Breaking News

ຂ່າວສັງຄົມ

ຂ່າວດີມາແລ້ວ! ເປີດຮັບເອກະສານນັກຮຽນຜູ້ທີ່ຈົບຊັ້ນ ມ 7 ເພື່ອສອບເສັງຄັດເລືອກເຂົ້າກໍາລັງ ປກສ ນະຄອນຫຼວງວຽງຈັນ!!! #ແຊຣບອກຕໍ່ໆກັນໄປ

ກະຊວງປ້ອງກັນຄວາມສະຫງົບ ກອງບັນຊາການນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 1023/ປກສ.ນວ ໃນວັນທີ 9 ຕຸລາ 2018 ທີ່ຜ່ານມາ  ເພື່ອແຈ້ງການໃຫ້ ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໃຫ້ຮັບຊາບວ່າ ໃນເວລານີ້ໄດ້ມີການເປີດຮັບເອກະສານນັກຮຽນຜູ້ຈົບຊັ້ນ ມ7 ເພື່ອສອບເສັງຄັດເລືອກເຂົ້າກຳລັງ ປກສ ນະຄອນຫຼວງວຽງຈັນ ແລະ ຕ້ອງສະເພາະຄົນທີ່ຂຶ້ນທະບຽນສຳມະໂນຄົວ ຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ ເປີດຮັບນັບແຕ່ວັນທີ 10-15 ຕຸລາ 2018 ເພື່ອຄັດເລືອກສອບເສັງເຂົ້າເປັນກຳລັງປ້ອງກັນຄວາມສະຫົງບ ນະຄອນຫຼວງວຽງຈັນ (ສະຖານທີ່ແມ່ນສະໝັກຢູ່ຫ້ອງການເມືອງ ປກສ ນະຄອນຫຼວງວຽງຈັນ ຊັ້ນ4) ສຳລັບ! ລາຍລະອຽດແບບຟອມການສະໝັກ ສາມາດເບິ່ງໄດ້ຕາມແຈ້ງການດັ່ງລຸ່ນນີ້: ໂອກາດມາຮອດແລ້ວ…ຂ່າວດີແບບນີ້ ຢ່າລືມແຊຣບອກຕໍ່ໆກັນໄປ!!! ຮູບພາບຈາກ: Lao Youth Radio FM 90.0 Mhz

Read More »

ມາເບິ່ງ! ຄວາມໜ້າຮັກຂອງ ຕິກ-ມິວ ຄູ່ພະນາງລະຄອນ “ດ້ວຍແຮງອະທິຖານ” ທີ່ໄດ້ມາຖ່າຍທຳທີ່ນະຄອນຫຼວງພະບາງ ປະເທດລາວ

ຊ່ວງຕົ້ນປີ 2018 ຂວັນໃຈ ເຮົາກໍໄດ້ນຳສະເໜີຂ່າວຂອງການເດີນທາງມາຂອງນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ  ຈີຣະຢັ່ງຢືນ ພ້ອມດ້ວຍນັກສະແດງຊື່ດັງອີກຫຼາຍທ່ານ ແລະ ທີມງານທີ່ເດີນທາງຍົກກອງມາຖ່າຍທຳລະຄອນ “ດ້ວຍແຮງອະທິຖານ” ກັນເຖິງ  ນະຄອນຫຼວງພະບາງ ປະເທດລາວ, ເຮັດໃຫ້ມີແຟນໆຫຼາຍຄົນໃຫ້ຄວາມສົນໃຈ ຕິດຕາມຂ່າວຂອງຄູ່ພະນາງຄູ່ນີ້ກັນຢ່າງຫຼວງຫຼາຍ ແລະ ປັດຈຸບັນນີ້ລະຄອນດັ່ງກ່າວກໍກຳລັງຢູ່ໃນຊ່ວນອອນແອ ພ້ອມກັບມີສາກທີ່ທັງສອງໄດ້ມາຖ່າຍທຳທີ່ ນະຄອນຫຼວງພະບາງ ປະເທດລາວ ເຮົາອີກດ້ວຍ. ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາກໍເອົາໃຈແຟນໆເຊັ່ນເຄີຍ… ເພາະທາງເຮົາຈະນຳເອົາຮູບພາບຄວາມໜ້າຮັກຂອງ  ຕິກ ເຈດສະດາພອນ  ແລະ ມິວ ນິດຖາ ຄູ່ພະນາງຈາກລະຄອນເລື່ອງ “ດ້ວຍແຮງອະທິຖານ” ທີ່ພວກເຂົາໄດ້ທ່ອງທ່ຽວ, ຖ່າຍທຳລະຄອນ ແລະ ທຸກໆອະລິຍະບົດຂອງພວກເຂົາໃນການໃຊ້ຊີວິດໃນ  ນະຄອນຫຼວງພະບາງ ປະເທດລາວ ມາຝາກ. ເບິ່ງແລ້ວອິນໄປຕາມໆກັນ ເບິ່ງໄປຍິ້ມໄປ… #ຢ່າລືມແຊຣໃຫ້ໝູ່ໄດ້ເຫັນໄດ້ຍິ້ມນຳແດ່ເດີ້  ຂໍຂອບໃຈສຳລັບຮູບພາບ

