Breaking News

ຂ່າວສັງຄົມ

ລຽນແຖວຍາວຢຽດ! ມາເບິ່ງບັນຍາກາດ ການຂໍບັດຄິວເພື່ອຊື້ແບບຟອມສະຫມັກ ເຂົ້າເຮັດວຽກລັດຖະກອນ ຢູ່ສະພາແຫ່ງຊາດ 

ເປັນກະແສ ຮືຮາ ກັນທົ່ວໂລກອອນລາຍໄປແລ້ວໃນເວລານີ້ ສຳລັບການລຽນແຖວຂໍບັນຄິວ ເອີ້ນໄດ້ວ່າລຽນແຖວຍາວຢຽດເລີຍກໍວ່າໄດ້ ສຳລັບບັນຍາກາດ ການຂໍບັດຄິວ ເພື່ອຊື້ແບບຟອມສະຫມັກ ເຂົ້າເຮັດວຽກລັດຖະກອນ ຢູ່ສະພາແຫ່ງຊາດ ໃນວັນທີ 05 ມີນາ 2019. (ເບິ່ງຄລິບ) ບັນຍາກາດ ການຂໍບັດຄິວ ເພື່ອຊື້ແບບຟອມສະຫມັກ ເຂົ້າເຮັດວຽກລັດຖະກອນ ຢູ່ສະພາແຫ່ງຊາດ ວັນສຸກ ທີ່ 05/04/2019 Posted by Lao Youth Radio FM 90.0 Mhz on Thursday, April 4, 2019 (ຂໍຂອບໃຈຄລິບ ແລະ ຮູບພາບ)

Read More »

ຊົມເຊີຍ! ສາວພິການແຂນຖືກບັນທຶກສະຖິຕິ ໃນຖານະ “ນັກບິນໄຮ້ແຂນຄົນທຳອິດ” (ກາຍເປັນແຮງບັນດານໃຈຄົນທົ່ວໂລກ)

ເປັນແຮງບັນດານໃຈໃຫ້ຄົນທົ່ວໂລກໄປແລ້ວໃນເວລານີ້ ສຳລັບ ເຈສສິກ້າ ຄ໋ອກ (Jessica Cox) ອາຍຸ 36 ປີ ແມ່ຍິງທີ່ພິການ ບໍ່ມີແຂນມາຕັ້ງແຕ່ເກີິດ ແຕ່ຄວາມບົກຜ່ອງທາງດ້ານຮ່າງກາຍບໍ່ໄດ້ເປັນອຸປະສັກຂອງນາງແຕ່ຢ່າງໃດ ເຖິງຈະບໍ່ມີແຂນທັງສອງເບື້ອງ ແຕ່ເຈສສິກ້າກໍຍັງມີຂາທັງສອງຂ້າງທີ່ສາມາດເຮັດໃນສິ່ງຕ່າງໆໃຫ້ໄດ້ເຊັ່ນດຽວກັບຄົນອື່ນ ທັງຂຽນໜັງສືໄດ້ 25 ຄຳ ຕໍ່ນາທີ, ທັງແຕ່ງໜ້າ ທັງໃສ່ຄອນເທກເລນ ລວມເຖິງການຫຼິ່ນກິລາ ລອຍນໍ້າ ເທຄວັນໂດ້ ແລະ ຂັບຂີ່ລົດ ຕັ້ງແຕ່ລົດໃຫ່ຍໄປຈົນຮອດເຮືອບິນກັນເລີຍເດພີ້  ຈົນໄດ້ຮັບການຈົດບັນທຶກສະຖິຕິຈາກກິນເນສບຸກວ່າ ເປັນຜູ້ທີ່ມີໄບອະນຸຍາດຄົນທຳອິດທີ່ຂັບເຮືອບິນດ້ວຍຕີນ!!! ແຕ່ກວ່າທີ່ Jessica ຈະປະສົບຜົນສຳເລັດໃນຖານະນັກບິນ ໃນຕອນຍັງນ້ອຍນາງເຄີຍຢ້ານຄວາມສູງ ແລະ ມີຄຳວ່າບໍ່ກ້າໃນຫົວ ຍ້ອນສະພາບຂອງຮ່າງກາຍບໍ່ອຳນວຍ ແຕ່ໃນທີ່ສຸດກໍຕັດສິນໃຈຕໍ່ສູ່ກັບຄວາມຢ້ານດັ່ງກ່າວ ຫຼັງຈາກທີ່ລາວໄດ້ຮູ້ຈັກກັບ Robin Stoddard ຜູ້ກໍ່ຕັ້ງ Wright Flight ຈຶ່ງເຮັດໃຫ້ໂລກຂອງນາງຖືກຳເນີດອີກຄັ້ງ… Jessica Cox ໄດ້ເຝິກຝົນການບິນດ້ວຍການໃຊ້ຕີນທັງສອງຂ້າງ ຊິ່ງຕ້ອງຄົ້ນຫາເຮືອບິນ ພ້ອມທັງຍັງຕ້ອງຊອກຫາເຮືອບິນທີ່ເໝາະສົມ ເຊິ່ງເຮືອບິນທີ່ ເຈສສິກ້າ ຄ໋ອກ ໃຊ້ກໍຄື 1946 415C Ercoup …

