ຫລ້ານ້ອຍ ພໍໃຈ ເນັດໄອດໍ້ ຄົນດັ່ງຂອງລາວ ທັງງາມ-ເກັ່ງ-ມີນໍ້າໃຈ ບໍ່ລືມທີ່ຈະຊ່ວຍເຫຼືອພີ່ນ້ອງຊາວລາວທີ່ປະສົບໄພນໍ້າຖ້ວມ ສົມທົບທຶນ 10 ລ້ານກີບ ສົມທົບທຶນກັບ ເທິ ຢູນາ. ເຊິ່ງວ່າ ເທິຢູນາ ກໍໄດ້ໂພສ໌ເຟສ໌ບຸກສ່ວນຕົວຂອບໃຈ ຫລ້ານ້ອຍພໍໃນວ່າ “ຄົນໃຈ ຄົນຈິງ ອີ່ນີ້ມັນບ້າຂອບໃຈແທນພີ່ນ້ອງຊາວເຊໂປນ ຂໍໃຫ້ແມ່ອີ່ວຶ່ງ Larnoy PhorJai ລ້ຳຫຼວຍປັງໆຂຶ້ນໄປເລື້ອຍ ຢູ່ດີມີແຮງ ຢ່າເຈັບ ຢ່າຈົນ ຢ່າຕາຍກ່ອນໄວອັນຄວນ ພ້ຽງ !!! ເງິນຈຳນວນນີ້ຊິຊື້ເຄື່ອງກິນຂອງໃຊ້ທີ່ຈຳເປັນແລະຊ່ວຍແຈກຈ່າຍໃຫ້ເຖິງມື” ຊົມເຊີຍ ແລະ ສຸທານໍາທັງສອງ ແລະ ອີກຫຼາຍຄົນທີ່ຊ່ວຍເຫຼືອທັງວັດຖຸປັດໃຈ ແລະ ເຫື່ອແຮງ ນໍາເດີ. ຂວັນໃຈຂໍເປັນກໍາລັງໃຈ ແລະ ຂໍໃຫ້ພີ່ນ້ອງຜູ້ປະສົບໄພຜ່ານພົ້ນເຫດການນີ້ໄປໄດ້ໄວໆເດີ!! ຂ້ມູນຈາກ: Youlike ແລະ Ther Una
Read More »ຂ່າວສັງຄົມ
ນາຍົກເຢຍລະມັນໃຊ້ຊີວິດງ່າຍໆແບບປະຊາຊົນຄົນທົ່ວໄປ
ແອັງເຈີລາ ດໍຣາເທຍ ແມເຄີລ (Angela Dorothea Merkel) ນາຍົກລັດຖະມົນຕີເຢຍລະມັນ ແລະ ເປັນຜູ້ຍິງທີ່ມີອິດທິພົນສູງສຸດຂອງໂລກ ຫຼືທີ່ຮູ້ຈັກກັນໃນນາມ “ຜູ້ນໍາແຫ່ງໂລກເສລີ” ເປັນກະແສທີ່ໂດ່ງດັງໃນໂລກອອນລາຍ ໃນເອີຣົບ ເມື່ອມີຄົນຖ່າຍຮູບ ທ່ານນາຍົກຍິງແຫ່ງປະເທດເຢຍລະມັນ ທ່ານ ນາງ Angela Dorothea Merke ອອກໄປຊື້ອາຫານການກິນແບບປະຊາຊົນຄົນທໍາມະດາທົ່ວໄປ ໂດຍທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນຮັກສາ ແລະ ຜູ້ທີ່ພາໄປກໍເປັນພຽງຍາມຄົນທໍາມະດາເທົ່ານັ້ນເອງ. ເປັນພາບທີ່ເຫັນແລ້ວກໍໜ້າປະທັບໃຈແທ້ໆ ສົມເປັນແມ່ຍິງຂວັນໃຈຂອງຊາວໂລກອີ່ຫລີ!! ຂອບໃຈຂໍ້ມູນຈາກ: Lao Youth Radio Lao Youth Radio FM 90.0 Mhz
Read More »ໜ້າຕາຄົນສະແດງ ແລະ ປະຫວັດ ກະຕູນ ເທເລທັບບີສ ມະນຸດຕ່າງດາວໜ້າຮັກ ຂວັນໃຈເດັກນ້ອຍຍຸກ 90
ກາຕູນເລື່ອງ: “ເທເລທັບບີສ” ຄືຊີຣີສຳຫຼັບເດັກນ້ອຍ ເປັນມະນຸດຕ່າງດາວ ມີເປົ້າໝາຍຜູ້ເບິ່ງຢູ່ທີ່ເກນອາຍຸກ່ອນເຂົ້າໂຮງຮຽນ ອອກອາກາດຕັ້ງແຕ່ວັນທີ 31 ມີນາ 1997 ເຖິງ 16 ກຸມພາ 2001. ຜະລິດລາຍການໂດຍຜູ້ອຳນວຍການຝ່າຍສ້າງສັນຂອງ ແຣ໊ກດອລ ໂປດັກຊັ່ນ ແອນ ວູດ ແລະ ແອນດຣູ ດາເວນພອດ ເຊິ່ງເປັນຄົນຂຽນບົນໃຫ້ເທເລທັບບີສທັງໝົດ 365 ຕອນ. ເທເລທັບບີສ ອອກອາກາດໃນໂທລະພາບ ຕັ້ງແຕ່ວັນທີ 6 ເມສາ 1998 ເຖິງ ວັນທີື 15 ມິຖຸນາ 2005 ແລະ ສາຍຊໍ້າອີກຈົນຮອດວັນທີ 29 ສິງຫາ 2008 ຫຼັງຈາກນັ້ນ ຖືກດຶງອອກຈາກຕາຕະລາງການອອກອາກາດ ໂດຍເທເລທັບບີມີຕົວລະຄອນທັງໝົດ 4 ໂຕ ຄື: ທິງກີ້-ວີ້ງກີ່ (ສີມ່ວງ), ດິ໊ບຊີ່ (ສີຂຽວ), …
