Breaking News

ຂ່າວສັງຄົມ

ກະຊວງສາທາລະນະສຸກ! ແຈ້ງຫ້າມແຊຣ໌ຕໍ່ ຂໍ້ມູນກ່ຽວກັບ ພະຍາດ ໂຄໂຣນາ ຈາກແຫຼ່ງຂ່າວທີ່ບໍ່ມີຄວາມຈິງ ທາງສື່ສັງຄົມອອນລາຍ (Facebook)

ກະຊວງສາທາລະນະສຸກ ຂໍແຈ້ງມາຍັງທ່ານຊາບວ່າ: ປັດຈຸບັນ ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ທີ່ເມືອງອູ່ຮັ່ນ, ແຂວງຫູເປີ່ຍ, ສປ ຈີນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດ ເປັນຈຳນວນຫຼວງຫຼາຍ ໃນການຄວບຄຸມ ລວມທັງການໂຄສະນາ, ການອອກຂ່າວທາງສື່ມວນຊົນ ແລະ ສື່ສັງຄົມອອນລາຍ ເຊິ່ງບາງຂ່າວກໍມີຄວາມຈິງ ແລະ ຫຼາຍຂ່າວກໍບໍ່ຖືກຕ້ອງກັບຄວາມເປັນຈິງ. ສະນັ້ນ, ເພື່ອເຮັດໃຫ້ຂໍ້ມູນຂ່າວສານກ່ຽວກັບພະຍາດນີ້ ໄດ້ເຜີຍແຜ່ຖືກຕ້ອງຕາມຄວາມຈິງ ຈຶ່ງແຈ້ງໃຫ້ທ່ານຕິດຕາມ ແລະ ຮັບຂ່າວຕາມສື່ທາງການ (ໂທລະພາບ,​ວິທະຍຸ ໜັງສືພິມ ແລະ ຂໍ້ມູນຂ່າວສານຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາເຊິ່ງທ່ານສາມາດເຂົ້າຫາແຫຼ່ງຂ່າວຂອງສູນດັ່ງກ່າວທາງເພສເຟສບຸກ ຊື່ວ່າ: “ສູນຂ່າວສານການແພດສຸຂະສຶກສາ Centre of information and Education for Health ” ທ່ານ ຈະສາມາດຮັບຮູ້ຂ່າວສານທີ່ທາງສູນໄດ້ອັບເດດ. ນອກຈາກນີ້, ​ຍັງຫ້າມບໍ່ໃຫ້ພະນັກງານແພດ, ພະຍາບານ,​ ນັກສຶກສາ ເອົາຮູບການບໍລິການຂອງແພດຫມໍທີ່ກຳລັງປະຕິບັດໜ້າທີ່ລົງໃນເຟສບຸກຂອງຕົນເອງ, ເພື່ອໃຫ້ສັງຄົມມີຄວາມສະຫງົບ, ໄດ້ຮັບຂ່າວສານທີ່ຖືກຕ້ອງ, ສັງຄົມບໍ່ມີຄວາມແຕກຕື່ນໃນການຮັບຂ່າວສານ.

Read More »

ຊົມເຊີຍ! ໂຮງໝໍຢູ່ຈີນ ສາມາດປີ່ນປົວ ຜູ້ປ່ວຍ ພະຍາດ ໄວຣັສ ໂຄໂຣນ່າ ໃຫ້ເຊົາໄດ້ແລ້ວ…

ພະຍາດລະບາດ ໂຄໂຣນາ ກໍຖືໄດ້ວ່າມີການລະບາດ ມາໄດ້ໄລຍະໜື່ງແລ້ວ ເຊິ່ງ ລ່າສຸດ ໂຮງໝໍ ຢູ່ປະເທດຈີນ ກໍສາມາດປິ່ນປົວ ຜູ້ປ່ວຍ ທີ່ຕິດເຊື້ອ ໄວຣັສ ໂຄໂຣນາ ຈົນເຊົາໄດ້ ແລະ ໄດ້ໃຫ້ຄົນປ່ວຍ ທີ່ຮັກສາດີແລ້ວ ກັບເຮືອນ ຈໍານວນ 892 ຄົນ. ຜູ້ປ່ວຍ ທີ່ປົວຫາຍຂາດ ຈໍານວນ 262 ຄົນ (125 ຄົນ ຢູ່ແຂວງ ຫູເປີຍ) ໄດ້ອອກຈາກ ໂຮງໝໍ ໃນວັນອັງຄານ ວັນທີ 04/02/2020 ທີ່ຜ່ານມາ     ຂອບໃຈ Cr: xhne.ws/igwda

