Breaking News

ຂ່າວສັງຄົມ

ຍອດຜູ້ຕິດເຊື້ອ ແລະ ເສຍຊີວິດຈາກພະຍາດໄວຣັສ ໂຄໂຣນາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ລວມທັງລາວ ກໍຄາດວ່າອາດຈະມີຜູ້ຕິດເຊື້ອແລ້ວ…

ຕອນນີ້ພະຍາດທີ່ກຳລັງລະບາດໜັກທີ່ສຸດ ກໍຄົງໜີບໍ່ພົ້ນ ພະຍາດຕິດເຊື້ອໄວຣັສ ໂຄໂຣນາ  ເຊິ່ງກຳລັງລະບາດໄປທົ່ວໂລກໂດຍສະເພາະຢູ່ທີ່ເມືອງອູ່ຮັ່ນ ປະເທດຈີນ  ແລະ ສະຖານະການ ໄວຣັສ ໂຄໂຣນາ ສາຍພັນໃໝ່ (2019-nCoV) – 27 ມັງກອນ 2020 ກໍມີຄົນເສຍຊີວິດຢູ່ທີ່ປະເທດຈີນແລ້ວ  ເພີ່ມປະມານ 2,744 ຄົນແລ້ວ. ຜູ້ເສຍຊີວິດແມ່ນ ເພິ່ມ 80 ຄົນ ໄທ: ລາຍງານຜູ້ຕິດເຊື້ອທາງການ 7 ລາຍ, ເສຍຊີວິດ 0 ລາຍ ຮົ່ງກົ່ງ: ລາຍງານຜູ້ຕິດເຊື້ອທາງການ 5 ລາຍ, ເສຍຊີວິດ 0 ລາຍ ອົດສະຕຣາລີ: ລາຍງານຜູ້ຕິດເຊື້ອທາງການ 4 ລາຍ, ເສຍຊີວິດ 0 ລາຍ ມາເລເຊຍ: ລາຍງານຜູ້ຕິດເຊື້ອທາງການ 4 ລາຍ, ເສຍຊີວິດ 0 …

Read More »

ທາງການຈີນແຈ້ງການດ່ວນ!!! ສັ່ງໃຫ້ປິດເມືອງ ອຸຮັ່ນ ເພື່ອຄວບຄຸມໄວຣັສ ປອດອັກເສບ ສາຍພັນໃໝ່ ຫຼັງຈາກມີຈໍານວນຜູ້ປ່ວຍເພີ່ມຂຶ້ນ…

ເມືອງ ອຸຮັ່ນ ເປັນອີກໜື່ງສູນກາງການຄົມມະນາຄົມ ແລະ ເສດຖະກິດໃນພາກກາງຂອງຈີນ ກາຍເປັນແຫຼ່ງກຳເນີດ ແລະ ຕົ້ນຕໍຂອງການແຜ່ລະບາດຂອງເຊື້ອໄວຣັດ ໂຄໂຣນາ ສາຍພັນໃຫມ່ຕັ້ງແຕ່ເດືອນທັນວາປີທີ່ແລ້ວ ແລະ ມີຜູ້ເສຍຊີວິດຢ່າງຕໍ່ເນື່ອງມາໃນເດືອນນີ້ 17 ຄົນແລ້ວ  ເປັນຄົນເມືອງ ອູ່ຮັ່ນທັງໝົດ ພ້ອມທັງມີອາການຜິດປົກກະຕິຢ່າງຮຸນແຮງກັບລະບົບທາງເດີນຫາຍໃຈ ແລະ ຜູ້ປ່ວຍຫຼາຍກວ່າ 500 ຄົນທົ່ວປະເທດ.  ນອກຈາກນີ້,​ ຍັງມີຜູ້ຕິດເຊື້ອຢູ່ປະເທດອື່ນ ບໍ່ລວມຮົງກົງ ແລະ ມາເກົາ ຄື ປະເທດໄທ, ຍີ່ປຸ່ນ, ເກົາຫຼີໃຕ້, ໃຕ້ຫວັນ ແລະ ອາເມລິກາ ເມື່ອວັນທີ 23 ມັງກອນ 2020 ທີ່ຜ່ານມາ ສໍານັກຂ່າວຂອງ ຈີນລາຍງານວ່າ ນັບຕັ້ງແຕ່ເວລາ 10:00 ໂມງ ຕາມເວລາທ້ອງຖິ່ນຂອງ ສປຈີນ (ເຊິ່ງກົງກັບ 09:00 ໂມງຂອງເວລາ ສປປ ລາວ) …

Read More »

