ຂໍສະແດງຄວາມຍິນດີກັບຜູ້ໂຊກດີທີ່ໄດ້ຮັບລາງວັນ!!! ໃນວັນທີ 16 ມັງກອນ 2019 ບໍລິສັດ ລາວຟອດຊີຕີ ໄດ້ຈັດງານ ຈັບສະຫຼາກມອບໂຊກ ລົດ ຟອດ Ranger XL ຈຳນວນ 1 ຄັນ, ຟອດ Ecosport ຈຳນວນ 1 ແລະ ລາງວັນ ອື່ນໂປຣໂມຊັ່ນນີ້ແມ່ນເລີ່ມຕັ້ງແຕ່21/05/2018 ຈົນຮອດ 15/01/2019 ເພື່ອເປັນການຄືນກໍາໄລໃຫ້ກັບ ລູກຄ້າ ທີ່ໄວ້ວາງໃຈໃນລົດ ຟອດ, ເຊິ່ງເງື່ອນໄຂລຸ້ນໂຊກກໍ່ງ່າຍໆ ພຽງແຕ່ລູກຄ້າທ່ານໃດທີ່ຊື້ ຫຼື ຜ່ອນ ລົດ ຟອດ ທຸກລຸ້ນ ຕັ້ງແຕ່ຊ່ວງເດືອນ ພຶດສະພາ 2018 ຫາ ທີ 15 ມັງກອນ ປີ 2019 ກໍ່ຈະມີສິດລຸ້ນຮັບລາງວັນໃຫຍ່ ໂດຍຈະມີຄູປອງເພື່ອລຸ້ນຮັບໂຊກ. ລາງວັນທີ 1 ຟອດ …
Read More »ຂ່າວສັງຄົມ
ແຟນຄລັບລຸ້ນໜັກ! ຊີ່ຣີ່ລາວສຸດຮິດເລື່ອງ “ຮັກນີ້ສີບົວ ພາກ2” ຕອນຈົບຈະເປັນແນວໃດ???
ມື້ນີ້ມາແບບພິ້ງໆ ອອກແນວສີບົວໆແດ່ຈັກໜ້ອຍ ຫັ້ນແນ່…ເວົ້າແບບນີ້ພໍເດົາໆອອກກັນແດ່ບໍ່? ເປັນຫຍັງໄປບໍ່ໄດ້ເລີຍນອກຈາກຊີ່ຣີ່ລາວສຸດຮິດເລື່ອງ “ຮັກນີ້ສີບົວ ພາກ2” ແລະ ເມື່ອບໍ່ດົນມານີ້ນ້ອງໆທີມນັກສະແດງຈາກຊີ່ຣີ່ຮັກນີ້ສີບົວກໍໄດ້ມາຢ້ຽມຢາມ ມາແຈກຄວາມໜ້າຮັກ-ສົດໃສ ຜ່ານ Kuanjai Magazine ສົ່ງຕໍ່ໃຫ້ແຟນໆ ພ້ອມມາສົ່ງຄຳຫວານ…ໜ້າຮັກໆຝາກໃຫ້ແຟນໆຕິດຕາມ ຊີ່ຣີ່ “ຮັກນີ້ສີບົວ2” ທີ່ຈະອອກອາກາດໃນວັນທີ 22 ມັງກອນ 2019 ເຊິ່ງເປັນຕອນຈົບແລ້ວເດີ້… (ຢ່າລືມຕິດຕາມ) ໂອ້ຍ!!! ເຫັນໜ້ານ້ອງໆທີມນັກສະແດງແລ້ວ ອິນໄປຕາມໆກັນເບິ່ງແລ້ວເຄມີເຂົ້າກັນສຸດໆ, ເອົາເປັນວ່າຢ່າລືມເປັນກຳລັງໃຈໃຫ້ນ້ອງໆຈາກ ຊີ່ຣີ່ລາວສຸດຮິດເລື່ອງ “ຮັກນີ້ສີບົວ 2” ກັນຫຼາຍໆເລີຍເດີ້… ຫຼື ສາມາດຕິດຕາມຜົນງານນ້ອງໆໄດ້ທີ່ FB/M’Max Phengsavanh ,Ta’Phaeng Saysetha ພ້ອມດ້ວຍ Jo Ker Philavong ຂໍ້ມູນຈາກ: Tara Academy Agency Laos
Read More »ຍິ່ງໃຫ່ຍ ສົມກຽດ! ປະມວນຮູບພາບການຈູດດອກໄມ້ໄຟ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ
ໄດ້ມີການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບຄົບຮອບ 70 ປີ (20 ມັງກອນ 1949-2019) ຢ່າງຍິ່ງໃຫ່ຍ ແລະ ສົມກຽດ ໃນວັນທີ 20 ມັງກອນ 2019 ທີ່ຜ່ານມາ, ໂດຍມີການເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ແລະ ປະທານປະເທດແຫ່ງສປປ.ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ການນຳພັກ-ລັດ, ນາຍ ແລະ ພົນທະຫານ, ອະດີດການນຳພັກ-ລັດ, ເຈົ້າໜ້າທີ່ທະຫານຂັ້ນສູງຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງມະຫາຊົນເປັນຈຳນວນຫຼວງຫຼາຍ. ໃນຄໍ່າຄືນຂອງວັນດັ່ງກ່າວກໍຍັງໄດ້ມີການຈູດດອກໄມ້ໄຟຢ່າງງົດງາມ ຍິ່ງໃຫ່ຍອະລັງການ ເຮັດເອົາທ້ອງຟ້າຂອງປະເທດລາວໃນຍາມຄໍ່າຄືນ ເຕັມໄປດ້ວຍສີສັນ ແລະ ງົດງາມຕະການຕາ ຖືເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ ຄັ້ງຍິ່ງໃຫ່ຍທີ່ສຸດ, ລອງມາເບິ່ງຮູບພາບ ການຈູດດອກໄມ້ໄຟ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ ກັນອີກເທື່ອ… …
