Breaking News

ຂ່າວສັງຄົມ

1624 ອອກມາຖະແຫຼງການຊີ້ແຈງແລ້ວ ກ່ຽວກັບກໍລະນີການຊ່ວຍເຫຼືອຜູ້ປ່ວຍທີ່ເປັນພະຍາດຂາເປື່ອຍ!!!

ຫຼັງຈາກມີກະແສ Talk of the town ກ່ຽວກັບກໍລະນີການຊ່ວຍເຫຼືອຜູ້ປ່ວຍ ທ້າວ ຄຳນ້ອຍ ແສນຄຳຍອງ ທີ່ເປັນພະຍາດຂາເປື່ອຍ ເຮັດໃຫ້ແມ່ຂອງຜູ້ປ່ວຍໄດ້ອອກມາໂພສຮູບ ແລະ ຂຽນລະລາຍອຽດການຊ່ວຍເຫຼືອວ່າບໍ່ໄດ້ຮັບຄວາມຍຸດຕິທຳດັ່ງນີ້: ຈົນຫຼ້າສຸດໃນວັນທີ 4 ທັນວາ 2018 ກໍໄດ້ມີຖະແຫຼງການຈາກ  ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ (1624) ເຖິງກໍລະນີດັ່ງກ່າວຢ່າງລະອຽດດັ່ງນີ້: ຈາກກໍລະນີດັ່ງກ່າວນີ້ເຮັດໃຫ້ເກີດກະແສ ເຮັດໃຫ້ເກີດຄວາມສົນໃຈຈາກສັງຄົມ ມີຜູ້ຄົນເຂົ້າໄປສະແດງຄວາມຄິດເຫັນ ແລະ ກົດແຊຣກັນຢ່າງຫຼວງຫຼາຍ. (ເອົາເປັນວ່າຂໍເອົາໃຈຊ່ວຍທັງສອງຝ່າຍເລີຍກໍແລ້ວກັນເນາະ) ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624

Read More »

ແຟນໆອິນໜັກ! ຮູບເງົາສັ້ນ “ນິລັນດອນ” ປ່ອຍແລ້ວ…ຍົກກອງຖ່າຍທຳທີ່ປະເທດລາວ (ທຳມະຊາດງາມຫຼາຍຍຍ)

ມາແລ້ວວວວ!!! ເຮັດເອົາແຟນໆຊຶ້ງ ອິນໜັກໄປຕາມໆກັນ ສຳລັບ ຮູບເງົາສັ້ນປະກອບເພງ “ນິລັນດອນ”  ຂອງ ໂຈໂຈ້ Miracle ແລະ ຕ່າຍ ອໍລະໄທ, ຮູບເງົາສັ້ນເລື່ອງນີ້ແມ່ນ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ແລະ ຈອມ ສະຣຸດ ສຸວັນພັກດີ (ພະເອກຈາກຊ່ອງ 7 ສີ) ເຊິ່ງທັງສອງກໍສະແດງໄດ້ສົມບົດບາດ ເບິ່ງແລ້ວອິນໄປຕາມໆກັນ… ຮູບເງົາສັ້ນເລື່ອງດັ່ງກ່າວແມ່ນໄດ້ມີການຍົກກອງມາຖ່າຍທຳທີ່ ແຂວງຈຳປາສັກ ແລະ ແຂວງ ອັດຕະປື ປະເທດລາວເຮົາ ໂດຍໄດ້ມີສາກສຳຄັນຢູ່ທີ່ ນໍ້າຕົກຕາດເຊປ້ອງໄລ່.   ເປັນແນວໃດເບິ່ງຕົວຢ່າງ EP1 ແລ້ວຮູ້ສຶກຢາກ ເບິ່ງ EP2 ກັນແລ້ວແມ່ນບໍ່? ເອົາເປັນວ່າອົດໃຈລໍກ່ອນເດີ້ແຟນໆໄວໆນີ້ໄດ້ເບິ່ງກັນແນ່ນອນ. ຄລິບຈາກ: Grammy Gold Official

Read More »

ເປີດວາຟ! ອອນອະນົງ ຫອມສົມບັດ Miss Universe Laos 2018 ດີກຼີນັກຮຽນນອກ (ບອກເລີຍໂປຟາຍບໍ່ທຳມະດາ)

ເປັນກະແສໃຫ້ຊາວເນັດໄດ້ສະແດງຄວາມຄິດເຫັນກັນແບບລົວໆ ຫຼ້າສຸດຄົນລາວທົ່ວປະເທດກໍ່ໄດ້ຮູ້ກັນແລ້ວວ່າ Miss Universe Laos 2018 ໃນປີ້ນີ້ກໍ່ຄື ອອນອະນົງ ຫອມສົມບັດ (ອອນ) ອາຍຸ 23 ປີ ລວງສູງ 171 ຊັງຕີແມັດ ທີ່ໄດ້ເດີນທາງໄປເປັນຕົວແທນແມ່ຍິງລາວໃນການປະກວດ ນາງງາມຈັກກະວານ (Miss Universe 2018) ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ). ເຫັນແຟນໆຫຼາຍທ່ານທັກເຂົ້າມາຫາ ຊະນີIndy ວ່າຢາກຮູ້ຈັກ Miss Universe Laos 2018  ດັ່ງນັ້ນ…ບໍ່ຊ້າເດີ້ ໃນມື້ນີ້ເຮົາຈະມາອັບເດດໂປຟາຍ ຊ໋ອກແຊັກເລື່ອງລາວຂອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກັບແບບ exclusive!!! ***ຊ່ວຍແນະນຳຕົວເອງໃຫ້ແຟນໆໄດ້ຮູ້ຈັກແດ່… ອອນ: ສະບາຍດີ ນ້ອງມີຊື່ວ່າ ອອນອານົງ ຫອມສົມບັດ, ອາຍຸ23ປີ,  ຈົບການສຶກສາ ລະດັບປະລິນຍາຕີ ສາຂາພົວພັນສາກົນ ທີ່ປະເທດຮົງກາລີ. ສາມາດເວົ້າໃດ້3 …

