Breaking News

ຂ່າວສັງຄົມ

ປະຊັນຄວາມງາມ! ລູກນໍ້າ ແລະ ຄຣິດຕິນາ ໃນລຸກແມ່ຍິງລາວ (ຈະງາມຊໍ່າໃດມາເບິ່ງ!!!)

ງົດງາມຫຼາຍໆ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິຣິ ແລະ ຄຣິດຕິນາ ລາຊະສິມມາ ກໍໄດ້ຖ່າຍແບບຕ້ອນຮັບຊ່ວງປີໃໝ່ລາວທີ່ຜ່ານມາ ແນ່ນອນເລີຍວ່າທັງສອງມາໃນລຸກແມ່ຍິງລາວ ເຊິ່ງເບິ່ງແລ້ວງົດງາມຫຼາຍໆ ກິນກັນບໍ່ລົງກັນເລີຍເດີ້… (ລອງມາເບິ່ງຮູບພາບທັງສອງສາວກັນແບບເຕັມໆ) ລູກນໍ້າ ທິດາລັດ ວົງສິຣິ ຄຣິດຕິນາ ລາຊະສິມມາ ເປັນແນວໃດກັນແດ່? ງົດງາມ ອ່ອນຊ້ອຍ ອ່ອນຫວານ ແຖມຍັງ ອະນຸລັກຮັກສາຮີດຄອງ-ປະເພນີລາວ ໂດຍການນຸ່ງຖືຕາມແບບສະບັບແມ່ຍິງລາວ ບໍ່ໃຫ້ເທຄະແນນໃຫ້ສາວໆທັງສອງກໍບໍ່ຮູ້ຈະວ່າແນວໃດແລ້ວວ່າບໍ່ແຟນໆ, ເປັນແບບນີ້ອົດບໍ່ໄດ້ທີ່ຈະຮ້ອງອອກໄປດັງໆເລີຍວ່າ “ສາວລາວງາມຫຼາຍ” #ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວ ຮູບພາບຈາກ: fb/Lee Una   

Read More »

ສະແດງຄວາມຍິນດີ! ປະເທດລາວກຳລັງຈະມີສວນດອກຊາກຸລະ ຕໍ່ໄປນີ້ບໍ່ຕ້ອງໄປໄກຮອດປະເທດຍີ່ປຸ່ນແລ້ວ…

ວ້າວວວ!  ມີຂ່າວທີ່ໜ້າຍິນດີ ມາເລົ່າໃຫ້ແຟນໆຊາວລາວໄດ້ຮູ້ກັນວ່າ ໃນວັນທີ 11 ເມສາ 2019 ທີ່ຜ່ານມາ ທີ່ເມືອງວຽງໄຊ ແຂວງຫົວພັນ ລັດຖະບານຍີ່ປຸ່ນ ໄດ້ຈັດພິທີມອບສວນຊາກຸຣະ ເພື່ອເປັນຂອງຂວັນແກ່ປະຊາຊົນລາວ ອັນເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືສາຍພົວພັນສອງຊາດ ລາວ ແລະ ຍີ່ປຸ່ນ. ແບບນີ້ຕ້ອງ…ຂໍສະແດງຄວາມຍິນດີກັບຄົນລາວ ຕໍ່ໄປນີ້ບໍ່ຕ້ອງໄປເບິ່ງ ດອກຊາກຸລະ ໄກຮອດປະເທດ ຍີ່ປຸ່ນ ແລ້ວ. ທີ່ມາ: ປະທດລາວ Pathedlao ຂໍຂອບໃຈຮູບປະກອບຈາກ google  

Read More »

ດັ່ງນາງໃນວັນນະຄະດີ  ນາງສັງຂານນະຄອນຫຼວງພະບາງ ຂຶ້ນແທ່ນຂວັນໃຈຄົນລາວ!!!

ເປັນກະແສໃຫ້ໄດ້ເວົ້າກັນທົ່ວປະເທດ… ສະບາຍດີປີໃໝ່ລາວ ເຖິງປີໃໝ່ລາວຈະໝົດໄປ ແຕ່ກະແສ “ນາງສັງຂານ” ປີນີ້ກໍຍັງມີໃຫ້ໄດ້ເວົ້າໄດ້ລົມກັນ ເນື່ອງຈາກວ່າໄດ້ມີພາບ “ນາງສັງຂານ ນະຄອນຫຼວງພະບາງ” ມາໃຫ້ແຟນໆໄດ້ເບິ່ງ ໄດ້ຊົມ ໄດ້ແຍງ ຄວາມງາມຂອງບັນດານາງສັງຂານໃນປີນີ້  ບອກເລີຍວ່າບໍ່ເຮັດໃຫ້ແຟນໆຜິດຫວັງ ເພາະສາວລາວເຮົາງົດງາມ ອ່ອນຊ້ອຍ ຈົນເປັນກະແສຮືຮາໃນໂລກອອນລາຍໃນຊ່ວງທ້າຍອາທິດທີ່ຜ່ານມາ ເຮັດໃຫ້ມີຍອດຄົນກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນ ຊື່ນຊົມໃນຄວາມງາມຂອງ ນາງສັງຂານ ນະຄອນຫຼວງພະບາງ ກັນຢ່າງຫຼວງຫຼາຍ… (ລອງມາເບິ່ງຮູຸບພາບບັນດາ  “ນາງສັງຂານ ນະຄອນຫຼວງພະບາງ 2562”  ກັນອີກຄັ້ງ) ເຫັນແລ້ວງົດງາມ ມີຄວາມເໝາະສົມທີ່ໄດ້ເປັນ  “ນາງສັງຂານ ນະຄອນຫຼວງພະບາງ 2562”  #ແຊຣໄປໃຫ້ໂລກຮູ້ນີ້ຄຶສາວງາມຈາກປະເທດລາວ ຮູບພາບ: Diamond Studio, Wedding Studio, Laos 

