ວ້າວ ວ້າວ ວ້າວວວ! ເຫັນແລ້ວກໍອົດທີ່ຈະເກັບບອກມາເລົ່າຂ່າວສານກ່ຽວກັບຮູບເງົາລາວເຮົາບໍ່ໄດ້ ຫຼ້າສຸດມາອັບເດດຜົນງານຂອງ ລູກນໍ້າ ທິດາລັດ ວົງສິລິ ທີ່ກ່ອນໜ້ານີ້ນາງໄດ້ມີຜົນງານຮ່ວມສະແດງບໍ່ວ່າຈະເປັນລະຄອນ ຫຼື ຮູບເງົາຮ່ວມກັບປະເທດເພື່ອນບ້ານກັນຢ່າງຫຼວງຫຼາຍ ບໍ່ພຽງແຕ່ນາງຈະມີຜົນງານກັບປະເທດເພື່ອນບ້ານເທົ່ານັ້ນ ແຕ່ນາງມາກັບຜົນງານໃໝ່ເພື່ອມາຝາກໃຫ້ແຟນໆໄດ້ຕິດຕາມ ເປັນຜົນງານການສະແດງຮູບເງົາລາວເລື່່ອງ ໄຂ່ຂວັນ (Expiration Date) ຮູບເງົາທີ່ມີທີມຜູ້ສ້າງເປັນຄົນລາວ. ສຳລັບ ຮູບເງົາເລື່ອງ ໄຂ່ຂວັນ (Expiration Date) ເປັນຮູບເງົາທີ່ມີນັກສະແດງ ແລະ ທີມຜູ້ສ້າງເປັນຄົນລາວ ແລະ ຖ່າຍທຳໃນຫຼາຍແຂວງຂອງປະເທດລາວເຮົາ ເອີ້ນໄດ້ວ່າເປັນຮູບເງົາທີ່ໜ້າຕິດຕາມ ແລະ ສະໜັບສະໜູນກັນສຸດໆ, ເຊິ່ງຮູບເງົາເລື່ອງ “ໄຂ່ຂວັນ” ເປັນອີກເລື່ອງໜຶ່ງທີ່ມີກະແສແຟນໆຕິດຕາມ ແລະ ໃຫ້ຄວາມສົນໃຈ ແລະ ກຳລັງກຽມເຂົ້າສາຍໄວໆນີ້… ເອົາເປັນວ່າແຟນໆອົດໃຈລໍກັນໄປກ່ອນ…, ສັນຍາເລີຍວ່າຈະມາອັບເດດຜົນງານທີ່ສາວ ລູກນໍ້າ ທິດາລັດ ໄດ້ຮ່ວມສະແດງຮູບເງົາລາວເລື່ອງດັ່ງກ່າວມາອັບເດດໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ, ຢ່າງໃດຄົນລາວເຮົາຢ່າລືມສະໜັບສະໜູນຜົນງານຄົນລາວນຳກັນເດີ້ແຟນໆ. (ຂໍຂອບໃຈສຳລັບຮູບພາບ) Story: ຊະນີIndy
Read More »ຂ່າວສັງຄົມ
ຢາກລວຍບໍ່? ມາເບິ່ງວິທີຄິດທີ່ຈະຊ່ວຍໃຫ້ກາຍເປັນເສດຖີມີເງິນຫຼາຍລ້ານກ່ອນ ອາຍຸ 30 ປີ!!!
ໃນປັດຈຸບັນມີຄົນຈຳນວນຫຼວງຫຼາຍທີ່ຄິດວ່າຄົນອາຍຸ 20-30ປີ ຈະເປັນຊ່ວງທີ່ທຸກທີ່ສຸດ ແຕ່ຮູ້ບໍ່ວ່າມັນບໍ່ໄດ້ໝາຍຄວາມແບບນັ້ນສະເໝີໄປ ເພາະມັນຍັງມີວິທີທີ່ເຮັດໃຫ້ຄົນເຮົານັ້ນປະສົບຜົນສຳເລັດໄດ້ໄວ, ລອງມາເບິ່ງວິທີຄິດທີ່ຈະຊ່ວຍໃຫ້ກາຍເປັນເສດຖີເງິນຫຼາຍລ້ານກ່ອນ ອາຍຸ 30 ປີ!!! ຢ່າສົນໃຈລະບົບການເຮັດວຽກແບບເກົ່າໆ ໃນເມື່ອກ່ອນມີຫຼາຍສາຂາອາຊີບທີ່ຕ້ອງໃຊ້ເວລາຮຽນ ແລະ ລົງທຶນໄປກັບການສຶກສາຢ່າງມະຫາສານ ຍິ່ງຖ້າຫາກໄດ້ເຮັດວຽກໃນລະບົບການຈ້າງງານແບບເກົ່າໆ ທີ່ໃຫ້ລາຍໄດ້ແບບພື້ນຖານຢ່າງຄົງທີ່ ຍິ່ງເປັນໄປໄດ້ຍາກທີ່ຈະພັດທະນາ ແລະ ກາຍເປັນເສດຖີກ່ອນອາຍຸ 30ປີ, ດັ່ງນັ້ນ!! ລອງເປີດໃຈ ລອງຊອກຫາອາຊີບໃໝ່ໆເຊັ່ນ ທຸລະກິດດ້ານອອນລາຍ ເຊິ່ງເປັນອາຊີບທີ່ບໍ່ຈຳເປັນຕ້ອງຮຽນສູງ ຂໍພຽງມີຄວາມສາມາດກໍສາມາດຫາລາຍໄດ້ຜ່ານຊ່ອງທາງນີ້ໄດ້ແນ່ນອນ 2. ຊອກຫາຄວາມຮູ້ໃໝ່ໆ ຕ້ອງສະແຫວງຫາຄວາມຮູ້ ແລະ ອ່ານໜັງສືໃຫ້ຫຼາຍທີ່ສຸດ ເພາະຄວາມໄດ້ປຽບເປັນຄວາມສຳຄັນຢ່າງຍິ່ງ ຫາກມີຄວາມຝັນວ່າຢາກເປັນນັກທຸລະກິດ ຫຼື ພະນັກງານທີ່ໄປໃສໃຜກໍອ້າແຂນຮັບ ແລະ ອັບເງິນເດືອນໄດ້ແບບສະບາຍໆນັ້ນ ວິທີການທີ່ຈະເຮັດໃຫ້ໄດ້ປຽບຫຼາຍທີ່ສຸດກໍຄືການມີຄວາມຮູ້ໃຫ້ຫຼາຍໆ ແລະ ຢ່າຢຸດທີ່ຈະພັດທະນາໂຕເອງ 3. ຢ່າລືມໃສ່ໃຈຄຸນພາບຂອງສິນຄ້າ ສຳລັບຄົນທີ່ເລີ່ມເຮັດທຸລະກິດ ແລະ ມີຜະລິດຕະພັນເປັນຂອງໂຕເອງ ຢ່າຫຼົງໄປໃສ່ໃຈວ່າຈະຫາເງິນຢ່າງດຽວ ຈະບໍ່ມື້ປະສົບຜົນສຳເລັດໄດ້ເທົ່າກັບການທີ່ເຮົາສົນໃຈເລື່ອງຂອງຄຸນນະພາບຂອງສິນຄ້າ ແລະ ດ້ານການບໍລິການ ເພາະຖ້າຫາກນຳສິນຄ້າ ແລະ …
Read More »ມາຮູ້ຈັກ! ທີ່ມາຂອງ ບໍລິສັດ ຕັນຈົງ ມໍເຕີ້ ລາວຈຳກັດ ຜູ້ຈັດຈໍາໜ່າຍລົດ Nissan ແຕ່ພຽງຜູ້ດຽວໃນປະເທດລາວ
ບໍລິສັດ ຕັນຈົງກຣຸບ TAN CHONG GROUP ບໍລິສັດຕັນຈົງ ມໍເຕີ້ ໂຫດດີງສ໌ ເບີຫັດTan Chong Motor Holdings Berhad (TCMH)ໄດ້ຖືກສ້າງຕັ້ງຂື້ນຢູ່ປະເທດມາເລເຊຍໃນວັນທີ 14ເດືອນຕຸລາປີ1972.ຈຸດເລີ່ມຕົ້ນຂອງ (TCMH) ແມ່ນເປັນຜູ້ຈໍາຫນ່າຍລົດຍົນຂະຫນາດນ້ອຍເມື່ອຢ້ອນເວລາກັບໄປໃນປີ 1950, ໃນປະຈຸບັນTCMH Groupໄດ້ກາຍເປັນບໍລິສັດທີ່ໃຫຍ່ທີ່ສຸດໃນປະເທດ ແລະ ໄດ້ດຳເນີນກິດຈະການຫຼາຍຢ່າງເຊັ່ນ ການປະກອບລົດຍົນ, ການວາງຂາຍລົດຍົນໃນຕະຫຼາດ, ການຜະລິດຊີ້ນສ່ວນລົດຍົນ ການພັດທະນາຄຸນະພາບຂອງລົດຍົນ,ການຊື້ຂາຍເຄື່ອງກົນຈັກຫນັກ, ໄປຈົນເຖີງການພັດທະນາອຸປະກອນທາງອຸດສາຫະກໍາແລະການຜະລິດຕະພັນຕ່າງໆເພື່ອຕອບສະໜອງໃຫ້ແກ່ຜູ້ບໍລິໂພກທັງໃນແລະຕ່າງປະເທດ. ເມື່ອລວມກັບນະວັດຕະກຳທີ່ມີມາຍາວນານກວ່າ 80ປີຂອງນິສສັນNissan ແລະ ຄວາມຮູ້ໃນການຜະລິດລົດຍົນຄວາມໄວສູງ, ລົດຍົນທີ່ຂັບເຄື່ອນດ້ວຍໄຟຟ້າ, ລົດກະບະ ໄປຈົນເຖີງລົດໂດຍສານ, ລົດຕູ້ອະເນກປະສົງ ແລະ ລົດສະພອດທ໌ເຊັ່ນ SUV. ນິສສັນ Nissan ໄດ້ຄິດຄົ້ນຜະລິດຕະພັນເພື່ອຮອງຮັບຄວາມຕ້ອງການຂອງຕະຫຼາດ ເຊີ່ງເຮັດໃຫ້ຕັນຈົງມໍເຕີ້Tan Chong Motorມີຄວາມພາກພູມໃຈທີ່ໄດ້ເປັນຕົວແທ່ນຈຳໜ່າຍລົດຍົນນິສສັນNissanແຕ່ພຽງຜູ້ດງວ. ໃນປີ 2010,ບໍລິສັດຕັນຈົງມໍເຕີ້ລາວຈຳກັດTan Chong Motor (Lao) Sole …