Read More »

ຄຳສັ່ງອອກມາແລ້ວເດີ້! ຂໍ້ຫ້າມໃນການຫຼິ້ນ ບຸນປີໃໝ່ລາວ 2019 (ຢ່າລືມບອກຕໍ່ໆກັນ ຈຶ່ງຈະບໍ່ເຮັດຜິດກົດລະບຽບ!!)

ອີງຕາມແຈ້ງການສະບັບເລກທີ 002/ຈນວ ກ່ຽວກັບເລື່ອງການຈັດຕັ້ງພິທີສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2562 ຢູ່ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 (ປີກູນ) ທີ່ຈະມາເຖິງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ສົມກຽດເປັນປີໃໝ່-ປີທ່ອງທ່ຽວລາວ-ຈີນ 2019, ເບີກບານມ່ວນຊື່ນ, ທັງຮັກສາໄດ້ມູນເຊື້ອວັດທະນະທຳ, ປະເພນີອັນດີງາມຂອງຊາດ, ເສີມສ້າງຄວາມສາມັກຄື, ໄມຕີຈິດມິດຕະພາບ ແລະ ຮັບປະກັນຄວາມສະຫງົບສຸກ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຄວາມສີວິໄລຂອງເມືອງຫຼວງໃຫ້ດີ ດັ່ງນັ້ນ!! ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກຄຳສັ່ງດັ່ງແຈ້ງການເຊັ່ນ: – ຫ້າມຜູ້ດື່ມທາດເຫຼົ້າ ແລະ ເສບສິ່ງມຶນເມົາຂັບລົດ, ຜູ້ຂັບລົດ ບໍ່ໃຫ້ດື່ມເຫຼົ້າ ແລະ ເສບສິ່ງມຶນເມົາ. – ຫ້າມໃຊ້ຂອງແຂງ, ສິ່ງເປິເປື້ອນ ແລະ ລາມົກອານາຈານໃນງານ: ນໍ້າສີ, ນໍ້າເປື້ອນ, ນໍ້າຄັນ, ແກ່ວງຖົງນໍ້າ, ແກ່ວງນໍ້າກ້ອນໃສ່ກັນ, ນຸ່ງເຄື່ອງໂປ້-ເປືອຍ ເຂົ້າວັດ ແລະ ສະຖານທີ່ຊຸມຊົນ – …

Read More »

ນາງສັງຂານ ນະຄອນຫຼວງພະບາງ 2019 ຈະແມ່ນໃຜ? (ແຕ່ລະຄົນຈະມີຄວາມງາມຊໍ່າໃດ…ມາເບິ່ງ!!)

