Breaking News

ຂ່າວສັງຄົມ

“Selena Marie Gomez” ຄວັກເງິນ 5 ລ້ານໂດລາ ບໍລິຈາກເງິນຊ່ວຍວິກິດໄຟປ່າ “Australia”

ທ່າມກາງສະຖານະການໄຟປ່າ ທີ່“Australia” ກຳລັງເພີ່ມທະວີຄວາມຮຸນແຮງຂຶ້ນ ແລະ ຍັງບໍ່ເຫັນສະຖານະການທີ່ຈະດັບໄຟລົງໄດ້ແບບງ່າຍໆເລີຍຕອນນີ້  ເຊິ່ງໄດ້ສົ່ງຜົນໃຫ້ສັດປ່າຫຼາຍສາຍພັນຕ້ອງດັບຊີວິດໄປຢ່າງຫົດຫູ່ ໃນຂະນະທີ່ສັງຄົມອອນລາຍຕ່າງກໍພາກັນແຊຣ໌ພາບສະເທືອນໃຈທີ່ເກີດຂຶ້ນຈາກໄຟປ່າ ທັງທ້ອງຟ້າສີແດງປົກຄຸມໄປດ້ວຍຄວັນໄຟ ພາບນັກດັບເພີງ ທີ່ຕ້ອງປະເຊີນກັບແປວໄຟທີ່ອັນຕະລາຍ ພາບຊາກສັດທີ່ຖືກເຜົາໄປໃນແປວກອງໄຟປ່າໃນຄັ້ງນີ້ ໂດຍມີການຕິດແຮັດແທັກ  #PrayForAustralia  ເພື່ຶອຮ່ວມສົ່ງແຮງໃຈໃຫ້ສະຖານະການໃນຄັ້ງນີ້ຜ່ານໄປໄດ້ດ້ວຍດີ ແຕ່ທ່າມກາງເຫດການອັນໂຫດຮ້າຍນີ້ ກໍຍັງມີນໍ້າໃຈຈາກຄົນທົ່ວໂລກຫລັ່ງໄຫລເຂົ້າມາເຊັ່ນກັນ ຮວມໄປເຖິງນໍ້າໃຈຈາກບັນດາ ເຊເລັບຄົນດັງທີ່ຮ່ວມກັນບໍລິຈາກເງິນ ໂດຍລ່າສຸດ ວັນທີ 05 ມັງກອນ 2020 ທີ່ຜ່ານມາ World Music Awards  ໄດ້ເປີດເຜີຍວ່າ Selena Gomez ນັກຮ້ອງສາວຊຸບຕາ ໄດ້ບໍລິຈາກເງິນເພື່ອຊ່ວຍເຫລືອສະຖານະການໄຟປ່າໃນ “Australia” ໂດຍສາວ ເຊເລນ່າ ບໍລິຈາກເງິນເປັນຈໍານວນ 5 ລ້ານໂດລາ   ເວົ້າໄດ້ວ່າສາວ “Selena Marie Gomez”  ຄົນນີ້ທັງເກັ່ງ ທັງງາມ ຍັງໃຈບຸນນໍາອີກ!!!!

Read More »

ສົ່ງໃຈໄປທີ່ “Australia” ປະເຊີນກັບໄຟປ່າ ຮຸນແຮງທີ່ສຸດ ສັດປ່າເສີຍຊີວິດແລ້ວກວ່າ 500 ລ້ານໂຕ

