Breaking News

ຂ່າວສັງຄົມ

ຊົມເຊີຍ! ຕົວແທນເຍົາວະຊົນຈາກລາວ ຊະນະການແຂ່ງຂັນບານເຕະໄດ້ຮັບຂັນລາງວັນໃນງານ “BSS” ທີ່ພັດທະຍາ ປະເທດໄທ

ໃນວັນທີ 1 ມິຖຸນາ 2019 ທີ່ຜ່ານມາ ໄດ້ມີການແຂ່ງຂັນບານເຕະລະດັບໂຮງຮຽນນານາຊາດໃນງານ Bangkok Soccer Schools International Tournament (BSS) ຢູ່ທີ່ພັດທະຍາ ປະເທດໄທ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງທີມ ນັກກິລາບານເຕະຊາຍ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10) ລົງແຂ່ງຂັນໃນງານນີ້ອີກດ້ວຍ. ການເດີນທາງໄປຮ່ວມແຂ່ງຂັນໃນເທື່ອນີ້ນຳພາໂດຍຄູເຝິກຊາວຕ່າງຊາດກໍຄື ຄູເຝິກ Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດໄປຮ່ວມແຂ່ງຂັນ, ໃນການແຂ່ງຂັນມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ ມີຕັ້ງແຕ່ລຸ້ນອາຍຸ 7 ປີ ໄປຈົນຮອດ 12 ປີ ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 …

Read More »

ງົດງາມ ຄວາມສາມາດແໜ້ນ! ໄດ້ແລ້ວ Miss Universe Myanmar 2019 (ຂໍສະແດງຄວາມຍິນດີ)

ເລີ່ມຕົ້ນເດືອນ ມິຖຸນາ 2019 ກັບເວທີຂາອ່ອນ ຫຼ້າສຸດກໍປະກາດຜົນກັນມາແລ້ວສຳລັບ Miss Universe Myanmar 2019 ເຊິ່ງສາວງາມທີ່ມີຄວາມເໝາະສົມ ຄວ້າມົງກຸດໄປຄອງໄດ້ແກ່ ນາງ ຊະເວ ຊີນ ແທດ (Swe Zin Htet) ອາຍຸ 20 ປີ ເປັນສາວງາມທີ່ມາພ້ອມຄວາມງາມ ແລະ ຄວາມສາມາດ (ຂໍສະແດງຄວາມຍິນດີ) ສຳລັບ ຊະເວ ຊີນ ແທດ (Swe Zin Htet) ອາຍຸ 20 ປີ ລວງສູງ 179 ຊັງຕີແມັດ ເປັນສາວງາມຈາກເມືອງ ພະອານ (Pha-An) ເປັນສາວງາມທີ່ໂດດເດັ່ນ ກຳລັງສຶກສາທີ່ National University of Arts and Culture ກ່ອນໜ້ານີ້ນາງເຄີຍມີຜົນງານໃນເວທີນາງງາມມາຫຼາຍເວທີແລ້ວເຊັ່ນ: Miss Univers Hpa-An 2018 , …

Read More »

ມາແຮງ! “ຢາກໃຫ້ກັບມາ” ບົດເພງລາວແນວຄວາມຮັກທີ່ແຟນໆເວົ້າເຖິງຫຼາຍທີ່ສຸດໃນເວລານີ້…

ມາອັບເດດຜົນງານຂອງສິລະປິນລາວ ຫຼ້າສຸດ ຕານຸ ວັນນະສິນ ໄດ້ປ່ອຍເພງ “ຢາກໃຫ້ກັບມາ” ມາໃຫ້ແຟນໆໄດ້ຟັງກັນແບບຊຶ້ງໆກິນໃຈ ແລະ ພໍແຕ່ປ່ອຍບໍ່ພຽງເທົ່າໃດມື້ ກໍເຮັດໃຫ້ມີກະແສ ແລະ ເປັນບົດເພງລາວທີ່ມີຄົນເວົ້າເຖິງຫຼາຍທີ່ສຸດໃນເວລານີ້… (ມີເພງ “ຢາກໃຫ້ກັບມາ” ມາຝາກແຟນໆທຸກຄົນ ລອງມາຟັງກັນ…) ສຳລັບ ຕານຸ ວັນນະສິນ ກ່ອນໜ້ານີ້ແມ່ນໄດ້ປ່ອຍຜົນງານເພງ “ເຫຼືອໄວ້ແຕ່ນໍ້າຕາ” ເຊິ່ງກໍເຮັດໃຫ້ມີຍອດວິວທາງ Youtube ກັນຢ່າງຫຼວງຫຼາຍ ແລະ ໃນວັນທີ 26 ພຶດສະພາ 2019 ທີ່ຜ່ານມາ ກໍໄດ້ປ່ອຍບົດເພງ “ຢາກໃຫ້ກັບມາ” ເປັນບົດເພງທີ່ 2. ໄດ້ຟັງເພງ “ຢາກໃຫ້ກັບມາ”  ແລ້ວຮູ້ສຶກມ່ວນ ຊຶ້ງກິນໃຈສຸດໆເລີຍແມ່ນບໍ່? ຢ່າງໃດ! ກໍຝາກແຟນໆເປັນກຳລັງໃຈໃຫ້ສິລະປິນລາວກັນຫຼາຍໆໂລດເດີ້ ເຮົາຄົນລາວສະໜັບສະໜູນຜົນງານຄົນລາວນຳກັນເນາະ. ທີ່ມາຄລິບ: Tanu Vannasin