Read More »

ດ່ວນ!!! ເຈົ້າໜ້າທີ່ໄທກວດພົບເງິນສົດ 38ລ້ານບາດ ຂອງຄົນລາວຄາລົດ ກຳລັງຈະຂົນຂ້າມປະເທດ

ຂ່າວດ່ວນ!!! ເກາະຕິດກະແສ ຫຼ້າສຸດໄດ້ມີລາຍງານຈາກສື່ໄທ ໃນວັນທີ 11 ຕຸລາ 2018 ຜ່ານເພສທາງເຟສບຸກວ່າ ເຈົ້າໜ້າທີ່ໜອງຄາຍໄດ້ກວດ ແລະ ຍຶດເງິນສົດເປັນຈຳນວນ 38,000,000 ລ້ານບາດ ເຊິ່ງເງິນດັ່ງກ່າວເປັນເງິນຂອງຄົນລາວ ທີ່ເຊື່ອງໄວ້ພາຍໃນລົດເກງ ແລະ ກຳລັງຈະຂົນຂ້າມປະເທດ. ສຳລັບລາຍງານດັ່ງກ່າວຍັງບໍ່ຮູ້ສາເຫດ ທີ່ມາຂອງເງິນ ແລະ ກຳລັງຢູ່ໃນລະຫວ່າງການສືບສວບ. ທີ່ມາ: ตระเวนข่าว3

Read More »

