ສົມກັບທີ່ແຟນໆນາງງາມໃຫ້ການລໍຄອຍກັບການເປີດເຜີຍ ຊຸດປະຈຳຊາດຂອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ຈະໃຊ້ເຂົ້າໃນການປະກວດໃນເວທີການແຂ່ງຂັນ ນາງງາມຈັກກະວານ (Miss Universe 2018)ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ). ເຊື່ອເລີຍວ່ານອກຈາກການແຂ່ງຂັນໃນຮອບອື່ນໆແລ້ວ ສິ່ງທີ່ພໍ່ແມ່ພີ່ນ້ອງໃຫ້ການສົນໃຈ ແລະ ຖ້າລຸ້ນຖ້າເຊຍໃຫ້ກຳລັງໃຈສາວງາມທີ່ເປັນຕົວແທນປະເທດລາວກໍແມ່ນ ໃນຮອບຊຸດປະຈຳຊາດ “ເຊິ່ງປີນີ້ຊຸດປະຈຳຊາດທີ່ເປັນສິ່ງບົ່ງບອກເອກກະລັກລາວຂອງເຮົາ ກໍມາໃນ “ຊຸດທານນ້ຳໃຈສູ່ປະເທດລາວ” ເຊິ່ງຊຸດນີ້ແນ່ນອນວ່າມີທີ່ມາທີ່ໄປ ມີຄວາມໝາຍ ໄດ້ແຮງບັນດານໃຈມາຈາກນາງກິນນະລີທີ່ເປັນສັດເຄິ່ງຄົນເຄິ່ງນົກທີ່ຢູ່ໃນນິຍາຍຂອງລາວ ແລະ ໄດ້ນຳເອົາປະເພນີວັດທະນະທຳພື້ນເມືອງ, ການສະແດງຟ້ອນກິນນະລີມາດັດແປງໃນການນຳສະເຫນີຊຸດ”. “ຮູບແບບຂອງຊຸດແມ່ນໃຊ້ເຕັກນິກການສະແດງແບບຫຸ່ນເຕັ້ນເປີດຫມວກ ເພື່ອສົມທົບທຶນ ທີ່ພົບເຫັນໄດ້ຢູ່ທົ່ວໄປຕາມສະຖານທີ່ທ່ອງທ່ຽວຕ່າງໆ. ການຜະລິດຊຸດໃນຄັ້ງນີ້ແມ່ນໄດ້ແຮງບັນດານໃຈມາຈາກເຫດການໄພພິບັດທີ່ເກີດຈາກເຫດການເຂື່ອນເຊປຽນ-ນ້ຳນ້ອຍແຕກ, ທັງນີ້ກໍເພື່ອສົ່ງກຳລັງໃຈໃຫ້ກັບຜູ້ປະສົບໄພ ແລະ ຜູ້ທີ່ສູນເສຍ ໂດຍການນຳໃຊ້ຊຸດນີ້ເປັນສື່ກາງ, ສື່ຄວາມຫມາຍ ເພື່ອຂອບໃຈທຸກໆກຳລັງໃຈທີ່ສົ່ງມາໃຫ້ ສປປ ລາວ. ຄວາມຫມາຍຂອງຊຸດນີ້ແມ່ນສື່ເຖິງ ແລະ ແທນຄຳຂອບໃຈທຸກໆຄົນ ທັງໃນ ແລະ ຕ່າງປະເທດ ທີ່ໃຫ້ການຊ່ວຍເຫລືອຕ່າງໆ ໂດຍຜ່ານຮູບແບບຂອງຊຸດທີ່ສື່ເຖິງການບໍລິຈາກເງິນ ແລະ ວັດຖຸຕ່າງໆ ເພື່ອຊ່ວຍເຫລືອສັງຄົມ ພຽງແຕ່ນຳໃຊ້ນາງກິນນະລີເປັນຕົວສື່ສານ …
Read More »ຂ່າວສັງຄົມ
ເຊຍລາວສຸດໃຈ! ອອນອະນົງ Miss Universe Laos ເດີນທາງຮ່ວມປະກວດ ນາງງາມຈັກກະວານ (Miss Universe 2018)
