Breaking News

ຂ່າວສັງຄົມ

ມື້ນີ້ ວັນທີ 28 ກັນຍາ ວັນສາກົນ ປ້ອງກັນພະຍາດວໍ້

ພະຍາດວໍ້ ເປັນພະຍາດສັດ ທີ່ຕິດຕໍ່ຈາກສັດສູ່ຄົນໄດ້ ຊື່ງສາມາດຕິດແປດໃສ່ສັດລ້ຽງລູກດ້ວຍນົມ ລວມທັງຄົນເຮົາ. ພະຍາດນີ້ບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້ ແຕ່ສາມາດປ້ອງກັນດ້ວຍການສັກຢາ. ເພື່ອຫຼຸດຜ່ອນຕໍ່ຜົນກະທົບ ແລະຄວາມສ່ຽງດັ່ງກ່າວ. ປະເທດລາວມີຄົນເສຍຊີວິດຈາກພະຍາດວໍ້ ເຖິງ 8 ກໍລະນີ ຕັ້ງແຕ່ເດືອນມັງກອນ ຫາ ເດືອນສິງຫາ 2020 ຜ່ານມາ. ສະນັ້ນ, ຈຶ່ງຮຽກຮອງໃຫ້ທຸກຄົນປ້ອງກັນ ແລະ ເອົາໃຈໃສ່ສັດລ້ຽງຂອງຕົນເອງຢ່າງເຄັ່ງຄັດ. ພ້ອມກັນນັ້ນ, ເຮົາຕ້ອງມີຄວາມຮັບຜິດຊອບຕໍ່ສັດລ້ຽງເປັນຕົ້ນ: ໝາ ແລະແມວ ຂອງຕົນ ໃຫ້ມີການຄຸ້ມຄອງ, ລ້ຽງເກືອ ແລະເອົາໃຈໃສ່ຮັກສາສຸຂາພາບສັດ ໂດຍນໍາເອົາສັດລ້ຽງ ໄປສັກວັກຊິນວໍ້ເປັນປົກກະຕິ ຖືກຕ້ອງຕາມການກໍານົດເວລາ ແລະຕໍ່ເນື່ອງ. ຂໍ້ມູນຈາກ: https://www.google.com/url? ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຈົບລົງດ້ວຍດີກັບ ງານເທດສະການອາຫານວຽງຈັນ Vientiane Food Fest 2020

ງານເທດສະການອາຫານວຽງຈັນ Vientiane Food Fest 2020 ເອົາໃຈສາຍກິນທີ່ໄດ້ເປີດຕັ້ງແຕ່ວັນທີ 24-27 ກັນຍາ 2020 ຜ່ານມາ ທີ່ສູນການຄ້າພາກຊັນ (Parkson) ຖືໄດ້ວ່າໄດ້ຮັບຜົນຕອບຮັບດີພໍສົມຄວນ. ງານເທດສະການອາຫານສຸດຍິ່ງໃຫຍ່ ໄດ້ຮັບກະແສຕອບຮັບດີຈາກສາຍກິນທັງຫຼາຍ ເພາະຄົນລົ້ນຕັ້ງແຕ່ມື້ເລີ່ມເປີດ ຄືວັນທີ 24 ກັນຍາ ເອີ້ນໄດ້ວ່າ ລວມເກືອບທຸກເມນູອາຫານ ທັງອາຫານລາວ ແລະ ອາຫານນານາຊາດ ຈັດເຕັມເຖິງ 100 ຮ້ານດັງທີ່ຄັດເລືອກໄວ້ໃຫ້ທຸກທ່ານມາຊື້ມາຊິມ. ຮູບພາບຈາກ: Vientiane Food Fest ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭ +856 20 52172698‬ ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ອາລິສ ຫລຸຍ ວອລຕັນ (Alice Louise Walton) ແມ່ຍິງທີ່ຕິດອັນດັບມະຫາເສດຖີທີ່ລວຍສຸດໃນໂລກ

