Breaking News

ຂ່າວສັງຄົມ

ອົງການອະນາໄມໂລກ ຂໍໃຫ້ ທຸກປະເທດກຽມພ້ອມ ໂຄວິດ-19 ໃກ້ສະຖານະການລະບາດໃຫຍ່ສູ່ຄົນທົ່ວໂລກ

ພະຍາດລະບາດ ໂຄວິດ-19 ເປັນອີກໜື່ງພະຍາດລະບາດທີ່ກຳລັງລະບາດໄປທົ່ວທຸກບ່ອນຢ່າງໄວວາ ນັບແຕ່ທ້າຍເດືອນທັນວາ 2019ທີ່ຜ່ານມາ ຈົນຮອດປັດຈຸບັນ ເຊິ່ງຫຼ້າສຸດ General Tedros Adhanom ຜູ້ອໍານວຍການອົງການອະນາໄມໂລກ ຖະແຫຼງວ່າ ທຸກປະເທດຈະຕ້ອງກຽມພ້ອມຫຼາຍຂຶ້ນເພື່ອຮັບມືກັບໂລກ ໂຄວິດ-19 ຂະນະທີ່ຍັງເຊື່ອວ່າ ໄວຣັສໂຄໂຣນ່າ ສາຍພັນໃໝ່ ສາມາດຄວບຄຸມໄດ້ ແລະ ມີຫຼາຍປະເທດທີ່ເຮັດໄດ້ ໂດຍສະເພາະແມ່ນມາດຕະຖານການປິດເມືອງຂອງຈີນ ເພື່ອສະກັດກັ້ນການລະບາດ. ຄະນະເຮັດວຽກຂອງ  Who ໃນຈີນ ສະຫຼຸບວ່າ ການລະບາດໃນລະຫວ່າງວັນທີ 23ມັງກອນ-3ກຸມພາ 2020 ຫຼຸດລົງຈາກມື້ນັ້ນມາ ແຕ່ກໍຍັງລະບາດໄປທົ່ວທຸກພື້ນທີ່ໃນໂລກ…   WHO ປະກາດເມື່ອເດືອນຜ່ານມາວ່າ ໂຄວິດ-19 ເປັນສະຖານະການ ທີ່ສຸກເສີນລະດັບໂລກ ເພື່ອລະດົມຊັບພະຍາກອນຊ່ວຍປະເທດທີ່ມີຄວາມພ້ອມຮັບມືກັບໂລກລະບາດນ້ອຍ ແຕ່ຍັງບໍ່ທັນໄດ້ໄປເຖິງຂັ້ນສະຖານະການລະບາດໃຫຍ່ ທີ່ໝາຍຄວາມວ່າ ໂລກນັ້ນໄດ້ແຜ່ເຊື້ອຈາກຄົນສູ່ຄົນໃນທຸກພື້ນທີ່ຂອງໂລກແລ້ວ ຜູ້ອໍານວຍການອົງການອະນາໄມໂລກລະບຸວ່າ ອີຕາລີ, ອີຫຣ່ານ ແລະ ເກົາຫຼີໃຕ້ ເປັນປະເທດທີ່ມີສະຖານະການນ່າເປັນຫ່ວງ ແຕ່ໃນຂະນະນີ້ ເຮົາຍັງບໍ່ເຫັນໄວຣັສລະບາດທົ່ວໂລກແບບສະກັດກັ້ນບໍ່ໄດ້ ແລະ …

Read More »

ອ່ານເປັນກໍາລັງໃຈ!!! “ເມື່ອຈໍານວນແຂນຫຼຸດລົງເຫຼືອຂ້າງດຽວ ເຮັດຫຍັງກໍລໍາບາກກວ່າເກົ່າ ແຕ່ຕ້ອງມີສະຕິ ແລະ ຢູ່ກັບສິ່ງທີ່ມີໃຫ້ໄດ້”