ອີກບໍ່ພໍເທົ່າໃດເດືອນກໍຈະໝົດປີ 2018 ກັນແລ້ວ ແຟນໆຫຼາຍໆຄົນມັກຈົ່ມວ່າ “ເວລາຊ່າງຜ່ານໄປໄວເຫຼືອເກີນ…” ແຕ່ບໍ່ເປັນຫຍັງເນາະ ເອົາເປັນວ່າທຸກຢ່າງບໍ່ສາຍທີ່ຈະເລີ່ມລົງມືເຮັດ ແລະ ເລີ່ມຕົ້ນໃໝ່ກັບສິ່ງດີໆສະເໝີ, ນອກຈາກເວລາທີ່ຜ່ານໄປໄວແລ້ວນັ້ນ ແຟນໆຮູ້ ຫຼື ບໍ່ວ່າໃນອີກບໍ່ດົນນີ້ກໍຈະມີການປະກວດນາງງາມອີກໜຶ່ງເວທີໃຫ່ຍລະດັບໂລກ Miss Universe 2018 ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ), ແນ່ນອນວ່າ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ຫຼ້າສຸດໄດ້ເດີນທາງໄປຮ່ວມເກັບຕົວກັບ Miss Universe 2018 ທີ່ປະເທດໄທ ໃນວັນທີ 29 ພະຈິກ 2018 ຕ້ອງບອກວ່າເປັນອີກໜຶ່ງສາວງາມທີ່ມີແຟນໆນາງງາມໃຫ້ການຕິດຕາມ ແລະ ສົ່ງກຳລັງໃຈໃຫ້ຢ່າງຫຼວງຫຼາຍ ສຳລັບ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ປັດຈຸບັນ ອອນອະນົງ ແມ່ນເດີນທາງຮອດ ປະເທດໄທ ເປັນທີ່ຮຽບຮ້ອຍແລ້ວ ພ້ອມທັງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ກຽມເກັບຕົວຮ່ວມກັບສາວງາມອີກຫຼາຍປະເທດຈາກທົ່ວໂລກ ແລະ ການປະກວດ Miss …
Read More »ພາບປະທັບໃຈ! ໂຈໂຈ້ ແລະ ຕ່າຍ ອໍລະໄທ ພ້ອມທີມງານແກຣມມີ່ ເຂົ້າຢ້ຽມຢາມ-ຄໍານັບທ່ານທູດລາວປະຈໍາປະເທດໄທ
ຈະພາແຟນໆມາເບິ່ງພາບແຫ່ງຄວາມປະທັບໃຈ ຫຼ້າສຸດ ສິລະປິນດັງສອງຝັ່ງຂອງ ໂຈໂຈ້ ມິຣາໂຄລ (ນັກຮ້ອງ/ຜູ້ກຳກັບ) ແລະ ຕ່າຍ ອໍລະໄທ (ນັກຮ້ອງລູກທຸ່ງຊື່ດັງປະເທດເພື່ອນບ້ານ) ພ້ອມດ້ວຍທີມງານຈາກຄ່າຍເພງ ແກຣມມີ່ ກໍໄດ້ເດີນທາງໄປຢ້ຽມຢາມ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຣາຊະອານາຈັກໄທ ພ້ອມເຂົ້າຄຳນັບ ທ່ານທູດລາວປະຈໍາປະເທດໄທ ໃນວັນທີ 29 ພະຈິກ 2018 ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມອົບອຸ່ນ ແລະ ປະທັບໃຈ. ເຊິ່ງສິລະປິນທັງສອງກໍຍັງໄດ້ໂພສຮູບພາບ ພ້ອມດ້ວຍຂໍ້ຄວາມແຫ່ງຄວາມປະທັບໃຈນີ້ລົງໃນເພສເຟສບຸກໃຫ້ແຟນໆໄດ້ອັບເດດກັນອີກດ້ວຍ… ( ໂຈໂຈ້ ມິຣາໂຄລ) (ຕ່າຍ ອໍລະໄທ) “ເຊົ້ານີ້ ມື້ນີ້ ເລິກດີ ໂຊກດີ ແລະ ເປັນກຽດຫຼາຍໆ ທີ່ໄດ້ມີໂອກາດນຳມິວສິກວິດີໂອເພງ “ນິລັນດອນ” ມາມອບໃຫ້ກັບ ສະຖານທູດລາວປະຈຳ ປະເທດໄທ ທ່ານເປັນກັນເອງຫຼາຍໆ ຊຶ່ງມິວສິກວິດີໂອເພງນີ້ ທຸກຄົນຈະໄດ້ເຫັນ ມີຄວາມເຊື່ອມສຳພັນກັນລະຫວ່າງໄທກັບລາວ ທັງນັກຮ້ອງ …
Read More »ບໍ່ທຳມະດາ! ຊຸດປະຈຳຊາດຂອງ Miss Universe Cambodia 2018 ອະລັງການງານສ້າງ ມີແຮງບັນດານໃຈມາຈາກ…
