Breaking News

ຂ່າວສັງຄົມ

ສະຖານະການຍັງໜັກຂຶ້ນເລື້ອຍໆ!! ແຮງງານຫວຽດນາມປະມານ 30 ປາຍລ້ານຄົນວ່າງງານ-ລາຍໄດ້ຫຼຸດລົງ ຍ້ອນການລະບາດໂຄວິດ–19…

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ແຮງງານ ປະມານ 31 ລ້ານຄົນ ໃນຫວຽດນາມ ໄດ້ຮັບຜົນກະທົບທາງເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ – 19, ໃນຈຳນວນນີ້ມີຜູ້ວ່າງງານ 900.000 ຄົນ ແລະ ເກືອບ 18 ລ້ານຄົນ ມີລາຍໄດ້ຫຼຸດລົງ, ຫາກຍັງບໍ່ມີມາດຕະການເພື່ອກະຕຸ້ນເສດຖະກິດ ອາດສົ່ງຜົນໃຫ້ມີຜູ້ວ່າງງານເພີ່ມຂຶ້ນອີກ 5 ລ້ານຄົນ ພາຍໃນທ້າຍປີນີ້. ມາຮອດປັດຈຸບັນ ຫວຽດນາມ ມີຍອດຜູ້ຕິດເຊື້ອໂຄວິດ – 19 ສະສົມ 369 ຄົນ, ບໍ່ມີຜູ້ເສຍຊີວິດ ແລະ ຍັງບໍ່ພົບຜູ້ຕິດເຊື້ອລາຍໃໝ່ພາຍໃນປະເທດຕິດຕໍ່ກັນ 80 ກວ່າວັນ ເນື່ອງຈາກສາມາດຄວບຄຸມການແຜ່ລະບາດໂຄວິດ – 19 ໄດ້ເປັນຢ່າງດີ. ແນວໃດກໍຕາມ, ຫວຽດນາມ ຍັງຕ້ອງປະເຊີນກັບບັນຫາດ້ານເສດຖະກິດ ເນື່ອງຈາກອັດຕາການເຕີບໂຕທາງເສດຖະກິດໃນໄຕມາດ 2 ຂະຫຍາຍຕົວຕ່ຳສຸດໃນຮອບ 30 …

Read More »

ຊົມເຊີຍ!!! ຫຼວງພະບາງ ຕິດອັນດັບ 1 ໃນ 15 ເມືອງທີ່ງົດງາມ ແລະ ໜ້າທ່ອງທ່ອຽວທີ່ສຸດໃນ ອາຊີ…

ວາລະສານ Travel + Leisure ທີ່ມີຊື່ສຽງ ຂອງປະເທດອັງກິດ ໄດ້ຈັດການສໍາຫຼວດ ຄວາມນິຍົມຂອງນັກທ່ອງທ່ຽວ ກ່ອນເກີດການລະບາດຂອງເຊື້ອ ໂຄວິດ-19 ແລະໄດ້ປິດຜົນການລົງຄະແນນ ໃນເດືອນມີນາ 2020. ຜົນປະກົດວ່າ ຫຼວງພະບາງ ເຂົ້າມາໃຫມ່ ຕິດອັນດັບທີ #5 ຊຶ່ງບໍ່ໄດ້ຕິດອັນດັບມາ ໃນປີ 2019 ! 15 ອັນດັບເມືອງ ໃນອາຊີ ທີ່ມີຜົນການໂຫວດສູງສຸດ ປະຈໍາປີ 2020 ປະກອບມີ: 1 Hoi An ປະເທດ ຫວຽດນາມ 2 Chiang Mai ປະເທດໄທ 3 Kyoto ປະເທດ ຢີ່ປຸ່ນ 4 Udaipur ປະເທດ ອິນເດຍ 5 Luang Prabang ປະເທດ …

Read More »

ຊາວເນັດຮືຮາ!! ອາບນໍ້າແຊ່ຄໍາຮັບຂວັນລູກສາເກີດໃໝ່ ຈົນກາຍເປັນທີ່ມາ “ເກີດມາເທິງກອງເງິນກອງທອງ”

ເກີດມາເທິງກອງເງິນກອງທອງ ພໍ່ແມ່ອາບນໍ້າຄໍາຮັບຂວັນລູກສາວ… ເປັນພາບທີ່ສ້າງຄວາມຮືຮາໃຫ້ສື່Online ເປັນວົງກວ້າງ ສໍາລັບເລື່ອງລາວການອາບນໍ້າຄໍາຮັບຂວັນລູກສາວ ໂດຍຜູ້ໃຊ້ Facebook: ເບເບ້ ຊະນະໄວ ໄດ້ໂພສພາບລູກສາວໃນໄວແຮກເກີດ ພ້ອມຂໍ້ຄວາມລະບຸວ່າ “ອາບນ້ຳຄຳໃຫ້ລູກສາວ ຂໍໃຫ້ລູກສາວທັງສອງຂອງອີ່ແມ່ Bayrin &Bayron ໃຫຍ່ມາເປັນຄົນຄຳຮູ້ເປັນທີ່ຮັກຂອງພີ່ນ້ອງ, ໃຫຍ່ມາຂໍໃຫ້ລູກຈະເລີນກ້າວໜ້າໃນທຸກໆດ້ານເດີ້” ຫຼັງຈາກໂພສດັ່ງກ່າວເມື່ອຖືກເຜີຍແຜ່ລົງສື່ອອນລາຍກໍ່ຖືກແຊອອກໄປຢ່າງຫຼວງຫຼາຍ ແລະ ກໍ່ມີຊາວເນັດຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນເຖິງຄວາມມັ່ງມີສີສຸກຂອງຄອບຄົວນີ້ ພ້ອມອວຍພອນໃຫ້ນ້ອງເກີດໃໝ່ທັງສອງເຕີບໂຕມາເປັນຄົນຮູ້ຜູ້ດີຂອງພໍ່ແມ່ ໃຫ້ສົມກັບຄວາມຮັກທີ່ພໍ່ແມ່ມອບໃຫ້…

