Breaking News

ຂ່າວສັງຄົມ

ຂ່າວດີຕ້ອງບອກຕໍ່! ກະຊວງການຕ່າງປະເທດ ປະກາດຮັບສະໝັກພະນັກງານ ລັດຖະກອນ

ຂ່າວດີ !!! ກະຊວງການຕ່າງປະເທດ ປະກາດຮັບສະໝັກພະນັກງານລັດຖະກອນ ສົກປີ 2020 ຈຳນວນ 11 ຄົນ ສໍາລັບໃຜທີ່ສົນໃຈສາມາດພົວພັນເອົາແບບຟອມສະໝັກໄດ້ ເລີ່ມແຕ່ວັນທີ 20 ຫາ 23 ມັງກອນ 2020 ແລ້ວປະກອບຟອມຄົບຊຸດ ສົ່ງບໍ່ໃຫ້ກາຍວັນທີ 31 ມັງກອນ 2020 ແລະ ປະກາດລາຍຊື່ສອບເສັງ ວັນທີ 5 ຫາ 7 ກຸມພາ 2020 ສອບຖາມຂໍ້ມູນໂທ 021 414021 ໃນໂມງລັດຖະການ.  

Read More »

ສະແດງຄວາມຍິນດີນໍາ!!! ອ້າຍບ່າວທະຫານສຸດເຮັງຖືກເລກ ຕ້ອນຮັບວັນສ້າງຕັ້ງກອງທັບ 250 ລ້ານກີບ…

ເນື່ອງໃນວັນສ້າງຕັ້ງ ກອງທັບປະຊາຊົນລາວ ວັນທີ 20 ມັງກອນ 2020 ທີ່ໃກ້ຈະມາຮອດນີ້ ອ້າຍນ້ອງທະຫານເຮົາເພິ່ນກໍໄດ້ຈັດໃຫ້ມີການອອກຫວຍ ເພື່ອເປັນການຊຸກຍຸ້ງານດັ່ງກ່າວ ໝາຍຄວາມວ່າ ທະຫານທຸກຄົນຕ້ອງໄດ້ຊື້ເລກຂອງກອງທັບ ແຕ່ໃນການຊື້ນັ້ນກໍບໍ່ແມ່ນໃຫ້ຊື້ລ້າໆ ເພາະຍັງໄດ້ມີການຈັບສະຫຼາກລຸ້ນຮັບລາງວັນທີ 1 ລາງວັນເລກ 5 ໂຕ ແມ່ນມີມູນຄ່າຫຼາຍເຖິງ 250 ລ້ານກີບນັ້ນເອງ… ແລະ ຄືນວານນີ້ກໍເປັນມື້ຈັບສະຫຼາກຫວຍກອງທັບ ເຊິ່ງຜົນຫວຍກໍໄດ້ອອກມາເປັນທີ່ຮຽບຮ້ອຍແລ້ວ ແລະ ຜູ້ໂຊກດີທີ່ຖືກເລກລາງວັນທີ 1 ນັ້ນ ກໍຄື ຊັ້ນ1 ພິນທອງ ສິງຂາວເພັດ ເປັນທະຫານ ປະຈໍາຢູ່ກົມກອງທາງ ແຂວງສາລະວັນ ພຸ້ນ!!! ແນວໃດແອັດມິ້ນກໍຂໍສະແດງຄວາມຍິນດີນໍາຄວາມເຮັງຂອງອ້າຍບ່າວຫຼາຍໆເດີ້…  

Read More »

ອາລັງການງານສ້າງ!!! ເສດຖີອຸດົມໄຊ ໃຫ້ເງິນລູກສາວຫລ້າເປັນຂອງຂວັນໃນມື້ແຕ່ງດອງ 300.000 ໂດລາ…