ເອົາກໍາລັງໃຈມາຕ້ອນ!!! ຢາກໃຫ້ທຸກຄົນທີ່ກໍາລັງທໍ້ ຫຼືຜິດຫວັງກັບສິ່ງໃດສິ່ງໜຶ່ງໄດ້ອ່ານ… ເລື່ອງລາວຕໍ່ໄປນີ້ແອັດມິ້ນຢາກໃຫ້ທຸກຄົນອ່ານໃຫ້ຈົບ ເພາະເຊື່ອວ່າມັນອາດຈະເປັນແຮງບັນດານໃຈໃຫ້ກັບອີກຫຼາຍໆຄົນໄດ້ຢ່າງແນ່ນອນ!! ເລື່ອງລາວຂອງ ບີ່ ນັກກິລາແຂ່ງລົດຖີບທີມຊາດ ຂອງສະຫະພັນລົດຖີບ ຄົນພິການແຫ່ງຊາດລາວ ທີ່ມີແຂນພຽງຂ້າງດຽວ… ໂດຍ ໜຸ່ມ ບີ່ ໄດ້ໂພສ ຜ່ານ Facebook ສ່ວນຕົວ Bee Phouthavongsay ວ່າ: ປັ່ນພິສິດຍອດດອຍອິນທະນົນເປັນຄວາມຝັນ ແລະ ຄວາມທ້າທາຍທີ່ນັກປັ່ນຫຼາຍຄົນຢາກໄປພິສິດໃຫ້ໄດ້. ເກີດມາທໍາອິດກະມີແຂນສອງຂ້າງຄືຄົນທົ່ວໄປ ຫຼັງຈາກຈໍານວນແຂນຫຼຸດລົງເຫຼືອຂ້າງດຽວ ເຮັດຫຍັງກໍລໍາບາກ ແຕ່ກໍຕ້ອງຕັ້ງສະຕິ ແລະ ຝຶກກັບການຢູ່ກັບສິ່ງທີ່ມີໃຫ້ໄດ້, ເມື່ອລິ້ງກັບການໃຊ້ຊີວິດດ້ວຍແຂນດຽວແລ້ວກໍເລີ່ມຢາກຫາສິ່ງທ້າທາຍໃໝ່ໃຫ້ກັບຊີວິດເພື່ອໃຫ້ມີເລື່ອງຕື່ນເຕັ້ນ ຮາຮ່າ ໄດ້ມີໂອກາດໄດ້ຮູ້ຈັກກັບກິລາລົດຖີບ ປັ່ນແລ້ວຮູ້ສຶກມັກ ແລະ ເລີ່ມປັ່ນຝຶກຊ້ອມຈິງຈັງແຕ່ປີ 2017 (ປັດຈຸບັນກະປະມານ 3 ປີ) ເປັນຕົ້ນມາ. ຫຼັງຈາກປັ່ນໄດ້ຖະໜັດຂຶ້ນກໍເລີ່ມມີຄວາມຄິດຢາກລົງແຂ່ງເພື່ອຫາປະສົບການໃໝ່ໆ ໄດ້ມີໂອກາດໄດ້ລົງແຂ່ງງານ ອບຕ ແດ່ ອິນເຕີແດ່ ລວມໆກະ10 ກ່ວາ ສະໜາມ ມີຄວາມໝັ້ນໃຈໃນຝີມືໂຕເອງລະດັບໜຶ່ງ. ຈົນປີກາຍມີຄວາມຄິດຢາກຫາສິ່ງທ້າທາຍໃໝ່ໃຫ້ໂຕເອງອີກ …

Read More »

ແຊຣໄວ້ເປັນຄວາມຮູ້!! 5 ທະນາຄານໃນ ສປປ. ລາວ ທີ່ສາມາດໂອນເງິນຂ້າມທະນາຄານຜ່ານຕູ້ ATM ໄດ້…