ມາທໍາຄວາມຮູ້ຈັກກັບ Coronavirus ຫລື ໄວຣັສອູ່ຮັ່ນ

ນາທີນີ້ໂລກລະບາດທີ່ກຳລັງມາແຮງທີ່ສຸດຄົງໜີບໍ່ພົ້ນກັບ ພະຍາດ ໄວຣັສ ອູ່ຮັ່ນ ທີ່ກຳລັງລະບາດອອກໄປພື້ນທີ່ຕ່າງໆຂອງໂລກເຊິ່ງສົ່ງຜົນໃຫ້ຄົນຕິດເຊື້ອເປັນຈໍານວນຫຼາຍນັບມື້ນັບເພີ່ມຂຶ້ນ ສະນັ້ນ ສິ່ງທີ່ຄວນຮູ້ກ່ຽວກັບ Coronavirus ຫຼື ໄວຣັສອູ່ຮັ່ນ (ໄວຣັສ  )ມີດັ່ງນີ້ : – ໄວຣັດສສາຍພັນໃໝ່ ພົບເຫັນຄັ້ງທໍາອິດຢູ່ເມືອງອູ່ຮັ່ນປະເທດຈີນ – ຕິດຕໍ່ຜ່ານຄົນສູ່ຄົນໄດ້ – ເຮັດໃຫ້ປອດອັກເສບເຖິງຂັ້ນເສຍຊີວິດໄດ້ – ການໃສ່ໜ້າກາກອະນາໄມ N95 ອາດບໍ່ໄດ້ຊ່ວຍອີ່ຫຍັງຫຼາຍເພາະຂະໜາດຂອງໄວຣັດສມີຂະໜາດນ້ອຍຫຼາຍ ນ້ອຍກວ່າຮູກອງອີກ ໄວຣັດສມີຂະໜາດນ້ອຍປະມານ 0.06-0.22 micron ປັດຈຸບັນປະເທດທີ່ກວດພົບມີຄວນປ່ວຍເປັນໂລກນີ້ມີຄື: 1. ປະເທດຈີນ 219 ຄົນ ປະຈຸບັນອາດຫຼາຍກວ່ານີ້ແລ້ວ 2. ປະເທດໄທ 2 ຄົນ ປະຈຸບັນ ຫຼືຫຼາຍກວ່ານີ້ 3. ປະເທດໄຕ້ຫວັນ 1 ຄົນ 4. ປະເທດເກົາຫຼີໃຕ້ 1 ຄົນ 5. ປະເທດຍີ່ປຸ່ນ …

Read More »

ເຕືອນ!!! ໃຫ້ລະວັງ ຝຸ່ນ PM 2.5 ຢູ່ນະຄອນຫຼວງ ວຽງຈັນ ເກີນຄ່າມາດຕະຖານ ທີ່ 50 US AQI.

ປັດຈຸບັນ ບັນຫາຝຸ່ນລະອອງເປັນພິດ ຫຼືທີ່ເອີ້ນກັນວ່າ “ຝຸ່ນ PM 2.5” ທົ່ວພື້ນທີ່ນະຄອນຫຼວງວຽງຈັນ ກາຍເປັນອີກໜື່ງບັນຫາທີ່ຫຼີກລ່ຽງໄດ້ຍາກ ແຕ່ກໍຍັງມີອີກຫຼາຍຄົນທີ່ເຂົ້າໃຈຜິດວ່າ ທ້ອງຟ້າທີ່ເຫັນໃນຕອນເຊົ້າເກີດຈາກຄວັນ ທັງໆ ທີ່ຄວາມຈິງແລ້ວ ສິ່ງນັ້ນຄືການຮວມຕົວກັນຂອງມົນລະພິດທາງອາກາດທີ່ເກີນສູງກວ່າຄ່າມາດຕະຖານ ແລະ ຍັງເປັນອັນຕະລາຍຕໍ່ສຸຂະພາບອີກດ້ວຍ ຄໍາວ່າ PM ຫຍໍ້ມາຈາກ  Particulate Matters ເປັນຄໍາທີ່ເອີ້ນວ່າມາດຕະຖານຂອງຝຸ່ນລະອອງຂະໜາດນ້ອຍທີ່ເປັນອັນຕະລາຍຕໍ່ສຸຂະພາບ ຝຸ່ນ PM 2.5 ເປັນມົນລະພິດຕໍ່ສຸຂະພາບຂອງມະນຸດຕາມທີ່ອົງການອະນາໄມໂລກໃຫ້ຄວາມສໍາຄັນ ແລະ ອອກມາແຈ້ງເຕືອນ ເພາະເປັນຝຸ່ນລະອອງມີຂະໜາດນ້ອຍ (ນ້ອຍກວ່າເສັ້ນຜົນ 20 ເທົ່າ) ເມື່ອຫາຍໃຈເຂົ້າໄປແລ້ວ ສາມາດເຂົ້າໄປຫາປອດ ແລະ ຫຼອດເລືອດໄດ້ງ່າຍ ຈົນສົ່ງຜົນຕໍ່ຮ່າງກາຍໄລຍະຍາວ ຈາກຄ່າວັດ ລະດັບຄວາມເຂັ້ມຂຸ່ນ ຂອງຝຸ່ນລະອອງ ຂະຫນາດນ້ອຍ ຫຼື PM 2.5 ຢູ່ນະຄອນຫຼວງວຽງຈັນ ຕອນບ່າຍເວລາ 13:00  ຂອງວັນທີ 22/01/2020 ແລະ ອີກຫຼາຍແຂວງ ໂດຍໃຊ້ AirVisual ແລະ …

