Breaking News

ຂ່າວສັງຄົມ

ມີຄວາມຫວັງ! ປະເທດລາວສົ່ງ “ຊຸດປັກດິ້ງຫຼວງພຣະບາງ” ຫວັງຊິງລາງວັນຊຸດປະຈຳຊາດດີເດັ່ນໃນເວທີ Miss Friendship International 2019 ທີ່ຈີນ (ແຊຣໄປໃຫ້ໂລກຮູ້)

ດັ່ງທີ່ແຟນໆໄດ້ຮູ້ໄປແລ້ວວ່າ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 ທີ່ຫຼ້າສຸດກໍໄດ້ໄປເປັນຕົວແທນສາວງາມຈາກປະເທດລາວໃນເວທີ Miss Friendship International 2019 ຈັດຂຶ້ນໃນ ສປ.ຈີນ ເຊິ່ງຈະມີຕົວແທນສາວງາມຈາກທົ່ວໂລກເຂົ້າຮ່ວມປະກວດ. ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ເຊິ່ງກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວວ່າຊຸດປະຈຳຊາດລາວທີ່ ຕຸຕູ່ ໄຜ່ທິດາ ຈະສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Friendship International 2019 ກໍຄື “ຊຸດລາວປັກດິ້ງຫຼວງພຣະບາງ” ເອີ້ນໄດ້ວ່າເປັນຊຸດທີ່ງົດງາມ ຄົງຄວາມເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ເປັນຢ່າງດີ ຊຸດປະຈຳຊາດລາວໃນເວທີການປະກວດ Miss Friendship International 2019 ຈະມາໃນ “ຊຸດປັກດິ້ງສີແດງຫຼວງພຣະບາງ” ທີ່ເປັນເອກະລັກ ສວມໃສ່ໃນແບບບູຮານ ຊັບໂຕ່ງສິ້ນ ເຄື່ອງປະດັບຄຳ ແລະ ຄຳເກົ້າງ່ຽງຂວາ ຫົ່ມສະໄບຊ້າຍ ເພື່ອໃຫ້ໄດ້ກິ່ນອາຍແມ່ຍິງລາວລ້ານຊ້າງໃນສະໄໝກ່ອນ ແຕ່ຈະນຳສະເໜີໃຫ້ເຂົ້າກັບແມ່ຍິງລາວໃນຍຸກປັດຈຸບັນ  (ແຊຣໄປໃຫ້ໂລກຮູ້??) ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ສຳລັບການປະກວດ Miss Friendship International 2019 ຈັດຂຶ້ນທີ່ປະເທດຈີນ ຈະມີມື້ຕັດສິນໃນວັນທີ …

Read More »

ແຟນຄລັບຊາວລາວວ່າແນວໃດເມື່ອ “ຟຣຸກ ຈິລະ ອ່ານພາສາລາວ” ໃຫ້ຜ່ານບໍ່? (ມາຟັງສຳນຽງພາສາລາວຂອງເຂີຍລາວຄົນນີ້ນຳກັນ)

ເກັບຄວາມໜ້າຮັກໆຂອງຄູ່ຮັກສາວລາວ-ບ່າວໄທ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ທີ່ຫຼ້າສຸດກໍໄດ້ມີການເປີດເຜີຍຄລິບທີ່ ຟຣຸກ ຈິຣະ ໄດ້ຮຽນອ່ານພາສາລາວ ເຊິ່ງແອັບເປີ້ນເອງຍັງໄດ້ມີການຢອກຜູ້ເປັນສາມີແບບໜ້າໆດ້ວຍແຄັບຊັ່ນຜ່ານສື່ໂຊຊ່ຽວເພື່ອສອບຖາມບັນດາແຟນຄລັບວ່າ: “ຄົນລາວວ່າຈັ່ງໃດ ພາສາລາວອ້າຍຟຣຸກຜ່ານບໍ່?” (ມີຄລິບ ຟຣຸກ ຈິຣະ ຫັດອ່ານພາສາລາວມາຝາກ) @fluke_jira #flukeapple ???? คนลาวว่าจังได ภาษาลาวอ้ายฟุก ผ่านบ่อ ???? Posted by Appleminiberry on Tuesday, July 16, 2019   ໄດ້ເບິ່ງ ໜຸ່ມ ຟຣຸກ ເຂີຍລາວຫັດອ່ານພາສາລາວແລ້ວເປັນແນວໃດ ແຟນໆພໍຈະໃຫ້ອ້າຍເພິ່ນຜ່ານໄດ້ບໍ່ນໍ…? (ຄອມເມັ້ນບອກກກັນແດ່ເດີ້) ຄລິບຈາກ: FB/Appleminiberry Storyteller: ຊະນີIndy 