Read More »ສະຖານເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນ 2019
ສະຖານເອກອັກຄະລັດຖະທູດຈີນປະຈຳລາວໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນ ໃນຄ່ຳຄືນຂອງວັນທີ 28 ມັງກອນ 2019 ທີ່ຜ່ານມາ ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າໂຄສະນາອົບຮົມສູນກາງພັກ ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ແລະ ບັນດາທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນປະຈຳສປປ.ລາວ. ທ່ານ ຈຽງ ໄຊຕົງ ເອກອັກຄະລັດຖະທູດຈີນປະຈຳສປປ.ລາວ ກ່າວວ່າ: ປີ 2018 ແມ່ນເປັນປີທຳອິດຂອງການຈັດຕັ້ງປະຕິບັດຢ່າງຮອບດ້ານ ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ. ພາຍໃຕ້ການນຳພາອັນເຂັ້ມແຂງໜັກແໜ້ນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ໂດຍມີ ເລຂາທິການໃຫຍ່ ສີ ຈິ້ນຜິງເປັນແກນນຳ, ສປ.ຈີນ ສາມາດຍາດໄດ້ຜົນສຳເລັດສັງຄົມນິຍົມຕາມສີສັນພິເສດຂອງສປຈີນທີ່ຫຍິ່ງໃຫຍ່ຄັ້ງໃໝ່ເພື່ອຍຸກສະໃໝໃໝ່. ໃນປີ 2018 ສປ.ຈີນ ໄດ້ສະເຫຼີມສະຫຼອງວັນຄົບຮອບ 40 ປີຂອງການປະຕິຮູບ ແລະ …
Read More »ກຽມປ່ອຍ! “ຮັບໄດ້ບໍ່” ຜົນງານໃໝ່ຂອງ ຕຸລີ່ ບິດາລັກ ນັກຮ້ອງສາວສຽງດີຈາກ ນະຄອນຫຼວງພະບາງ
ຈື່ນໍ້າສຽງສາວຄົນນີ້ໄດ້ບໍ່??? ຫ່າງຫາຍວົງການເພງໄປໄລຍະໜຶ່ງ ຫຼ້າສຸດ ບິດາລັກ ສີອັກຄະພົມ (ຕຸລີ່) ກໍມີຜົນງານມາໃຫ້ແຟນໆກຽມໄດ້ອັບເດດ ເພາະໃນວັນທີ 1 ກຸມພາ 2019 ນາງຈະມີບົດເພງໃໝ່ຊື່ວ່າ “ຮັບໄດ້ບໍ່” ມາໃຫ້ແຟນໆໄດ້ຕິດຕາມ… (ຕົວຢ່າງບົດເພງ “ຮັບໄດ້ບໍ່”) "ຂໍພຽງຄວາມເຂົ້າໃຈ ທຸກຄົນບໍ່ໄດ້ສົມບູນແບບໄປທຸກຢ່າງ" ◼ "NO ONE IS PERFECT" ◼❤ ວັນທີ່ 1 ກຸມພາ ນີ້! ມາຟັງແບບເຕັມໆພ້ອມກັນເນາະ!#ToulyBidalack #ຮັບໄດ້ບໍ່ #ເພງໃຫມ່2019 Posted by Bidalack Syackhaphom on Tuesday, January 29, 2019 ສຳລັບ ຕຸລີ່ ບິດດາລັກ ເຊື່ອວ່າແຟນໆຫຼາຍທ່ານຄົງຈະຮູ້ຈັກນາງກັນແດ່ແລ້ວ ເພາະເປັນອີກແມ່ຍິງລາວຄົນໜື່ງທີ່ມີຄວາສາມາດຫຼາຍດ້ານ ແລະ ຍັງເປັນເຈົ້າຂອງບົດເພງດັງຫຼາຍບົດເພງໃນອະດີດ ບໍ່ວ່າຈະເປັນ: ເຈັບບໍ່ຈຳ, ສຳຄັນເວລາເຫງົາ, …
Read More »