ກະຊວງອຸດສາຫະກໍາ ແລະ ການຄ້າ ປະກາດ ປັບລາຄານໍ້າມັນເຊື້ອໄຟລົງ 400 ກີບທຸກຊະນິດ ເລີ່ມປະຕິບັດແຕ່ວັນທີ 24 ເມສາ 2020 ເຮັດໃຫ້ນໍ້າມັນແອັດຊັງຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ7.680 ກີບຕໍ່ລິດ ແລະ ກາຊວນລົງມາຢູ່ທີ່7.040ກີບຕໍ່ລິດ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0423/ອຄ.ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 23 ເມສາ 2020 ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ້ດ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ລາຄາໃໝ່ຄັ້ງນີ້ ແມ່ນເລີ່ມປະຕິບັດໃນວັນທີ24 ເມສາ 2020 ເລລາ 06:00 ໂມງ ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ500 ກີບທຸກຊະນິດ ແລະປັບລົງລາຄານໍ້າມັນເຊື້ອໄຟ 400ກີບທຸກຊະນິດ. ການຄິດໄລ່ເສຍພັນທະ ແລະ …
Read More »ຂ່າວເສດຖະກິດ
ໜ່ວຍງານກວດສອບເຢຍລະມັນ ອະນຸມັດການທົດລອງວັກຊີນຕ້ານໄວຣັສໂຄວິດ-19 ເພື່ອໃຫ້ວັກຊີນພ້ອມໃຊ້ໄດ້ໄວທີ່ສຸດ…
ຕໍ່ເນື່ອງກັບສະຖານະການໂຄວິດ-19 ທີ່ກຳລັງລະບາດໄປທົ່ວໂລກ ແລະ ນັກວິທະຍາສາດການແພດຫຼາຍປະເທດກໍໄດ້ຄົ້ນຄິດວັກຊີນ ແລະ ຢາຕ່າງໆທີ່ສາມາດຮັກສາພະຍາດລະບາດດັ່ງກ່າວ ຫຼ້າສຸດ! ໜ່ວຍງານກວດສອບຂອງເຢຍລະມັນ ອະນຸມັດການທົດລອງວັກຊີນຕ້ານໄວຣັສໂຄວິດ-19 ກັບມະນຸດແລ້ວ ເພື່ອໃຫ້ວັກຊີນພ້ອມໃຊ້ໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້… ສຳນັກຂ່າວ ຊາເເນວນິວເອເຊຍ ລາຍງານວ່າ ສະຖາບັນ Paul-Ehrlich-Institut: PEI ໜ່ວຍງານຄວບຄຸມການໃຊ້ວັກຊີນຂອງເຢຍລະມັນ ໄດ້ອອກຖະແຫຼງການໃນວັນພຸດທີ 22 ເມສາ 2020 ອະນຸມັດການທົດລອງວັກຊີນຕ້ານເຊື້ອໄວຣັສໂຄວິດ-19 ກັບມະນຸດເປັນເທື່ອທໍາອິດຂອງປະເທດ ວັກຊີນດັ່ງກ່າວທີ່ພັດທະນາໂດຍບໍລິສັດໄບໂອເທັກໂນໂລຢີ “BioNTech” ຮ່ວມກັບບໍລິສັດເພສັດກຳຍັກໃຫຍ່(Pfizer) ທີ່ມີຊື່ວ່າ “BNT1692” ນັບເປັນການທົດລອງວັກຊີນຕ້ານໂຄວິດ-19 ກັບມະນຸດໂຄງການທີ່ 4 ຂອງໂລກ ໂດຍໃນຂັ້ນທໍາອິດຈະທົດລອງໃນຄົນສຸຂະພາບແຂງແຮງອາຍຸລະຫວ່າງ 18-55 ປີ ຈຳນວນ 200 ຄົນ ສ່ວນໃນຂັ້ນທີ່ 2 ຈະທົດລອງກັບຄົນຈຳນວນຫຼາຍຂຶ້ນ ລວມທັງຜູ້ທີ່ມີຄວາມສ່ຽງຈາກໄວຣັສໂຄວິດນີ້ສູງກວ່າຄົນທົ່ວໄປດ້ວຍ ແຕ່ບໍ່ລະບຸຊັດເຈນວ່າການທົດລອງຈະເລີ່ມຂຶ້ນມື້ໃດ PEI ລະບຸໃນຖະແຫຼງການກວ່າວ່າ ການທົດລອງນີ້ເປັນຂັ້ນຕອນສຳຄັນຫຼາຍໃນການເຮັດໃຫ້ວັກຊີນພ້ອມໃຊ້ງານໄດ້ໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ໂດຍການອະນຸມັດເກີດຂຶ້ນຫຼັງຈາກການປະເມີນຄວາມສ່ຽງ ແລະ ການທົດລອງວັກຊີນຕົ້ນແບບອື່ນໆ ໃນປະເທດຈະເກີດຂຶ້ນພາຍໃນອີກບໍ່ດົນ ແຫລ່ງຂໍ້ມູນ: AllINLAOS.COM
Read More »ຂ່າວດີ 10 ມື້ລຽນຕິດ!! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ…( ຜູ້ຕິດເຊື້ອຢູ່ຫຼວງພະບາງ 2 ຄົນ ອອກໂຮງໝໍແລ້ວ)
