Breaking News

ຂ່າວສັງຄົມ

ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສືຟຣີ…

ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສື ຟຣີ… ແອັດມິ້ນເຫັນຂ່າວນີ້ແລ້ວອົດຍິ້ມທັງນໍ້າຕາບໍ່ໄດ້ ເພາະມັນຮູ້ສຶກໄດ້ເຖິງຄວາມມີນໍ້າໃຈອັນຫາໃສປຽບບໍ່ໄດ້ ເພາະເດັກນ້ອຍອາຍຸພຽງ 12 ປີ ແຕ່ມີຄວາມຄິດຄວາມອ່ານ ແລະ ມີນໍ້າໃຈເອຶ້ອເຟື້ອເພື່ອແຜ່ເພື່ອນມະນຸດດ້ວຍກັນຂະໜາດນີ້ ແອັດມິ້ນບໍ່ຮູ້ຈະຍົກຄໍາໃດຂຶ້ນມາຍົກຍໍສັນເສີນເຈົ້າໄດ້ດີໄປກວ່າຄໍາວ່າ ສຸດຍອດນໍ້າໃຈ ພ້ອມທັງຂຽນເລື່ອງລາວເຜີຍແຜ່ໃຫ້ຜູ້ໃຫຍ່ຫຼາຍໆຄົນໄດ້ອ່ານ… ເຊິ່ງເລື່ອງລາວທີ່ແອັດມິ້ນຈະມາເລົ່າຕໍ່ໄປນີ້ ຢາກໃຫ້ທຸກຄົນທີ່ໄດ້ອ່ານ ຄິດເຖິງພາບຕົວເອງຕອນອາຍຸ 12 ປີ ວ່າເຮັດຫຍັງຢູ່ ແລ້ວເຈົ້າຈະຮູ້ໄດ້ເຖິງຄວາມສຸດຍອດຂອງເດັກນ້ອຍຄົນນີ້ ທ້າວ ນິກາໂນ ກິນເຕໂຣສ (Nicanor Quinteros) ໜຸ່ມນ້ອຍອາຍຸ 12 ປີ ຈາກປະເທດ ອາເຈນຕີນ່າ ທີ່ໄດ້ກໍ່ສ້າງໂຮງຮຽໜຂອງຕົວເອງຂຶ້ນມາ ເພື່ອໃຫ້ເດັກນ້ອຍທີ່ທຸກຍາກ ໄດ້ຮັບໂອກາດໃນການເຂົ້າເຖິງການສຶກສາ ຄືທີ່ລາວເຄີຍໄດ້ຮັບໂອກາດ. ໂດຍຈຸດເລີ່ມຕົ້ນຂອງແນວຄວາມຄິດອັນຍິ່ງໃຫຍ່ນີ້ ແມ່ນເກີດຂຶ້ນຕັ້ງແຕ່ຕອນທີ່ລາວມີອາຍຸພຽງ 9 ປີ ເພາະເຫັນວ່າ ເດັກນ້ອຍຫຼາຍຄົນໃນຂົງເຂດທີ່ຕົນເອງອາໄສຢູ່ ບໍ່ມີໂອກາດໄດ້ຮຽນໜັງສື ເນື່ອງຈາກບັນດາຄອບຄົວທີ່ອາໄສຢູ່ເຂດນັ້ນເປັນຄອບຄົວທຸກຍາກ ບາງຄອບຄົວກໍບໍ່ມີທີ່ຢູ່ອາໄສ… ນິກາໂນ ແລະ ຍ່າຂອງລາວຈຶ່ງໄດ້ຮ່ວມກັນສ້າງໂຮງຮຽນທີ່ຢູ່ໃນສວນຫຼັງບ້ານ …

Read More »

ເມຍໃຫຍ່ທັງຫຼາຍຄວນຮູ້!!! ຖ່າຍຄຣິບປະຈານເມຍນ້ອຍ ເຮັດໃຫ້ອັບອາຍ-ເຊື່ອມເສຍ… ຜົວມີເມຍນ້ອຍ ມີກົດໝາຍຄຸ້ມຄອງ? (ມີຄໍາຕອບ)

