Breaking News

ຂ່າວສັງຄົມ

ປະໝາດບໍ່ໄດ້ເລີຍ! ແຟນໆນາງງາມເຊຍມ່ວນແນ່ນອນ ຫວຽດນາມ ກຽມສົ່ງສາວຄົນນີ້…ລົງປະກວດໃນເວທີ Miss Universe 2019 

ຫຼາຍປະເທດທົ່ວໂລກກໍເລີ່ມປະກວດ ແລະ ປະກາດເປັນທາງການກັນໄປຫຼາຍປະເທດ ຫຼ້າສຸດ ປະເທດ ຫວຽດນາມ ກໍສ້າງຄວາມຮຶຮາໃຫ້ແຟນໆນາງງາມທົ່ວໂລກ ເພາະໄດ້ປະກາດຢ່າງເປັນທາງການແລ້ວວ່າໃນປີນີ້ທາງກອງປະກວດຈະແຕ່ງຕັ້ງ  Hoàng Thùy  ເປັນ Miss Universe Vietnam 2019 ແລະ ຈະໄດ້ເປັນຕົວແທນສາວງາມຫວຽດນາມ ເພື່ອໄປປະຊັນຄວາມງາມ  ປະຊັນທັກສະຄວາມຮູ້ຄວາມສາມາດໃນເວທີ Miss Universe 2019 ທີ່ຈະຈັດຂຶ້ນທ້າຍປີນີ້ ສຳລັບ Hoàng Thùy Miss Universe Vietnam 2019 ແຟນໆຢາກຮູ້ແລ້ວແມ່ນບໍ່ວ່ານາງແມ່ນໃຜ ກ່ອນໜ້ານີ້ນາງເປັນຮອງອັນດັບ 1 ຂອງ Miss Universe Vietnam 2017 ເຊິ່ງສາເຫດທີ່ທາງກອງປະກວດມິສຍູນິເວີດໃນປະເທດຫວຽດນາມແຕ່ງຕັ້ງນາງນັ້ນຍ້ອນວ່າ ປະເທດ ຫວຽດນາມ ຈະມີການຈັດການປະກວດ Miss Universe Vietnam 2ປີ/1ຄັ້ງ ໂດຍຈະໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງເປັນຕົວແທນຂອງປະເທດໄປປະກວດກ່ອນ ແລະ ປີຕໍ່ໆໄປກໍຈະເປັນໜ້າທີ່ຂອງຮອງອັນດັບ ຈົນເຮັດໃຫ້   Hoàng Thùy ມີໂອກາດໄດ້ເປັນຕົວແທນ Miss Universe Vietnam 2019 ນັ້ນເອງ …

Read More »

ອີກໜຶ່ງທາງເລືອກໃໝ່ໆ “Take It Easy Cafe” ສາຍຖ່າຍຮູບ ສາຍຄາເຟ່ທັງຫຼາຍຫ້າມພາດ (ບອກເລີຍ…ຕ້ອງໄປ!!)

ວຸ້ນວາຍກັບການເຮັດວຽກ ການຮຽນມາໝົດມື້ ຮູ້ສຶກເມື່ອຍ ຮູ້ສຶກຢາກ Relax ສຸດໆແມ່ນບໍ່ແຟນໆ? ບາງຄົນກໍຢາກນັດໝູ່ສະໜິດ ນັດຄົນຮູ້ໃຈ ຫຼື ບາງຄົນກໍອິນດີ້ແດ່…ຢາກໄປນັ່ງຊຶ້ງໆຄົນດຽວຊິນ່າ (ຮະຮ່າ) ແຕ່ຄິດສະຖານທີ່ບໍ່ອອກ ບໍ່ຮູ້ຈະໄປໃສ ບ່ອນໃດກໍໄປມາໝົດແລ້ວ… ບໍ່ຍາກເດີ້!!! ປີນີ້ 2019 ແລ້ວບໍ່ຕ້ອງຄິດໃຫ້ເມື່ອຍ ພຽງແຕ່ຕິດຕາມ Kuanjai Magazine  ນັ່ງຢູ່ລ້າໆກໍຈະມີຂໍ້ມູນຂ່າວສານໃໝ່ມາອັບເດດໃຫ້ແຟນໆໄດ້ຮູ້ກັນເລື້ອຍໆ ເພາະຫຼ້າສຸດໄດ້ຍິນຂ່າວວ່າມີຮ້ານ Cafe ເປີດໃໝ່ ຊະນີIndy ກໍບໍ່ລໍຖ້າຊ້າ ໄດ້ໄປຍາມຮ້ານ “Take It Easy Cafe” ເພື່ອເກັບເອົາບັນຍາກາດດີໆພາຍໃນຮ້ານ ແລະ ມາບອກຕໍ່ເຖິງລົດຊາດເຄື່ອງດື່ມ ແລະ ອາຫານທີ່ໜ້າລິ້ມລອງມາຝາກແຟນໆແລ້ວ… ເຊິ່ງຮ້ານ “Take It Easy Cafe” ແມ່ນຕັ້ງຢູ່ຊັ້ນ 4 ຂອງຫ້າງຊັບພະສິນຄ້າ World Trade Center, Bloke B ເຊິ່ງທາງທີມງານເຮົາກໍໄດ້ມີການໄປຖາມໄຖ່ເຖິງທີ່ມາທີ່ໄປຂອງຮ້ານແລ້ວວ່າ “Take It Easy Cafe” …

