Breaking News

ຂ່າວສັງຄົມ

ສະແດງຄວາມຍິນດີນໍາ!!! ຜູ້ໂຊກດີໄດ້ຮັບລາງວັນລົດໃຫຍ່ ທອງຄໍາແທ່ງ ແລະ ໂທລະພາບ ຈາກການຈັບສະຫຼາກຊິງໂຊກລົດນິສັນເທີລ່າ…

ໃນວັນທີ່ 11 ກໍລະກົດ ປີ 2020 ທີ່ຜ່ານມາ ບໍລິສັດຕັນຈົງ ມໍເຕີ(ລາວ) ຈຳກັດຜູ້ດຽວ (TCML) ທີ່ນຳເຂົ້າລົດນິສສັນ ພຽງຜູ້ດຽວໃນປະເທດລາວ ແລະຍັງເປັນສາຂາ ບໍລິສັດຕັນຈົງມໍເຕີ ໂຮນດີ້ງ ເບີຮັດ (ມາເລເຊຍ) ໄດ້ປະກາດຜູ້ທີ່ໄດ້ຮັບລາງວັນໃຫ່ຍ ລົດນິສສັນ ເທີລ່າ ຜູ້ທີ່ໄດ້ຮັບລາງວັນ ແມ່ນ ທ່ານ ນາງ ສຸດາລັດ ມາລາວົງ ບ້ານ ນາໝາກ ເມືອງ ທຸລະຄົມ ແຂວງວຽງຈັນ ແລະ ຜູ້ໂຊກດີທັງສອງທ່ານ ທີ່ໄດ້ຮັບ ທອງຄຳແທ່ງແລະໂທລະພາບ 55 ນີ້ວ ຄື  ທ່ານ ນາງ ທະນູສອນ ທະຍາລາດ  ບ້ານ ເມືອງນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.  ທ່ານ ສົມຈັນ ບຸນເລີດ    …

Read More »

ຄໍາຄິດເຫັນຈາກທາງບ້ານ!!! ປະເດັນຮ້ອນ ຄຣິບປະຈານຄົນຂີ້ລັກ “ມະນຸດທຸກຄົນລ້ວນແລ້ວແຕ່ມີໂອກາດເດີນທາງຜິດ ຄວນໃຫ້ໂອກາດແກ້ໄຂ ບໍ່ສົມຄວນປະຈານ” ພ້ອມຟັງຄໍາຊີ້ແຈງຈາກເຈົ້າຂອງຕະຫຼາດ…

ຈາກກໍລະນີຄລິບທີ່ເຈົ້າໜ້າທີ່ຕະຫຼາດອົດຊີນຳຕົວຍິງໄວກາງຄົນພ້ອມຫ້ອຍປ້າຍຄ້ອງຄໍ “ຄົນຂີ້ລັກ” ແຫ່ອ້ອມຕະຫຼາດ ໄດ້ກາຍເປັນຄລິບທີ່ໂດ່ງດັງ ແລະ ສ້າງຄວາມຮືຮາຕໍ່ຜູ້ທີ່ໄດ້ເບິ່ງຄລິບດັ່ງກ່າວໃນເວລານີ້ ສັງຄົມໄດ້ຕັ້ງຄຳຖາມຕໍ່ການກະທຳດັ່ງກ່າວວ່າເປັນການກະທຳທີ່ສົມຄວນແລ້ວບໍ່? ເຊິ່ງຄົນສ່ວນໃຫຍ່ກໍ່ເບິ່ງວ່າການກະທຳຂອງເຈົ້າໜ້າທີ່ຕະຫຼາດມັນເປັນການກະທໍາເກີນກວ່າເຫດ ຜູ້ກະທຳຜິດຄວນສົ່ງຕົວໃຫ້ເຈົ້າໜ້າທີ່ຕໍາຫຼວດຈັດຕາມດໍາເນີນການຕາມກົດໝາຍ ບໍ່ຄວນນຳຕົວຜູ້ກໍ່ເຫດແຫ່ປະຈານຕໍ່ສາທາລະນະ ເພື່ອສ້າງຄວາມອັບອາຍ. ໃນຂະນະທີ່ສັງຄົມກໍາລັງຕັ້ງຄໍາຖາມກັບເຫດການທີ່ເກີດຂຶ້ນນັ້ນ ທາງເພຈ ຂວັນໃຈ ຂອງພວກເຮົາກໍໄດ້ຮັບບົດຄວາມຈາກທາງບ້ານ ຂໍໃຫ້ແອັດມິ້ນເປັນກະບອກສຽງໃນເລື່ອງດັ່ງວ່າ: ເອື້ອຍຕິດຕາມ ອ່ານ ວາລະສານ ທາງອອນລາຍ ເຫັນວ່າ ມີເນື້ອໃນດີ ເປັນກາງ ແລະ ບໍ່ແຕະຕ້ອງໃຜ ມີຊື່ສງງດີ ແລະ ມີຄົນຕິດຕາມຫລາຍ. ເອື້ອຍ ຢາກຂໍຄວາມຊ່ວຍເຫລືອທາງພວກນ້ອງ ຊ່ວຍເປັນກະບອກສງງ ອອກພາດຫົວຂໍ້ ແມ່ຍິງທີ່ລັກເງິນ ແລະ ຖືກປ້າຫ້ອຍຄໍ ປະຈານ ຕໍ່ຫນ້າມະຫາຊົນ ແລະ ທາງສັງຄົມອອນລາຍ. ເຊິ່ງການກິນທໍາດັ່ງກ່າວ ແມ່ນບໍ່ເຫມາະສົມ… ເພາະວ່າມະນຸດເຮົາທຸກຄົນລ້ວນມີໂອກາດເດີນຜິດເສັ້ນທາງ ແຕ່ກໍມີໂອກາດກັບຕົວກັບໃຈ ກັບມາແກ້ໄຂສິ່ງທີ່ຜິດພາດໃນອາດີດໄດ້ ຫາກພວກເຂົາເຫຼົ່ານັ້ນໄດ້ຮັບໂອກາດຈາກສັງຄົມ ແລະ ບໍ່ຖືກກະທຳໃຫ້ເກີດຄວາມອັບອາຍຈາກສັງຄົມ ຈົນສົ່ງຜົນກະທົບສະພາບຈິດໃຈ ລວມເຖິງກະທົບຕໍ່ການດຳລົງຊີວິດ ແລະ …