ເມຍໃຫຍ່ທັງຫຼາຍຄວນຮູ້!!! ຖ່າຍຄຣິບປະຈານເມຍນ້ອຍ ເຮັດໃຫ້ອັບອາຍ-ເຊື່ອມເສຍ… ຜົວມີເມຍນ້ອຍ ມີກົດໝາຍຄຸ້ມຄອງ? (ມີຄໍາຕອບ) ເມື່ອກ່ອນໃນສະຖາບັນຄອບຄົວ ການທີ່ຜົວມີເມຍນ້ອຍ ຫຼືຕິດສາວບາງຄັ້ງສັງຄົມຍັງພິພາກວິຈານເມຍຊໍ້າວ່າ ດູແລຜົວບໍ່ດີ ຫຼືຶຖ້າມີການປະ-ຮ້າງກັນຂຶ້ນມາ ແມ່ຍິງກໍຍັງຖືກກ່າວປະນາມອີກວ່າ ບໍ່ມີຄວາມອົດທົນ ເຊິ່ງມັນສະແດງໃຫ້ເຫັນເລີຍວ່າ ສັງຄົມສະໄໝນັ້ນແມ່ນຍົກສູງຜູ້ຊາຍຫຼາຍກວ່າແມ່ຍິງ ແຕ່ມາປັດຈຸບັນນີ້ທີ່ເອີ້ນກັນວ່າ ເປັນສັງຄົມທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ຜູ້ຊາຍຕ້ອງໃຫ້ກຽດແມ່ຍິງຫຼາຍຂຶ້ນໃນສາຍຕາຂອງສັງຄົມ ມີຍິງເຮົາເລີ່ມມີບົດບາດໃນສັງຄົມຫຼາຍຂຶ້ນ ໃນສະຖາບັນຄອບຄົວກໍເຊັ່ນກັນ ເຮັດໃຫ້ໄລຍະຫຼັງໆມານີ້ ພວກເຮົາມັກຈະເຫັນຜ່ານໂຊຊ່ຽວມີເດຍຢູ່ເປັນປະໍຈໍາເລື່ອງການຮຽກຮ້ອງສິດທິຂອງເມຍໃຫຍ່ ເມື່ອຜົວໄປມີເມຍນ້ອຍ ຈົນບາງກໍລະນີກໍອອກຈະໄປທາງຕັ້ງໃຈໃຫ້ສັງຄົມວິຈານຜູ້ກະທໍາຜິດ ກໍຄືເມຍນ້ອຍນັ້ນເອງ… ຈົນເຮັດໃຫ້ສັງຄົມຫຼາຍຝ່າຍຕັ້ງຄໍາຖາມກັບກໍລະນີແບບນີ້ວ່າ ການກະກໍາບາງຢ່າງທີ່ເກີນໄປເຮັດໃຫ້ເມຍນ້ອຍໄດ້ຮັບຄວາມອັບອາຍ ຂາຍໜ້າຂາຍຕາແບບນັ້ນ ບ້ານເຮົາມີກົດໝາຍຄຸ້ມຄອງເມຍນ້ອຍບໍ່? ອັນນີ້ແອັດມິ້ນຕອບໃຫ້ເລີຍ ບໍ່ມີປະເທດໃນໂລກທີ່ສ້າງກົດໝາຍຄຸ້ມຄອງເມຍນ້ອຍໄດ້ເນາະ ເພາະຖ້າມີກົດໝາຍແບບນັ້ນ ອາດຈະມີຂະບວນປະທ້ວງຂອງບັນດາເມຍໃຫຍ່ຢ່າງແນ່ນອນ ວ່າບໍ່ 555. ແລະ ໃນທາງກົດໝາຍແລ້ວພຶດຕິກໍາດັ່ງກ່າວແມ່ນຖືວ່າເປັ ນການ “ການທຳມິດສະຈານ”  ໂດຍອິງຕາມຂອບກົດໝາຍ “ວ່າດ້ວຍການທຳມິດສະຈານ” ເຊິ່ງມີລາຍລະອຽດດັ່ງນີ້: ອີງຕາມ ກົດໝາຍວ່າດ້ວຍອາຍາ 2005 (ສະບັບປັບປຸງ) ໝວດທີ 6 ວ່າກ້ວຍການກະທຳຜິດຕໍ່ສາຍຜົວເມຍ, ຄອບຄົວ ແລະຮີດຄອງປະເພນີ. ມາດຕາ126 ການທຳມິດສະຈານ …

Read More »