Read More »

ໃຜວ່າຖືພາຕ້ອງໝົດງາມ? ສ່ອງ…ແອັບເປີ້ນ ສີສະຫງຽນ ກັບການແຕ່ງໂຕໃນຊ່ວງຖືພາ (ບອກເລີຍແມ່ສາຍແຟສຸດໆ)

ນີ້ຍຸກໃດແລ້ວ…ໝົດຄຳທີ່ຕ້ອງເວົ້າວ່າເປັນແມ່ຖືພາແລ້ວຕ້ອງຕຸ້ຍ ຕ້ອງໝົດງາມ ຕ້ອງໝົດຄວາມໝັ້ນໃຈ (No no no) ບໍ່ໄດ້ເດີ້ ແມ່ຍິງເຮົາຕ້ອງຖືຄະຕິຢູ່ຕະຫຼອດວ່າເປັນແມ່ຍິງຢ່າຢຸດງາມ, ບໍ່ເຊື່ອລອງມາສ່ອງ ແອັບເປີ້ນ ສີສະຫງຽນ ທີ່ປັດຈຸບັນນາງກຳລັງຖືພາໄດ້ປະມານເກືອບ 5 ເດືອນ ແຕ່ເບິ່ງແລ້ວນາງກໍຍັງໜ້າຮັກສົດໃສ ງາມຂຶ້ນເລື້ອຍໆ ແລະ ແຕ່ລະຊຸດຂອງນາງກໍຍັງບໍ່ຊໍ້າ ນຳສະໄໝ ສາຍແຟຊັ່ນສຸດໆ. (ລອງມາເບິ່ງ Looks ຂອງ ແອັບເປີ້ນ ສີສະຫງຽນ) ເປັນແນວໃດໄດ້ເຫັນຄວາມງາມ ໜ້າຮັກສົດໃສໃນແບບຂອງ ແອັບເປີ້ນ ສີສະຫງຽນ ເປັນຄືກັບໄດ້ເອີ່ຍມາແຕ່ຕົ້ນເລີຍແມ່ນບໍ່? ສ່ວນແມ່ໆຄົນໃດທີ່ກຳລັງຈະມີລູກ ຫຼຶ ມີລູກແລ້ວ ຮູບຮ່າງກໍອາດຈະບໍ່ຄືເກົ່າ  ໃຫ້ລຸກຂຶ້ນມາເບິ່ງແຍງຕົວເອງໃຫ້ງາມ ແລະ ດູດີແບບເກົ່າກໍຍັງບໍ່ສາຍ ຂໍເປັນກຳລັງໃຈໃຫ້ທຸກໆຄົນກໍແລ້ວກັນເນາະ. ຂໍຂອບໃຈຮູບພາບຈາກ: Appleminiberry Story: ຊະນີIndy

Read More »

ຜົນຮ້າຍຈາກການກິນອາຫານທີ່ບໍ່ມີປະໂຫຍດ  ຫຼາຍລ້ານຄົນທົ່ວໂລກເສຍຊີວິດ (ລະວັງແດ່!!!)

ການສຶກສາວິໄຈໄດ້ຖືກຕີພິມໃນວາລະສານ The Lancet ຈາກການສຳຫຼວດໃນ 195 ປະເທດ ຈາກການສຶກສາທົ່ວໂລກພົບວ່າມີຜູ້ເສຍຊີວິດກວ່າ 11 ລ້ານຄົນທົ່ວໂລກ ໃນປີ 2017 ທີ່ຜ່ານມາ ເຊິ່ງສາເຫດເກີດຈາກການກິນອາຫານທີ່ບໍ່ມີປະໂຫຍດເຊັ່ນ ນໍ້າຕານ, ເກືອ ແລະ ຊີ້ນແປຮູບ ອາຫານທີ່ບໍ່ດີເຫຼົ່ານີ້ເປັນສາເຫດທີ່ເຮັດໃຫ້ມີຜູ້ເສຍຊີວິດ 1 ໃນ 5 ຂອງຄົນທົ່ວໂລກຫຼາຍກວ່າປັດໄຈສ່ຽງອື່ນໆ ຈາກການສຶກສາພົບວ່າຄົນເຮົາບໍລິໂພກອາຫານເພື່ອສຸຂະພາບໜ້ອຍເກີນໄປເຊັ່ນ ອາຫານປະເພດຖົ່ວ, ນົມ ແລະ ທັນຍະພືດ ແຕ່ກັບກິນອາຫານທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍເກີນຄວາມຈຳເປັນໃນແຕ່ລະມື້ເຊັ່ນ: ນໍ້າຕານ, ເກືອ ແລະ ໄຂມັນບໍ່ດີ ເຊິ່ງເປັນປັດໄຈສ່ຽງທີ່ເຮັດໃຫ້ເກີດພະຍາດຕ່າງໆ ຕາມມາຢ່າງຫຼວງຫຼາຍເຊັ່ນ ພະຍາດຫົວໃຈ, ພະຍາດຫຼອດເລືອດໃນສະໝອງ, ພະຍາດເບົາຫວານ ແລະ ພະຍາດມະເຮັງຫຼາຍຊະນິດ ການສຶກສາທີ່ຕີພິມໃນວາລະສານໄດ້ລະບຸວ່າ ຄວນຮັບປະທານອາຫານທີ່ມີປະໂຫຍດຕໍ່ສຸຂະພາບໃຫ້ຫຼາຍຂຶ້ນ ຄວນກິນປະເພດຖົ່ວຕ່າງໆ ຜັກ ໝາກໄມ້ ຄວນຮັບປະທານເພີ່ມຂຶ້ນເປັນ 2 ເທົ່າເພື່ອປ້ອງກັນພະຍາດຕ່າງໆ ການເສຍຊີວິດຈາກການກິນອາຫານທີ່ບໍ່ມີປະໂຫຍດຈາກການສຶກສາພົບວ່າຈາກ 11 ລ້ານຄົນໃນປີ 2017 …

