄົນຫຼາຍ ແລະ ປະຕິບັດຕາມຄໍາແນະນໍາຂອງການປ້ອງກັນພະຍາດ Covid-19 …  ເຊິ່ງການລະບາດຂອງພະຍາດດັ່ງກ່າວ  ຍັງມີຫຼາຍຄົນສົງໃສກັນຢູ່ວ່າມັນເປັນແນວໃດແທ້  ແລ້ວເຮົາຈະປິ່ນປົວຢູ່ໃສ ແລະ ຄົນລາວທີ່ເດີນທາງໄປຕ່າງປະເທດມາເດ ເວລາກັບມາລາວຖືກໄດ້ກັກຕົວໄວ້ຕິດຕາມເບິ່ງອາການແທ້ ຫຼືບໍ?  ມື້ນີ້ຂວັນໃຈ ໄດ້ນໍາເອົາຄວາມໃນໃຈຈາກ ຜູ້ຖືກຕິດຕາມອາການ Covid-19 ທ່ານໜື່ງຢູ່ລາວເຮົາມາຝາກໄວ້ເປັນຂໍ້ຄວນຮູ້!!!  ເຊິ່ງຜູ້ທີ່ຖືກຕິດຕາມອາການທ່ານນີ້ ເພິ່ນກໍໄດ້ເດີນທາງໄປເຮັດວຽກຢູ່ຕ່າງປະເທດໃນຊ່ວງພະຍາດ Covid-19 ກຳລັງລະບາດແຮງ ແລະ ກັບມາລາວກໍໄດ້ຖືກຕິດຕາມອາການ ເປັນເວລາ 14 ວັນແທ້  ເຊິ່ງລາວໄວ້ໂພສຜ່ານເຟສບຸກສ່ວນຕົວວ່າ… #ໂຄວິດ19ປິ່ນປົວຟຣີ. (ອັບເດດຂໍ້ມູນ) ແມ່ນແລ້ວ ອ່ານບໍ່ຜິດດອກ. ມື້ນີ້ຈະນຳສະເໜີເລື່ອງນີ້. ກ່ອນອື່ນໝົດ ຕ້ອງຂອບໃຈ ທ່ານ ທີ່ບໍ່ປະສົງອອກນາມ ໃນຄະນະທີ່ພວກຂ້າພະເຈົ້າໄປ ເຂົ້າຮ່ວມການຝຶກອົບຮົມ ແລະ ແລກປ່ຽນບົດຮຽນ ຢູ່ປະເທດທີ່ມີຄວາມສ່ຽງຕໍ່ການແຜ່ລະບາດໂຄວິດ-19 ທີ່ໄດ້ອະນຸຍາດ ໃຫ້ນຳເອົາປະສົບການທີ່ລາວ ໄດ້ສຳຜັດມາເລົ່າສູ່ຟັງກັນຟັງ ແລະ …

Read More »

ສະຖານະການ ລະບາດຂອງພະຍາດ COVID-19 ທີ່ປະເທດຈີນ “ຈຸດສູງສຸດ” ສິ້ນສຸດແລ້ວ…

ພະຍາດລະບາດ COVID-19 ທີ່ເກີດຂຶ້ນຢູ່ທີ່ ອູ່ຮັ່ນ ສປຈີນ ເລີ່ມແຕ່ທ້າຍເດືອນ ທັນວາປີ 2019 ເປັນຕົ້ນມາໄດ້ເຮັດໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນປະຊາຊົນຊາວເມືອງອູ່ຮັ່ນ ແລະ ຕອນນີ້ກໍໄດ້ແຜ່ກະຈາຍໄປເກືອບທົ່ວທຸກພື້ນທີ່ໃນໂລກ… ແຕ່ຫຼ້າສຸດ ມື້ວັນທີ 12 ມີນາ 2020 ທີ່ຜ່ານມາ ໂຄສົກລັດຖະບານຈີນກໍໄດ້ປະກາດ ຈຸດສູງສຸດ ຂອງການແຜ່ລະບາດຂອງໂລກຕິດເຊື້ອໄວຣັສໂຄວິດສາຍພັນໃໝ່ 2019 (ໂຄວິດ-19) ໃນປະເທດຈີນໄດ້ສິ້ນສຸດລົງແລ້ວ! ໝີ່ເຟິງ ໂຄສົກຄະນະກຳມະການສຸຂະພາບແຫ່ງຊາດ  (NHC) ຂອງຈີນ ຖະແຫຼງໃນນະຄອນປັກກິ່ງວ່າ ຈໍານວນຄົນເຈັບລາຍໃໝ່ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ສະຖານະການແຜ່ລະບາດຂອງໂລກນີ້ແມ່ນຢູ່ໃນລະດັບຕໍ່າ ນອກຈາກນີ້ຍັງເຜີຍວ່າ ຈໍານວນຄົນເຈັບລາຍໃໝ່ໃນອູ່ຮັ່ນ ເມືອງເອກຂອງມົນທົນຫູເປີ່ຍທາງຕອນກາງ ແລະ ສູນກາງການລະບາດຂອງໂລກ ໄດ້ປັບລະດັບເລກຫຼັກດຽວ ໂດຍມີລາຍງານຄົນເຈັບລາຍໃໝ່ພຽງ 8 ຄົນໃນວັນພຸດ ທີ 11 ມີນາ 2020 ທີ່ຜ່ານມາ ໃນຂະນະດຽວກັນບໍ່ມີລາຍງານຜູ້ປ່ວຍລາຍໃໝ່ໃນເມືອງອື່ນໆ ຂອງມົນທົນຫູເປີ່ຍຕິດຕໍ່ກັນຄົບອາທິດແລ້ວ ໂດຍຈີນແຜ່ນດິນໃຫຍ່ …