ໃກ້ເຂົ້າມາແລ້ວກັບການປະກວດ Miss Universe 2018 ທີ່ຄົນທົ່ວໂລກລໍຖ້າຕິດຕາມ ແລະ ເຊື່ອວ່າແຟນໆນາງງາມທັງຫຼາຍກໍຄົງລໍຖ້າລຸ້ນໃນຮອບ “ຊຸດປະຈຳຊາດ” ເພາະຖືວ່າເປັນອີກໄຮໄລ້ໜຶ່ງທີ່ໂດດເດັ່ນ ແລະ ໃນຕອນນີ້ແຕ່ລະປະເທດກໍເລີ່ມເປີດໂຕຊຸດປະຈຳຊາດກັນອອກມາແລ້ວ ແລະ ໃນມື້ນີ້ ຊະນີIndy ຈະພາແຟນໆມາສ່ອງຊຸດປະຈຳຊາດ Miss Universe Cambodia 2018 ສາວງາມຈາກປະເທດເພື່ອນບ້ານຂອງເຮົາ ແຕ່ຂໍບອກກ່ອນເລີຍເດີ້ວ່າບໍ່ທຳມະດາແນ່ນອນ!!! ເຊີ່ງ Rern Sinat Miss Universe Cambodia 2018 ຈະສວມໃສ່ຊຸດປະຈຳຊາດທີ່ມີຊື່ວ່າ “The Kingdom of Wonder” ເຊິ່ງຈະເປັນການສະເໜີປະຫວັດສາດທີ່ຍາວນານ ແລະ ວັດທະນະທຳທີ່ເປັນເອກະລັກຂອງປະເທດ ກຳປູເຈຍ ຊຸດນີ້ແມ່ນໄດ້ແຮງບັນດານໃຈມາຈາກຍຸກສະໄໝກ່ອນ ກະໂປງເຮັດມາຈາກຜ້າໄໝກຳປູເຈຍ ເຊິ່ງເປັນທີ່ນິຍົມຂອງກຸ່ມແມ່ຍິງໃນຍຸກແລກໆ ສ່ວນສາກເບື້ອງຫຼັງເປັນຮູບຊົງແຜນທີ່ຂອງປະເທດ ໂດຍມີນະຄອນວັດ ມໍລະດົກໂລກທີ່ແຕ່ງຕັ້ງໂດຍອົງກອນຍູເນສໂກຢູ່ເຄິ່ງກາງ ສ່ວນຜ້າຄຸມແຂນກໍໄດ້ຮັບແຮງບັນດານໃຈມາຈາກທຸງຊາດເຊັ່ນດຽວກັນ ນອກຈາກນີ້ຍັງມີການຫຍິບສະຖາປັດຕະຍະກຳທີ່ໂດດເດັ່ນ ແລະ ຄວາມງົດງາມຂອງດອກລຳດວນ ດອກໄມ້ປະຈຳຊາດຂອງປະເທດກຳປູເຈຍມາໃສ່ໄວ້ໃນຊຸດອີກດ້ວຍ ບອກເລີຍວ່າພຽງແຕ່ລາຍລະອຽດຂອງຊຸດກໍບໍ່ທຳມະດາເລີຍແມ່ນບໍ່? ອະລັງການງານສ້າງສົມກັບຊື່ຊຸດ “The Kingdom of Wonder” ແທ້ໆ… …
Read More »ຈົບແລ້ວເດີ້! ຈີ່ຈີ່ ພອຍໄພລິນ ຮັບໃບປະກາດທີ່ເມືອງຜູ້ດີອັງກິດ (ແຟນຄລັບຮ່ວມສະແດງຄວາມຍິນດີ)
ຫ່າງຫາຍຈາກວົງການກັນໄປດົນເຕີບ ມາອັບເດດ ຈີ່ຈີ່ ພອຍໄພລິນ ສີວິໄລ ເນັດໄອດໍ້ຂອງບ້ານເຮົາ ທີ່ຫຼ້າສຸດເປັນບັນດິດໃໝ່ຮັບໃບປະກາດຈາກເມືອງຜູ້ດີອັງກິດມາແບບສົດໆຮ້ອນໆ…ແຖມສາວຄົນນີ້ຍັງໄດ້ອັບເດດຮູບພາບໃຫ້ໄດ້ອັບເດດຜ່ານອິນສະຕາແກຣມ ຈົນມີແຟນຄລັບ ແລະ ໝູ່ເພື່ອນເຂົ້າມາສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ. (ມີຮູບພາບໜ້າຮັກໆຂອງສາວ ຈີ່ຈີ່ ມາຝາກ…) ຢ່າງໃດ!! ຂໍສະແດງຄວາມຍິນດີນຳຫຼາຍໆເລີຍເດີ້ ສາວ ຈີ່ຈີ່ ຮູບພາບ/chichisvl
Read More »