Breaking News

ຂ່າວສັງຄົມ

ບໍ່ຕ້ອງຝືນອີກຕໍ່ໄປ! ວິທີທີ່ຈະຊ່ວຍໃຫ້ມີກຳລັງໃຈໃນການອອກກຳລັງກາຍ (ສາຍຂີ້ຄ້ານຕ້ອງເບິ່ງ)

ເຖິງແມ່ນວ່າເຮົາຈະຮູ້ໆກັນວ່າການອອກກຳລັງກາຍຈະຊ່ວຍໃຫ້ເຮົາມີສຸຂະພາບທີ່ດີ ມີຮູບຮ່າງທີ່ງາມ ແຕ່ແນ່ນອນວ່າມັນກໍຕ້ອງມີມື້ທີ່ເຮົາເມື່ອຍ ຂີ້ຄ້ານແມ້ແຕ່ຈະລຸກ ໂດຍສະເພາະຄົນທີ່ເລີ່ມອອກກຳລັງກາຍໃໝ່ໆ ຊຶ່ງເຮົາມັກຈະເກີດຄຳຖາມເລື້ອຍໆວ່າ ເຮັດແນວໃດໃຫ້ອາການຂີ້ຄ້ານອອກກຳລັງກາຍເຫຼົ່ານັ້ນໝົດໄປ, ດັ່ງນັ້ນ!! ລອງມາເບິ່ງວິທີເຄັດລັບຟິດຫຸ່ນແບບບໍ່ຕ້ອງຝືນ ແບບຂີ້ຄ້ານແຕ່ຍັງສາມາດອອກກຳລັງກາຍໄດ້ມາຝາກດັ່ງນີ້… ເລີ່ມຈາກການອອກກຳລັງກາຍຄ່ອຍໆ ຈາກຄົນທີ່ບໍ່ມີວີ່ແວວວ່າເປັນສາຍອອກກຳລັງກາຍ ຈະໃຫ້ລຸກຂຶ້ນມາປະຕິບັດຫັນໜ້າມາເຂົ້າຟິສເນັດເຕັມຕົວເລີຍຄົງເປັນໄປໄດ້ຍາກ ດັ່ງນັ້ນຄວນຫັດເລີ່ມອອກກຳລັງກາຍແບບຄ່ອຍໆ ຄ່ອຍເປັນຄ່ອຍໄປໆກ່ອນ ຮ່າງກາຍຈຶ່ງຈະໄດ້ປັບຕົວ ບໍ່ຮູ້ສຶກເມື່ອຍ ແລະ ເກີດອາການຂີ້ຄ້ານໃນການອອກກຳລັງກາຍ 2. ຕັ້ງເປົ້າໝາຍ ແບບບໍ່ກົດດັນ ຄົນທີ່ຫາແຕ່ເລີ່ມອອກກຳລັງກາຍໃໝ່ໆ ກໍອາດຈະຮູ້ສຶກວ່າມັນຍາກມັນເມື່ອຍ ແລະ ທໍ້ຖອຍ ເພາະສ່ວນຫຼາຍຈະຕັ້ງເປົ້າໝາຍໄວ້ໄກເກີິນໄປ ຈົນເຮັດໃຫ້ຮູ້ສຶກທໍ້ຖອຍກ່ອນທີ່ຈະໄປຮອດເສັ້ນໄຊ, ດັ່ງນັ້ນ! ຄວນຕັ້ງເປົ້າໝາຍໃໝ່ ເຊັ່ນ ອອກກຳລັງກາຍ 2-3ມື້/ອາທິດ ມື້ລະ 5-10ນາທີກ່ອນ ເພື່ອໃຫ້ຮ່າງກາຍ ແລະ ຈິດໃຈໄດ້ປັບສະພາບ ແລ້ວຄ່ອຍປັບລະດັບເວລາໃນການອອກຳລັງກາຍເພີ່ມຕື່ມກໍໄດ້ 3. ເຮັດໃນສິ່ງທີ່ຍາກເຮັດໄປພ້ອມໆກັນ ຮູ້ສຶກຢາກນອນແມ່ນບໍ່? ໄດ້! ພ້ອມກັບເຮັດທ່ານອນຫງາຍ ເອົາຂາທັງສອງຍົກຂຶ້ນເຮັດທ່າປັ່ນລົດຖີບໄປພ້ອມກໍໄດ້, ຢາກເບິ່ງໜັງແມ່ນບໍ່? ລອງຫຼິ້ນຮູນລ່າຮູບໄປນຳເລີຍ, ຢາກນັ່ງຢູ່ຕຽງ ຫຼື ໂຊຟານຸ່ມໆແມ່ນບໍ່? …