ອາລິສ ຫລຸຍ ວອລຕັນ ເປັນເຈົ້າຂອງຫຸ້ນ Walmart ໂດຍມີຊັບສິນຫຼາຍກວ່າ 11 ພັນລ້ານໂດລາສະຫະລັດ ໃນປີ 2016,​ ຫຼ້າສຸດ ໃນເດືອນ ກັນຍາ 2020 ວອລຕັນ ມີມູນຄ່າຊັບສິນທັງໝົດ 68,8 ພັນລ້ານໂດລາສະຫະລັດ ທີ່ເຮັດໃຫ້ລາວຕິດອັນດັບທີ ອັນດັບທີ 9 ບຸກຄົນທີ່ລວຍທີ່ສຸດໃນໂລກ ແລະ ກາຍເປັນຜູ້ຍິງລວຍທີ່ສຸດໃນໂລກ. ວອລຕັນ ເປັນຄົນສະຫະລັດອາເມລິກາ ເກີດວັນທີ 7 ພະຈິກ 1949 ປັດຈຸບັນ ອາຍຸ 70 ປີ, ຈົບຈາກມະຫາວິທະຍາໄລ Trinity ໃນ San Antonio, Texas, ໃນຄະນະວິຊາເສດຖະສາດ. ວອລຕັນແມ່ນຄົນທຳອິດ ທີ່ເປັນປະທານສະພາ ເຂດຕາເວັນຕົກສຽງເໜືອຂອງ Arkansas ແລະ ມີບົດບາດ ສຳຄັນໃນການພັດທະນາສະໜາມບິນຂອງພາກພື້ນ ຕາເວັນຕົກສຽງເໜືອ Arkansas. …

Read More »

R.I.P ເມຍ ໜຸ່ມ ໂກ​ສິນ ​ລາ​ຊາ​ເພງ​ລູກ​ທົ່ງ​ບ້ານ​ນາ

ຂໍສະແດງຄວາມເສຍໃຈກັບການຈາກໄປຂອງ ເມຍ ໜຸ່ມ ໂກ​ສິນ ​ລາ​ຊາ​ເພງ​ລູກ​ທົ່ງ​ບ້ານ​ນາ ຖືວ່າເປັນຂ່າວເສົ້າສະຫຼົດໃຈອີກຂ່າວໜຶ່ງ ທີ່ໄດ້ສູນເສຍບຸກຄົນໃນຕະກູນນີ້ອີກຄັ້ງ ຫຼັງຈາກທີ່ບໍ່ດົນມານີ້ ໄດ້ພົບກັບການສູນເສຍໂດຍການຈາກໄປຂອງ ອາຈານ ກິດາວເພັດ ໜູຫ່ວງ ໃນເດືອນເມສາ ຜ່ານມາ. ໂດຍ ເມຍ ຂອງໜຸ່ມໂກສິນ ໄດ້ເສຍຊີວິດໃນວັນທີ 23 ກັນຍາ 2020 ດ້ວຍພະຍາດຜູ້ກ່ຽວເອງ ພາຍຫຼັງທີ່ໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍໃນວັນທີ 18 ກັນຍາ ຜ່ານມາ. ທາງຂັວນໃຈຕ້ອງຂໍສະແດງຄວາມເສຍໃຈກັບການຈາກໄປຄັ້ງນີ້ ຂໍໃຫ້ດວງວິນຍານສົ່ງໄປສູ່ຂະຕິ ຮູບພາບຈາກ: khamphoud Nouhouang ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຄວາມຮັກ ບໍ່ວ່າຈະເພດໃດ ເມື່ອເກີດຂຶ້ນແລ້ວມັນງົດງາມະເໝີ

ຜູ້ໃຊ້ເຟສບຸກ Loth Souksavah ໄດ້ໂພສໃນເຟສບຸກຕົນເອງວ່າ: ຍິນດີນຳທັງສອງຄົນ ຄູ່ແລກຈາກແຂວງອຸດົມໄຊ ໜ້າຮັກທັງຄູ ຂໍໃຫ້ທັງສອງຮັກກັນຕະຫຼອດໄປ, ຮັກ ແລະ ເປັນກຳລັງໃຈໃຫ້ອ້າຍທັງສອງ ສຸດທ້າຍນີ້, ແອັດຂໍແດງຄວາມຍິນດີກັບທັວຄູ່ ແລະ ຂໍໃຫ້ທັງຄູ່ຄອງຮັກກັນຕະຫຼອດໄປເດີ ! ຮູບພາບຈາກເຟສບຸກ: Loth Souksavanh ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »