Breaking News

ຂ່າວເສດຖະກິດ

ຝາກໄວ້ໃຫ້ຄິດ!! ເຖິງຕອນນີ້ບ້ານເຮົາຍັງບໍ່ມີຜູ້ຕິດເຊື້ອ Covid-19 ແຕ່ເຮົາກໍຄວນປ້ອງກັນຕົວເອງ ແລະ ຫຼີກລ່ຽງການຢູ່ໃກ້ກັນແບບເປັນກຸ່ມ…

ສະພາບການຕອນນີ້ຂອງບ້ານເຮົາ ແລະ ທົ່ວໂລກຖືວ່າຕົກຢູ່ໃນສະຖານະການທີ່ນ່າເປັນຫ່ວງຫຼາຍ ຍ້ອນໂລກລະບາດ Covid-19 ກຳລັງແຜ່ລະບາດນັບມື້ນັບຮຸນແຮງ! ການລະບາດຂອງພະຍາດນີ້ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຫຼາຍໆປະເທດ, ຫຼາຍປະເທດຕ້ອງໄດ້ປິດເມືອງ, ປິດຊາຍແດນ, ປິດສາຍການບິນ, ງົດການຈັດຊຸມນຸມຕ່າງໆ,  ບາງສະຖາບັນການສຶກສາກໍຕ້ອງໄດ້ປິດຊົ່ວຄາວ… ເພື່ອສະກັດກັ້ນພະຍາດດັ່ງກ່າວນີ້  ແລະ ບໍ່ພຽງແຕ່ສົ່ງຜົນຕໍ່ເສດຖະກິດເທົ່ານັ້ນ ແຕ່ມັນຍັງສົ່ງຜົນກະທົບໄປເຖິງການໃຊ້ຊີວິດຂອງຄົນຢູ່ໃນສັງຄົມ ທີ່ມີຄວາມຫຍຸ້ງຍາກຫຼາຍດ້ານ ໄປໃສມາໃສກໍຕ້ອງໄດ້ປ້ອງກັນຕົວເປັນພິເສດ ມີຄວາມລະແວງໄປໝົດ  ເຖິງວ່າຕອນນີ້ຢູ່ປະເທດລາວເຮົາຍັງບໍ່ທັນກວດພົບວ່າມີຄົນຕິດເຊື້ອພະຍາດນີ້ເທື່ຶອ  ແຕ່ປະເທດເຮົາກໍມີແຈ້ງການຕ່າງໆອອກມາເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດນີ້ ແລະ ສິ່ງທີ່ຕາມມາກໍຄືຂໍ້ສົງໃສຂອງຄົນລາວທຸກຄົນວ່າ ເປັນຫຍັງປະເທດອ້ອມຂ້າງມີຄົນຕິດເຊື້ອ Covid-19   ແລ້ວເປັນຫຍັງບ້ານເຮົາຄືບໍ່ມີ ນີ້ເປັນອີກໜື່ງບັນຫາໃຫຍ່ທີ່ຕ່່າງຄົນພາກັນຕັ້ງຄໍາຖາມ ແລະ ການຈັດກິດຈະກຳຕ່າງໆເປັນຫຍັງຈຶ່ງເລື່ອນອອກໄປ ແລະ ອີກຫຼາກຫຼາຍຄໍາຖາມ… ມື້ນີ້ຂວັນໃຈໄດ້ໄປເຫັນບົດຄວາມດີໆອີກບົດໜື່ງ ແລະ ຢາກມາແບ່ງປັນໃຫ້ທຸກຄົນໄດ້ອ່ານກັນ… ກ່ຽວກັບປະເດັນພະຍາດລະບາດ Covid-19 ທີ່ຫຼາຍຄົນສົງໃສ ມາໃຫ້ຫາຍຂ້ອງໃຈກັນ  ເຮົາໄປເບິ່ງນໍາກັນເລີຍ!!! “ເປັນຫຍັງຈຶ່ງຫ້າມບໍ່ໃຫ້ຈັດງານໃຫຍ່ຊ່ວງນີ້? Social Distancing ແມ່ນຫຍັງ?  ແລ້ວມັນຈະຊ່ວຍລ້າງບາງ COVID 19 ໄດ້ແນວໃດ?  Social Distancing ແມ່ນຫຍັງ? …