Read More »

ຊົມເຊີຍ! ຄູຕ່າງປະເທດໃຫ້ກຽດສະຖາບັນ ໃສ່ສິ້ນສອນໜັງສືທີ່ຫຼວງພະບາງ (ແຊຣເພື່ອເປັນກຳລັງໃຈ…ດ່ວນ!!!)

ເປັນອີກຮູບພາບໜຶ່ງທີ່ປ່ອຍຜ່ານບໍ່ໄດ້ເລີຍ ຫຼັງຈາກມີແຟນໆກົດໄລ້ ກົດແຊຣຮູບພາບຂອງຄູຕ່າງປະເທດທີ່ກຳລັງໃສ່ສິ້ນສິດສອນໜັງສື ວິຊາ ພາສາອັງກິດ ທີ່ມະຫາວິທະຍາໄລສຸພານຸວົງ  ນະຄອນຫຼວງພະບາງ ປະເທດລາວ. ເຊິ່ງຄູຄົນງາມຄົນນີ້ ເພິ່ນມີຊື່ວ່າ ອາຈານ Claire ເຊິ່ງປັດຈຸບັນເພິ່ນກຳລັງສອນພາສາອັງກິດຢູ່ທີ່ມະຫາວິທະຍາໄລສຸພານຸວົງ ແລະ ເຮັດວຽກຮ່ວມກັບອາຈານໃນ ສປປ ລາວ ເພື່ອພັດທະນາຫຼັກສູດການສຶກສາ ແລະ ເພື່ອສົ່ງເສີມຄວາມສາມາດທາງດ້ານພາສາອັງກິດໃຫ້ກັບ ນັກຮຽນ-ນັກສຶກສາໃນລາວ ແລະ ກຸ່ມອາຈານສອນດັ່ງກ່າວກຳລັງຈະຊ່ວຍສ້າງອານາຄົດທີ່ສົດໃສໃຫ້ກັບບັນດາໄວໜຸ່ມລາວອີກດ້ວຍ. ເຫັນແລ້ວກໍຂໍຊົມເຊີຍ ຖືເປັນຮູບພາບທີ່ງົດງາມຫຼາຍໆ ສຳລັບຄູຕ່າງປະເທດທີ່ນຸ່ງສິ້ນໃນການໄປສິດສອນ ມີຄວາມເຄົາລົບຕໍ່ສະຖາບັນການສຶກສາຂອງລາວເຮົາ ແລະ ເພິ່ນຍັງເອົາໃຈໃສ່ສອນພາສາອັງກິດ ເພື່ອພັດທະນາທັກສະດ້ານພາສາໃຫ້ໄວໜຸ່ມລາວ, ດັ່ງນັ້ນ!!! ເຫັນແລ້ວຢ່າປ່ອຍຜ່ານ ຝາກໃຫ້ແຟນໆເປັນກຳລັງໃຈໃຫ້ ອາຈານ Claire ແລະ ອີກຫຼາຍໆທ່ານທີ່ເປັນບັນດາຄູສອນທີ່ເປັນຄົນຕ່າງຊາດທຸກໆທ່ານໃນ ສປປ ລາວ  ດ້ວຍການກົດໄລ້ ກົດແຊຣໄປຫຼາຍໆເລີຍໂລດເດີ້!!! #ຂໍເປັນກຳລັງໃຈໃຫ້ຄູຕ່າງປະເທດໃນປະເທດລາວທຸກໆຄົນ ທີ່ມາ: U.S. Embassy Vientiane

Read More »

ອິຊູຊຸເປີດຕົວຂຸມພະລັງໃໝ່ເຄື່ອງຈັກຍອດນິຍົມສຸດໄຮເທັກ “New! Isuzu 1.9 Ddi Blue Power”

ເລີ່ມຕົ້ນອາທິດກາງເດືອນ ພຶດສະພາ 2019 ມາພ້ອມກັບຂ່າວສານດີໆທີ່ຈະເກັບມາບອກຕໍ່ແຟນໆອີກແລ້ວ ຊ່ວງທ້າຍອາທິດທີ່ຜ່ານມາ ຂວັນໃຈ ເຮົາກໍບໍ່ພາດທີ່ເດີນທາງໄປຮ່ວມງານ ເປີດຕົວຂຸມພະລັງໃໝ່ເຄື່ອງຈັກຍອດນິຍົມສຸດໄຮເທັກ “New! Isuzu 1.9 Ddi Blue Power” ເຊິ່ງໄດ້ມີການເປີດຕົວໄປແລ້ວຢ່າງຍິ່ງໃຫ່ຍ ມີບັນດາແຂກ, ກອງທັບສື່ມວນຊົນ ແລະ ບັນດາແຟນໆໃຫ້ຄວາມສົນໃຈ ແລະ ຮ່ວມງານດັງກ່າວກັນຢ່າງຫຼວງຫຼາຍ… ກຸ່ມຕຣີເພັດ ໂດຍ ທ່ານ ໂທຊິອາກິ ມາເອຄາວະ ກຳມະການຜູ້ຈັດການ ບໍລິສັດ ຕຣີເພັດອີຊູຊຸເຊວສ໌ ຈຳກັດ ແລະ ຄະນະຜູ້ບໍລິຫານລະດັບສູງຈາກປະເທດໄທ ຮ່ວມເປີດຕົວອີຊູຊຸດີແມັກ ແລະ ອີຊູຊຸມິວ-ເອັກ ລຸ້ນໃໝ່ຫຼ້າສຸດທີ່ມາພ້ອມກັບຂຸມພະລັງໃໝ່ “New! Isuzu 1.9 Ddi Blue Power” ຂີດສຸດແຫ່ງເຕັກໂນໂລຊີ, ເຄື່ອງຈັກລໍ້າອະນາຄົດທີ່ໃຫ້ກຳລັງເຄື່ອງຈັກສູງສຸດ, ຄ່າມົນລະພິດຕໍ່າສຸດ ແລະ ປະຢັດນໍ້າມັນສູງສຸດ ສູ່ຕະຫຼາດລົດໃນ ສປປ ລາວ. ພ້ອມຈັດສະແດງລົດໃນງານ “Isuzu …

Read More »

ສະວອນເນ່ຕິດປີກ ຈັດໃຫຍ່! ຈັນດາລີ ສິດພະໄຊ ແລະ ເທເລີ ສີສົມບັດ ເປັນພຣີເຊັນເຕີຢ່າງເປັນທາງການ (ເຊເລັບຄົນດັງເດີນທາງຮ່ວມງານ)