Read More »

ແຈ້ງການດ່ວນ! ກະຊວງແຮງງານ ແຈ້ງໃຫ້ນາຍຈ້າງສະໜອງສິ່ງປ້ອງກັນ ການແຜ່ລະບາດຂອງໄວຣັສ COVID-19 ໃຫ້ພະນັກງານ-ລູກຈ້າງໂດຍບໍ່ເກັບເງິນ…

ກະຊວງແຮງງານ ແຈ້ງໃຫ້ນາຍຈ້າງສະໜອງສິ່ງປ້ອງກັນການແຜ່ລະບາດຂອງໄວຣັສ COVID-19 ໃຫ້ພະນັກງານລູກຈ້າງໂດຍບໍ່ເກັບເງິນ ແລະ ກໍລະນີມີພະນັກງານກັບມາແຕ່ຕ່າງປະເທດ ຜູ້ໃຊ້ແຮງງານຕ້ອງການໃຫ້ພັກ ຕ້ອງຈ່າຍຄ່າແຮງງານໃຫ້ຕາມປົກກະຕິ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງເຖິງຫົວໜ່ວຍທຸລະກິດ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານລາວ ແລະ ຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ເລື່ອງການປະຕິບັດມາດຕະການ ຄວບຄຸມ ແລະ ໂຕ້ຕອບການລະບາດໄວຣັສ COVID-19 ຢູ່ ສປປ ລາວ ເພື່ອປ້ອງກັນ, ສະກັດກັ້ນບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ລະບາດຢູ່ຫົວໜ່ວຍແຮງງານ ແຈ້ງໃຫ້ປະຕິບັດດັ່ງນີ້: 1. ໃຫ້ຜູ້ໃຊ້ແຮງງານ ສະໜອງສິ່ງອຳນວຍຄວາມສະດວກທາງດ້ານອຸປະກອນປ້ອງກັນການແຜ່ລະບາດ ໄວຣັສ COVID-19 ໂດຍບໍ່ໃຫ້ເກັບເງິນນຳພະນັກງານເປັນຕົ້ນ ສະບູ, ເຈວລ້າງມື, ຜ້າ ອັດປາກ, ອັດດັງ ແລະ ອື່ນໆ. 2. ຜູ້ໃຊ້ແຮງງານ ຕ້ອງຕິດຕາມພະນັກງານຂອງຕົນຢ່າງໃກ້ຊິດໃນແຕ່ລະວັນ, ຖ້າຜູ້ໃດມີອາການໄຂ້, ໄອ, ເຈັບຄໍ, …

Read More »

ປະກາດຢ່າງເປັນທາງການແລ້ວ! ຈັດໃຫ້ Covid-19 ເປັນການລະບາດທີ່ໃຫຍ່ Pandemic ລະດັບໂລກ…

ປັດຈຸບັນ ພະຍາດ ລະບາດ Covid-19 ນັບມື້ນັບຮຸນແຮງຂຶ້ນ ແລະ ສົ່ງຜົນກະທົບຫຼາຍຢ່າງໄປທົ່ວທຸກມຸມໂລກ ທັງເຮັດໃຫ້ຈໍານວນຄົນຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ພ້ອມທັງສົ່ງຜົນກະທົບຕໍ່ເສດຖະກິດຫຼາຍໆປະເທດ…  ເຊິ່ງຫຼ້າສຸດ Breaking news ! ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການໃນວັນທີ 11 ມີນາ 2020 ວ່າ ການລະບາດຂອງໄວຣັສສາຍພັນໃໝ່ ທີ່ເຮັດໃຫ້ເກີດໂລກ  Covid-19 ທີ່ເປັນໂລກລະບາດທີ່ແຜ່ກະຈາຍໄປທົ່ວໂລກແລ້ວ  (Pandemic) ໂດຍເຊື້ອໄວຣັສ Covid-19 ມີຕົ້ນກຳເນີດຈາກເມືອງອູ່ຮັ່ນໃນຈີນ ໃນຂະນະນີ້ໄດ້ແຜ່ກະຈາຍໄປໃນຫຼາຍພື້ນທີ່ຂອງໂລກ ໂດຍກ່ອນໜ້ານີ້ມີ ການລະບາດໃຫຍ່ ເກີດຂຶ້ນກັບໂລກຂອງເຮົາ ບໍ່ວ່າຈະເປັນ ໄຂ້ຫວັດໃຫຍ່ ສະເປນ (Spanish flu), ໄຂ້ຫວັດອາຊີ, ໄຂ້ຫວັດໝູ, ລວມໄປເຖິງ ກ່ຽວກັບການລະບາດຂອງເຊື້ອໄວຣັສ Covid-19 ເປັນລະດັບ ແຜ່ລະບາດຮຸນແຮງລະດັບໂລກ ຫຼື “Pandemic” ເຊັ່ນກັນ.   ທ່ານ Tedros …

Read More »