Breaking News

ຂ່າວສັງຄົມ

ແມ່ຍິງລາວເກັ່ງຫຼາຍ! ຊົມເຊີຍນາງງາມລາວຄວ້າລາງວັນຈາກເວທີ “Miss Friendship International 2019” ທີ່ປະເທດຈີນ (ຂໍສະແດງຄວາມຍິນດີ)

ກຽມສົ່ງທ້າຍເດືອນ ກໍລະກົດ ຕ້ອນຮັບເດືອນ ສິງຫາ 2019 ກໍມີຂ່າວສານມາຝາກພໍ່ແມ່ພີ່ນ້ອງຊາວລາວ ຫຼ້າສຸດມີເລື່ອງລາວມາເຮັດໃຫ້ຫົວໃຈຕື່ນເຕັ້ນ ແລະຍິ້ມກັບເລື່ອງລາວດີໆທີ່ກໍາລັງຈະບອກຕໍ່ໃຫ້ແຟນໆໄດ້ຮູ້ວ່າ  ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019  ສາມາດຄວ້າລາງວັນ ນາງສາວ ຮູບຮ່າງດີ (The Best Figure) ຈາກເວທີ Miss Friendship International 2019 ຈັດຂຶ້ນໃນ ສປ.ຈີນ ມາໄດ້ຢ່າງໜ້າຍິນດີ… ເຊິ່ງກ່ອນໜ້ານີ້ກໍໄດ້ມີການລາຍງານໄປແລ້ວວ່າ ປະເທດລາວເຮົາໄດ້ສົ່ງ ຕຸຕູ່ ໄຜ່ທິດາ Miss Friendship Laos 2019 ໄປເປັນຕົວແທນສາວງາມຈາກປະເທດລາວໃນເວທີ Miss Friendship International 2019 ທີ່ ສປ. ຈີນ ແລະ ເນື່ອງຈາກສາວງາມຄົນນີ້ຂ້ອນຂ້າງມີຄວາມພ້ອມ 100% ແລະ ດັ່ງທີ່ຄາດການໄວ້ ບອກເລີຍວ່າບໍ່ເຮັດໃຫ້ຄົນລາວຜິດຫວັງ ເພາະນາງສາມາດຄວ້າລາງວັນມາຝາກຄົນລາວໄດ້ຢ່າງໜ້າຍິນດີິ  ຖືວ່າບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ (ຊົມເຊີຍ! ເກັ່ງຫຼາຍໆ) ຢ່າງໃດກໍຂໍສະແດງຄວາມຍິນດີກັບ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 …

Read More »

ຊົມເຊີຍ! ກອງປະຊຸມພົບປະນັກທຸລະກິດແມ່ຍິງລາວທົ່ວປະເທດ  “ກອງປະຊຸມສ້າງແຮງຈູງໃຈ ໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກ Digital ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ”

ນະຄອນຫຼວງວຽງຈັນ, ຕອນເຊົ້າຂອງ ວັນທີ 26 ກໍລະກົດ 2019 ໄດ້ມີພິທີໄຂ “ກອງປະຊຸມສ້າງແຮງຈູງໃຈ ໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກດິຈິຕອລ (Digital) ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ” ຈັດຂຶ້ນໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ພ້ອມດ້ວຍແຂກກິດຕິມະສັກ, ຄະນະປະທານສະມາຄົມນັກທຸລະກິດແມ່ຍິງລາວ, ສະມາຊິກ ສທຍລ ,ບັນດາຜູ້ປະກອບການ ແລະ ສື່ມວນຊົນຫຼາຍຂະແໜງການກໍໄດ້ເຂົ້າຮ່ວມໃນງານນີ້ຢ່າງໜາແໝ້ນ. ຈຸດປະສົງການຈັດກອງປະຊຸມ “ສ້າງແຮງຈູງໃຈໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກດິຈິຕອລ (Digital) ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ” ແມ່ນຖືເປັນກອງປະຊຸມຄັ້ງພິເສດ ແລະ ມີຄວາມໝາຍຄວາມສຳຄັນ ເພາະໄດ້ເປີດຂຶ້ນໃນທ່າມກາງທີ່ທົ່ວພັກ ທົ່ວລັດ  ແລະ ສັງຄົມລາວກຳລັງພ້ອມກັນຈັດຕັ້ງປະຕິບັດແນວທາງນະໂຍບາຍເສດຖະກິດໃໝ່ ໂດຍສະເພາະການນຳໃຊ້ເຕັກໂນໂລຊີ ດີຈິຕອສ ໃນຍຸກອຸສາຫະກຳ 4.0, ດັ່ງນັ້ນ ກອງປະຊຸມໃນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ທາງ ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ເຊີນບັນດາຄະນະ ແລະ ສະມາຊິກ ສທຍລ ແລະ ຜູ້ປະກອບການແມ່ຍິງຈາກໃນຂອບເຂດທົ່ວປະເທດເຂົ້າຮ່ວມ …

