Breaking News

ຂ່າວສັງຄົມ

ໄດ້ແລ້ວ! ຄູ່ຂອງ ສຸກ ສາຍສີ ໜຸ່ມໂສດຈາກລາວ ໃນລາຍການດັງ Take Me Out Thailand  ງານນີ້ໄດ້ສາວໄທໄປຄວງ!!!

ໄດ້ແລ້ວເດີ້… ຢາກຈະມາຝອຍເລື່ອງປະເດັນ Talk of the town ໃນຊ່ວງທ້າຍອາທິດທີ່ຜ່ານມາ ຫຼັງຈາກໄດ້ຮູ້ກັນໄປຄ່າວໆແລ້ວວ່າ ສຸກ ສາຍສີ ອາຍຸ 23 ປີ ອາຊີບນັກຮ້ອງ ເປັນໜຸ່ມໂສດຈາກປະເທດລາວ ໄດ້ໄປອອກລາຍການເລືອກຄູ່ຊື່ດັງ Take Me Out Thailand ທີ່ປະເທດໄທ, ຫຼ້າສຸດເພິ່ນກໍ່ໄດ້ສາວມາຄວງແລ້ວເດີ້ ເປັນສາວໄທ ໜ້າຕາໜ້າຮັກ ນາມວ່າ ຝ້າຍ, ຫັນແນ່…ເວົ້າມາແລ້ວກໍ່ຢາກເຫັນແມ່ນບໍ່ວ່າສາວໄທຂອງໜຸ່ມລາວຄົນນີ້ຈະມີນິດໃສໃຈຄໍ ແລະ ມີຄວາມໜ້າຮັກປານໃດ ລອງມາເບິ່ງຄລິບທີ່ ຊະນີIndy ໄດ້ເອົາມາຝາກກັນນີ້ເບິ່ງເນາະ.   ເບິ່ງແລ້ວເປັນແນວໃດແດ່ ທັງສອງເໝາະສົມກັນແດ່ບໍ່? ສ່ວນຄວາມສຳພັນຂອງທັງສອງຈະເປັນແນວໃດຕໍ່ໄປ ກໍຄົງຕ້ອງໄດ້ຕິດຕາມກັນໄປແບບຍາວໆ ແລະ ຈັບຕາກັນແບບບໍ່ໄດ້ຫຼັບ ບໍ່ໄດ້ນອນກັນເລີຍເດີ້ງານນີ້!!! ຮູບພາບ ແລະ ຄລິບຈາກ: Take Me Out Thailand

Read More »

ຊາວບ້ານພົບງູເຫລືອມຂະໜາດໃຫ່ຍ ທີ່ເມືອງຫາດຊາຍຟອງ 

ເຊົ້າວັນທີ 15 ຕຸລາ 2018 ຊາວບ້ານໄດ້ພົບ ງູເຫລືອມຂະໜາດໃຫຍ່ ຢູ່ທີ່ ມສ ສີຖານ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ໄດ້ປະສານເຈົ້າໜ້າທີ່ເພື່ອມາຊ່ວຍເຫຼືອ ແລະ ຈັບງູດັ່ງກ່າວ ເຊິ່ງງູເຫລືອມໂຕນີ້ວັດແທກມີຄວາມຍາວເຖິງ 5 ແມັດກວ່າ. ທີ່ມາ: Aero Laos

Read More »

ອາເລັກຊານດຼ້າ ໄດ້ຂຶ້ນກ່າວປາຖະກະຖາທີ່ກອງປະຊຸມຢູ່ທີ່ລອນດອນ ປະເທດອັງກິດ!!!

ອາເລັກຊານດຼ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງ ຊື່ດັງຈາກປະເທດລາວ ທີ່ຫຼ້າສຸດບິນລັດຟ້າໄປຮ່ວມກອງປະຊຸມ Illegal Wildlife Trade ທີ່ນະຄອນຫຼວງລອນດອນ ປະເທດ ອັງກິດ ແລະ ທີ່ເຮັດໃຫ້ແຟນໆປະທັບໃຈໄປກວ່ານັ້ນກໍ່ຄືນາງມີໂອກາດໄດ້ຂຶ້ນປາຖະກະຖາ ໃນງານກອງປະຊຸມ ກ່ຽວກັບການຄ້າຂາຍສັດປ່າ ແບບຜິດກົດຫມາຍ ຢູ່ນະຄອນຫຼວງລອນດອນ ປະເທດອັງກິດ. ລອງມາຟັງວ່າ  ອາເລັກຊານດຼ້າ ຈະກ່າວແບບໃດ??? ເປັນແນວໃດກັນແດ່ກັບບົດກ່າວຂອງນາງ! ບອກເລີຍວ່າ ອາເລັກຊານດຼ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງຈາກລາວເຮົາ ຂຶ້ນກ່າວໄດ້ໜ້າປະທັບໃຈຫຼາຍໆ!!! (ຂໍສຽງຕົບມືໃຫ້ສາວຄົນນີ້ແດ່ໄວໆໆໆ…) ທີ່ມາ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