Read More »

ປະກາດຢ່າງເປັນທາງການແລ້ວ! ຈັດໃຫ້ Covid-19 ເປັນການລະບາດທີ່ໃຫຍ່ Pandemic ລະດັບໂລກ…

ປັດຈຸບັນ ພະຍາດ ລະບາດ Covid-19 ນັບມື້ນັບຮຸນແຮງຂຶ້ນ ແລະ ສົ່ງຜົນກະທົບຫຼາຍຢ່າງໄປທົ່ວທຸກມຸມໂລກ ທັງເຮັດໃຫ້ຈໍານວນຄົນຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ພ້ອມທັງສົ່ງຜົນກະທົບຕໍ່ເສດຖະກິດຫຼາຍໆປະເທດ…  ເຊິ່ງຫຼ້າສຸດ Breaking news ! ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການໃນວັນທີ 11 ມີນາ 2020 ວ່າ ການລະບາດຂອງໄວຣັສສາຍພັນໃໝ່ ທີ່ເຮັດໃຫ້ເກີດໂລກ  Covid-19 ທີ່ເປັນໂລກລະບາດທີ່ແຜ່ກະຈາຍໄປທົ່ວໂລກແລ້ວ  (Pandemic) ໂດຍເຊື້ອໄວຣັສ Covid-19 ມີຕົ້ນກຳເນີດຈາກເມືອງອູ່ຮັ່ນໃນຈີນ ໃນຂະນະນີ້ໄດ້ແຜ່ກະຈາຍໄປໃນຫຼາຍພື້ນທີ່ຂອງໂລກ ໂດຍກ່ອນໜ້ານີ້ມີ ການລະບາດໃຫຍ່ ເກີດຂຶ້ນກັບໂລກຂອງເຮົາ ບໍ່ວ່າຈະເປັນ ໄຂ້ຫວັດໃຫຍ່ ສະເປນ (Spanish flu), ໄຂ້ຫວັດອາຊີ, ໄຂ້ຫວັດໝູ, ລວມໄປເຖິງ ກ່ຽວກັບການລະບາດຂອງເຊື້ອໄວຣັສ Covid-19 ເປັນລະດັບ ແຜ່ລະບາດຮຸນແຮງລະດັບໂລກ ຫຼື “Pandemic” ເຊັ່ນກັນ.   ທ່ານ Tedros …

Read More »

ນິສສັນ ນາວາຣ່າ ນະວັດຕະກຳດີໆ ທີ່ທ່ານ ຄວນຮູ້…

ສະບາຍດີ! ຫລາຍໆຄົນກໍຮູ້ຈັກກັນດີກັບລົດກະບະຍອດນິຍົມຂອງນິສສັນ ມື້ນີ້ເຮົາມາຮູ້ຈັກກັນກັບລົດ ນິສສັນ ນາວາຣ່າ ວ່າພີມຽ້ມມັນມີດີຫລາຍຢ່າງທີ່ທ່ານຄວນຮູ້ ເຮົາຈະພາທ່ານມາຮູ້ຈັກກັນເລີຍ!!! ອັນດັບຫນື່ງ ຮູບຊົງດ້ານໜ້າ ຂອງລົດນິສສັນນາວາຣ່າພີມ້ຽມ ກະຄື ໄຟຕາ ໄຟຕາໜ້າເປັນ ໄຟແບບ LED ແລະ ເປັນລອດ  projector ມັນຈະເຮັດໃຫ້ແຈ້ງແລະເຫັນທາງດີຂື້ນ ແມ້ກະທັ່ງຕອນຝົນຕົກທ່ານກໍ່ສາມາດເຫັນໄດ້ຊັດເຈນ ຊຶ່ງມີຄວາມປອດໄພໃນການຂັບຂີ່ ແລະ ໄຟເຍືອງທາງຕອນກາງເວັນ ກໍໂດດເດ່ນທັນສະໄຫມເຮັດໃຫ້ເຮົາເບິ່ງເຫັນລົດກົງກັນຂ້າມໄດ້ງ່າຍຂຶ້ນເພື່ອຫລີກລ້ຽງອຸບັດຕິເຫດ ແລະ ຄວາມປອດໄພ… ອັນດັບ 2 ແມ່ນຈັກ ຂອງນາວາຣ່າ ພີມ້ຽມ (NAVARA premium) ເປັນ – ຈັກ2.5L Inter-Cooler Turbo Engine – ແຮງມ້າ 190Ps & ແຮງບິດ 450Nm – ມາພ້ອມກັບ 190 ແຮງມ້າ and …