ບໍລິສັດ ຕັນຈົງມໍເຕີ້ ລາວ ຈັດ Campaign ແຈກໂຊກໃຫຍ່ ຄືນກຳໄລໃຫ້ລູກຄ້າ

ຂ່າວດີ ຂ່າວໃຫມ່ ສຳລັບຫຼາຍໆຄົນທີ່ກຽມມີແຜນອອກລົດໃໝ່ ເພື່ອເປັນຂອງຂວັນໃຫ້ຕົນເອງ ແລະ ຄອບຄົວ ໃນເດືອນກໍລະກົດ ປີ 2019 ທີ່ຜ່ານມາ, ບໍລິສັດ Tan Chong Motor (LAO) SOLE. Ltd. (“TCML”) ທີ່ເປັນຜູ້ຈັດຈໍາໜ່າຍ ແລະ ບໍລິການຫຼັງການຂາຍລົດຍີ່ຫໍ້ ນິສສັນ ໃນ ສປປ ລາວ ປັດຈຸບັນ, ແມ່ນໄດ້ເປີດແຄມເປນ campaign ໃຫຍ່ທີ່ໜ້າສົນໃຈຄື ‘A WIN A TERRA CAMPAIGN’ ຄືນກຳໄລໃຫ້ກັບລູກຄ້າທີ່ຊື້ລົດຈາກບໍລິສັດ ຕັ້ງແຕ່ຕອນນີ້ຈົນເຖິງເດືອນກຸມພາ ປີ 2020. ນີ້ເປັນຄັ້ງທຳອິດທີ່ບໍລິສັດຕັນຈົງມໍເຕີ້  ໄດ້ເປີດແຄມເປນ campaign ໃໝ່ລ້າສຸດ ‘A WIN A TERRA CAMPAIGN’   ເປັນການແຈກໂຊກຈັບສະຫຼາກຫາຜູ້ໂຊກດີ ໃນໄລຍະ 8 ເດືອນ …

Read More »

ການເສຍຊີວິດຂອງ “ຄູ ຮາຣາ” ອາດີດນັກຮ້ອງວົງ KARA Girls Group ຊື່ດັງຂອງເກົາຫລີໃຕ້ ສື່ໃຫ້ເຫັນເຖິງສັງຄົມທີ່ຜູ້ຊາຍເປັນໃຫຍ່… 

ການເສຍຊີວິດຂອງ “ຄູ ຮາຣາ” ອາດີດນັກຮ້ອງວົງ KARA Girls Group ຊື່ດັງຂອງເກົາຫລີໃຕ້ ສື່ໃຫ້ເຫັນເຖິງສັງຄົມທີ່ຜູ້ຊາຍເປັນໃຫຍ່…  ຖືວ່າເປັນຂ່າວທີ່ເສົ້າສະລົດໃຈ ແລະ ສະເທືອນວົງການ K-Pop ຢ່າງແຮງ ກັບຂ່າວການເສຍຊີວິດຂອງ ອາດີດນັກຮ້ອງ Girls Group ຊື່ດັງຂອງເກົາຫຼີໃຕ້ ຄື ສາວ ຮາຣາ ທີ່ຜ່ານມາ ແລະ ສິ່ງທີ່ມາກັບຄວາມເສົ້າສະລົດໃຈນີ້ ກໍຄືຄໍາຖາມທີ່ເກີດຂຶ້ນຫຼາກເຖິງສາເຫດການເສຍຊີວິດດັ່ງກ່າວ. ແລະ ເຖິງວ່າຜົນການພິສູດສົບອອກມາຢ່າງຊັດເຈນແລ້ວ ແຕ່ທາງຕໍາຫຼວດຂອງເກົາຫຼີໃຕ້ໄດ້ລະບຸເຖິງຈົດໝາຍທີ່ພົບເຫັນເທິງໂຕະທີ່ຂຽນດ້ວຍລາຍມືຂອງ ຮາຣາ ນັ້ນມີເນື້ອໃນເວົ້າເຖິງຄວາມເຈັບປວດທີ່ແສນສາຫັດໃນຊີວິດຂອງລູກຜູ້ຍິງຄົນໜຶ່ງ… ແລະນີ້ກໍບໍ່ແມ່ນຄັ້ງທໍາອິດທີ່ນາງຄິດຈະຂ້າຕົວຕາຍ ເພາະເມື່ອວັນທີ 27 ພຶດສະພາ 2019 ນາງກໍເຄີຍພະຍາຍາມຂ້າຕົວຕາຍແລ້ວ ພ້ອມກັບໂພສຂໍ້ຄວາມໃນ IG ວ່າ “ລາກ່ອນ” ແຕ່ຄັ້ງນັ້ນຕໍາຫຼວດເຂົ້າໄປຊ່ວຍເຫຼືອໄວ້ໄດ້ທັນ. ຫຼັງຈາກນັ້ນນາງກໍໄດ້ໂພສຂໍ້ຄວາມ ຂໍໂທດແຟນໆທີ່ເຮັດແບບນັ້ນລົງໄປໂດຍລະບຸວ່າ “ນາງຮູ້ສຶກເຈັບປວດກັບຫຼາຍສິ່ງຫຼາຍຢ່າງໃນຊີວິດ” ແລະ ເມືຶ່ອຍ້ອນກັບໄປເມື່ອປີ 2018 ຮາຣາ ເຄີຍມີ …