Read More »

Live ສົດທັງນໍ້າຕາ!!! ເດັກນ້ອຍ 14 ປີ Live ຂາຍເຄື່ອງຊ່ວຍພໍ່-ແມ່ ແຕ່ຖືກບູລີ່ຮູບຮ່າງໜ້າຕາ ແລະ ສີຜິວ…

ປັດຈຸບັນໂລກ Social ກໍາລັງມາແຮງ ບັນດາທຸລະກິດຕ່າງໆກໍໄດ້ຮັບອິດທິພົນໄປນໍາ ຈຶ່ງນໍາມາເຊິ່ງການປັບຕົວເພື່ອໃຫ້ຢູ່ລອດໃນຍຸກນີ້… ຄືດັ່ງເລື່ອງລາວຂອງສາວນ້ອຍຄົນນີ້ ທີ່ກໍາລັງເປັນກະແສ ແລະ ຖືກເວົ້າເຖິງໃນສັງຄົມ Social ປະເທດໄທ!!! ນ້ອງເນີຍ ອາຍຸ 14 ປີ ຮຽນຢູ່ຊັ້ນ ມ2 ແຕ່ເນື່ອງຈາກທາງຄອບຄົວ (ພໍ່-ແມ່) ມີອາຊີບເປັນຊາວຄ້າຂາຍ ຍ້ອນສະພາບການເສດຖະກິດປ່ຽນໄປຂາຍເຄື່ອງໜ້າຮ້ານຢ່າງດຽວບໍ່ໄດ້ດີເທົ່າທີ່ຄວນ ນ້ອງຈຶ່ງຢາກເປັນອີກແຮງຊ່ວຍເຫຼືອພໍ່ແມ່ ຈຶ່ງໄດ້ມີການ Live ຂາຍເຄື່ອງ ເຊິ່ງກໍເຮັດຕະຫຼອດມາ ຈົນເປັນອາຊີບເສີມຂອງນ້ອງຫຼັງຈາກເລີກໂຮງຮຽນໄປແລ້ວ… ແຕ່ເມື່ອເດືອນທີ່ຜ່ານມາ ໃນຂະນະທີ່ນ້ອງ Live ຂາຍສະບູ-ຄິມຂາວ ຢູ່ກໍມີລູກຄ້າທີ່ບໍ່ຫວັງດີເຂົ້າໄປຄອມເມັ້ນ ກໍ່ກວນ ລັກສະນະດູໝິ່ນສີຜິວ ໜ້າຕາຂອງນ້ອງໄປໃນທາງລົບ ຈົນເຮັດໃຫ້ນ້ອງກັ້ນນໍ້າຕາໄວ້ບໍ່ຢູ່ ແຕ່ເຖິງແນວໃດນ້ອງບໍ່ໄດ້ປິດການ Live ຍັງຂາຍຕໍ່ຈົນຄົບກໍານົດ!!! ເມື່ອເລື່ອງນີ້ຖືກຮັບຮູ້ໃນວົງກວ້າງ ກໍມີຊາວເນັດເຂົ້າໄປສະແດງຄວາມຄິດເຫັນໃຫ້ກໍາລັງໃຈນ້ອງເປັນຈໍານວນຫຼາຍ ລວມທັງສະໜັບສະໜູນໃນນ້ອງເຮັດອາຊີບນີ້ຕໍ່ໄປ… ນ້ອງເນີຍຍັງບອກອີກວ່າ ພຽງແຕ່ນ້ອຍໃຈຕອນຖືກເວົ້າໃສ່ຊື່ໆ ແຕ່ຄົນສ່ວນຫຼາຍກໍໃຫ້ກໍາລັງໃຈ ໝູ່ເພື່ອນ ພໍ່-ແມ່ ຄູ-ອາຈານ ຄອຍສະຊັບພອດຕະຫຼອດເວລາ ຈຶ່ງເຮັດໃຫ້ມີກໍາລັງໃຈໃນການຂາຍເຄື່ອງຕໍ່ໄປ. …

