ຂໍ້ຄິດດີໆ ປ່ຽນວິທີຄິດໃຫ້ຊີວິດດີຂຶ້ນ ຕ້ອນຮັບປີ 2019 ທີ່ຄວນຮູ້ຈະມີຫຍັງແດ່ມາເບິ່ງ… ລົງມືເຮັດໃນສິ່ງທີ່ຢາກເຮັດ ຫຼາຍຄົນກໍຄົງເຫັນແລ້ວແມ່ນບໍ່ວ່າ ເວລາປີໜື່ງມັນຜ່ານໄປຢ່າງໄວວາ ສິ່ງທີ່ເຄີຍລິສໄວ້ເປັນຂໍ້ໆທີ່ຄິດວ່າຢາກຈະເຮັດ ກໍຄວນເຮັດແບບຈິງຈັງໄດ້ແລ້ວ ຢ່າມົວແຕ່ເວົ້າ ແລະ ຄິດວ່າຈະເຮັດແລະບໍ່ເຮັດອີກຕໍ່ໄປ ແຖມສຸດທ້າຍມັນກໍຄົງມາຈົບຢູ່ບ່ອນເກົ່າທີ່ວ່າພໍໝົດປີກໍຍັງບໍ່ໄດ້ເຮັດຫຍັງ ແລະ ປ່ອຍໃຫ້ເວລາເສຍໄປແບບບໍ່ມີຄວາມໝາຍ ຫຼື ເຮັດຫຍັງກໍຍັງບໍ່ສຳເລັດ ລຸກຂຶ້ນມາເບິ່ງແຍງສຸຂະພາບຢ່າງຈິງຈັງ ຂໍ້ນີ້ແມ່ນສຳຄັນທີ່ສຸດ! ບໍ່ວ່າຈະຫຍັງກໍແລ້ວແຕ່ ຄວນລຸກຂຶ້ນມາເບິ່ງແຍງສຸຂະພາບຂອງຕົວເອງໄດ້ແລ້ວ ຍິ່ງອາຍຸເລີ່ມຫຼາຍຂຶ້ນຍິ່ງຕ້ອງລະວັງ ແຕ່ຄົນທີ່ອາຍຸຍັງນ້ອຍກໍຢ່າຟ້າວເບິ່ງຜ່ານ ເພາະບັນຫາສຸຂະພາບເກີດຂຶ້ນໄດ້ກັບທຸກຄົນ ດັ່ງນັ້ນມັນຮອດເວລາແລ້ວທີ່ຈະລຸກຂຶ້ນມາເບິ່ງແຍງເລື່ອງອາຫານການກິນ ພະຍາຍາມກິນແຕ່ອາຫານທີ່ມີປະໂຫຍດ ສານອາຫານຄົບຖ້ວນ ລວມເຖິງສິ່ງສຳຄັນທີ່ສຸດແມ່ນອອກກຳລັງກາຍຢ່າງສະໝໍ່າສະເໝີ ເກັບເງິນ ຢ່າຟຸມເຟືອຍ ຕ້ອງຍອມຮັບເລີຍວ່າ ເງິນເປັນອີກປັດໄຈໜຶ່ງທີ່ສຳຄັນ ຫາກຫາເງິນໄດ້ກໍຢ່າຟ້າວຫຼົງ ແລະ ໃຊ້ຈ່າຍຢ່າງຟຸມເຟືອຍ ຄວນຮູ້ຈັກແບ່ງເງິນອອກເປັນສັດສ່ວນ ແລະ ເລີ່ມເກັບເງິນ ເພື່ອເປັນຄ່າສຳຮອງໃນຍາມໃຊ້ຈ່າຍສຸກເສີນ ຈະໄດ້ບໍ່ຕ້ອງມານັ່ງເຈັບຫົວ ວ່າຈະຫາເງິນຈາກໃສມາຮັກສາຕົວເອງ ຫຼື ຖ້າຢາກເອົາເງິນໄປລົງທຶນເພື່ອໃຫ້ໄດ້ກຳໄລ ກໍຄວນເບິ່ງ ແລະ ສຶກສາໃຫ້ດີເສຍກ່ອນ ແບ່ງເວລາໃຫ້ເປັນ ໃຫ່ຍແລ້ວ ຄວນເບິ່ງເວລາໃຫ້ເປັນວ່າເວລາໃດຄືເວລາເຮັດວຽກ ຫຼື …
Read More »ຂ່າວສັງຄົມ
(ແຊຣບອກຕໍ່ໆກັນ) ລະວັງ! ເງິນປອມໃບ 50,000 ກີບ ແລະ 100,000 ກີບ ກຳລັງລະບາດ ທາງການອອກແຈ້ງເຕືອນ ພ້ອມບອກວິທີສັງເກດແບບງ່າຍໆ!!!