Read More »

ສ່ອງ IG! ວີ ວິໂອເຣັດ ນັກຮ້ອງດັງ ຫຼ້າສຸດໂພສແບບນີ້…ຫຼັງຈົບຄອນເສີດໃນປະເທດລາວ

ມາອັບເດດ Instagram ຂອງ ວີ ວິໂອເຣັດ ວໍເທຍ ນັກຮ້ອງ/ນັກສະແດງຊື່ດັງຈາກປະເທດໄທ ເມື່ອບໍ່ດົນມານີ້ນາງກໍໄດ້ເດີນທາງມາທີ່ ນະຄອນຫຼວງວຽງຈັນ ປະເທດລາວ ເພື່ອພົບພໍ້ກັບແຟນໆຊາວລາວ ແລະ ຈັດມິນິຄອນເສີດຢ່າງອົບອຸ່ນ… ຫຼ້າສຸດ ວີ ວິໂອເຣັດ ກໍໄດ້ໂພສຮູບພາບ ແລະແຄັບຊັ່ນຄວາມປະທັບໃຈທີ່ມີຕໍ່ແຟນໆຊາວລາວວ່າ: “Thank you for shout-singing with me for the last two nights. You guys were awesome. Love love love Laos” ເຊິ່ງມີຄວາມໝາຍວ່າ: ຂອບໃຈສຳລັບການຮ້ອງເຊຍ-ຮ້ອງເພງ ໄປພ້ອມໆກັນກັບຂ້ອຍໃນ 2 ຄໍ່າຄືນທີ່ຜ່ານມາ, ພວກເຈົ້າສຸດຍອດຫຼາຍໆ. ຮັກ ຮັກ ຮັກ ປະເທດລາວ ຈົນເຮັດໃຫ້ໂພສດັ່ງກ່າວມີແຟນໆທັງລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນ ແລະ ຕອບກັບວ່າ …

Read More »

ຄົນລາວເກັ່ງຫຼາຍ! ຜູ້ກໍາກັບໜຸ່ມໄຟແຮງຈາກລາວ ຮ່ວມເປັນໜຶ່ງໃນຄົນສ້າງຮູບເງົາ ຍ່າງພົມແດງທີ່ເທສະການຮູບເງົາເມືອງຄານ 

ພໍຮອດງານເທສະການຮູບເງົາລະດັບໂລກນັ້ນກໍຄື ເທສະການຮູບເງົາເມືອງຄານ ທີ່ປະເທດ ຝຣັ່ງ ເຮົາອາດຈະຕິດພາບທີ່ວ່າເຄີຍເຫັນແຕ່ທີມຜູ້ສ້າງຮູບເງົາ ຫຼື ນັກສະແດງ ເຊເລັບຄົນດັງທີ່ເປັນຄົນຕ່າງຊາດໄປຮ່ວມງານ ໄປແລກປ່ຽນປະສົບການ ໄປຍ່າງພົມແດງ ແຕ່ມາຮອດປີ 2019 ເອີ້ນໄດ້ວ່າເປັນສິ່ງທີ່ຄົນລາວເຮົາພູມໃຈອີກໜຶ່ງຢ່າງ ເພາະໄດ້ມີຜູ້ກໍາກັບໜຸ່ມໄຟແຮງຈາກລາວ ໄຊສົງຄາມ ອິນດວງຈັນທີ ໄດ້ຖືກຄັດເລືອກຈາກ la Fabrique Cinéma ພ້ອມທັງໄດ້ໄປຮ່ວມງານເທດສະການຮູບເງົາເມືອງຄານ ປີ 2019 ທີ່ປະເທດ ຝຣັ່ງ, ເຊິ່ງໜຸ່ມຄົນນີ້ໄດ້ຮ່ວມເປັນໜຶ່ງໃນ 10 ຄົນສ້າງຮູບເງົາຈາກທົ່ວໂລກ ທີ່ຖືກເຊີນເຂົ້າຮ່ວມເທດສະການຮູບເງົາທີ່ເມືອງຄານ. ໄຊສົງຄາມ ອິນດວງຈັນທີ ໜຸ່ມລາວເຈົ້າຂອງບົດຮູບເງົາ ເອື້ອຍ (Raising a beast) ໄດ້ພົບປະກັບບັນດາຜູ້ສ້າງຮູບເງົາມືອາຊີບ ຝຣັ່ງ ແລະ ປະເທດຕ່າງໆ, ເພື່ອຄົ້ນຫາຜູ້ໃຫ້ທຶນສໍາລັບການຖ່າຍທໍາຜົນງານຮູບເງົາເລື່ອງຍາວເລື່ອງທໍາອິດ. ສຳລັບ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບໜຸ່ມໄຟແຮງຄົນນີ້ ຈົບການສຶກສາລະດັບປະລິນຍາຕີ ສາຂາສື່ສານມວນຊົນ ທີ່ປະເທດ ສິງກະໂປ ,ຈົບການສຶກສາປະລິນຍາໂທ ສາຂາສ້າງຮູບເງົາທີ່ ນິວຍອກ USA ພາຍໃຕ້ທຶນ …

Read More »