ອາທິດຜ່ານມານີ້, ອໍານາດການປົກຄອງເມືອງປາກຊ່ອງ ແຂວງຈໍາປາສັກຢືນຢັນວ່າຈະເນລະມິດເມືອງປາກຊ່ອງໃຫ້ກາຍເປັນແຫລ່ງທ່ອງທ່ຽວທໍາມະຊາດ, ກະສິກໍາ ແລະ ວັດທະນະທໍາໂດ່ງດັງຢູ່ແຖວໜ້າຂອງອາຊຽນ ຂະນະທີ່ແຜນພັດທະນາເບື້ອງຕົ້ນຈະສ້າງເປັນສວນພຶກສາຊາດນາໆຊະນິດ ແລະ ສ້າງພະພຸດທະຮູບໃຫຍ່ທີ່ສຸດດ້ວຍຄວາມສູງ 108 ແມັດ. ຫລ້າສຸດ ທ່ານ ວິຈິດ ແກ້ວບົວພາ ເຈົ້າເມືອງປາກຊ່ອງ ໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວໃນອາທິດຜ່ານມານີ້ວ່າ: ເມືອງປາກຊ່ອງທີ່ຂຶ້ນຊື່ວ່າຜືນແຜ່ນດິນຄໍານັ້ນໄດ້ຮັບການພິຈາລະນາ ແລະ ວາງແຜນພັດທະນາຂະຫຍາຍໃຫຍ່ທີ່ກວມເອົາການສ້າງພະພຸດທະຮູບອົງໃຫຍ່ສູງ 108 ແມັດ, ສ້າງສວນພຶດສາຊາດເຕັມໄປດ້ວຍດອກໄມ້ ແລະ ພັນໄມ້ນາໆຊະນິດສ້າງເປັນແຫລ່ງທ່ອງທ່ຽວກະສິກໍາຕິດພັນກັບແຫລ່ງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາ ເຊິ່ງທັງໝົດທີ່ກ່າວມານັ້ນແມ່ນຄວາມພະຍາຍາມຂອງລັດຖະບານກໍຄືອໍານາດການປົກຄອງແຂວງດັ່ງກ່າວເພື່ອດຶງດູດການທ່ອງທ່ຽວ ແລະ ການພັດທະນາສີຂຽວແບບຍືນຍົງ. ທ່ານ ເຈົ້າເມືອງຍັງຊີ້ແຈງວ່າ: ເມືອງປາກຊ່ອງກາຍເປັນດິນແດນທີ່ໜ້າສົນໃຈ ແລະ ຫອມຫວານຂອງນັກລົງທຶນທັງພາຍໃນ-ຕ່າງປະເທດ ປັດຈຸບັນນີ້ມີ 74 ໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າໄປລົງທຶນພາຍໃນເມືອງດັ່ງກ່າວ ໃນນັ້ນ 45.000 ເຮັກຕາແມ່ນເນື້ອທີ່ປູກກາເຟ ອີກ 1.700 ເຮັກຕາແມ່ນປູກພືດຜັກ ແລະ ຍັງອີກດິນຈໍານວນໜຶ່ງແມ່ນໄດ້ສະຫງວນໄວ້ເປັນແຫລ່ງທ່ອງທ່ຽວ ລວມທັງວຽກບຸລິມະສິດຂອງເມືອງ; ປີ 2017 …
Read More »ຂ່າວສັງຄົມ
ໄວໜຸ່ມລາວ! ເຂົ້າຮ່ວມແລກປ່ຽນດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດທີ່ປະເທດຍີ່ປຸ່ນ
ໃນວັນທີ 15 ຕຸລາ 2018 ທີ່ຜ່ານມາ, ໄວໜຸ່ມລາວ ໂດຍມີນັກຮຽນມັດທະຍົມຕອນປາຍ 8 ຄົນ, ນັກສຶກສາມະຫາວິທະຍາໄລ 8 ຄົນ ແລະ ລັດຖະກອນ 1 ທ່ານໄດ້ເດີນທາງຈາກສະໜາມບິນສາກົນວັດໄຕໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມ “ການແລກປ່ຽນທາງດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດ” ພາຍໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ. ພວກເຂົາຈະໄດ້ໄປພັກຢູ່ຍີ່ປຸ່ນຕັ້ງແຕ່ວັນທີ 16 ເຖິງ 23 ຕຸລາ 2018. ໂຄງການດັ່ງກ່າວແມ່ນສຸມໃສ່ມາດຕະການຕໍ່ຕ້ານກັບບັນຫາສິ່ງແວດລ້ອມ ແລະ ໄພພິບັດຢູ່ຍີ່ປຸ່ນ. ນັກສຶກສາທັງ 16 ຄົນນີ້ໄດ້ຖືກຂັດເລືອກຈາກຜູ້ສະໝັກຫລາຍກວ່າ 370 ກວ່າຄົນໂດຍຄະນະກໍາມະການຂັດເລືອກເຊິ່ງປະກອບດ້ວຍຕົວແທນຈາກສູນກາງຊາວໜຸ່ມລາວ ແລະ ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ. ທີ່ມາ: Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ
Read More »ມາເບິ່ງ! Top 20 ຊຸດປະຈຳຊາດທີ່ຜ່ານເຂົ້າຮອບ (ໜຶ່ງໃນນັ້ນມີຊຸດປະຈຳຊາດລາວ)
ຈະພາມາເບິ່ງ Top20 ຊຸດປະຈຳຊາດທີ່ຜ່ານເຂົ້າຮອບໃນການປະກວດ Miss Grand International 2018 ແລະ ບໍ່ແມ່ນ Top20 ແບບທຳມະດາ ເພາະ 1 ໃນນັ້ນມີຊຸດປະຈຳຊາດຂອງປະເທດລາວ Miss Grand Laos ເຮົາຕິດອີກດ້ວຍ. ແຕ່ລະຊຸດຈະມີຄວາມງາມ ມີເອກະລັກ ແລະ ອະລັງການງານສ້າງດ້ານຄວາມຄິດສ້າງສັນພຽງໃດ ລອງມາເບິ່ງກັນ!!! Miss Grand Cambodia: Dy Lika Miss Grand Costa Rica: Nicole Menayo Miss Grand Haiti: Valérie Alcide Miss Grand India: Meenakshi Chaudhary Miss Grand Indonesia: Nadia Purwoko Miss Grand …
Read More »ສະແດງຄວາມຍິນດີ! ຊຸດປະຈຳຊາດລາວໄດ້ໄປຕໍ່… ຕິດ Top 20 (ຢ່າລືມເຂົ້າໄປໂຫວດໃຫ້ Miss Grand Laos)
ວ້າວວວ!!! ເປັນຂ່າວດີຂອງຄົນລາວເຮົາທຸກໆຄົນ ຫຼ້າສຸດເພສຫຼັກຂອງການປະກວດ Miss Grand International ກໍໄດ້ປະກາດລາຍຊື່ຊຸດປະຈຳຊາດທີ່ເຂົ້າຮອບເພີ່ມ 10 ປະເທດ ໂດຍເປັນການຄັດເລືອກຂອງກຳມະການ ລວມທັງໝົດ 20 ປະເທດ. ມາເລີ່ມໂຫວດໃຫ້ Miss Grand Laos ເຮົາໄດ້ແລ້ວໂດຍເຂົ້າໄປທີ່ FB/Miss Grand International ແລ້ວເຂົ້າໄປຊອກຮູບພາບຂອງ Miss Grand Laos ຂໍເນັ້ນວ່າຕ້ອງແມ່ນຮູບພາບຂອງ ນ້ອງ ມາລີ ນົບພະລັດ Miss Grand Laos ດັ່ງຮູບພາບຂ້າງລຸ່ມນີ້ເທົ່ານັ້ນເດີ້, ແລ້ວ ກົດໄລ້ ກົດແຊຣເລີຍ… 1 ໄລ້ (Like) ເທົ່າກັບ 1 ຄະແນນ ແລະ 1 ແຊຣ (Share) ເທົ່າກັບ 5 ຄະແນນ ເລີ່ມໂຫວດໄດ້ແລ້ວຕັ້ງແຕ່ຕອນນີ້ ໝົດເຂດການຮ່ວມໂຫວດໃນວັນທີ 19 ຕຸລາ 2018 ເວລາ …
Read More »ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການກ່ຽວກັບໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນ ດັ່ງນີ້…
ກະຊວງປ້ອງກັນຄວາມສະຫງົບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 395/ປກສ.ນວ, ລົງວັນທີ 15 ຕຸລາ 2018. ເພື່ອແຈ້ງການ ການເພິ່ມທະວີປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນປະຈຳປີ ພ.ສ 2561. ສາມາດເບິ່ງລາຍລະອຽດເພີ່ມຕື່ມຕາມໃບແຈ້ງການລຸ່ມນີ້: ດັ່ງນັ້ນ!!! ຖ້າຮັບຊາບແລ້ວ ຝາກໃຫ້ພໍ່ແມ່ພີ່ນ້ອງປະຊາຊົນພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຮູບພາບ: Lao YouthRadio FM 90.0 Mhz, Vientiane City, Laos
Read More »