ປະຈຸບັນມີກຸ່ມຄົນບໍ່ດີຈຳນວນໜຶ່ງ ໄດ້ລັກລອບປອມແປງທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມ ດ້ວຍຮູບແບບການນຳເອົາທະນະບັດແທ້ໄປອັດສຳເນົາສີ (Copy) ໃສເຈ້ຍ A4 ທຳມະດາ, ມີສີສັນລວດລາຍຄ້າຍຄືທະນະບັດແທ້, ດັ່ງນັ້ນ!!! ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ໃນວັນທີ 27 ທັນວາ 2018 ໃຫ້ປະຊາຊົນເພີ່ມສະຕິລະວັງໂຕ ໃນການຮັບຈ່າຍ ທະນາບັດ ປະເພດໃບ 50,000 ກີບ ແລະ 100,000 ກີບ ໃນທົ່ວປະເທດ. (ເບິ່ງລາຍລະອຽດ ພ້ອມວິທີສັງເກດຂັ້ນພື້ນຖານໄດ້ດັ່ງລຸ່ມນີ້…) (ຢ່າລືມແຊຣບອກຕໍ່ໆກັນ!!!) (ຂໍຂອບໃຈຮູບພາບ)
Read More »ສ່ອງ! ງານ “SENGLAO ARTIST NIGHT” ງານທີ່ລວມສິລະປິນໄວໜຸ່ມລາວໃນການສະແດງສີມືດ້ານ “Art” ແບບບໍ່ເຄີຍມີມາກ່ອນ!!!
ທ້າຍປີແບບນີ້ເຊື່ອວ່າແຟນໆຫຼາຍໆທ່ານກໍຄົງຈະມີແຜນກຽມພັກຜ່ອນໃນຊ່ວງ ເຄົ້າດາວ-ປີໃໝ່ 2019 ຫຼື ວ່າບາງທ່ານກໍຄົງຈະເດີນທາງແລ້ວກໍມີ… ແຕ່ສຳລັບ ຊະນີIndy ແລ້ວ ຍັງສືບຕໍ່ຊອກຫາຂ່າວສານທີ່ໜ້າສົນໃຈມາຝາກແຟນໆເຊັ່ນເຄີຍ ໃນມື້ນີ້ຈະພາແຟນໆມາອັບເດດງານທີ່ເກີດຂຶ້ນໃນຊ່ວງທ້າຍອາທິດ ຈັດຂຶ້ນໃນ ວັນທີ 21 ທັນວາ 2018 ທີ່ຜ່ານມາ ຢູ່ທີ່ ຮ້ານອາຫານ Senglao Café ນັ້ກກໍຄືໍງານ “SENGLAO ARTIST NIGHT” ໂດຍ STELLA ເຊິ່ງງານນີ້ເປັນງານທີ່ລວມຕົວສາຍ Art ລຸ້ນ Young ໃຫ້ໄດ້ມາປ່ອຍຂອງ ໄດ້ມີພື້ນທີ່ໃນການສະແດງສີມືຂອງໄວໜຸ່ມລາວທີ່ແບບບໍ່ເຄີຍມີມາກ່ອນ… ແຟນໆທ່ານໃດທີ່ພາດໄປ ກໍບໍ່ຕ້ອງເສຍໃຈໄປເດີ້ ເພາະໃນມື້ນີ້ມີຮູບພາບບັນຍາກາດພາຍໃນງານມາຝາກ… ສຳລັບງານ “SENGLAO ARTIST NIGHT” ໂດຍ STELLA ນີ້ ຈຸດປະສົງຈັດຂຶ້ນເພື່ອສົ່ງເສີມໄວຫນຸ່ມລາວທີ່ມີຄວາມຄິດສ້າງສັນ ໄດ້ມີພື້ນທີ່ໃນການສະແດງສີມືໃນດ້ານງານສິລະປະ ແລະ ຍັງໄດ້ມີການພົບປະ, ແລກປ່ຽນ ສ້າງແຮງບັນດານໃຈ ປຸກຄວາມເປັນສິລະປິນ ແລະ ຄວາມ Art ໃນໂຕໄວໜຸ່ມລາວອອກມາ, ນອກຈາກນັ້ນຍັງມີການຈຳໜ່າຍສິນຄ້າຫັດຖະກຳ ຄວາມບັນເທີງ …
