Breaking News

ຂ່າວສັງຄົມ

ເກັ່ງຫຼາຍເດັກລາວ! ສ້າງປະຫວັດສາດໜ້າໃໝ່ຜ່ານເຂົ້າຮອບຊິງຊະນະເລີດ ຈະພົບກັບທີມຊາດໄທ 21 ພຶດສະພາ 2019 ນີ້ (ຂໍກຳລັງໃຈໃຫ້ນ້ອງໆດ່ວນ!)

#ແຊຣໄປໃຫ້ໂລກຮູ້  ຮີ້ວໆໆໆ…ເຊຍລາວສູ້ໆ!!! ແຖວນີ້ມີໃຜເປັນ FC ນ້ອງໆນັກກິລາຍິງທີມຊາດລາວກັນແດ່ຍົກມືຂຶ້ນໄວໆ ຊ່ວງນີ້ຮູ້ສຶກມີຂ່າວດີລະດັບຊາດມາໃຫ້ໄດ້ປິຕິຍິນດີ ເພາະເທົ່າທີ່ແຟນໆໄດ້ຕິດຕາມຂ່າວສານຂອງນ້ອງໆນັກກິລາຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ໂຊຜົນງານແບບເໝືອເມກ ເອົາຊະນະຫຼາຍນັດລວດ ສ້າງປະຫວັດຫນ້າໃຫມ່ໃຫ້ກັບວົງການບານເຕະລາວ ແລະ ຫຼ້າສຸດຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ທີມຊາດໄທ ຈະແຂ່ງຂັນໃນວັນທີ 21 ພຶດສະພາ 2019 ນີ້…  ເຊິ່່ງວັນທີ 19 ພຶດສະພາ 2019 ຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1 ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຮອບຮອງຊະນະເລີດ ທີມຊາດລາວ ພົບກັບ ທີມຊາດ ຟີລິບປິນ ເກມການແຂ່ງຂັນນັດດັ່ງກ່າວ ທ່ານ​ …

Read More »

ຂໍສະແດງຄວາມຍິນດີ! ນັກເຕະຍິງທີມຊາດລາວ ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ (ຟອມດີຫຼາຍ ແຊຣເປັນກຳລັງໃຈໃຫ້ເດັກລາວ)

ເກັ່ງຫຼາຍໆ ທີມຊາດຍິງ ລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຍັງຜົນງານດີຕໍ່ເນື່ອງ ຊະນະ ທີມຊາດ ກຳປູເຈຍ ຮຸ່ນອາຍຸບໍ່ເກີນ 15 ປີ 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ ວັນທີ 15 ພຶດສະພາ 2019 ຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1 ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື “AFF U15 GIRLS’ CHAMPIONSHIP 2019” ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດກຳປູເຈຍ 2-0 ໂດຍ ທີມຊາດລາວ ໄດ້ປະຕູ ຈາກ ເບີ …

Read More »

ເຄີຍຮູ້ກ່ຽວກັບປະຫວັດຄວາມເປັນມາຂອງ “ທົ່ງໄຫຫີນ” ມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຫຼືບໍ່? (ຖ້າຍັງ…ມາຮູ້ໄປພ້ອມໆກັນ!!!)

ຄວາມພູມໃຈ! “ທົ່ງໄຫຫີນ” ຈາກແຂວງຊຽງຂວາງປະເທດລາວສູ່ມໍລະດົກໂລກ ມາຮູ້ຈັກປະຫວັດຄວາມເປັນມາໄປພ້ອມໆກັນ ເພາະຫຼ້າສຸດໄດ້ມີການເປີດເຜີຍວ່າ: ທົ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ແລ້ວ ເຊິ່ງຂ່າວດີດັ່ງກ່າວ ສ້າງຄວາມປິຕິຍິນດີໃຫ້ຄົນລາວທົ່ວປະເທດ, ແຕ່ບາງຄົນທີ່ເປັນຄົນລາວ ໂດຍສະເພາະຄົນຮຸ່ນໃໝ່ ກໍຍັງບໍ່ຮູ້ເຖິງປະຫວັດຄວາມເປັນມາຂອງ ທົ່ງໄຫຫີນ ແຂວງຊຽງຂວາງ, ດັ່ງນັ້ນ! ໃນມື້ນີ້ ຂວັນໃຈ ຈະພາແຟນໆໄປຊອກຄວາມຮູ້ຕົ້ນກຳເນີດ ຊອກຮູ້ເຖິງປະຫວັດຄວາມເປັນມາຂອງ “ທົ່ງໄຫຫີນ” ມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ. “ທົ່ງໄຫຫີນ” ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ປະເທດລາວ ຊາວບ້ານໄປພົບພໍ້ລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫ ເຮັດດ້ວຍຫີນຊາຍທີ່ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 …

Read More »

ຂ່າວດີ! ໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ແລ້ວ (ແຊຣໄປໃຫ້ໂລກຮູ້)

ນັບວ່າເປັນຂ່າວດີຂອງປະຊາຊົນຄົນລາວທຸກໆຄົນ ຫຼ້າສຸດໄດ້ມີການເປີດເຜີຍວ່າ: ໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ແລ້ວ ເຊິ່ງຂ່າວດີດັ່ງກ່າວ ສ້າງຄວາມປິຕິຍິນດີໃຫ້ຄົນລາວທົ່ວປະເທດ. ສຳລັບການປະກາດຮັບຮອງຢ່າງເປັນທາງການໃຫ້ ໄຫຫີນ ແຂວງຊຽງຂວາງ ໄດ້ເປັນມໍລະດົກໂລກນັ້ນ ຈະມີການປະກາດໃນກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 30 ມິຖຸນາ-7 ກໍລະກົດ 2019 ທີ່ຈະເຖິງນີ້ ຢູ່ທີ່ປະເທດອາແຊັກບາຍຊານ. (ເປັນຂ່າວທີ່ໜ້າຍິນດີຫຼາຍໆ ຢ່າລືມແຊຣໃຫ້ຄົນລາວ ແລະ ຄົນທົ່ວໂລກໄດ້ຮູ້ນຳກັນເດີ້ແຟນໆ) ທີ່ມາ: ສາລາກະວີ ງົວແລະກວຽນ (ຂໍຂອບໃຈສຳລັບຮູບພາບ)

Read More »

ມາແບບເໜືອຊັ້ນ! ນັກເຕະຍິງທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ ໄປເຖິງ “7-0” (ຊົມເຊີຍ! ເກັ່ງຫຼາຍໆ)

ເປັນຂ່າວສານທີ່ກຳລັງມາແຮງທີ່ສຸດໃນເວລານີ້ ນັບວ່າເປັນຂ່າວດີເລີຍກໍວ່າໄດ້ ເພາະຫຼ້າສຸດໃນ ວັນທີ 13 ພຶດສະພາ 2019 ທີ່ຜ່ານມາ ຢູ່ທີ່ສະໜາມ “Institute of Physical Education Chonburi Campus Stadium 1” ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື “AFF U15 GIRLS’ CHAMPIONSHIP 2019” ເຊິ່ງ ທີມຊາດລາວ ລົງສະຫນາມນັດທີ 2 ພົບກັບ ທີມຊາດສິງກະໂປ. ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ ໄປເຖິງ “7-0″ ໂດຍ ທີມຊາດລາວ ໄດ້ 3 ປະຕູ ຈາກ ເບີ 8 ເປ້ …

Read More »