Read More »

ອັບເດດ ຕົວເລກຫຼ້າສຸດ “ໄວຣັສ ອັກເສບປອດ” ຈາກ ສປຈີນ ແລະ ແຈ້ງການໃຫ້ຄົນລາວ ກຽມຮັບມືກັບເຊື້ອໄວຣັສສາຍພັນໃໝ່

ປັດຈຸບັນ ມີເຊື້ອພະຍາດຫຼາຍຊະນິດເກີດຂຶ້ນເຊິ່ງເປັນສິ່ງທີ່ເຮົາເບິ່ງບໍ່ເຫັນໄດ້ດ້ວຍຕາເປົ່າ ແລະ ຄາດການໄດ້ຍາກ ແນ່ນອນວ່າມັນເກີດຂຶ້ນໄດ້ທຸກເມື່ອສະນັ້ນ ທຸກຄົນຄວນມີສະຕິຮັກສາສຸຂະພາບຕົນເອງໃຫ້ດີ ໂດຍສະເພາະໄລຍະນີ້ ພະຍາດທີ່ກຳລັງລະບາດຫຼາຍທີ່ສຸດ ກໍໜີບໍ່ພົ້ນ ‘ໄວຣັສອັກເສບປອດ’  ເຊິ່ງໄວຣັສສາຍພັນໃໝ່ນີ້ກຳລັງຖືກກ່າວເຖິງຫຼາຍທີ່ສຸດ ແລະ  ຕອນນີ້ເຊື່ອພະຍາດຊະນິດນີ້ມີການລະບາດຢ່າງຫນັກ ເຮັດໃຫ້ຄົນເສຍຊີວິດ ແລະ ສາມາດຕິດຕໍ່ຈາກຄົນສູ່ຄົນ.  ໃນຊ່ວງນີ້ ພໍດີເປັນຊ່ວງກຸດ ຄົນລາວ ຫຼືນັກສຶກສາທີ່ໄປຮຽນຢູ່ຈີນທີ່ໄດ້ພັກກັບມາບ້ານ ຄົນຈີນເອງພັກຍາວກໍອອກໄປທ່ຽວຕ່າງປະເທດ ເຮັດໃຫ້ມີຄວາມສ່ຽງລະບາດໄປຫລາຍປະເທດ ພວກເຮົາ ຄົນລາວ ກໍ່ເຊັ່ນດຽວກັນຕ້ອງໄດ້ລະມັດລະວັງເປັນພິເສດ. ຕອນນີ້ ຫ້ອງການ ກະຊວງສາທາລະນະສຸກ ແຈ້ງການດ່ວນ! ສະກັດກັ້ນ ພະຍາດປອດອັກເສບສາຍພັນໃໝ່  ແຈ້ງໃຫ້ບັນດາດ່ານສາກົນທີ່ມີຊາຍແດນຕິດຈອດກັບ ສປ ຈີນ ແລະ ສະໜາມບິນສາກົນແຫ່ງຕ່າງໆໃນທົ່ວປະເທດຈົ່ງຕິດຕາມໃກ້ສິດ ຕໍ່ເຊື້ອພະຍາດດັ່ງກ່າວ.  ເພາະວ່າຕອນນີ້ມີການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່(Novel Corona  Virus-nCOV) ຢູ່ເມືອງອູຫ່ານ ແຂວງຫູເປີ່ຍ ຂອງ ສປຈີນ ໃນວັນທີ 13 ມັງກອນ 2020 ຫ້ອງວິເຄາະຢັ້ງຢືນວ່າມີ 41 …

Read More »