ປັດຈຸບັນຄົນເຮົາມັກຄວາມສະດວກສະບາຍຫຼາຍຂຶ້ນ ບໍ່ວ່າຈະເຮັດຫຍັງກໍຕ້ອງເອົາຄວາມສະດວກສະບາຍມາກ່ອນ ລວມໄປເຖິງການເຮັດທຸລະກໍາທາງການເງິນກໍເຊັ່ນກັນ.. ທຸກມື້ນີ້ຫຼາຍໆຢ່າງໄດ້ປ່ຽນໄປ ຄົນແລ່ນນໍາເວລາຫຼາຍຂຶ້ນ ຖ້າຈະໃຫ້ໄປນັ່ງຖ້າຕໍ່ຄິວຢູ່ທະນາຄານເພື່ອເຮັດທຸລະກໍາທາງການເງິນດ້າມເລັກດ້າມໜ້ອຍຄົງຈະບໍ່ຄຸ້ມຄ່າ ແລະ ບໍ່ມີໃຜຢາກເສຍເວລາ. ເພື່ເປັນການແກ້ໄຂບັນຫາ ທາງທະນາຄານຫຼາຍແຫ່ງໃນ ສປປ. ລາວ ກໍໄດ້ເພີ່ມຄວາມສະດວກໃຫ້ກັບລູກຄ້າຂຶ້ນ ບໍ່ວ່າຈະເປັນການເພີ່ມຈຸດຂອງຕູ້ ATM ເພື່ອໃຫ້ກົດເງິນໄດ້ງ່າຍຂຶ້ນ ແລະ ຍັງສາມາດໂອນເງິນຜ່ານຕູ້ ATM ໄດ້ງ່າຍໆ, ການໃຊ້ Application ທີ່ພຽງປາຍນິ້ວມືຈິ້ມ ນັ່ງຢູ່ເຮືອນລໍຖ້າ ທຸກຢ່າງຈະຈະຣັນໄປເອງ… ແຕ່ນັ້ນມັນກໍຍັງບໍ່ແມ່ນສິ່ງທີ່ສຸດຍອດຂອງຄວາມສະດວກສະບາຍເທື່ອ ເພາະເຊື່ອວ່າຫຼາຍຄົນຄົງຈະຍັງພົບບັນຫານີ້ຢູ່: “ການໂອນເງິນຂ້າມທະນາຄານ” ເຊິ່ງປັດຈຸບັນກໍໄດ້ມີຫຼາຍທະນາຄານທີ່ໄດ້ຫັນມາເປັນຄູ່ຮ່ວມກັນ ໂດຍສາມາດໂອນເງິນຜ່ານຕູ້ ATM ໄດ້ງ່າຍໆ ບໍ່ຕ້ອງຖອນເງິນຈາກທະນາຄານນີ້ ເພື່ອໄປນັ່ງຖ້າຄິວຢູ່ທະນາຄານນັ້ນ… ເຊິ່ງມີທະນາຄານໃດແດ່ນັ້ນ ເຮົາລອງມາເບິ່ງນໍາກັນເລີຍ!! ທະນາຄານ ລາວພັດທະນາ (LDB) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ ທະນາຄານ ສົ່ງເສີມກະສິກໍາ (APB) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ ທະນາຄານ ມາຣູຮານ ເຈແປນລາວ ຈໍາກັດ (MJBL) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ ທະນາຄານ ບີໄອຊີ …

Read More »

