Breaking News

ຂ່າວສັງຄົມ

ມາເບິ່ງ! ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Miss International (2017-2018) #ແຊຣໄປໃຫ້ໂລກຮູ້

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss International ຄັ້ງນີ້ກໍຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມໄດ້ໃສ່ ບໍ່ວ່າຈະເປັນຊຸດຂອງ ມິມີ່ ພູນຊັບ ພົນໂຍທາ Miss​ International​ Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍແມ່ນ ບາບີ້ ປິຍາມາດ ພູນປະເສີດ Miss​ International​ Laos 2018​ ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ມີຄວາມອະລັງການ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ ແລະ ສຳຄັນ… ຊຸດປະຈຳຊາດຂອງ ມິມີ່ ພູນຊັບ ພົນໂຍທາ Miss​ International​ Laos 2017 ຊຸດປະຈຳຊາດຂອງ ບາບີ້ ປິຍາມາດ …

Read More »

ລາວເຮົາສູ້ໄດ້ບໍ່? ມາເບິ່ງຊຸດປະຈຳຊາດຂອງ ບາບີ້ ປິຍາມາດ ທີ່ຈະໃຊ້ເຂົ້າໃນປະກວດເວທີລະດັບໂລກ Miss​ International​ 2018​ ໄວໆນີ້…

ຫຼັງຈາກທີ່ມີການປ່ອຍຮູບພາບຊຸດປະຈຳຊາດຂອງ ບາບີ້ ປິຍາມາດ ພູນປະເສີດ Miss​ International​ Laos 2018​ ເຊິ່ງເປັນຊຸດທີ່ຈະໃຊ້ເຂົ້າໃນການປະກວດໃນຮອບ ຊຸດປະຈຳຊາດ (National Costume) ຂອງເວທີປະກວດນາງງາມລະດັບໂລກ Miss​ International​ 2018​ ໃນເດືອນ ພະຈິກ ນີ້… ທີ່ປະເທດຍີ່ປຸ່ນ. ໃນມື້ນີ້ຈະພາແຟນໆມາເບິ່ງ ຊຸດປະຈຳຊາດຂອງ ບາບີ້ ປິຍາມາດ ພູນປະເສີດ Miss​ International​ Laos 2018​ ກັນອີກຄັ້ງ ລອງມາເບິ່ງກັນເລີຍເນາະ!!! ເປັນແນວໃດກັນແດ່ເບິ່ງແລ້ວງົດງາມ ອ່ອນຫວານ ມີເອກະລັກຄວາມເປັນລາວ ແລະ ບົ່ງບອກເຖິງການນຸ່ງຖືຂອງແມ່ຍິງລາວ ແລະ ພໍທີ່ຈະແຂ່ງກັບປະເທດອື່ນໄດ້ແດ່ບໍ່?, ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? Story: ຊະນີIndy ຮູບພາບ: fb/B’Bie Piyamarth

Read More »

ແຈ້ງການ! ປິດເສັ້ນທາງໃນຊ່ວງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນຕັ້ງແຕ່ວັນທີ… (ເບິ່ງລາຍລະອຽດເພີ່ມຕື່ມ)

ກະຊວງໂຍທາທິການ ແລະ ຂົນສົ່ງ ພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເລື່ອງ: ການປິດເສັ້ນທາງການສັນຈອນພາຫະນະທຸກປະເພດ ໃນຊ່ວງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2018 ທີ່ທ່າວັດຈັນ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 22-27 ຕຸລາ 2018. ເລີ່ມຕັ້ງແຕ່ວັນທີ 22 ຫາ 27 ຕຸລາ 2018 ເປັນຕົ້ນໄປ ໃຫ້ງົດການສັນຈອນທຸກປະເພດຊົ່ວຄາວ ເປັນບາງເວລາ ຕາມຖະໜົນດັ່ງລຸ່ມນີ້: – ຖະໜົນ ດອນຈັນ (ແຄມຂອງ) ແຕ່ສາມແຍກປາກປາສັກ ຫາ ອານຸສາວະລີເຈົ້າອານຸວົງ – ຖະໜົນ ເຈົ້າຟ່າງຸ່ມ (ແຕ່ສາມແຍກປາກປາສັກ ຫາ ຫໍພະແຫ້ວ) (ຂໍຂອບໃຈສຳລັບຮູບພາບ)  

Read More »

Happy Ending! ໃນທີ່ສຸດພາບນີ້ກໍມາເຖິງ “ອ໋ອບ” ຂໍແຕ່ງ “ນຸນີ່” ແລ້ວ… ແຟນຄລັບຮ່ວມສະແດງຄວາມຍິນດີ!!!

ຫຼັງຈາກທີ່ລຸ້ນກັນມາດົນເຕີບ ແຟນໆຫຼາຍໆທ່ານຄົງເປັນແຟນຄລັບຂອງ ຄູ່ຮັກສາວລາວ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ບ່າວໄທ ທີ່ທັງສອງໂດ່ງດັງມາຈາກລາຍການເລືອກຄູ່ Take Me Out Thailand  ແລະ ມາຮອດໃນວັນທີ 14 ຕຸລາ 2018 ທີ່່ຜ່ານມາ ເຊິ່ງເປັນວັນຄ້າຍວັນເກີດຂອງ ສາວ ນຸນີ່ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະໄດ້ປະກົດຮູບພາບຄຸກເຂົ່າສວມແຫວນລະຫວ່າງ ສາວລາວ-ບ່າວໄທ ຄູ່ນີ້ເກີດຂຶ້ນ… ການຄຸກເຂົ່າໃນເທື່ອນີ້ແມ່ນ ໜຸ່ມອ໋ອບ ໄດ້ຈັດເຊີໄພ້ ຂໍໝັ້ນ ສາວ ນຸນີ່ (ໂອ້ຍ!!! ເຫັນແລ້ວເຂີນແທນ) ໜຸ່ມອ໋ອບໄດ້ກຽມຈັດເຊີໄພ້ຕັ້ງແຕ່ 2ເດືອນກ່ອນໜ້າວັນເກີດ ແລະ ທີ່ສຳຄັນໃນງານນີ້ຍັງມີແມ່ຂອງນຸນີ່ ແລະ ພໍ່ຂອງອ໋ອບມາເປັນສັກຂີພະຍານອີກດ້ວຍ. ເບິ່ງແລ້ວ “Happy Ending” ສຸດໆ ເບິ່ງໄປຍິ້ມໄປ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ສາວ ນຸນີ່ ແລະ ໜຸ່ມ …

Read More »

ກຣີດໆໆໆ! ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ຝາກເຖິງແຟນໆຊາວລາວແບບນີ້…

ກຣີດໆໆໆ!!! ຢາກຈະກຣີດໆໆໆ ໃຫ້ເຈັບຄໍກັນໄປເລີຍ ຫຼ້າສຸດ ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ໄດ້ໂພສຮູບພາບ ແລະ ແຄັບຊັ່ນຜ່ານອິນສະຕາແກຣມບອກແຟນໆຊາວລາວເຮົາວ່າ: “ສປປ ລາວ ວຽງຈັນ ດຽວເຈິກັນ see ya vientiane”  View this post on Instagram สปป.ลาว เวียงจันทน์ เดียวเจอกันค้าบ ?? see ya vientiane ? A post shared by ken_phupoom (@ken_phupoom) on Oct 16, 2018 at 10:32pm PDT ງານນີ້ເຮັດເອົາເຫຼົ່າບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີ ແລະ ຍິນດີຕ້ອນຮັບພະເອກດັງເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ!!! ສຳລັບການເດີນທາງມາຂອງ ເຄນ …

Read More »