ກິນເຈ ມີແຕ່ແປ້ງແລ້ວບໍ່ຕຸ້ຍຫວ໋າ??? ກິນເຈແນວໃດບໍ່ໃຫ້ຕຸ້ຍ ມາເບິ່ງວິທີກັນ…

ມີຄຳຖາມທີ່ໜ້າສົນໃຈວ່າ ຖ້າບໍ່ກິນຊີ້ນແລ້ວປ່ຽນໄປກິນແປ້ງ ເຊິ່ງເປັນສ່ວນປະກອບຫຼັກຂອງອາຫານເຈຈະເຮັດໃຫ້ສົ່ງຜົນເສຍຕໍ່ຮ່າງກາຍຫຼືບໍ່? ໂດຍສະເພາະໝູ່ເພື່ອນທີ່ກຳລັງຄວບຄຸມນໍ້າໜັກ ຍິ່ງສົນໃຈວ່າຈະເປັນການຍິ່ງເພີ່ມນໍ້າໜັກ ຫຼືບໍ່? ດັ່ງນັ້ນ!!! ໃນມື້ນີ້ເຮົາລອງມາທຳຄວາມຮູ້ຈັກ ແລະ ເບິ່ງວິທີກິນເຈແນວໃດບໍ່ໃຫ້ຕຸ້ຍກັນດີກວ່າ!!! 1. ເລືອກກິນເຂົ້າທີ່ບໍ່ຂັດສີ ເຊັ່ນ ເຂົ້າກ້ອງ ເຂົ້າໜົມປັງແປ້ງໂຮມວີສ ໝາກເດືອຍ ທັນຍະພືດຕ່າງໆ ເມື່ອຮ່າງກາຍຍ່ອຍອອກມາເປັນແປ້ງທີ່ພ້ອມດູດຊຶມ ນໍ້າຕານກໍ່ບໍ່ສູງຈົນເກີນໄປ ເມື່ອທຽບກັບປະລິມານທີ່ເທົ່າກັນຂອງເຂົ້າ ແລະ ແປ້ງຂັດຂາວ 2. ເລືອກຜັກປະເພດໃບ ເພາະຜັກປະເພດໃບຈະມີຄຣາໂບໄຮເດດໜ້ອຍກວ່າພືດປະເພດຫົວ ດັ່ງນັ້ນການກິນຜັກໃບຈະເຮັດໃຫ້ເຮົາໄດ້ພະລັງງານ ແລະປະລິມານແປ້ງທີ່ໜ້ອຍກວ່າຈຶ່ງບໍ່ເຮັດໃຫ້ຕຸ້ຍ 3. ເລືອກກິນຂອງໜຶ້ງ ຕົ້ມ ຕຸນ ດີກວ່າຂອງທອດແລະຂົ້ວ ເພາະຊ່ວຍຫຼີກການກິນນໍ້າມັນ ທີ່ມີໄຂມັນຢູ່ສູງ 4. ກິນຫວານໃຫ້ໜ້ອຍລົງ ບໍ່ແມ່ນວ່າເມື່ອຖືສິນກິນເຈແລ້ວ ຈະສາມາດກິນເຂົ້າໜົມຫວານໄດ້ເຕັມທີ່ ເພາະບໍ່ວ່າຈະເປັນອາຫານເຈ ຫຼື ບໍ່ເຈ ຖ້າມີຄວາມຫວານ ແລະ ມີນໍ້າຕານຢູ່ຫຼາຍ ກໍ່ຕຸ້ນໄດ້ບໍ່ຕ່າງກັນ 5. ອົດອາຫານ ລ້າງພິດຫຼັງກິນເຈ ເພາະຈະຊ່ວຍໃຫ້ຮ່າງກາຍຂັບຜິດຕ່າງໆ ອອກມາໄດ້ …

Read More »

ດ່ວນນນ!!! ຂໍພະລັງຄວາມສາມັກຄີຈາກຄົນລາວມາຮ່ວມໂຫວດໃຫ້ ມາລີ ນົບພະລັດ Miss Grand Laos ໃຫ້ໄດ້ເຂົ້າຮອບ

ດ່ວນນນ!!! ຂໍພະລັງຄວາມສາມັກຄີຈາກຄົນລາວມາຮ່ວມໂຫວດໃຫ້ ມາລີ ນົບພະລັດ ສີໄກພັກ Miss Grand Laos ໃຫ້ໄດ້ເຂົ້າຮອບ 9 ຄົນ ທີ່ຈະໄດ້ຖ່າຍຮູບຊຸດລອຍນໍ້າທີ່ Chatrium Hotel Royal Lake Yangon ໂດຍການເຂົ້າໄປ ກົດໄລ້ ແລະ ແຊຣ ຮູບພາບຂອງສາວງາມຈາກປະເທດລາວ  ໄດ້ຕາມລິ້ງນີ້ເລີຍ ( The Top 9 most-liked and shared ) , ຄະແນນທີ່ທຸກຄົນໂຫວດຖ້າໄດ້ຫຼາຍຈະຊ່ວຍສົ່ງໃຫ້ສາວງາມຕົວແທນຈາກປະເທດລາວໄດ້ເຂົ້າຮອບໃນການແຂ່ງຂັນໂດຍອັດຕະໂນມັດ. (ຂໍເນັ້ນວ່າຕ້ອງແມ່ນຮູບພາບຂອງ ນ້ອງ ມາລີ ນົບພະລັດ Miss Grand Laos  ເທົ່ານັ້ນເດີ້, ຄລິກເຂົ້າໄປທີ່ອະລະບໍ້າຮູບນີ້ The Top 9 most-liked and shared. ແລ້ວຄລິກຊອກຮູບ Miss Grand Laos ເຮົາ ແລ້ວ ກົດໄລ້ ກົດແຊຣເລີຍ!!!) ເຊິ່ງທາງກອງປະກວດ Miss …

Read More »