Read More »

ຊົມເຊີຍ! ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ປະເທດຍອດນິຍົມແຫ່ງການທ່ອງທ່ຽວ ປະຈຳປີ 2020…

ປະເທດລາວ ເປັນປະເທດໜື່ງທີ່ມີອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ເຊິ່ງເຕັມໄປດ້ວຍ ຕົ້ນໄມ້ ແມ່ນໍ້າ ສັດປ່ານາໆຊະນິດ ແລະ ປະເທດລາວຍັງມີສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆທີ່ເປັນທັງປູຊະນີຍະສະຖານ ແລະ ອະລິຍະສະຖານ ທີ່ສວຍງາມ   ເປັນຈຸດທີ່ດຶງດູດຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ເມື່ອບໍ່ດົນຜ່ານມານີ້ ທ່ານ ພົງສະຫວັນ ສີສຸລາດ, ເອກອັກຄະລັດຖະທູດ ໄດ້ຕາງໜ້າ ສປປ ລາວ ເຂົ້າຮ່ວມງານປະກາດລາງວັນ  ວາລະສານການທ່ອງທ່ຽວ Wanderlust ຂອງປະເທດອັງກິດ ປະຈຳປີ 2020 (Wanderlust Reader Travel Award 2020). ຄັ້ງນີ້ ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ໂດຍໄດ້ຮັບຄະແນນສຽງ (96.25%) ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ (Top Country) ຈາກຜົນການລົງຄະແນນສຽງຂອງຜູ້ອ່ານວາລະສານຜ່ານທາງອອນລາຍ 8,500 ກວ່າຄົນ. ສຳລັບຜົນການປະກາດລາງວັນອັນດັບທີ 1 ຂອງ …

Read More »

ສຸດຍອດຫຼາຍ!!! ສປປ ລາວ ຕິດ TOP 20 ປະເທດທີ່ພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ…

ໜັງສືພິມ ນິວຢອກໂພສ (New York Post) ລາຍງານກ່ຽວກັບ ອົງການທ່ອງທ່ຽວໂລກ (United National World Tourism Organization, UNWTO) ວ່າຫຼ້າສຸດ ໄດ້ມີປະກາດລາຍຊື່ 20 ປະເທດ ພັດທະນາ ການທ່ອງທ່ຽວໄວທີ່ສຸດ ໃນໂລກ ປະຈໍາປີ 2019 ໂດຍໃນນັ້ນ ສປປ ລາວ ເຮົາແມ່ນຕິດອັນດັບທີ 16 ຂອງ Top 20 ປະເທດທີ່ມີລາຍຊື່.​.. ອີງຕາມການລາຍງານທາງສະຖິຕິ ຂອງ UNWTO ໃນປີ 2019 ມີນັກທ່ອງທ່ຽວ ເດີນທາງໄປຕ່າງປະເທດ ລວມທັງໝົດ 1.5 ຕື້ ຖ້ຽວ, ໂດຍເພີ່ມ ຂຶ້ນ 4% ເມື່ອທຽບໃສ່ ສະຖິຕິ ການເດີນທາງ ໃນປີ 2018. …

Read More »