Read More »

ສາທຸ ສາທຸ! ຄົນບັນເທີງຮ່ວມເຮັດບຸນໃສ່ບາດໃນມື້ “ບຸນເຂົ້າພັນສາ 2019” (ມີໃຜແດ່ມາເບິ່ງ!!!)

ສະບາຍດີແຟນໆ!!! ຮູ້ສຶກເວລາຜ່ານໄປໄວ ຜ່ານໄປແປັບດຽວກໍຮອດ “ບຸນເຂົ້າພັນສາ” ເຊິ່ງໃນປີນີ້ກົງກັບວັນທີ 16 ກໍລະກົດ 2019, ນອກຈາກພໍ່ແມ່ພີ່ນ້ອງຊາວລາວທຸກໆຄົນ ທີ່ໄດ້ຮ່ວມເຮັດບຸນໃນມື້ດັ່ງກ່າວ ບໍ່ພຽງແຕ່ເທົ່ານັ້ນເພາະບັນດາໜຸ່ມ-ສາວຄົນບັນເທິງບ້ານເຮົາເຊັ່ນ: ລູກນໍ້າ ທິດາລັດ ວົງສິລິ, ເຈນນີ່ ຕົ້ນຄຳ ພົນຈັນເຮືອງ, ມີ່ມີ່ ພູນຊັບ ພົນໂຍທາ, ບາບີ້ ປິຍະມາດ, ສຽວຜິງ ໄຊຍະລິນ ແລະ ອີກຫຼາຍໆທ່ານ… ກໍໄດ້ອອກໄປເຮັດບຸນໃສ່ບາດ ຮັບສິນຮັບພອນ ເພື່ອຄວາມເປັນສິຣິມົງຄຸນໃຫ້ແກ່ຊີວິດ ຕາມແບບສະບັບຊາວພຸດເຮົາເຊັ່ນດຽວກັນ. (ລອງມາເບິ່ງວ່າມີໃຜແດ່…) ລູກນໍ້າ ທິດາລັດ ວົງສິລິ ນັກສະແດງ/ນາງງາມ ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຕ໋ອດ ລີນ້າ ນັກສະແດງ/ນາງແບບ/ພິທີກອນ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017) ບາບີ້ ປິຍະມາດ …

Read More »

ມີລຸ້ນລາງວັນແນ່ນອນ! ງາມ-ຄວາມສາມາດແໜ້ນ Miss Friendship Laos 2019 ດີກຼີບໍ່ທຳມະດາ ກຽມປະກວດໃນເວທີໂລກໄວໆນີ້ (ຄົນລາວກຽມເຊຍ) 