ໄລຍະແຫ່ງເທສະການ “ງານແຕ່ງດອງ” ຄູ່ຮັກຫຼາຍໆຄູ່ກໍທະຍອຍພາກັນສະຫລະໂສດໄປຕາມໆກັນ ແລະ  ເມື່ຶອເວົ້າເຖິງເລື່ອງງານແຕ່ງດອງແລ້ວ ວິນາທີນີ້ຄົງປະຕິເສດບໍ່ໄດ້ວ່າບໍ່ມີໃຜ ບໍ່ຮູ້ຈັກງານແຕ່ງດອງຂອງຄູ່ຮັກບ່າວສາວຄູ່ໃໝ່ຄູ່ນີ້ ທີີ່ກຳລັງເປັນທີ່ຮືຮາກັນຢູ່  Social   ນັບວ່າເປັນອີກໜຶ່ງງານແຕ່ງທີ່ມີຄວາມອະລັງການ ເມື່ອລູກສາວຫລ້າເສດຖີແຖວຫນ້າຂອງແຂວງອຸດົມໄຊ ສະຫລະໂສດເຂົ້າປະຕູວິວາກັບແຟນຫນຸ່ມສຸດຫລໍ່ ທີ່ຮືຮາ ແລະ ໜ້າອິດສາໄປກວ່ານັ້ນ ແມ່ນເມື່ອພໍ່ແມ່ເຈົ້າສາວ ມອບເງິນສົດ 300.000 ໂດລາສະຫະລັດ ແກ່ຄູ່ບ່າວສາວ ເພື່ອເປັນຂອງຂວັນໃນງານແຕ່ງໃຫ້ລູກ ເຊິ່ງງານແຕ່ງໄດ້ຈັດຂຶ້ນຢູ່ທີ່ ແຂວງອຸດົມໄຊ ແນວໃດ! ທາງຂວັນໃຈ  ກໍຂໍສະແດງຄວາມຍິນດີນໍາຄູ່ຮັກຄູ່ສົມຣົດໃໝ່ນໍາເດີ້ ຂໍໃຫ້ເປັນຜົວແກ້ວເມຍທິບ ຮັກກັນຈົນເຖົ້າຈົນແກ່!!!!

Read More »

ຄິດເຫັນແນວໃດ??? ມອບກະຕ່າຂອງຂວັນປີໃໝ່ຫວັງເປັນສິລິມຸງຄຸນ ແຕ່ເຄື່ອງໃນກະຕ່າເສຍຄູນ (ໝົດອາຍຸ)

ເທສະການແຫ່ງການສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃໝ່ 2020 ໃນໄລຍະຜ່ານມານັ້ນ ກໍເປັນອີກເທສະການໜຶ່ງທີ່ຄົນລາວເຮົາ ກໍຄືທົ່ວໂລກໃຫ້ຄວາມສໍາຄັນ ບໍ່ຈະເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ເພື່ອສົ່ງທ້າຍຄວາມທຸກໂສກທັງຫຼາຍໃຫ້ໝົດໄປກັບປີເກົ່າ ແລະ ສະເຫຼີມສະຫຼອງເພື່ອຕ້ອນຮັບເອົາໂຊກເອົາໄຊໃນປີໃໝ່ ແລະ ອີກສິ່ງໜຶ່ງທີ່ຂາດບໍ່ໄດ້ ນັ້ນກໍຄືການມອບຂອງຂວັນອວຍພອນປີໃໝ່ ໃຫ້ແກ່ຜູ້ທີ່ເຄົາລົບນັບຖື ບໍ່ວ່າຈະເປັນພໍ່ແມ່, ປູ່ຍ່າ, ອາອາວ ລວມທັງຄົນຮັກແພງເປັນຕົ້ນ. ເຊິ່ງຂອງຂວັນທີ່ຊອກໄດ້ງ່າຍກໍຄື ກະຕ່າຂອງຂວັນ ທີ່ມີວາງຂາຍຕາມຫ້າງຮ້ານ ແລະ ແຄມທາງຢ່າງຫຼວງຫຼາຍ… ຜູ້ມອບສາມາດຊອກໄດ້ບໍ່ຍາກເລີຍ; ແຕ່ບາງຄັ້ງກໍເປັນບັນຫາ ແລະ ຍາກໃຈສໍາລັບຜູ້ຮັບ ເພາະບາງຄັ້ງໄດ້ເຄື່ອງຂອງທີ່ໝົດອາຍຸ ຄືດັ່ງຄົນໃກ້ຕົວແອັດມິ້ນເອງ ທີ່ໄດ້ຮັບກະຕ່າຂອງຂວັນປີໃໝ່ມາ ແຕ່ມາເບິ່ງຄັກໆແລ້ວ ເຄື່ອງທີ່ຢູ່ໃນກະຕ່າແມ່ນໝົດອາຍຸໄປດົນແລ້ວ ແລະ ບໍ່ແມ່ນແຕ່ອັນໃດອັນໜຶ່ງ ແຕ່ໝົດອາຍຸທູກຢ່າງທີ່ມີໃນກະຕ່າ ແລະ ຍັງບໍ່ພໍເທົ່ານັ້ນຄື ບໍ່ແມ່ນແຕ່ກະຕ່າດຽວ ແກະໄປຮອດ 2-3 ກະຕ່າ ກະຍັງມີເຄື່ອງໝົດອາຍຸຢູ່. ເຊິ່ງເປັນເລື່ອງທີ່ບໍ່ແມ່ນຄວາມບັງເອີນ ແຕ່ເປັນຄວາມຕັ້ງໃຈຂອງຜູ້ຂາຍເອງ. ເມື່ອເກີດມີແບບນີ້ແລ້ວ ແອັດມິ້ນ ກໍບໍ່ຮູ້ຈະເວົ້າຫຍັງຫຼາຍ ໄດ້ແຕ່ອອກມາເຕືອນສັງຄົມທັງຜູ້ຂາຍ-ຜູ້ຊື້; ຜູ້ມອບ-ຜູ້ຮັບ …