Read More »

ຢາກໃຫ້ທຸກຄົນໄດ້ເບິ່ງ! ຮູບເງົາສັ້ນ “ໄດ້ມາເພາະກ້າປ່ຽນ” ສື່ເຖິງສາຍສໍາພັນທີ່ດີໃນຄອບຄົວ ແລະ ຄວາມສະເໝີພາບຍິງ-ຊາຍໃນປະເທດລາວ…

ຢາກໃຫ້ທຸກຄົນໄດ້ເບິ່ງ! ຮູບເງົາສັ້ນ “ໄດ້ມາເພາະກ້າປ່ຽນ” ສື່ເຖິງສາຍສໍາພັນທີ່ດີໃນຄອບຄົວ ແລະ ຄວາມສະເໝີພາບຍິງ-ຊາຍໃນປະເທດລາວ… ເພື່ອຕໍ່ຕ້ານ ແລະ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ທັງເປັນການຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງໂລກທີ່ໃຫ້ຈະມາຮອດນີ້ ທາງອົງການແຄຣ໌ ປະຈໍາລາວ ຈຶ່ງໄດ້ສ້າງຮູບເງົາສັ້ນສະທ້ອນສັງຄົມ ເພື່ອໃຫ້ສັງຄົມຄິດເຖິງເລື່ອງລາວບວກກ່ຽວກັບບົດບາດຍິງ-ຊາຍ ທີ່ເກີດຂຶ້ນໃນແຕ່ລະຊູມຊົນ ພ້ອມທັງເຊີນຊວນໃຫ້ທຸກຄົນຮ່ວມແລກປ່ຽນປະສົບການ ການປ່ຽນແປງໃໝ່ໃນຊູມຊົນຂອງຕົນເອງ ເຊິ່ງກໍມີຫຼາຍໆຄົນເຂົ້າຮ່ວມກິດຈະກໍາຍຸຕິການໃຊ້ຄວາມຮຸນແຮງດັ່ງກ່າວ. ສໍາລັບຮູບເງົາສັ້ນ ເລື່ອງ “ໄດ້ມາເພາະກ້າປ່ຽນ” ແມ່ນມີເນື້ອໃນທີ່ໜ້າສົນໃຈຫຼາຍ ແລະ ຢາກໃຫ້ທຸກຄົນໄດ້ເບິ່ງນໍາກັນ  ມີເນື້ອໃນສື່ເຖິງ ມີເປົ້າໝາຍສື່ເຖິງ ສາຍສໍາພັນຄອບຄົວທີ່ດີ ແລະ ຄວາມສະເໝີພາບຍິງຊາຍ ສະແດງເຖິງ ບັນທັດຖານທາງສັງຄົມ ທີ່ມີໃນ ສປປ ລາວ ແລະ ທົ່ວໂລກ ທີ່ຮ່ວມກັນສ້າງຂື້ນໂດຍ ອົງການແຄຣ໌ ແລະ ສູນກາງສະຫະພັນແມ່ຍິງລາວ. ນອກນັ້ນ ຮູບເງົາດັ່ງກ່າວຍັງເລົ່າເຖິງເລື່ອງລາວການຕໍ່ສູ້ ກັບບັນທັດຖານທາງສັງຄົມດັ່ງກ່າວຂອງຄອບຄົວໜື່ງ ເຊິ່ງຮູບເງົາແຕ່ລະຕອນແມ່ນ ກວມເອົາເລື່ອງລາວ ກ່ຽວກັບ …

Read More »