Breaking News

ຂ່າວສັງຄົມ

ຮອງທ້ອງໄປກ່ອນແລ້ວ 1ລາງວັນ! ມາຮ່ວມສົ່ງກຳລັງໃຈໃຫ້ ຕູ່ ທິດາ ໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ (Final  21 ທັນວາ ນີ້!!!)

ສົ່ງທ້າຍປີ 2018 ກັບການປະກວດນາງງາມລະດັບໂລກໃນເວທີ Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ  ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງສາວງາມໄປເປັນຕົວແທນນັ້ນກໍຄື ຕູ່ ທິດາ ສິດທິໄຊ  Miss Tourism International Laos 2018 ແລະ ໃນກ່ອນໜ້ານີ້ໃນຊ່ວງເກັບຕົວ ນາງກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະຄວ້າລາງວັນ “Miss Socialite adopted by BarstreetKL” ເປັນລາງວັນເດີນແບບສະຫງ່າງາມຖຶກໃຈຜູ້ເຂົ້າຊົມ ມາໄດ້ແບບໜ້າຍິນດີ (ຂໍສະແດງຄວາມຍິນດີນຳຫຼາຍໆ) ແລະ ໃນວັນທີ 21 ທັນວາ 2018 ນີ້ແລ້ວເດີ້… ກໍຈະເປັນຮອບ Final ຂອງການປະກວດ Miss Tourism International 2018, ຢ່າງໃດແຟນໆຊາວລາວກໍຢ່າລືມເປັນກຳລັງໃຈ ມາຮ່ວມລຸ້ນ ຮ່ວມເຊຍ ສົ່ງກຳລັງໃຈໃຫ້ກັບ ຕູ່ ທິດາ  Miss Tourism …

Read More »

ອອນອະນົງ Miss Universe Laos ເດີນທາງກັບປະເທດ ພ້ອມໂພສເປີດໃຈຫຼັງຈາກທີ່ໄດ້ລາງວັນ “ຊຸດປະຈຳຊາດດີເດັ່ນ” ແບບນີ້…

ເປັນຂ່າວສ້າງຊື່ສຽງໃຫ້ປະເທດຊາດ ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເມື່ອ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ເຊິ່ງເປັນເວທີປະກວດນາງງາມອັນດັບໜຶ່ງຂອງໂລກ ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ… ແລະ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍໄດ້ເດີນທາງກັບເຖິງ ປະເທດ ລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ນາງຍັງໄດ້ອອກມາໂພສເປີດໃຈຜ່ານເຟສບຸກສ່ວນຕົວ ເຖິງຄວາມປິຕິຍິນດີ ທີ່ສາມາດນຳເອົາລາງວັນ “ຊຸດປະຈຳຊາດດີເດັ່ນ” ມາຝາກທຸກຄົນໄດ້  ພ້ອມທັງຂອບໃຈແຟນໆທຸກຄົນແບບນີ້… ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ …

Read More »

ງົດງາມເໝາະສົມຕຳແໜ່ງ! ເປັນໄປຕາມຄາດ ສາວງາມຈາກ Philippines ຄວ້າມົງ  Miss Universe 2018 (ຂໍສະແດງຄວາມຍິນດີ)

ປະກາດກັນໄປແບບສົດໆຮ້ອນໆ ແລະ ແຟນໆທົ່ວໂລກກໍ່ໄດ້ຮູ້ກັນແລ້ວວ່າ ສາວງາມທີ່ມີຄວາມເໝາະສົມທີ່ສາມາດພິຊິດມົງກຸດ Miss Universe 2018 ໃນປີນີ້ກໍຄື Catriona Gray ຈາກ ປະເທດ ຟິລິປິນ (Philippines) ສາວງາມຈາກເພື່່ອນບ້ານເຮົານີ້ເອງ, ງົດງາມສົມກັບຕຳແໜ່ງທີ່ສຸດ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບຮອງຕຳແໜ່ງມີດັ່ງນີ້: ຮອງອັນດັບ 1 Miss Universe 2018 ໄດ້ແກ່ Miss South Africa  ຮອງອັນດັບ 2 Miss Universe 2018 ໄດ້ແກ່ Miss Venezuela  ລາງວັນພິເສດ: ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ອອນອະນົງ ຫອມສົມບັດ (Laos) ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຕຳແໜ່ງທຸກໆຄົນເລີຍເດີ…ແຕ່ລະຄົນ ງົດງາມ ພິບໄຫວດີ ມີຄວາມສາມາດ ສົມກັບທີ່ໄດ້ຕຳແໜ່ງກັນມົດທຸກໆຄົນກັນເລີຍ. (ຂໍຂອບໃຈຮູບພາບ)

Read More »

ຮູ້ບໍ່ວ່າ? “ຊຸດທານນ້ຳໃຈສູ່ປະເທດລາວ”  ມີຄວາມໝາຍແນວໃດເຖິງສາມາດພິຊິດລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Universe 2018 ນີ້ໄດ້ສຳເລັດ???