Read More »

ດຣາມ່າບໍ່ຈົບງ່າຍ!!! ກຸ້ງມັງກອນຮ້ານຕູບ ແລະ ເມນູບໍ່ໄດ້ສັ່ງແຕ່ຢາກໄດ້ຕູບນັ່ງຕ້ອງໄດ້ເອົາ…

ກໍາລັງຕົກເປັນກະແສວິພາກວິຈານ ແລະ ຫາງສຽງຈົ່ມຈາກສັງຄົມ ກ່ຽວກັບການຕະຫຼາດຂອງຮ້ານອາຫານຕູບ ທີ່ເປັນແບບສະຖານທີ່ທ່ອງທ່ຽວແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ. ກ່ຽວກັບລາຄາຫານທີ່ຄ້ອນຂ້າງສູງ ແລະ ການຕະຫຼາດແບບງົງໆ… ເຊິ່ງຫຼາຍມີຄົນໂພສທາງ Facebook ກ່ຽວກັບປະເດັນດັ່ງກ່າວວ່າ: ລູກຄ້າທີ່ເຈີ ເຊິ່ງຈາກຫາງສຽງສັງຄົມເວົ້າເປັນສຽງດຽວກັນວ່າ ເວລາໄປຮ້ານດັ່ງກ່າວຈະນັ່ງຕູບພະນັກງານກໍ່ບອກວ່າເຕັມແລ້ວມີຄົນຈອງໝົດແລ້ວ ຫາກຈະເອົາແມ່ນທາງຮ້ານຈະປ່ອຍໃຫ້ ແຕ່ຕ້ອງໄດ້ເອົາເມນູອາຫານທີ່ພະນັກງານບອກວ່າຄົນທີ່ຈອງຫັນສັ່ງໄວ້ກ່ອນແລ້ວ ຫາກຈະເອົາຕູບກໍ່ຕ້ອງໄດ້ເອົາອາຫານຕາມທີ່ເຂົາສັ່ງໄວ້ຫັນອີກດ້ວຍ!!! ຫາງສຽງຈາກສັງຄົມ ເຊິ່ງຫຼາຍຄົນກໍ່ຍອມເອົາຍ້ອນຢາກນັ່ງ ແຕ່ບາດບິນມາຫຼາຍຄົນກໍ່ບອກວ່າເມນູບໍ່ໄດ້ສັ່ງກໍ່ມີ ແລະ ແລ້ວກໍ່ມີຫຼາຍຕູບທີ່ຖືກແບບນັ້ນເວລາເຂົາຍ່າງໄປຖາມກັນມີຫຼາຍຕູບຖືກຄືກັນໝົດ ບາງຄົນກໍ່ໜັກຍ້ອນວ່າເມນູຖືກຊໍ້າກັນກໍ່ມີ. ຄົນທີ່ເຈີ ເຊິ່ງຄວາມຈິງເປັນແນວໃດນັ້ນ ວອນໃຫ້ພາກສ່ວນກ່ຽວຂ້ອງລົງໄປກວດສອບເບິ່ງ ຫາກເປັນຄວາມຈິງກໍເທົ່າກັບເອົາປຽບປະຊາຊົນ ແລະ ຖ້າຫາກມີການເຂົ້າໃຈຜິດກັນລະຫວ່າງລູກຄ້າ ແລະ ທາງຮ້ານກໍຫວັງວ່າທາງຮ້ານຈະອອກມາຊີ້ແຈງ. ບິນລາຄາ ບິນທີ່ລູກຄ້າ ທີ່ມາ: Laos 360

Read More »