Read More »

ເປີດໂປຟາຍ! “ແມ່ຊີ ຢຸ້ຍ ສັນທະນີ” ຈາກນາງງາມເວທີດັງສູ່ການ “ບວດຊີ” ເພື່ອຫັນໜ້າເຂົ້າຫາທຳມະ (ຂໍອະນຸໂມທະນາສາທຸ)

ເປັນກະແສຮ້ອນແຮງທົ່ວໂລກອອນລາຍ ແຟນໆໃຫ້ຄວາມສົນໃຈ ຫຼັງມີຮູບພາບຂອງ ຢຸ້ຍ ສັນທະ​ນີ Miss Supranational Laos 2018 (ແມ່ຊີຢຸ້ຍ) ແຖຫົວເພື່ອບວດຊີ, ດັ່ງນັ້ນ!! ໃນມື້ນີ້ເຮົາຈະມາເປີດໂປຟາຍເພື່ອຮູ້ຈັກກັບ ແມ່ຊີຢຸ້ຍ ໃຫ້ແຟນໆໄດ້ຮູ້ວ່າແມ່ຊີຢູ້ຍຄົນນີ້ແມ່ນໃຜ? ສັນທະນີ ໄຊມະນີວັນ (ຫຼື ແມ່ຊີຢຸ້ຍ) ອາຍຸ 25 ປີ ຈາກອະດີດສາວການບິນ (Air-hostess) ສູ່ການກ້າວເຂົ້າມາເປັນນາງງາມ ໄດ້ຮັບຕຳແໜ່ງຮອງອັນດັບ 1 ມິສລາວເວີ 2018 (Miss Laos World 2018) ພ້ອມຖືກແຕ່ງຕັ້ງຈາກກອງປະກວດໃຫ້ໄດ້ຮັບຕຳແໜ່ງ  Miss Supranational Laos 2018 ແລະ ໄດ້ເດີນທາງໄປແຂ່ງຂັນໃນເວທີ Miss Supranational 2018 ທີ່ປະເທດໂປແລນ ພ້ອມທັງສ້າງປະຫວັດສາດໜ້າໃໝ່ໃຫ້ວົງການນາງງາມລາວ ໂດຍການຄວ້າ “ລາງວັນຊຸດປະຈຳຊາດດີິເດັ່ນ” ມາຝາກຄົນລາວ ຈົນເປັນກະແສດັງ ໄດ້ຮັບສຽງຊື່ນຊົມ ແລະ ເປັນທີ່ຍອມຮັບເຖິງຄວາມສາມາດຂອງແມ່ຍິງລາວຈາກຄົນທົ່ວໂລກໃນເວລານັ້ນ ຢຸ້ຍ ສັນທະນີ ໄດ້ອຳລາຈາກວົງການສາວແອ ເຖິງຫຼາຍຄົນອາດຈະບອກເປັນສຽງດຽວກັນວ່າ…ຊ່າງໜ້າເສຍດາຍກັບອາຊີບສາວແອຂອງນາງ …

Read More »

ກະແສຮ້ອນແຮງ! ນາງງາມລາວເວທີດັງ ຫັນໜ້າເຂົ້າຫາພຣະທຳ “ບວດຊີ” ແບບບໍ່ມີກຳນົດສິກ (ຂໍອະນຸໂມທະນາສາທຸ) 