ກຽມພ້ອມຫຼືຍັງແຟນໆ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 ທີ່ຫຼ້າສຸດທາງກອງປະກວດກໍໄດ້ມີການປະກາດຢ່າງເປັນທາງການແລ້ວວ່າ ກຽມສົ່ງຕົວແທນສາວລາວຄົນນີ້ສູ່ເວທີລະດັບໂລກນັ້ນກໍຄື Miss Friendship International 2019 ທີ່ຈະຈັດຂຶ້ນໃນທ້າຍເດືອນ ກໍລະກົດ 2019 ຈັດຂຶ້ນໃນ ສປ.ຈີນ ເຊິ່ງຈະມີຕົວແທນສາວງາມຈາກທົ່ວໂລກເຂົ້າຮ່ວມປະກວດ. ໄດ້ເຫັນຂຶ້ນຕົ້ນຂ່າວສານແລ້ວຮູ້ສຶກຕື່ນເຕັ້ນແມ່ນບໍ່ແຟນໆທີ່ຈະໄດ້ລຸ້ນ ໄດ້ເຊຍສາວງາມຈາກປະເທດລາວໃນເວທີແຫ່ງມິດຕະພາບໂລກ ເຊິ່ງຂໍບອກວ່າ ຕຸຕູ່ ໄຜ່ທິດາ Miss Friendship Laos 2019 ອາຍຸ 25 ປີ ລວງສູງ 173 ຊັງຕີແມັດ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ໃນເວລານີ້ກສາວງາມຕົວແທນຈາກລາວກໍມີຄວາມພ້ອມ 100% ແລ້ວ ເພາະນາງມີການເຝິກຊ້ອມທັກສະຕ່າງໆບໍ່ວ່າຈະເປັນເລື່ອງໜ້າຕາຮູບຮ່າງ, ຄວາມຮູ້-ຄວາມສາມາດ, ທັກສະທາງດ້ານພາສາ, ຄວາມພ້ອມທາງດ້ານຊຸດປະຈຳຊາດທີ່ກຽມໄປເຜີຍແຜ່ສູ່ສາຍຕາຊາວໂລກ, ກຽມທັກສະການຍ່າງເທິງເວທີ, ໄຫວພິບການຕອບຄຳຖາມ, ການເຂົ້າສັງຄົມ ແລະ ອີກຫຼາຍໆຢ່າງ… ເພື່ອກຽມໄປປະຊັນຄວາມງາມ …

Read More »

ສູ່ກ້າວໃໝ່ອີກຂັ້ນກັບ! Ford EcoSport 1.0L EcoBoost ປະຢັດນໍ້າມັນສຸດໆ ກະທັດຮັດ ຕອບໂຈດການນໍາໃຊ້ໃນຊີວິດປະຈຳວັນ

ເຫັນແຟນໆຫຼາຍທ່ານອິນບ໋ອກມາບອກເລົ່າວ່າຢາກໄດ້ລົດໃໝ່ ຄັນງາມໆ ລາຄາສົມເຫດສົມຜົນ ປະຢັດນໍ້າມັນ ເໝາະສົມກັບການໃຊ້ງານຕົວຈິງໃນຊີວິດປະຈຳວັນ ແຕ່ຍັງຕັດສິນໃຈບໍ່ໄດ້ວ່າຈະຊື້ລົດຍີ່ຫໍ້ຫຍັງດີ, ດັ່ງນັ້ນໃນມື້ນີ້ເຮົາຈຶ່ງມີອີກໜຶ່ງທາງມາໃຫ້ແຟນໆໄດ້ເກັບໄວ້ເປັນຂໍ້ມູນກ່ອນຕັດສິນໃຈຊື້  ເພາະຫຼ້າສຸດທາງ ທີມງານ ຂວັນໃຈ ເຮົາໄດ້ມີໂອກາດໄປງານເປີດໂຕລົດ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost) ແລະ ຮູ້ສຶກປະທັບໃຈ ເລີຍຢາກນຳມາບອກເລົ່າຕໍ່ແຟນໆ… ໃນຕອນຄໍ່າ ວັນທີ 11 ກໍລະກົດ 2019 ທີ່ຜ່ານມາ, ບໍລິສັດ ລາວຟອດຊີຕີ້ ໄດ້ຈັດງານເປີດຕົວລົດລຸ້ນໃຫມ່ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost)  ຢູ່ທີ່ຫ້ອງຂາຍ ລາວຟອດຊີຕີ້, ສາຂາ ນະຄອນຫຼວງວຽງຈັນ. ໂດຍການກ່າວເປີດງານຂອງທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະ ຝ່າຍຂາຍ , ພ້ອມກັບການນຳສະເໜີລົດໃຫມ່ …

Read More »