ສຸດສະເທືອນໃຈ!!! ຄູສາອາໂພສ “ເຮັດວຽກມາ 6 ປີ ເຮັດດ້ວຍຄວາມລໍາບາກເງິນເດືອນບໍ່ມີ ພໍ່-ແມ່ຕາຍຈາກ ອາຊີບທີ່ຮັກກໍໄປບໍ່ເຖິງຝັນ” ພ້ອມກ່າວອໍາລາອາຊີບ…

ຮູ້ສຶກວ່າໄລຍະນີ້ຈະມີຂ່າວຄາວເລື່ອງການລາອອກຂອງຄູອາສາຫຼາຍຄົນ ເຊິ່ງແຕ່ລະຄົນນັ້ນກໍໃຊ້ເວລາກັບອາຊີບນີ້ດົນພໍສົມຄວນບໍ່ຕໍ່າກວ່າ 5-6 ປີ ຜົນສຸດທ້າຍຫຼາຍຄົນກໍເວົ້າເປັນສຽງດຽວກັນຄື ອຸດົມການບໍ່ສາມາດຊ່ວຍໃຫ້ຊີວິດຢູ່ລອດໄດ້ ແນ່ນອນວ່າ ນັ້ນກໍຄື ເງິນ ເພາະມັນໝາຍເຖິງຄວາມສາມາດໃນການລ້ຽງດູຕົວເອງ ແລະ ຄອບຄົວ… ເລື່ອງລາວຂອງຄູອາສາຄົນນີ້ກໍເຊັ່ນດຽວກັນ ທີ່ເພິ່ນໄດ້ໂພສຜ່ານ Facebook ສ່ວນຕົວທີ່ຊື່ວ່າ P’Nutnoy Phommaharn ເລົ່າເຖິງຄວາມລໍາບາກໃນການຕັດສິນໃຈຍຸຕິອາຊີບ ຄູອາສາ ທີ່ເຮັດມາໄດ້ 6 ປີ ເຂົ້າປີທີ 7 ແລ້ວແຕ່ກໍຍັງບໍ່ມີວີ່ແວວ ຈຶ່ງຕັດສິນໃຈລາອອກໃນທີ່ສຸດ ໂດຍມີລາຍລະອຽດວ່າ: “ມາຮອດມື້ນີ້ຈົນໄດ້ ມື້ທີ່ເຮົາຕ້ອງອຳລາ ຈາກການເປັນຄູອາສາ ເຮັດວຽກມາ6ປີ ເຮັດມາດ້ວຍຄວາມລຳບາກ ແຕ່ບໍ່ມີຫຍັງເກີດຂື້ນເລີຍ ເງີນເດືອນກະບໍ່ໄດ້ ທາງບ້ານພໍ່ແມ່ກະເສຍເບີດແລ້ວ ຢູ່ໂຕຄົນດຽວ ສິເຮັດຫຍັງກະຢາກຫວັງເພີ່ງອາຊີບຄູເຮົາກະໄປບໍ່ເຖີງຝັນ ທາງທີຢ່າງມາມັນຕັນແລ້ວເຮົາກະຕ້ອງຖອຍອອກມາ ສຸດທ້າຍນີ້ກະຂໍຂອບໃຈເອື້ອຍອ້າຍຄູ.ທີ່ຢູ່ໂຮງຮຽນມໍຕົ້ນເວີນຄຳເມືອງແກ່ນທ້າວແຂວງໄຊຍະບູລີທຸກຄົນທີ່ໃຫ້ຄວາມຊ່ວຍເຫຼືອ.ຕະຫລອດຮອດພໍ່ແມ່ອ້າຍເອື້ອຍນ້ອງເບີດທຸກຄົນທີ່ຄອຍໃຫ້ຄວາມຊ່ວຍເຫຼືອຕະຫລອດມາ #ລ່າກ່ອນຊີວິດຄູອາສາ(ຍ້ອນເຮົາເສັງບໍ່ໄດ້)” ຫຼັງຈາກທີ່ໂພສດັ່ງກ່າວຖືກເຜີຍແຜ່ອອກມາ ກໍໄດ້ມີໝູ່ເພື່ອນ ແລະ ຊາວເນັດເຂົ້າໄປສະແດງຄວາມຄິດເຫັນເປັນຈໍານວນຫຼວງຫຼາຍ ລວມເຖິງໃຫ້ກໍາລັງໃຈ ແລະ ແນະນໍາວຽກໃຫ້… ເຊິ່ງອ່ານແລ້ວກໍຮູ້ສຶກເສົ້າໄປນໍາ ແນວໃດແອັດກໍຂໍເປັນກໍາລັງໃຈໃຫ້ …

Read More »