ເວົ້າໄດ້ວ່າສະຖານະການນີ້ເປັນພາບທີ່ເຮັດໃຫ້ຫຼາຍໆຄົນທົ່ວໂລກສະເທືອນໃຈທີ່ສຸດ ຫຼັງເກີດໄຟປ່າຄັ້ງຮຸນແຮງທີ່ “Australia” ເຊິ່ງຮຸນແຮງລຸກລາມຈົນເຮັດໃຫ້ສັດປ່າຫຼາຍກວ່າ 500 ລ້ານໂຕ ເສຍຊີວິດ ເຊິ່ງໃນຂະນະນີ້ທົ່ວໂລກພະຍາຍາມເຂົ້າຊ່ວຍເຫຼືອທັນທີ ມະຫາກໍາ ໄຟປ່າກຳລັງລາມໄໝ້ຢ່າງໜັກໜ່ວງທີ່ປະເທດ  “Australia” ສົ່ງຜົນເສຍຫາຍເປັນຈໍານວນມະຫາສານຕໍ່ຄົນ ແລະ ສັດປ່າ ຈົນກາຍເປັນພາບທີ່ຫົດຫູ່ທີ່ສຸດທີ່ແຊຣ໌ລົງໃນໂລກ Social Media ບໍ່ເວັ້ນໃນແຕ່ລະມື້ Australia ກຳລັງປະເຊີນກັບວິກິດໄຟປ່າຄັ້ງໃຫຍ່ ເຊິ່ງມີອຸນຫະພູມສູງເປັນປະຫວັດສາດ ແລະ ໄພແຫ້ງແລ້ງທີ່ນໍາມາຕໍ່ເນື່ອງຫຼາຍເດືອນ ລັດ ນິວເຊົາທ໌ເວລສ໌ (New South Wales) ປະເຊີນກັບໄຟປ່າຄັ້ງຮຸນແຮງທີ່ສຸດໂດຍມີພື້ນທີ່ ຖືກທໍາຮ້າຍໄປ 4 ໝື່ນ ຕາລາງກິໂລຕາແມັດແລ້ວ ບ້ານເຮືອນຫຼາຍກວ່າ 1.3 ພັນຫຼັງ ເສຍຫາຍ ແລະ ຄົນຫຼາຍພັນຄົນຕ້ອງອົບພະຍົບອອກຈາກພື້ນທີ່ ທົ່ວປະເທດມີຜູ້ເສຍຊີວິດໄປ 20 ຄົນແລ້ວ ຮວມເຖິງນັກດັບເພີງ 3 ຄົນ ໂດຍສ່ວນໃຫຍ່ເຫດເກີດຢູ່ທີ່ ນິວເຊົາທ໌ເວລສ໌ (New South Wales) …

Read More »

ເຊີນຊວນຄົນລາວ!! ຮ່ວມສົ່ງເສີມແມ່ຍິງລາວ ແລະ ສະໜັບສະໜູນຄວາມເປັນລາວ ໃນງານເທສະການອາຫານລາວ ຄັ້ງທີ 15 ປີ 2020

ຖືວ່າເປັນຄວາມສໍາເລັດຂອງແມ່ຍິງລາວ ແລະ ຄົນລາວອີກຢ່າງໜຶ່ງສໍາລັບງານເທສະການອາຫານລາວ ທີ່ຈັດໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍກິດຈະກໍານີ້ແມ່ນປະສົບຜົນສໍາເລັດມາແລ້ວ 14 ຄັ້ງ ແລະ ໃນວັນທີ 28-31 ມັງກອນ 2020 ແມ່ນຈະໄດ້ຈັດເປັນຄັ້ງທີ 15 ທີ່ຈະຍິ່ງໃຫຍ່ ແລະ ພິເສດກວ່າທຸກໆປີທີ່ຜ່ານມາ. ສະຖານທີ່ ຢູ່ທີ່ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ, ເລີ່ມແຕ່ເວລາ 9:00 ໂມງ- 20:00 ໂມງ. ໂດຍງານຖະແຫຼງຂ່າວ ງານເທດສະການອາຫານລາວ 2020 (Lao Food Festival 2020) ໄດ້ຈັດຂຶ້ນຢ່າງເປັນທາງການແລ້ວ ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ນາງ ສິລິກິດ ບຸບຜາ …

Read More »