ແຟນໆຫຼາຍທ່ານກໍຄົງຈະໄດ້ຮູ້ທີ່ມາທີ່ໄປ ແລະ ຄວາມໝາຍຂອງຊຸດປະຈຳຊາດລາວ ມີຊື່ວ່າ “ຊຸດທານນ້ຳໃຈສູ່ປະເທດລາວ ” ທີ່ອອກແບບໄດ້ມີຄວາມໂດດເດັ່ນຈົນຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີ Miss Universe 2018 ມາແດ່ແລ້ວ, ແຕ່ສຳລັບທ່ານໃດທີ່ຍັງງົງໆ ບໍ່ຮູ້ທີ່ມາທີ່ໄປກໍ່ບໍ່ຕ້ອງງົງເດີ້ ເພາະໃນມື້ນີ້ ຊະນີIndy ຈັດໃຫ້ເອົາໃຈແຟນໆ ລອງມາຮູ້ຈັກກັບ “ຊຸດທານນ້ຳໃຈສູ່ປະເທດລາວ” ກັນເບິ່ງເນາະ!!! “ຊຸດທານນ້ຳໃຈສູ່ປະເທດລາວ ເຊິ່ງຊຸດນີ້ແນ່ນອນວ່າມີທີ່ມາທີ່ໄປ ມີຄວາມໝາຍ ໄດ້ແຮງບັນດານໃຈມາຈາກ ນາງກິນນະລີ ທີ່ເປັນສັດເຄິ່ງຄົນເຄິ່ງນົກທີ່ຢູ່ໃນນິຍາຍຂອງລາວ ແລະ ໄດ້ນຳເອົາປະເພນີວັດທະນະທຳພື້ນເມືອງ, ການສະແດງຟ້ອນກິນນະລີມາດັດແປງໃນການນຳສະເຫນີຊຸດ, ຮູບແບບຂອງຊຸດແມ່ນໃຊ້ເຕັກນິກການສະແດງແບບຫຸ່ນເຕັ້ນເປີດຫມວກ ເພື່ອສົມທົບທຶນ ທີ່ພົບເຫັນໄດ້ຢູ່ທົ່ວໄປຕາມສະຖານທີ່ທ່ອງທ່ຽວຕ່າງໆ. ການຜະລິດຊຸດໃນຄັ້ງນີ້ແມ່ນໄດ້ແຮງບັນດານໃຈມາຈາກເຫດການໄພພິບັດທີ່ເກີດຈາກເຫດການເຂື່ອນເຊປຽນ-ນ້ຳນ້ອຍແຕກ, ທັງນີ້ກໍເພື່ອສົ່ງກຳລັງໃຈໃຫ້ກັບຜູ້ປະສົບໄພ ແລະ ຜູ້ທີ່ສູນເສຍ ໂດຍການນຳໃຊ້ຊຸດນີ້ເປັນສື່ກາງ, ສື່ຄວາມຫມາຍ ເພື່ອຂອບໃຈທຸກໆກຳລັງໃຈທີ່ສົ່ງມາໃຫ້ ສປປ ລາວ.  ຄວາມຫມາຍຂອງຊຸດນີ້ແມ່ນສື່ເຖິງ ແລະ ແທນຄຳຂອບໃຈທຸກໆຄົນ ທັງໃນ ແລະ ຕ່າງປະເທດ ທີ່ໃຫ້ການຊ່ວຍເຫລືອຕ່າງໆ ໂດຍຜ່ານຮູບແບບຂອງຊຸດທີ່ສື່ເຖິງການບໍລິຈາກເງິນ …

Read More »

ໂດ່ງດັງໄປທົ່ວໂລກ! “ປະເທດລາວ” ກັບລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Universe 2018!!!

ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເປັນຂ່າວທີ່ເອີ້້ນວ່າດີຫຼາຍໆ ສ້າງຊື່ສຽງໃຫ້ປະເທດຊາດເລີຍກໍ່ວ່າໄດ້ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ… ຈົນເປັນກະແສ ຮືຮາ ໂດ່ງດັງໄປທົ່ວໂລກ ບັນດາສື່ດັງຫຼາຍສື່ທົ່ວໂລກ ກໍ່ບໍ່ພາດທີ່ຈະນຳສະເໜີຂ່າວສາວງາມທີ່ຄວ້າລາງວັນຊຸດປະຈຳຊາດດີເດັ່ນໃນປີນີ້ ເຊິ່ງເປັນການດີທີ່ຄົນທົ່ວໂລກຈະໄດ້ຮັບຮູ້ເຖິງປະເທດລາວເຮົາຫຼາຍຂຶ້ນ, ເຖິງແມ່ນວ່າໃນເທື່ອນີ້ ສາວງາມຈາກປະເທດລາວເຮົາຈະບໍ່ໄດ້ເຂົ້າຮອບເລິກໆ ແຕ່ກໍສາມາດ ຄວ້າລາງວັນ ທີ່ເປັນອີກໜຶ່ງລາງວັນໃຫ່ຍໃນເວທີດັ່ງກ່າວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018)  ມາຝາກຄົນລາວເຮົາໄດ້ຢ່າງສຳເລັດ. (ຂໍຊົມເຊີຍ…ເກັ່ງຫຼາຍໆ) #ແຊຣໄປໃຫ້ໂລກຮູ້ປະເທດລາວ ?????? ນາງສາວ ອອນອານົງ ຫອມສົມບັດMISS UNIVERSE LAOS 2018ສ້າງປະຫວັດຕິສາດຫນ້າໃຫມ່ຂອງການປະກວດໃນເວທີລະດັບໂລກດວ້ຍການຄວ້າລາງວັນຊຸດປະຈຳຊາດດີເດັ່ນມາຄອງໃນເວທີMiss …

Read More »