Read More »ຍິ່ງຮູ້ຈັກ ຍິ່ງຫຼົງຮັກ! ເປີດເສັ້ນທາງສາຍນາງງາມຂອງ Catriona Gray ສູ່ຕໍາແໜ່ງ Miss Universe 2018 (ນັກລ່າຝັນຕົວຈິງ)
ຍັງອິນກັບກະແສ Miss Universe ແຟນໆນາງງາມທົ່ວໂລກກໍໄດ້ຮູ້ກັນໄປແລ້ວວ່າ ແຄດທີໂອນ່າ ເກຣ (Catriona Gray) ສາວງາມຈາກ ປະເທດ ຟິລິປິນ (Philippines) ອາຍຸ 24 ປີທີ່ຄວ້າລາງວັນ Miss Universe 2018 ໄປຄອບຄອງໄດ້ແບບສະຫງ່າງາມ ແລະ ເໝາະສົມກັບຕຳແໜ່ງທີ່ສຸດ… ແຟນໆຫຼາຍໆທ່ານກໍຄົງຍັງອິນ ແລະ ຕິດຕາຕິດໃຈກັບຊ໋ອດ ສະໂລໂມເທີນ ຫຼື ຊ໋ອດຟູເທີນຂອງ Catriona Gray Miss Universe 2018 ຄົນນີ້ໄດ້ເປັນຢ່າງດີ ແລະ ກໍຢາກຮູ້ກັນແມ່ນບໍ່ວ່າປະຫວັດສາວຄົນນີ້ມີແນວໃດ ນາງເປັນໃຜມາຈາກໃສ? ເອົາເປັນວ່າບໍ່ເວົ້າຍາວເດີ້ ລອງມາຮູ້ຈັກກັບ Catriona Gray ຮັບຮອງວ່າໄດ້ຮູ້ເລື່ອງລາວຂອງນາງແລ້ວ ຈະຍິ່ງຈະຕົກຂຸມຮັກນາງຂື້ນເປັນຫຼາຍໆຮ້ອຍເທົ່າ!!! ເປັນເດັກກິດຈະກຳຕັ້ງແຕ່ນ້ອຍໆ ສຳລັບປະຫວັດຂອງສາວ Catriona Gray ນາງເປັນລູກຊອດຟິລິປິນ-ອອດເຕຣເລຍ ເກີດວັນທີ 6 ມັງກອນ 1994 ທີ່ເມືອງແຄຣນ ລັດຄຣີນແລນ ປະເທດ ອອດເຕຣເລຍ, ສ່ວນ ພໍ່ Ian Gray ເປັນຊາວອອດເຕຣເລຍ-ສະກ໋ອດແລນ …
Read More »ຂ່າວດີ! ນາງງາມລາວຄວ້າລາງວັນໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ (ຂໍສະແດງຄວາມຍິນດີ)
ປິດທ້າຍປີ 2018 ຕ້ອນຮັບປີ 2019 ກັບຂ່າວດີມາຝາກແຟນໆຊາວລາວເຮົາອີກແລ້ວເດີ້ ຫຼ້າສຸດ ຕູ່ ທິດາ ສິດທິໄຊ Miss Tourism International Laos 2018 ສາວງາມຕົວແທນປະເທດລາວກໍບໍ່ເຮັດໃຫ້ຄົນລາວຜິດຫວັງ ສາມາດຄວ້າລາງວັນ Miss Socialite ໃນເວທີ Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ ຕັດສິນກັນໄປໃນວັນທີ 21 ທັນວາ 2018 ທີ່ຜ່ານມາ (ຂໍສະແດງຄວາມຍິນດີນຳຫຼາຍໆ) (ມີຄລິບ) ຕູ່ ທິດາ ສິດທິໄຊ Thida Sitthixay ?? ໄດ້ຮັບລາງວັນ Miss Socialite Congratulation! ສະແດງຄວາມຍິນດີກັບໂຕແທນສາວລາວ ຕູ່ ທິດາ ສິດທິໄຊ Thida Sitthixay ?? ໄດ້ຮັບລາງວັນ Miss Socialite. …
Read More »