Breaking News

ຂ່າວສັງຄົມ

ກະຊວງການຕ່າງປະເທດ ແຈ້ງການໂຈະ ການອອກວີຊ່າກັບດ່ານ ໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ…

ກະຊວງການຕ່າງປະເທດ ແຈ້ງການໂຈະ ການອອກວີຊ່າກັບດ່ານ ໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ… ເນື່ອງຈາກ ການລະບາດຂອງເຊື້ອໄວຣັສ ໂຄໂຣນາ ທີ່ຢູ່ນະຄອນອູ່ຮັ້ນ, ແຂວງ ຫູເປີ່ຍ, ສປ ຈີນ ໃນປັດຈຸບັນໄດ້ແຜ່ຂະຫຍາຍເປັນວົງກວ້າງ ໃນ ສປ ຈີນ ແລະ ຕ່າງປະເທດ ຢ່າງວ່ອງໄວ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຕິດເຊື້ອ ເປັນຈໍານວນຫຼາຍ ສະນັ້ນ, ເພື່ອເປັນການປ້ອງກັນພະຍາດດັ່ງກ່າວ ທີ່ອາດຈະລະບາດມາຍັງ ສປປ ລາວ ກົມກົງສູນ ກະຊວງການຕ່າງປະເທດ ຈື່ງໄດ້ແຈ້ງໃຫ້ໜ່ວຍງານວີຊ່າກັບດ່ານ ປະຈໍາຢູ່ດ່ານສາກົນ ທີ່ມີຊາຍແດນຕິດກັບຈີນ ໂຈະການອອກວີຊ່າ ເຂົ້າ ສປປ ລາວ ປະເພດທ່ອງທ່ຽວ ຊົ່ວຄາວ ໃຫ້ແກ່ບັນດານັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ ນັບແຕ່ວັນທີ 2 ກຸມພາ 2020 ເປັນຕົ້ນໄປ ຈົນກວ່າຈະມີການຊີ້ນໍາປ່ຽນແປງ

Read More »

ແຈ້ງການ! ຕໍ່ໃບອະນຸຍາດວາລະສານ ເລີ່ມແຕ່ເດືອນກຸມພາເປັນຕົ້ນໄປ…

ໂດຍອີງຕາມ ແຈ້ງການ ຂອງຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 46/ຫກ ລົງວັນທີ 30 ມັງກອນ 2020 ເລື່ອງການຕໍ່ໃບອະນຸຍາດວາລະສານ  ອີງຕາມ ກົດໝາຍ ສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ ລົງວັນທີ 4 ພະຈິກ 2016, ອີງຕາມແຈ້ງການຂອງຫ້ອງ ຖວທ ສະບັບເລກທີ 159/ຫກ ລົງວັນທີ 20 ເມສາ 2018 ກ່ຽວການຕໍ່ໃບອະນຸຍາດວາລະສານ. ອີງຕາມພາລະບົດບາດຂອງກົມສື່ ມ່ວນຊົນ ໃນການຄຸ້ມຄອງຜະລິດຕະພັນສື່ມວນຊົນ. ຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂໍແຈ້ງມາຍັງທ່ານ ຫົວໜ້າບັນນາທິການວາລະສານ ທີ່ຍັງບໍ່ທັນມາຕໍ່ໃບອະນຸຍາດການເຄື່ອນໄຫວວາລະສານຂອງຕົນ ໃຫ້ມາພົວພັນຂໍຕໍ່ໃບອະນຸຍາດນຳກົມສື່ມວນຊົນ ຕາມໂມງລັດຖະການ ເລີ່ມແຕ່ວັນທີ 1 ກຸມ ຫາ …

Read More »

ປະຊາຊົນອຸ່ນໃຈໄດ້!! ທ່ານ ສີຈິ້ນຜິງ ຢືນຢັນໃຫ້ຄວາມສໍາຄັນຊີວິດປະຊາຊົນເປັນອັບດັບໜຶ່ງ… ພ້ອມທຸ່ມງົບ 1 ພັນຕື້ກວ່າກີບ ຕ້ານໄວຮັສໂຄໂຣນາ…