Read More »

ຂ່າວດີ!! ລາວ ກວດຜູ່ສົງໄສ ຕິດເຊື້ອໄວຣັສໂຄໂຣນາ 11 ຄົນ. ຜົນອອກມາປອດເຊື້ອ!! ທຸກໜ່ວຍງານສຸມໃສຕິດຕາມສະພາບການຢ່າງໃກ້ຊິດ…

ລາຍງານຈາກ Lao National Radio ໃຫ້ຮູ້ວ່າ ປະຈຸບັນ ສປປ ລາວ ມີຄວາມພ້ອມໃນການປ້ອງກັນການລະບາດຂອງເຊື້ອພະຍາດອັກເສບປອດຢ່າງເຕັມທີ່. ດຣ ພອນປະດິດ ສັງໄຊຍະລາດ ຫົວຫນ້າສູນວິເຄາະ ແລະ ລະບາດວີທະຍາ ກະຊວງສາທາລະນະສຸກ ຢັ້ງຢືນວ່າ: ປະຈຸບັນ ສປປ ລາວເຮົາ ແມ່ນມີອຸປະກອນການແພດພຽງພໍໃນຂັ້ນພື້ນຖານ ແລະ ໄດ້ມາດຕະຖານສາກົນຕາມທີ່ອົງການອະນາໄມໂລກກຳນົດອອກເພື່ອກວດຫາເຊື້ອພະຍາດອັກເສບປອດ ເຊີ່ງເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄໂຣນາໄວຣັດ ທີ່ກຳລັງແຜ່ລະບາດໃນປະຈຸບັນ ຢູ່ສປ ຈີນ ແລະ ຫລາຍປະເທດໃນໂລກ. ພ້ອມກັນນີ້ ທ່ານຍັງໄດ້ກ່າວຮັບປະກັນວ່າ ທຸກຂັ້ນຕອນໃນການກວດຫາເຊື້ອພະຍາດດັ່ງກ່າວ ແມ່ນປະຕິບັດຕາມຫລັກການ ການແພດສາກົນທີ່ວາງອອກຢ່າງເຂັ້ມງວດ ແລະ ບໍ່ມີການປົກປິດຂໍ້ມູນຄວາມຈິງແຕ່ຢ່າງໃດທັງສິ້ນ. ໃນໂອກາດໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດຫາເຊື້ອພະຍາດອັກເສບປອດເຊີ່ງເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດຢ່ຫ້ອງປະຊຸມສູນວິເຄາະ ແລະ ລະບາດວີທະຍາ, ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 3 ກຸມພາ 2020 ດຣ ພອນປະດິດ …

Read More »

ກະຊວງການຕ່າງປະເທດ ແຈ້ງການໂຈະ ການອອກວີຊ່າກັບດ່ານ ໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ…

ເນື່ອງຈາກ ການລະບາດຂອງເຊື້ອໄວຣັສ ໂຄໂຣນາ ທີ່ຢູ່ນະຄອນອູ່ຮັ້ນ, ແຂວງ ຫູເປີ່ຍ, ສປ ຈີນ ໃນປັດຈຸບັນໄດ້ແຜ່ຂະຫຍາຍເປັນວົງກວ້າງ ໃນ ສປ ຈີນ ແລະ ຕ່າງປະເທດ ຢ່າງວ່ອງໄວ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຕິດເຊື້ອ ເປັນຈໍານວນຫຼາຍ ສະນັ້ນ, ເພື່ອເປັນການປ້ອງກັນພະຍາດດັ່ງກ່າວ ທີ່ອາດຈະລະບາດມາຍັງ ສປປ ລາວ ກົມກົງສູນ ກະຊວງການຕ່າງປະເທດ ຈື່ງໄດ້ແຈ້ງໃຫ້ໜ່ວຍງານວີຊ່າກັບດ່ານ ປະຈໍາຢູ່ດ່ານສາກົນ ທີ່ມີຊາຍແດນຕິດກັບຈີນ ໂຈະການອອກວີຊ່າ ເຂົ້າ ສປປ ລາວ ປະເພດທ່ອງທ່ຽວ ຊົ່ວຄາວ ໃຫ້ແກ່ບັນດານັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ ນັບແຕ່ວັນທີ 2 ກຸມພາ 2020 ເປັນຕົ້ນໄປ ຈົນກວ່າຈະມີການຊີ້ນໍາປ່ຽນແປງ