ມື້ນີ້ແລ້ວ! ມາຮ່ວມເຊຍ ມາລີ ນົບພະລັດ ໃນຮອບຊຸດປະຈຳຊາດໃນເວທີໂລກ Miss Grand International 2018

ມື້ນີ້ແລ້ວ! ມາຮ່ວມເຊຍ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018  ໃນຮອບການແຂ່ງຂັນຊຸດປະຈຳຊາດ (National Costume Competition) ໃນເວທີໂລກ Miss Grand International 2018. ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Grand International ຄັ້ງນີ້ກໍ່ຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນປີນີ້ກໍ່ແມ່ນ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ອະລັງການງານສ້າງ ມີຄວາມຄິດສ້າງສັນ ອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ, ເຊິ່ງ ມາລີ ກໍຍັງໄດ້ໂພສຜ່ານເຟສບຸກສ່ວນຕົວ ເພື່ອແຈ້ງໃຫ້ທຸກໆຄົນໄດ້ຊາບວ່າ… ດັ່ງນັ້ນ!! ຈຶ່ງຝາກໃຫ້ພໍ່ແມ່ພີ່ນ້ອງຄົນລາວທຸກຄົນມາຮ່ວມໃຫ້ກຳລັງໃຈ ຮ່ວມເຊຍ …

Read More »

ຄົນລາວທັງສາມຖືກປັບໄໝ ພ້ອມຄືນເງິນໃຫ້ຈຳນວນໜຶ່ງ ສ່ວນເງິນທີ່ເຫຼືອຫຼາຍລ້ານບາດ ແລະ ລົດໃຫ່ຍ ແມ່ນຖືກຍຶດເຂົ້າຫຼວງໄທ!!!

ເກາະຕິດກະແສ ມາອັບເດດ  ຫຼັງຈາກໄດ້ມີລາຍງານຈາກສື່ໄທ ໃນວັນທີ 11 ຕຸລາ 2018 ທີ່ຜ່ານມາວ່າ ເຈົ້າໜ້າທີ່ໜອງຄາຍໄດ້ກວດ ແລະ ຍຶດເງິນສົດເປັນຈຳນວນ 38,000,000 ລ້ານບາດ ເຊິ່ງເງິນດັ່ງກ່າວເປັນເງິນຂອງຄົນລາວ ທີ່ເຊື່ອງໄວ້ພາຍໃນລົດເກງ ແລະ ກຳລັງຈະຂົນຂ້າມປະເທດ. ຈາກການສອບສວນເບື້ອງຕົ້ນທັງສາມຄົນຍອມຮັບສາລະພາບວ່າໄດ້ຊຸກເຊື່ອງເງິນທັງໝົດແທ້ ໂດຍຕ່າງຄົນຕ່າງມີທຸລະກິດຂອງຕົນເອງ ຊຶ່ງເປັນເງິນທີ່ໄດ້ມາຈາກການຂາຍອາຫານສົດ ແລະ ອາຫານແຫ້ງ ລວມຮອດເຮັດທຸລະກິດແລກປ່ຽນເງິນຕາ ໃນນະຄອນຫຼວງວຽງຈັນ ສປປ ລາວ, ເມື່ອຜູ້ກະທຳຜິດທັງສາມຄົນ ຍອມຮັບຜິດ ແລະ ຍິນຍອມລະງັບຄະດີໃນຊັ້ນສຸລະກາກອນ ກໍຈະຖືກປັບໄໝເງິນຄົນລະ 20,000 ບາດ ແລະ ຄືນເງິນໃຫ້ຄົນລະ 2 ລ້ານບາດ, ຕາມສິດ, ສ່ວນເງິນທີ່ເຫຼືອ 32 ລ້ານບາດ ຍຶດເຂົ້າລັດ ລວມທັງລົດໃຫຍ່ກໍ່ຖືກຍຶດເຊັ່ນດຽວກັນ. (ເບິ່ງຄລິບ ຄວາມຄືບໜ້າ) (ຂໍຂອບໃຈທີມາຮູບພາບ ແລະ ຄລິບຂ່າວ)

Read More »