ໃນສະພາບທີ່ປະເທດພວມປະເຊີນກັບບັນຫາ ຫຼືວິກິດການທີ່ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ມັນສົ່ງຜົນກະທົບຕໍ່ສະພາບຈິດໃຈຢ່າງໜັກໜ່ວງ ໂດຍສະເພາະປະຊາຊົນຊາວຈີນ ທີ່ກໍາລັງພົບກັບການລະບາດຂອງພະຍາດຮ້າຍ ໄວຣັສໂຄໂຣນາ ຢູ່ຕອນນີ້ ແຕ່ການໄດ້ຮັບຄວາມໃສ່ໃຈ, ຄວາມເປັນຫ່ວງເປັນໃຍຂອງຜູ້ທີ່ຂຶ້ນຊື່ວ່າເປັນຜູ້ນໍາຂອງປະເທດ ນັ້ນເປັນກໍາລັງໃຈອັນສໍາຄັນທີ່ເຮັດໃຫ້ເຂົາເຈົ້າມີຄວາມຫວັງໃຊ້ຊີວິດຕໍ່ໄດ້. ສໍານັກຂ່າວຊິນຫົວລາຍງານເມື່ອວັນທີ 25 ມັງກອນ 2020 ວ່າ: ຄະນະກໍາມະການກົມການເມືອງປະຈໍາຄະນະກໍາມະການກາງພັກຄອມມູນິດຈີນ (CPC) ຈັດການປະຊຸມດ້ານການປ້ອງ ແລະ ການຄວບຄຸມການແຜ່ລະບາດຂອງໂລກປອດອັກເສບຈາກເຊື້ອໄວຣັສ ໂຄໂຣນາສາຍພັນໃໝ່ ທ່ານ ສີຈິ້ນຜິງ ປະທານາທິບໍດີແຫ່ງ ສປ.ຈີນ ເປັນປະທານໃນກອງປະຊຸມດັ່ງກ່າວ ຕັດສິນໃຈຈັດຕັ້ງຄະນະເຮັດວຽກພິເສດປະຈໍາຄະນະກໍາມະການກາງພັກ ເພື່ອກໍາກັບດູແລການປະຕິບັດງານປ້ອງກັນ ແລະ ຄວບຄຸມເຊື້ອພະຍາດໄວຣັສ ໂຄໂຣນາ ສາຍພັນໃໝ່. ນອກຈາກນັ້ນ ກອງປະຊຸມຍັງດໍາເນີນການສຶກສາ ແລະ ການກຽມການໃນປະເດັນຕ່າງໆໂດຍສະເພາະທີ່ກ່ຽວຂ້ອງກັບການຮັກສາຜູ້ປ່ວຍ ແລະ ຈະສົ່ງຄະນະເຮັດວຽກພິເສດໄປຍັງມົນທົນຫູເປີ່ຍທາງພາກກາງຂອງປະເທດເພື່ອຊີ້ແນວທາງການປະຕິບັດງານໃນພື້ນທີ່ ພ້ອມອອກຄໍາສັ່ງໃນການປ້ອງກັນ ແລະ ການຄວບຄຸມເຊື້ອໄວຣັສ ເປັນພັນທະກິດອັນດັບໜຶ່ງຂອງຄະນະກໍາມະການພັກ ແລະ ລັດຖະບານທຸກລະດັບ. ທ່ານ ສີຈິ້ນຜິງ ຍັງຍໍ້າວ່າ ຊີວິດຄືສິ່ງສໍາຄັນທີ່ສຸດ ຄວາມຮັບຜິດຊອບຂອງເຮົາຄືການປ້ອງກັນ ແລະ …

Read More »

ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ແຈກແທ້ແຈກຈິງ!!!! ແຈກໄປແລ້ວໄມໂຄເວບ 30 ລາງວັນມູນຄ່າ 75 ລ້ານກີບ