ຮູ້ສຶກຕື່ນເຕັ້ນ ໃກ້ເວລາເຂົ້າມາເຕັມທີ່ແລ້ວສຳລັບການປະກວດ ນາງສັງຂານ ນະຄອນຫຼວງພະບາງ ປະຈຳພສ 2562 ຄສ 2019 ແລະ ຫຼ້າສຸດເມື່ອບໍ່ດົນມານີ້ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າຂອງນ້ອງໆນາງສາວຜູ້ເຂົ້າປະກວດທັງ 30 ຄົນ, ຂໍບອກວ່ານ້ອງໆຜູ້ເຂົ້າປະກວດໃນປີນີ້ກໍບໍ່ນ້ອຍໜ້າປີກ່ອນໆ ງົດງາມຫຼາຍໆ… (ລອງມາເບິ່ງນ້ອງໆນາງສາວຜູ້ເຂົ້າປະກວດ ນາງສັງຂານ ນະຄອນຫຼວງພະບາງ ປະຈຳພສ 2562 ຄສ 2019)         ເປັນແນວໃດກັນແດ່? ງົດງາມ ໜ້າຮັກສົມໄວ ມີຄວາມເໝາະສົມສຸດໆວ່າບໍ່ແຟນໆ: ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ນ້ອງໆທັງ 30 ຄົນໃນການປະກວດ ນາງສັງຂານ ນະຄອນຫຼວງພະບາງ 2019 ໃນຮອບຕັດສິນ ວັນທີ 12 ເມສາ 2019 ນີ້. (ຂໍຂອບໃຈສຳລັບຮູບພາບ) ໝາຍເຫດ: ແຟນໆເຊຍໝາຍເລກໃດກັນແດ່? ຄອມເມັ້ນບອກແອດມິນແດ່!!!  

Read More »

ຄົນລຸ້ນໃໝ່ຄວນຮູ້! ກ່ຽວກັບຄໍາກ່າວກ່ອນສົມມາພໍ່-ແມ່-ຜູ້ມີພະຄຸນ

ຄໍາກ່າວການສົມມາ ທີ່ໃຊ້ເນື່ອງໃນໂອກາດຕ່າງໆ ເພື່ອເປັນການສະແດງເຖິງຄວາມເຄົາລົບນັບຖືຕໍ່ຍາດຜູ້ໃຫຍ່ ທີ່ເພິ່ນໄດ້ລ້ຽງດູເບິ່ງແຍງເຮົາມາແຕ່ນ້ອຍຈົນໃຫຍ່ ຖ້າເຮັດຫຍັງທີ່ບໍ່ຖືກບໍ່ຕ້ອງກໍຂໍໃຫ້ເພິ່ນອະໂຫສິກໍາຫຼຸດຜ່ອນໂທດໃຫ້ ເຊິ່ງຈະເວົ້າດັ່ງນີ້: ກ່ອນອື່ນຕ້ອງແຕ່ງຂັນ 5 ຖ້າເປັນໂອກາດວັນຂຶ້ນປີໃໝ່ລາວກໍຕ້ອງມີຂັນນໍ້າຫອມເພື່ອໄວ້ຫົດສົງ. ຕັ້ງນະໂມ (​ 3 ເທື່ອ) ມາຕາ ຄາຣະວະຕາ ປິຕາ ຄາຣະວະຕາ ຍາຕິກາ ຄາຣະວະຕາ. ກາຍຍະກໍາມັງ ວະຈີກໍາມັງ ມະໂນກໍາມັງ ສັບພະປາປັງ ອະໂຫສິ. ຂັນສົມບັດຍົກຂຶ້ນພຽງຕາ ຂັນສົມມາຍົກຂຶ້ນພຽງເກົ້າ ຂໍສົມມາພໍ່ແມ່ເຈົ້າ ທັງເຈົ້າໂຄດລຸງຕາ ສອງກໍ້າສອງຝ່າຍ ລູກ-ຫຼານໄດ້ສະລັ້ງພັ້ງພາດ ດ້ວຍກາຍ ວາຈາ ແລະ ໃຈ ເປັນຕົ້ນວ່າ ໄດ້ຖິ້ມບຸງກາຍໜ້າ ໄດ້ຖິ້ມຊ້າກາຍຕາ ທັງໄດ້ໃຊ້ວາຈາຖຽງຄໍາດ່າປ້ອຍ ໃຈຫາກຄິດຄ້ອຍໆ ທີ່ບໍ່ແມ່ນຄອງທັມ ຂໍໃຫ້ພໍ່ແມ່ ເຖົ້າແກ່ ຍາດຕິພີ່ນ້ອງ ຈົ່ງອະໂຫສິກໍາ ຫຼຸດບາບຫຼຸດໂທດ ໃຫ້ແກ່ລູກ-ເຕົ້າ-ຫຼານເຫຼັນ ແດ່ກໍຂ້າເທີ້ນ… ສາທຸ ສາທຸ ສາທຸ. …

Read More »