ລັດຖະບານຝາກເຕືອນນັກສຶກສາລາວ!! ລະວັງຖືກຕວົະເລື່ອງຕົວເລກທືນໄປຮຽນຕໍ່ຕ່າງປະເທດ…

ລັດຖະບານຝາກເຕືອນນັກສຶກສາລາວ!! ລະວັງຖືກຕວົະເລື່ອງຕົວເລກທືນໄປຮຽນຕໍ່ຕ່າງປະເທດ… ໄລຍະນີ້ມີຂ່າວເລື່ອງທຶນໄປຮຽນຕໍ່ຕ່າງປະເທດຫຼາຍ ທັງທຶນຊ່ວຍເຫຼືອຈາກລັດຖະບານທີ່ບອກວ່າຟຣີບໍ່ເສຍຄ່າໃຊ້ຈ່າຍ ຫຼືທຶນຊ່ວຍເຫຼືອຈາກບັນດາໜ່ວຍງານຕ່າງໆສໍາລັບນັກສຶກສາລາວທີ່ສົນໃຈ ມັນມີຫຼາຍຈົນເຮັດໃຫ້ຫຼາຍຄົນບໍ່ຮູ້ວ່າ ອາດຈະມີກຸ່ມຄົນບໍ່ດີຈໍານວນໜຶ່ງທີ່ ສວຍໃຊ້ໂອກາດນີ້ເພື່ອຊອກຫາຜົນປະໂຫຍດເຂົ້າຕົນເອງ ໂດຍການກ່າວອ້າງເລື່ອງທຶນໄປຮຽນຕໍ່ ເພື່ອຕົວະຍົວະເອົາເງິນຈາກຜູ້ທີ່ສົນໃຈ… ສະນັ້ນ ທາງກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ອອກແຈ້ງການ ເຖິງບັນດາຜູ້ປົກຄອງນັກຮຽນ ນັກສຶກສາ ແລະ ປະຊາຊົນທົ່ວປະເທດ ເລື່ອງ ການໂຄສະນາເອົານັກຮຽນ ນັກສຶກສາ ໄປຮຽນຕໍ່ ຕ່າງປະເທດ ຂອງບໍລິສັດ ກຸ່ມຄົນ ແລະ ອົງການຈັດຕັ້ງຕ່າງໆ​ທີ່ບໍ່ເປັນທາງການ ໂດຍສະເພາະ ສປ ຈີນ ໂດຍອ້າງວ່າ ເປັນທຶນຂອງລັດຖະບານ. ໂດຍມີລາຍລະອຽດຂ້າງລຸ່ມນີ:

Read More »

ແຈກໄປແລ້ວ!!! ລົດຈັກ 12 ຄັນ ຈາກການສະສົມຝາເຫຼືອງນໍ້າດື່ມຫົວເສືອ

ໂຄງການ “ຊື່ນໃຈທ້າຍປີ ລຸ້ນໂຊກ 2​ ຊັ້ນ ຈາກນ້ຳດື່ມຫົວເສືອ”  ໄດ້ຈັດງານຈັບສະຫຼາກແຈກໂຊກຄືນກຳໄລໃຫ້ກັບລູກຄ້າຄັ້ງທີ 1 ໂດຍໄດ້ແຈກລົດຈັກ  Honda Wave 110i  ຈຳນວນ 12 ຄັນ ໃນຕອນເຊົ້າຂອງວັນທີ 29 ພະຈິກ 2019 ນີ້ ທີ່ບໍລິສັດ ເບຍລາວ ຈຳກັດ.   ໂດຍການຈັບສະຫຼາກຂອງທ່ານ ບຸນທະແສງ ສິຣິສັກ ຜູ້ຈັດການອາວຸໂສ ນໍ້າດື່ມຫົວເສືອ. ສຳລັບໃຜທີ່ຍັງບໍ່ໄດ້ຮັບລາງວັນໃນຄັ້ງທີ 1 ນີ້, ກໍບໍ່ຕ້ອງເສຍໃຈເພາະຍັງຈະມີການຈັບລາງວັນເປັນຄັ້ງທີ 2 ອີກ ສະນັ້ນ, ຮີບຟ້າວໄປສະສົມຝາ ນໍ້າດື່ມຫົວເສືອ ສີເຫຼືອງໄວ້ຕັ້ງແຕ່ດຽວນີ້ ຈົນຮອດວັນທີ 28 ທັນວາ 2019 ເພື່ອມາແລກເອົາຂອງລາງວັນໃນໂຊກທີ 1 ບໍ່ວ່າຈະເປັນ ຖັງໃສ່ນໍ້າກ້ອນ, ຄັນຮົ່ມ ແລະ ລຸ້ນຮັບໂຊກ ຄັ້ງທີ 2 ກໍຄືເອົາຄູປ໋ອງມາຊິງໂຊກລຸ້ນລາງວັນໃຫຍ່ອີກ ໃນວັນທີ …

Read More »