ພະຍາດ ໄວຣັສ ໂຄໂຣນາ ໄດ້ກຳນົດຊື່ເອີ້ນຢ່າງເປັນທາງການແລ້ວ ຄື “Covid-19” (ໂຄວິດ-19)…

ພະຍາດ ໄວຣັສ ໂຄໂຣນາ ໄດ້ແຜ່ລະບາດອອກໄປທົ່ວໂລກເປັນໄລຍະໜື່ງແລ້ວ ເຊິ່ງສົ່ງຜົນໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດຈໍານວນໜື່ງແລ້ວ   ລ່າສຸດ ພະຍາດ ໄວຣັສ ໂຄໂຣນາ ໄດ້ກຳນົດຊື່ເອີ້ນຢ່າງເປັນທາງການແລ້ວ ຄື “Covid-19” (ໂຄວິດ-19) ສຳນັກຂ່າວ ບີບີຊີ ລາຍງານວ່າ: ທ່ານ ດຣ. ເທດຣອສ ອັດດານອມ ເກເບນເຢຊຸສ (Dr. Tedros Adhanom Ghebreyesus) ຜູ້ອຳນວຍການ ອົງການອານາໄມໂລກ  ໄດ້ປະກາດໃນວັນອັງຄານ ວັນທີ 11 ກຸມພາ 2020 ນີ້ວ່າ: ໄວຣັສ ໂຄໂຣນາ ສາຍພັນໃໝ່ 2019 ທີ່ກຳລັງລະບາດຢ່າງໜັກໃນປະເທດຈີນ ແລະ ແພ່ລາມໄປ 24 ປະເທດ ໃນທົ່ວໂລກ ຈະມີຊື່ເອີ້ນຢ່າງເປັນທາງການວ່າ: “COVID-19” (ໂຄວິດ-19) ເຊິ່ງຫຍໍ້ມາຈາກ ‘Coronavirus Disease …

Read More »

ສະແດງຄວາມຍິນດີນໍາ!!! ດີ້ ສາວລາວ Go Inter ໄດ້ຮັບໂອກາດຮ່ວມສະແດງສາລະຄະດີກ່ຽວກັບປະເທດລາວ ຂອງປະເທດ ເຢຍລະມັນ…

ເປັນແມ່ຍິງລາວອີກຄົນໜຶ່ງທີ່ມີຄວາມສາມາດ ດ້ານກິລາ ແລະ ໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນສໍາລັບ ນັກມວຍສາວຄົນນີ້ ດາວມະຍຸລີ ຈັນທິລາດ ຫຼືດີ້ສາວລາວ ນັກມວຍ ຄິກບ່ອກຊິ່ງ ຜູ້ທີ່ມີຄວາມຝັນ ແລະ ເປົ້າໝາຍຊັດເຈນຄື ຢາກຈະຂຶ້ນເວທີໃຫຍ່ລະດັບສູງສຸດຂອງວົງການນີ້… ແລະ ພວກເຮົາກໍມັກຈະໄດ້ເຫັນການພັດທະນາຂອງ ສາວນ້ອຍຄົນນີ້ຢູ່ເປັນປະຈໍາ ຜ່ານການຂຶ້ນຊົກແຕ່ລະຄັ້ງ ເຊິ່ງສ່ວນຫຼາຍກໍໄດ້ຮັບໄຊຊະນະ!! ແລະ ມື້ນີ້ກໍເປັນສິ່ງທີ່ໜ້າຍິນດີອີກສິ່ງໜຶ່ງ ເມື່ອສາວດີ້ໄດ້ໂພສຮູບຜ່ານ Page Facebook ສ່ວນຕົວ Dee Sao Lao – ດີ້ ສາວລາວ ກ່ຽວກັບເບື້ອງຫຼັງການຖ່າຍສາລະຄະດີວ່າ “ຂ້ອຍດີໃຈທີ່ໄດ້ເປັນສວ່ນໜຶ່ງທີ່ໄດ້ເຂົ້າຮ່ວມເຮັດສາລະຄະດີກ່ຽວກັບປະເທດລາວ ແລະ ໂຊຄວາມສາມາດຂອງຕົນເອງອອກສູ່ຕ່າງປະເທດ ເຊິ່ງຈະໄດ້ອອກໂທລະທັດຂອງຕ່າງປະເທດຄື ປະເທດເຢຍລະມັນ​ ຊື່ຊ່ອງ SAT 1Glad​ ​to be part of a documentary about my country for German TV …

Read More »