Read More »14 ຂໍ້ຫ້າມ ບຸນຊ່ວງເຮືອທ່າວັດຈັນ
ເປັນເລື່ອງທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍໃນການຈັດງານບຸນຊ່ວງເຮືອ ເພື່ອສະເຫຼີມສະຫຼອງວັນອອກພັນສາປະວໍລະນາ ເຊິ່ງອຳນາດການປົກຄອງເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອ ໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ ນີ້. ສຳຫຼັບ 14 ຂໍ້ຫ້າມມີດັ່ງນີ້: 1 ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ2 ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະກູນສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ3 ຫ້າມນຳເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ, ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ. 4 ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື …
Read More »ພາກັນໄປແລ້ວບໍ? ງານເທສະການ ຕ້ອນຮັບບຸນອອກພັນສາ ທີສູນການຄ້າລາວ-ໄອເຕັກ
ເປັນແນວໃດທຸກຄົນ ໄດ້ໄປເລາະໄປຊົມແລ້ວບໍ? ສຳຫຼັບງານເທສະການ ຕ້ອນຮັບບຸນອອກພັນສາ ຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ຕັ້ງແຕ່ວັນທີ 24 ກັນຍາ ເຖິງວັນທີ 4 ຕຸລາ 2020 ເຊິ່ງງານເທສະການຄັ້ງນີ້ ຄຶກຄື້ນກວ່າທຸກໆປີ ເພາະມີທັງການສະແດງດົນດີ ແລະ ສິລະປະພື້ນເມືອງລາວ, ການສາທິດ-ການສອນ ເຮັດເຂົ້າໜົມ, ກະທົງ ແລະ ໝາກເບັງຕ່າງໆ ພ້ອມທັງຍັງມີການປະກວດຫຼານນ້ອຍວັດທະນະທຳນຳອີກ. ບັນຍາກາດໃນງານຄຶກຄື້ນຫຼາຍ ເພາະມີທັງຂອງກິນຂອງໃຊ້ໃຫ້ເຮົາໄດ້ເລືອກຊົມເລືອກຊື້ຫຼາຍຢ່າງ ທັງເຂົ້າຕົ້ມເຂົ້າໜົມ, ອາຫານລາວ ແລະ ອາຫານນານາຊາດ ພ້ອມທັງເຄື່ອງໃຊ້ຂອງສອຍທີ່ຫຼາກຫຼາຍໃນບູດຕ່າງໆເປັນຕາຕື່ນຕາຕື່ນໃຈອີຫຼີ. ສຳຫຼັບໃຜທີ່ຍັງບໍ່ທັນໄດ້ໄປເລາະ ຕ້ອງໄດ້ຟ້າວໄປແລ້ວ ເພາະງານນີ້ພາດບໍ່ໄດ້ ທັງສາຍກິນ, ສາຍ Shop ແລະ ຜູ້ຮັກໃນວັດທະນະທຳເຄື່ອງໃຊ້ຫັດຖະກຳ ຕ້ອງໄປຢ້ຽມຊົມແລ້ວ! ຂໍຂອບໃຈຮູບພາບຈາກເພຈ: Jipnoii ພາເລາະ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166+856 20 52172698ຫລື …
Read More »