Read More »

ຕ່າງຊາດຕ້ອງຮ້ອງ ”Wow’ ພ້ອມຕົບມືລົວໆໆ ກັບການສະແດງຂອງນາງງາມລາວ ທີ່ປະເທດ ໂປແລນ (ງານນີ້ມີລຸ້ນຕິດ Top5 ຂື້ນໂຊຮອບ Final)

ຕ່າງຊາດຕ້ອງຮ້ອງ ”Wow’ ພ້ອມຕົບມືລົວໆໆ… ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ສາວງາມຕົວແທນ ປະເທດ ລາວ ຂື້ນສະແດງຄວາມສາມາດ ໃນບົດຟ້ອນພື້ນເມືອງລາວ “ດວງຈຳປາ” ໃນຮອບສະແດງຄວາມສາມາດພິເສດ ທີ່ເວທີ Miss Supranational 2018  ທີ່ ປະເທດ ໂປແລນ, ພ້ອມລຸ້ນຕິດ Top5 ການສະແດງທີ່ຈະໄດ້ຂື້ນໂຊເທິງເວທີໃຫ່ຍໃນຮອບຕັດສິນອີກດ້ວຍ. (ມີຄລິບການສະແດງ) ມາແລ້ວວີດີໂອ Talent​ Simifinal​ of​ Miss​Supranational​ 2018ບໍ່ຮູ້ຈະໄດ້ຕິດ Top5​ ທີ່ຈະໄດ້ຂື້ນໂຊເທິງເວທີໃຫ່ຍ(ຫວັງວ່າຂໍໃຫ້ໄດ້ຕິດ ເພາະປີ2015ທີ່ຢຸ້ຍໄປປະກວດທີ່ ມາເລເຊຍ Miss Southeast​ Asia​ Tourism​ Ambassadress​ 2015 ຢຸ້ຍກະໄດ້ຕິດ Top7 The best of talent)​ ມື້ປະກວດຮອດບຕັດສິນຫຼືບໍ່ ແຕ່ຢ່າງໃດ ຢຸ້ຍກະພູມໃຈທີ່ໄດ້ ນຳເອົາຄວາມເປັນລາວ …

Read More »

ບໍ່ມີໃຜຍອມໃຜ! ຊຸດປະຈຳຊາດ Miss Universe Laos ແລະ ປະເທດເພື່ອນບ້ານ (ຊຸດປະຈຳຊາດລາວເຮົາພໍສູ້ໄດ້ບໍ່?)

ຊຸດປະຈຳຊາດລາວເຮົາພໍສູ້ໄດ້ບໍ່??? ຂໍບອກວ່າບໍ່ມີໃຜຍອມໃຜ ຫຼ້າສຸດປະເທດລາວເຮົາກໍໄດ້ເປີດຕົວຊຸດປະຈຳຊາດທີ່ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ຈະໃຊ້ເຂົ້ປະກວດໃນເວທີການແຂ່ງຂັນ ນາງງາມຈັກກະວານ (Miss Universe 2018) ໃຫ້ເຫັນກັນແລ້ວ ມີຊື່ວ່າ “ຊຸດທານນ້ຳໃຈສູ່ປະເທດລາວ” ນອກຈາກຊຸດປະຈຳຊາດຂອງລາວເຮົາແລ້ວນັ້ນ ໃນມື້ນີ້ ຊະນີIndy ຈະພາແຟນໆມາ ສ່ອງ…ຊຸດປະຈຳຊາດຂອງປະເທດເພື່ອນບ້ານຂອງເຮົາ ບໍ່ວ່າຈະເປັນ ປະເທດ ຫວຽດນາມ, ໄທ, ກຳປູເຈຍ ແລະ ມາເລເຊຍ. ປະເທດ ລາວ ປະເທດ ຫວຽດນາມ ປະເທດ ໄທ ປະເທດ ກຳປູເຈຍ ປະເທດ ມາເລເຊຍ ເຫັນແລ້ວ ວ້າວວວວ ເລີຍແມ່ນບໍ່ແຟນໆ ຊຸດແຕ່ລະປະເທດກໍລ້ວນມີເອກະລັກ ແລະ ຄວາມໝາຍ ບອກເລີຍວ່າງານນີ້ບໍ່ມີໃຜຍອມໃຜກັນແນ່ນອນ!!! ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ອອນອະນົງ ຫອມສົມບັດ Miss Universe Laos 2018 ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss Universe 2018 …

Read More »