ເປັນກະແສຮ້ອນແຮງທົ່ວໂລກອອນລາຍ ແຟນໆໃຫ້ຄວາມສົນໃຈ ຫຼັງມີຮູບພາບຂອງ ຢຸ້ຍ ສັນທະ​ນີ Miss Supranational Laos 2018 ແຖຫົວເພື່ອບວດຊີ ຖືສິນ 8 ແບບບໍ່ມີກຳນົດສິກ ເຊິ່ງກ່ອນໜ້ານີ້ ເທົ່າທີ່ບັນດາແຟນໆຮູ້ດີແລ້ວ່າ ຢຸ້ຍ ສັນທະ​ນີ Miss Supranational Laos 2018 ຫຼື ແມ່ຊີຢຸ້ຍ ເປັນຄົນມັກເຮັດບຸນ ໄຝ່ໃນທຳມະ ຈົນໄດ້ລາງວັນ ກິດຕິມະສັກສົ່ງເສີມພະພຸດທະສາສະໜາ ຈາກສະຖາບັນ Bodhisastra University (ມະຫາວິທະຍາໄລໂພທິສານ) ສະຫະລັດອາເມລິກາ ແລະ ມາມື້ນີ້ ແມ່ຊີຢຸ້ຍ ກໍໄດ້ລະທາງໂລກ ເຂົ້າສູ່ທາງທໍາເພື່ອສຶກສາພຸດທະສາສະໜາ ຖືໄດ້ວ່າງາມທັງຮູບກາຍທາງນອກ ແລະ ຈິດໃຈພາຍໃນແທ້ໆ (ຂໍອະນຸໂມທະນາສາທຸ) ຂໍອະນຸໂມທະນາສາທຸ ແລະ ເປັນກຳລັງໃຈໃຫ້ ແມ່ຊີຢຸ້ຍ (ຂໍຂອບໃຈຮູບພາບ) Storyteller: ຊະນີIndy 

Read More »

ຊົມເຊີຍ! ນັກກິລາລາວສາມາດຄວ້າຫຼຽນເງິນທຳອິດ ໃນມະຫະກຳ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງທີ11 ທີ່ອິ​​ນ​ໂດ​ເນ​ເຊຍ 

ຂ່າວດີສົ່ງທ້າຍເດືອນ ກໍລະກົດ  2019 ຫຼ້າສຸດ ທ້າວ ​ແຟ້ງ ວົງ​ພັກດີ ນັກ​ກິລາ​ປັນ​ຈັກ​ສີ​ລັດລາວ ​ສາມາດ​ສ້າງ​ຜົນງານ ໄດ້​ຢ່າງ​ໂດດ​​ເດັ່ນ​ ໂດຍ​​ຍາດ​ໄດ້ 1 ຫຼຽນ​ເງິນ​ ໃຫ້​ແກ່ ສປປ ລາວ ​ໃນ​ວັນ​ທີ 23 ກໍລະກົດ ທີ່ຜ່ານມາ ​​ເຊິ່ງເປັນຫຼຽນທຳອິດຂອງທັບນັກກິລາລາວໃນ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງ 11 ຢູ່ປະ​ເທດ​ອິນ​ໂດ​ເນ​ເຊຍ​.(ຂໍສະແດງຄວາມຍິນດີ) ທ້າວ ​ແຟ້ງ ວົງ​ພັກດີ ນັກ​ກິລາ​ປັນ​ຈັກ​ສີ​ລັດ​ລາວ ສາມາດ​ຜ່ານ​ເຂົ້າ​ຮອບ​ຊີງ​ຫຼຽນ​ຄໍາ​ກັບ​ເຈົ້າພາບ ​ໃນ​ວັນ​ທີ 23 ກໍລະກົດ​ນີ້ ​​ແລະ ຫຼັງ​ແຂ່ງຂັນ​ 1 ຊົ່ວ​ໂມງ ​ປາກົດ​ວ່າ​ບໍ່​ສາມາດ​ຕ້ານຄວາມ​ແຂ່ງ​ແກ່ນ​ຂອງນັກ​ກິລາ​ເຈົ້າ​ພາບ ​ຈຶ່ງໄດ້​ພຽງ​ແຕ່​ຫຼຽນ​ເງິນ​, ຂະນະ​ທີ່​ຫຼຽນ​ທອງ​ເປັນ​ຂອງນັກກິລາ​ຟີ​ລິບ​ປິນ ​ແລະ ​ມາ​ເລ​ເຊຍ ແລະ ສະຫລຸ​ບຫຼຽນ,ທັບ​ນັກ​ກິລາ​ລາວ​​ໄດ້ແລ້ວ 1 ຫຼຽນ​ເງິນ ແລະ 7 ຫຼຽນ​ທອງ. ມະຫະກຳ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງ​ທີ 11 ຢູ່ ​ປະ​ເທດ …

Read More »