ວັນທີ 22 ເມສາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ 19 ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມດ້ວຍຄະນະ ແລະ ມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ ຖືວ່າເປັນຂ່າວດີມື້ທີ 10 ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ! ຫຼ້າສຸດ ຈາກການເກັບຕົວຢ່າງມາວິເຄາະທັງໝົດ 83 ຄົນ ເຊິ່ງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍັງຄົງຕົວເລກຜູ້ຕິດເຊື້ອ 19 ກໍລະນີ. ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວວ່າ: ໃນວັນທີ 21 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 83 ຄົນ, ໃນນັ້ນມີຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຕິດຕາມຄົບກຳນົດມາກວດຄືນ …
Read More »ຂະແໜງການທ່ອງທ່ຽວລາວຮັບຜົນກະທົບໜັກ!! ລັດຄາດການວິກິດໂຄວິດ-19 ອາດແກ່ຍາວຮອດ 12 ເດືອນ…
ໜັງສືພິມເສດຖະກິດ-ການຄ້າລາຍງານໃຫ້ຮູ້ວ່າ ພາຍຫຼັງທີ່ ສປປ ລາວ ມີການລະບາດຂອງພະຍາດໂຄວິດ-19 ມັນໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດເຮົາ ໂດຍສະເພາະແມ່ນເສດຖະກິດ-ສັງຄົມ, ຂະແໜງການທ່ອງທ່ຽວ ຍິ່ງໄດ້ຮັບຜົນກະທົບໂດຍກົງ, ຈະສັງເກດເຫັນໄດ້ຢ່າງຊັດເຈນຈາກຈໍານວນນັກທ່ອງທ່ຽວທີ່ຫຼຸດລົງຫຼາຍ, ຫຼາຍກິດຈະການທີ່ກ່ຽວຂ້ອງຕ້ອງປິດຕົວຊົ່ວຄາວ, ເຊິ່ງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດວ່າລາວເຮົາຈະສູນເສຍລາຍຮັບຈາກຂະແໜງການດັ່ງກ່າວບໍ່ຫຼຸດ 350 ລ້ານໂດລາ. ຜົນກະທົບດ້ານເສດຖະກິດໄລຍະສັ້ນ ຕົ້ນຕໍສັງເກດໄດ້ດັ່ງນີ້ ຜົນກະທົບຕໍ່ພາກທຸລະກິດທ່ອງທ່ຽວ ເຊິ່ງເປັນຂະແໜງທີ່ໄດ້ຮັບຜົນກະທົບທໍາອິດ ແລະ ໜັກໜ່ວງກວ່າຂະແໜງການອື່ນ, ໄດ້ສູນເສຍລາຍຮັບໄປແລ້ວສໍາລັບ 2 ເດືອນທໍາອິດຂອງປີ 2020 ປະມານ 452.000 ໂດລາ ເພາະມີຈໍານວນນັກທ່ອງທ່ຽວຈາກຈີນ ແລະ ໄທ ເຂົ້າມາລາວຫຼຸດລົງ -16% ແລະ -5% ຫຼື 14.417 ແລະ 21.791 ເທື່ອຄົນ ຖ້າທຽບໃສ່ໄລຍະດຽວກັນໃນປີຜ່ານມາ ສ່ວນຈໍານວນນັກທ່ອງທ່ຽວຈາກເກົາຫຼີ ແລະ ເອີຣົບ ຍັງຂະຫຍາຍຕົວໃນ 2 ເດືອນທໍາອິດຂອງປີນີ້ ເຮັດໃຫ້ມີຈໍານວນນັກທ່ອງທ່ຽວທັງໝົດທີ່ເຂົ້າມາລາວໃນ 2 ເດືອນ …
Read More »ລັດຖະບານ ເລັ່ງຄົ້ນຄວ້ານະໂຍບາຍຫຼຸດຜ່ອນຜົນກະທົບດ້ານເສດຖະກິດໃນຊ່ວງວິກິດໂຄວິດ-19…
ລັດຖະບານ ແຫ່ງ ສປປ ລາວ ໄດ້ເລັ່ງຄົ້ນຄວ້າ ແລະ ກຳນົດ ບັນດານະໂຍບາຍ ທາງດ້ານເສດຖະກິດ ທີ່ໄດ້ວາງອອກກ່ອນໜ້ານີ້ ໃຫ້ມີຄວາມແທດເໝາະ ກັບສະພາບຕົວ ເພື່ອຫລຸດຜ່ອນຜົນກະ ທົບຕໍ່ເສດຖະກິດຂອງລາວ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງປັດຈຸບັນນະໂຍບາຍນີ້ ສ່ວນຫລາຍ ແມ່ນກໍາລັງຈັດຕັ້ງປະຕິບັດ ແລະ ມີຈຳນວນໜຶ່ງ ຢູ່ໃນຂັ້ນຕອນການຄົ້ນຄວ້າ ພິຈາລະນາ. ຫລ້າສຸດໄດ້ນຳສະເໜີ ໃນກອງປະຊຸມຂອງຄະນະສະເພາະກິດ ດ້ານເສດຖະກິດເພື່ອແກ້ໄຂ ຜົນກະທົບການລະບາດ ພະຍາດ ໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ. ເພື່ອພ້ອມກັນຄົ້ນຄວ້າ ແລະ ປັບປຸງຄືນໃໝ່ອີກຮອບ ແນໃສ່ໃຫ້ມີຄວາມເໝາະສົມກວ່າເກົ່າ ແລະ ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ. ບັນດານະໂຍບາຍດັ່ງກ່າວປະກອບມີ: -ຍົກເວັ້ນການເກັບອາກອນລາຍໄດ້ ຈາກເງິນເດືອນ ຂອງຜູ້ອອກແຮງງານ ທັງໝົດທັງພາກລັດ ແລະ ເອກະຊົນທີ່ມີລາຍຮັບ 5 ລ້ານກີບລົງມາ …
Read More »