Read More »

 ບໍລິສັດ ຕັນຈົງມໍເຕີລາວ ຮ່ວມສະຫຼອງປີໃຫມ່ລາວກັບສູນສາມເອັດສ໌ຂອງນີສສັນ Nissan ທີ່ເປີດໃຫມ່ ສາຂາ ດອນແດງ

ໃນເດືອນເມສາ ປີ 2019 – ຕັນຈົງມໍເຕີລາວ (Lao) Sole Co. , Ltd. (“TCML”), ເຊີ່ງເປັນບໍລິສັດຕົວແທນຈຳໜ່າຍລົດນີສສັນ Nissan ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ເຫດ ຂອງປະເທດມາເລເຊຍ Tan Chong Motor Holdings Bhd (Malaysia) ໄດ້ປະສົບຜົນສຳເລັດຄັ້ງສຳຄັນໂດຍການປະກາດການຂະຫຍາຍສາຂາໃໝ່ຫຼ້າສຸດໃນນະຄອນຫຼວງວຽງຈັນ. ຝ່າຍບໍລິຫານຂອງຕັນຈົງມໍເຕີ Tan Chong Motor ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ທ້ອງຖີ່ນໄດ້ຮ່ວມສະຫຼອງປີໃຫມ່ລາວທີ່ຫ້ອງສະແດງລົດຍົນຂອງນີສສັນ Nissan ເຊີ່ງເປັນຫ້ອງທີ່ຫາກໍ່ເປີດໃຫມ່ ແລະ ປັດຈຸບັນທາງບໍລິສັດມີຫ້ອງຂາຍ ລົດຍົນ ຫຼື ສູນຂາຍລົດ ດ້ວຍກັນສີ່ ບ່ອນໃນລາວ ທ່ານ ຊົງ ຈູນ ເບັງ ຜູ້ບໍລິຫານຂອງບໍລິສັດຕັນຈົງມໍເຕີລາວ ແລະ ກຳປູເຈຍໄດ້ກ່າວວ່າ, “ທາງບໍລິສັດໄດ້ວາງແຜນທຸລະກິດຢ່າງຕໍ່ເນື່ອງໃນສາທາລະນະລັດ ປະຊາທິປະໄຕ …

Read More »

ຫ່າງຫາຍໄປດົນ! ລູກນໍ້າ ທິດາລັດ ເຄື່ອນໄຫວຄັ້ງທຳອິດ ພ້ອມໂພສຮູບ-ແຄັບຊັ່ນທັກທາຍແຟນໆແບບນີ້…

ຫ່າງຫາຍກັນໄປເປັນເດືອນ ຫຼັງຈາກທີ່ມີຂ່າວດັງຂ້າມປະເທດກັນໄປຊ່ວງໜຶ່ງ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິລິ ກໍເຄື່ອນໄຫວຄັ້ງທຳອິດ ໃນວັນທີ 9 ເມສາ 2019 ທີ່ຜ່ານມາ ພ້ອມທັງກັບມາທັກທາຍແຟນໆ ໂດຍການໂພສຮູບຜ່ານ ເຟສບຸກ ແລະ ອິນສະຕຣາແກຣມ ໃຫ້ແຟນໆໄດ້ອັບເດດກັນແລ້ວເດີ້… ເຊິ່ງ ສາວ ລູກນໍ້າ ທິດາລັດ ກໍມາໃນຮູບພາບ ຍິ້ມແຍ້ມແຈ່ມໃສ ພ້ອມ ແຄັບຊັ່ນໜ້າຮັກໆວ່າ: “ໃກ້ປີໃຫມ່ແລ້ວດີໃຈເດ” ໃກ້ປີໃຫມ່ແລ້ວດີໃຈເດ❤ Posted by Louknum Vongsili on Tuesday, April 9, 2019   ພໍແຕ່ໂພສຮູບນີ້ບໍ່ພໍຂ້າມຄືນກໍເຮັດໃຫ້ມີບັນດາແຟນໆເຂົ້າມາກົດໄລ້ ສະແດງຄວາມຄິດເຫັນ ແລະ ທັກທາຍຕອບ ສາວ ລູກນໍ້າ ທິດາລັດ ກັນຢ່າງຫຼວງຫຼາຍ. ເອົ້າ! ໃຜທີ່ເປັນແຟນຄລັບຂອງສາວຄົນນີ້ກໍຝາກເປັນກຳລັງໃຈໃຫ້ນາງກັນຫຼາຍໆແດ່ເດີ້ ເພາະ ລູກນໍ້າ ທິດາລັດ ກັບມາແລ້ວວວ!!! …

Read More »