Read More »

ບໍ່ແມ່ນຈັດກຸ່ມປະທ້ວງ!!! ບັນດາແຟນຄຣັບ Liverpool ຈັດຄາລາວານສະເຫຼີມສະຫຼອງຄວາມສໍາເລັດ ຄວ້າແຊັມ ພີເມຍລີກ ໃນຮອບ 30 ປີ…

ເປັນພາບທີ່ງົດງາມຫຼາຍ… ແຕ່ເຫັນແວັບແລກກະຄິດວ່າພາກັນຈັດກຸ່ມປະທ້ວງຫຍັງ ແຕ່ເບິ່ງດີໆແມ່ນ ບັນດາແຟນບານລາວທີ່ເປັນແຟນຄຣັບ Liverpool ພາກັນຈັດຄາລະວານສະເຫຼີມສະຫຼອງທີ່ Liverpool ໄດ້ແຊັມບານເຕະ ພີເມຍລີກ ມາຄອງໃນຮອບ 30 ປີ ນັ້ນເອງ… ສໍາລັບເຫດການດັ່ງກ່າວ ຖືວ່າເປັນພາບທີ່ໜ້າປະທັບໃຈຂອງແຟນບານ ທີ່ມີຄວາມມັກ-ຮັກໃນທີມເຕະບານລະດັບໂລກ ໂດຍສະເພາະທີມ Liverpool ບໍ່ໄດ້ຄອງແຊັມມາດົນ ຈົນປະສົບຄວາມສໍາເລັດໃນປີ 2020 ນີ້!!! FC Liverpool in Laos… ຮູບພາບຈາກ: ຈ້ອຍ

Read More »

ເປັນຄັ້ງປະຫວັດສາດ!! ແມ່ຍິງ 1 ດຽວໃນຄະນະກໍາມະການ ແຂ່ງຂັນ ແປັບຊີ່ ລາວລີກ 1 ປະຈໍາລະດູການນີ້…

ການສົ່ງເສີມບົດບາດຄວາມສະເໝີພາບຍິງ-ຊາຍນັ້ນ ມີມາແຕ່ສະໄໝຫຼັງປົດປ່ອຍບໍ່ດົນ ແຕ່ການປະຕິບັດຢ່າງຈິງຈັງນັ້ນຫາກໍເກີດມີເປັນຮູບປະທໍາເມື່ອບໍ່ຫຼາຍປີມານີ້ ເຊິ່ງເຮົາຈະເຫັນໄດ້ເຖິງບົດບາດຂອງແມ່ຍິງເທິງເວທີລະດັບສາກົນຫຼາກຫຼາຍເພີ່ມຂຶ້ນ ເວົ້າລວມກໍຄືທົ່ວໂລກ ເວົ້າສະເພາະກໍຄືປະເທດລາວເຮົາເອງກໍເຊັ່ນກັນ ທຸກໆວົງການເຮົາຈະເຫັນວ່າ ມີແມ່ຍິງເຂົ້າມາມີບົດບາດຫຼາຍຂຶ້ນ ລວມທັງໃນວົງການກິລາ ທີ່ເມື່ອກ່ອນຈະຖືກເບິ່ງວ່າ ວົງການນີ້ແມ່ນວົງການຂອງກິລາ… ແລະເມື່ອບໍ່ດົນມານີ້ ທາງຄະນະກໍາມະການຕັດສິນ ລະດັບຟີຟາ ໄດ້ອອກມາຖະແຫຼງຂ່າວກ່ຽວກັບການແຕ່ງຕັ້ງຄະນະກໍາມະການຕັດສິນ ການແຂ່ງຂັນ ແປ໋ບຊີ່ ລາວລີກ 1 ລະດູການ 2020 ວ່າ: ປີນີ້ຈະໃຊ້ກໍາມະການທັງໝົດ 34 ຄົນ ໃນນັ້ນເປັນກໍາມະການຕັດສິນ 13 ຄົນ ແລະ ຜູ້ຊ່ວຍກໍາມະການຕັດສິນ 21 ຄົນ ທີ່ມາຈາກຫຼາຍພາກສ່ວນ… ພິເສດກໍແມ່ນ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກໍາມະການຕັດສະນຍິງ ລະດັບຟີຟາ ທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມຕັດສິນນໍາ ເຊິ່ງນີ້ຖືວ່າເປັນຄັ້ງທໍາອິດໃນ ລີກສູງສຸດຂອງ ສປປ ລາວ ທີ່ມີຜູ້ຊ່ວຍກໍາມະການຍິງເຂົ້າຮ່ວມຕັດສິນ!! ສໍາລັບ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 …

Read More »