“ສະວອນເນ່ຕິດປີກ ຈັດໃຫຍ່ ເຊີນເຊເລບຄົນດັງຈາກຝັ່ງລາວ ແລະ ໄທ ຮ່ວມງານ ພ້ອມເປີດໂຕ ເທເລີ ສີສົມບັດ ແລະ ຈັນດາລີ ສິດພະໄຊ ພຣີເຊັນເຕີຢ່າງເປັນທາງການ” ມີຂ່າວສານມາອັບເດດໃຫ້ແຟນໆໄດ້ຮູ້ອີກແລ້ວ ໃນວັນທີ ວັນທີ 27 ເມສາ 2019 ທີ່ຜ່ານມາ, ບໍລິສັດ ສະວອນເນ່ ຈຳກັດ ໄດ້ເປີດໂຕພຣີເຊັນເຕີຢ່າງເປັນທາງການ ທີ່ງານ ສະວອນເນ່ຕິດປີກ ເຊິ່ງຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ອິມແພັກອາຣີນາ ເມືອງທອງທານີ ກຸງເທບ ປະເທດໄທ ໂດຍໄດ້ໜຸ່ມສາວຫຸ່ນດີ ເທເລີ ສີສົມບັດ ນັກຮ້ອງ ນັກສະແດງ ນາຍແບບ ແລະ ໝໍແນ່ງ ຈັນດາລີ ສິດພະໄຊ ນາງເອກຈາກຮູບເງົາລາວ-ຈີນ ຟອມໃຫຍ່ “ດອກຈຳປາບານ” ມາເປັນຕົວແທນຂອງຜະລິດຕະພັນກາເຟຫຼຸດນ້ຳໜັກ ສະວອນເນ່ ຊີໂຣ່ (Swane Zero) ທີ່ມີສັບພະຄຸນເລັ່ງການເຜົາຜານໄຂມັນ …

Read More »

ຖ້າຫາກສາວເຊຍເບຍ 1.000 ກວ່າຄົນ ຕ້ອງໄດ້ຢຸດເຮັດວຽກ ຊີວິດພວກເຂົາຈະເປັນແນວໃດ?

ຊະຕາກຳຊີວິດຂອງ ສາວເຊຍເບຍ 1.000 ກວ່າຄົນ ທົ່ວປະເທດລາວ ຈະເປັນແນວໃດ ຖ້າຫາກຕ້ອງໄດ້ຢຸດເຮັດວຽກເຊຍເບຍ ຕາມແຈ້ງການທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວາງອອກ, ຊຶ່ງຫລາຍຄົນ ກໍມີຄວາມຮູ້ສຶກນ້ອຍໃຈ ເພາະຢ້ານຮຽນບໍ່ຈົບ, ຢ້ານບໍ່ມີເງິນເສຍຄ່າເຊົ່າຫ້ອງ, ຈຸນເຈືອຄອບຄົວ ແລະ ອື່ນໆ. ປັດຈຸບັນ, ສາວເຊຍເບຍ ທົ່ວປະເທດລາວມີ 1.000 ກວ່າຄົນ, ໃນນັ້ນ ສະເພາະຂອງ ບໍລິສັດ ເບຍລາວ ມີປະມານ 800 ຄົນ ຊຶ່ງສ່ວນໃຫຍ່ແມ່ນນັກສຶກສາຢູ່ວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆ. ໃນການປະຕິບັດໜ້າທີ່ ສາວເຊຍເບຍ ຂອງບໍລິສັດ ເບຍລາວ ແມ່ນມີລະບຽບຄຸ້ມຄອງຢ່າງເຂັ້ມງວດເຊັ່ນ: ມີລົດຮັບ-ສົ່ງລະຫວ່າງເຮືອນຫາຮ້ານ, ບໍ່ສາມາດນັ່ງນຳແຂກໄດ້, ບໍ່ສາມາດກິນເບຍໃນໂມງເຮັດວຽກໄດ້ ແລະ ເຮັດວຽກບໍ່ເກີນ 4 ຊົ່ວໂມງຕໍ່ມື້. ສິ່ງນີ້ ເປັນການສ້າງວຽກເຮັດງານທໍາ ແລະ ຊ່ວຍປັບປຸງການດຳລົງຊີວິດຂອງປະຊາຊົນລາວໃຫ້ນັບມື້ນັບດີຂື້ນ, …

Read More »