~ ຈາກການຈັບສະຫຼາກຫາຜູ້ໂຊກດີປະຈຳເດືອນ ~ ໃນໂປຣໂມຊັ່ນແຈກໂຊກຄືນກຳໄລໃຫ້ແກ່ລູກຄ້າໂດຍໄດ້ເລີ່ມແຈກຕັ້ງ​ແຕ່​ເດືອນ​ພະ​ຈິກຫາເດືອນ​ທັນ​ວາ 2019 ລວມ 30 ລາງວັນ ລວມເປັນມູນຄ່າ 75 ລ້ານກີບ​   ທີ່​ເຮົາໄດ້​ຈັບ​ສະຫຼາກ​ຫາຜູ້ໂຊກດີ​ໃນ​ທຸກໆເດືອນເປັນໄມໂຄເວບເດືອນລະ 5 ລາາງວັນ ໂດຍຜ່ານຊອ່ງທາງ ການໄລ໌ສົດ ຢູ່ ທີ່ Facebook ເພສ ນິສສັນລາວ Nissan Laos ລູກຄ້າທີ່ໄດ້ຮັບລາງວັນປະຈຳເດືອນນັ້ນແມ່ນລູກຄ້າເກືອບທຸກແຂວງກັນເລີຍບໍ່ວ່າຈະເປັນລູກຄ້າທີ່ອອກລົດຢູ່ໃນນະຄອນຫຼວງວຽງຈັນ, ຫຼວງພະບາງ , ສະຫວັນນະເຂດ ແລະ ປາກເຊ.     ບໍ່ວ່າທ່ານຈະຢູ່ແຂວງໃດໃນປະເທດລາວກໍ່ມີສິດລຸ້ນຮັບພຽງແຕ່ທ່ານ ມາອອກລົດໃໝ່ກັບພວກເຮົາ ທ່ານກໍ່ມີສິດລຸ້ນໂຊກເປັນຜູ້ໂຊກດີ ແລະ ຍັງມີໄມໂຄເວບອີກ 10 ລາງວັນທີ່ຈະຈັບສະລາກແຈກໂຊກປະຈຳເດືອນ 1 ແລະ ເດືອນ 2 ປີ 2020 ແລະ ໃນຕົ້ນເດືອນ 3 ປີ 2020 ກໍຈະລຸ້ນຈັບສະຫຼາກ…..ຂອງລາງວັນທີ່ໃຫ່ຍທີ່ສຸດ ຄື …

Read More »

ບໍລິສັດ ອາລິອັນສ໌ ປະກັນໄພ ປັບປຸງການບໍລິການຢ່າງຮອບດ້ານ ພ້ອມທັງ ເປີດຕົວ ຜະລິດຕະພັນປະກັນຊີວິດແບບໃໝ່

ເພື່ອຕອບສະໜອງຄວາມຕ້ອງການ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ ຜູ້ທີ່ໃຊ້ບໍລິການ ບໍລິສັດ ອາລິອັນສ໌ ປະກັນໄພລາວ  ໄດ້ຈັດງານຖະແຫຼງຂ່າວ ປັບປຸງການບໍລິການຢ່າງຮອບດ້ານຂອງບໍລິສັດ   ແລະ ເປີດຕົວຜະລິດຕະພັນປະກັນໄພຊີວິດແບບໃຫມ່ “ປະກັນໄພ ອຸ່ນໃຈຫາຍຫ່ວງ”  (AGL Protection Insurance) ພ້ອມທັງຮັກສາຄວາມເປັນຜູ້ນໍາທາງດ່້ານປະກັນໄພໃນ ສປປ ລາວ  ຂຶ້ນໃນຕອນບ່າຍຂອງວັນທີ 27 ມັງກອນ 2020.  ຢູ່ທີ່ສໍານັກງານໃຫຍ່ຂອງບໍລິສັດ   ອາລິອັນສ໌ ປະກັນໄພລາວ  ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປ.ອ. ບຸນເຫຼືອ ສີນໄຊວໍລະວົງ ປະທານສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ປ.ອ. ນາງ ພິລານີ ພິດສະໄໝ ກຳມະການສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ກີ ອາໂປວີ ຜູ້ອຳນວຍການ ແລະ ທ່ານ ບຸນຖົມ ລໍມະນີ …

Read More »