Read More »

ຮູ້ຫຼືບໍ່? ໃຜທີ່ເຮັດໃຫ້ເຮົາເສື່ອມເສຍກຽດສັກສີດ້ວຍການເວົ້າ, ການຂຽນ ຫຼືດ້ວຍໃນຮູບການອື່ນໆ ສາມາດເອົາຜິດຕາມກົດໝາຍໄດ້!!!

ເມື່ອເວົ້າເຖິງການເວົ້າຂວັນ ນິນທາ ໃສ່ຮ້າຍ ຖືໄດ້ວ່າເປັນພະຍາດຕິດແປດຮ້າຍແຮງຂອງຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນແມ່ຍິງເຮົາບາງກຸ່ມ ທີ່ພໍແຕ່ມີເວລາວ່າງປຸ໊ບ ກໍມັກຈະຈັບກຸ່ມເມົ້າມອຍ ອັບເດດສະຖານະການຊາວບ້ານ ທັງເລື່ອງວົງນອກ ວົງໃນ ກ້ອງຕຽງ ເທິງຕຽງບໍ່ວ່າຂອງໃຜ ແມ່ນຮູ້ໝົດ ບາງຄົນຮູ້ດີກວ່າເລື່ອງຂອງຕົນເອງອີກເດີ້!!! ຕາມຫຼັກການທາງຈິດຕະວິທະຍາແລ້ວ ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່ ຫຼືເວົ້າອີກຢ່າງໜຶ່ງກໍແມ່ນພຶດຕິກຳຂອງຄົນຂີ້ອິດສານນັ້ນເອງ ສະນັ້ນ ການໄດ້ນິນທາຄົນອື່ນ ເວົ້າທັບຖົມຄົນອື່ນ ຈຶ່ງເຮັດໃຫ້ຜູ້ເວົ້າຮູ້ສຶກວ່າຕົນເອງມີຄຸນຄ່າຂຶ້ນ ເໜືອກວ່າ ເກັ່ງກວ່າ ເດັ່ນກວ່າ ຜູ້ທີ່ເຂົາກຳລັງກ່າວເຖິງນັ້ນ ຜູ້ທີ່ມັກເວົ້າຂວັນ ນິນທາ ໃສ່ຮ້າຍຜູ້ອື່ນ ອາດຈະຮູ້ສຶກດີ ມ່ວນປາກຕອນເວົ້າ ຫຼືຕອນຂຽນດ່າ ດ້ວຍອາລົມ ຫຼືຄວາມສະໃຈບາງຢ່າງ ແຕ່ຜົນກະທົບທີ່ເກີດຂຶ້ນແມ່ນຮ້າຍແຮງ ເພາະມັນເຮັດໃຫ້ເສຍພາບພົດທີ່ດີຂອງຕົນເອງ ທຳລາຍຄວາມສາມັກຄີ ສ້າງຄວາມແຕກແຍກໃຫ້ບຸກຄົນອື່ນ ສ້າງຄວາມເຂົ້າໃຈຜິດໆ ອັນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ກຽດສັກສີຂອງບຸກຄົນອື່ນ ເຊິ່ງຖືໄດ້ວ່າລະເມີດສິດທິສ່ວນບຸກຄົນຂອງເຂົາເຈົ້ານຳອີກໃດ ພຶດຕິກຳເຫຼົ່ານີ້ຈຶ່ງເປັນສິ່ງທີ່ບໍ່ດີທັງຕໍ່ຕົນເອງ ແລະຄົນອ້ອມຂ້າງ ສະນັ້ນ ຫາກສາວໆຄົນໃດມີພຶດຕິກຳແບບນີ້ ກໍຂໍໃຫ້ພະຍາຍາມຫຼຸດຜ່ອນ …

Read More »