Read More »ແຊຣສະໜັ່ນ! ຮືຮາ…ເຈົ້າບ່າວໃຈປໍ້າ ຫອບສິນສອດຂໍສາວ (ລວມມູນຄ່າມະຫາສານ)
ກາຍເປັນກະແສ Talk of the town ໃນບໍ່ພໍເທົ່າໃດຊົ່ວໂມງ ໃນຊ່ວງເຊົ້າຂອງວັນທີ 18 ມັງກອນ 2019 ໄດ້ມີສະມາຊິກຜູ້ໃຊ້ເຟສບຸກລາຍໝຶ່ງເຜີຍແຜ່ຮູບພາບພິທີມົງຄຸນສົມຣົດ ແຕ່ມາໃນຮູບແບບທີ່ບໍ່ທຳມະດາ… ເພາະສິນສອດລວມແລ້ວເປັນມູນຄ່າມະຫາສານ ເຊິ່ງສິນສອດມີມູນຄ່າແມ່ນ: ເງິນກີບ 09 ຕັບ (100 ໃບ x 100,000,-ກີບ), ລວມມູນຄ່າ 90 ລ້ານກີບ ເງິນບາດ (100 ໃບ x 1,000,- ບາດໄທ), ລວມມູນຄ່າ 9 ແສນບາດ ເງິນໂດລາ (100 ໃບ x 100,- US$), ລວມມູນຄ່າ 09 ໝື່ນໂດລາ. ນອກຈາກນັ້ນຍັງມີ ຄຳ ແລະ ເຄື່ອງປະດັບຕ່າງໆ, ເຊິ່ງພຽງແຕ່ເຈົ້າບາວປ້າຍແດງຄົນນີ້ໂພສຮູບ ແລະ ແຄັບຊັ່ນພຽງສັ້ນໆວ່າ “ໄປຂໍເມຍ” ລົງເຟສບຸກບໍ່ພໍເທົ່າໃດກໍເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈໃນຄວາມອະລັງການ ແລະ ຄວາມໃຈປໍ້າຂອງເຈົ້າບ່າວ ຈົນເຮັດໃຫ້ມີຍອດຄົນກົດໄລ້ …
Read More »ສິລະປິນສາວລາວ ເດີນໜ້າໂກອິນເຕີ ຮ່ວມສະແດງຮູບເງົາ “FRIEND ZONE” ທີ່ປະເທດເພື່ອນບ້ານ!!!
ຊ່ວງນີ້ຂ່າວໂກອິນເຕີ ອອກໄປໂຊຄວາມສາມາດຂອງສິລະປິນລາວຖືວ່າມີມາແບບບໍ່ຂາດສາຍ ຫຼ້າສຸດ ນໍ້າຝົນ ອິນທະວົງ ນັກຮ້ອງສາວລາວເຮົາ ຈາກຄ້າຍເພງ Indee Records ໄດ້ເດີນໜ້າໂກອິນເຕີຮ່ວມສະແດງຮູບເງົາ “FRIEND ZONE ລະວັງສິ້ນສຸດທາງເພື່ອນ” ທີ່ປະເທດເພື່ອນບ້ານ, ເຊິ່ງງານນີ້ຖືວ່າບໍ່ທຳມະດາກັນເລີຍເດີ້ ເພາະນາງໄດ້ຮ່ວມສະແດງກັບ ນາຍ ນະພັດ ແລະ ໃບເຟີນ ພິມຊະນົກ ເຊິ່ງທັງ 2 ເປັນອີກໜຶ່ງນັກສະແດງຂອງປະເທດເພື່ອນບ້ານທີ່ມີຄວາມສາມາດ ແລະ ກຳລັງມາແຮງທີ່ສຸດໃນເວລານີ້… ສຳລັບ ນໍ້າຝົນ ອິນທະວົງ ແມ່ນໄດ້ຮ່ວມສະແດງໃນຮູບເງົາດັງກ່າວ ແລະ ທັງຮ້ອງເພງປະກອບຮູບເງົາຮ່ວມກັບສິລະປິນອີກຫຼາຍທ່ານຂອງອາຊຽນ ແລະ ຮູບເງົາ “FRIEND ZONE ລະວັງສິ້ນສຸດທາງເພື່ອນ” ແມ່ນຮູບເງົາຈາກຄ້າຍ GDH ຂອງປະເທດເພື່ອນບ້ານ ງານນີ້ຮັບປະກັນມ່ວນ ມັນ ແນ່ນອນ!!! (ມີຕົວຢ່າງຮູບເງົາມາຝາກທຸກໆຄົນ) ຢ່າງໃດກໍ່ຝາກແຟນໆ ຊ່ວຍໃຫ້ກຳລັງໃຈ ສິລະປິນລາວ ທີ່ໄປໂຊຄວາມສາມາດໃນຕ່າງແດນກັນຫຼາຍໆແດ່ເດີ້!!! ຮູບພາບ: FB/Namfon Inthavong
Read More »