Read More »

ນາຍົກລັດຖະມົນຕີ “ປະເທດຟິນແລນ” ສະເໜີໃຫ້ເຮັດວຽກ 6 ຊົ່ວໂມງຕໍ່ມື້ 4 ມື້ຕໍ່ອາທິດ

ທ່ານນາງ Sana Marin ນາຍົກລັດຖະມົນຕີ ປະເທດຟິນແລນ ອາຍຸພຽງ (34 ປີ) ເປັນຜູ້ນໍາທີ່ອາຍຸນ້ອຍທີ່ສຸດອັນດັບສອງຂອງໂລກ ສະເໜີແນວຄິດໃຫ້ປະຊາຊົນ ປະເທດຟິນແລນ ເຮັດວຽກພຽງແຕ່ 6 ຊົ່ວໂມງຕໍ່ມື້ ແລະ ເຮັດວຽກພຽງ 4 ມື້ຕໍ່ອາທິດ. ຜູ້ນໍາຍິງຄົນໃໝ່ ນາຍົກຟິນແລນ ເຊື່ອໝັ້ນວ່າ ການຫຼຸດເວລາ ການເຮັດວຽກລົງ ແລະ ເພີ່ມປະສິດທິພາບ ການເຮັດວຽກ ຈະເຮັດໃຫ້ ປະຊາຊົນ ປະເທດຟິນແລນ ມີເວລາໃຫ້ກັບຄອບຄົວຫຼາຍຂຶ້ນ,  ຢູ່ກັບຄົນທີ່ຕົນເອງຮັກ, ເຮັດວຽກບ້ານການເຮືອນ, ເຮັດສິ່ງທີ່ຕົນເອງມັກ ແລະ ກິດຈະກໍາອື່ນໆໃນຊີວິດ ເຊັ່ນ “ວັດທະນະທໍາ ແລະ ສິ່ງແວດລ້ອມ”. ແນວຄວາມຄິດນີ້ ໄດ້ຖືກນໍາສະເໜີ ໃຫ້ພັກຝ່າຍຄ້ານ ຢູ່ປະເທດ ຟິນແລນ ໄດ້ຮັບຮູ້ ແລະ ມີທ່າທີວ່າ ທຸກໆພັກຝ່າຍຄ້ານ ກໍ່ມີຜູ້ຍິງ ໃນພັກ ເປັນຈໍານວນຫຼາຍ ແລະ …

Read More »