ໃນວັນທີ 2 ສິງຫາ 2018 ໄດ້ມີການແຈ້ງຂ່າວວ່າ ໜຸ່ມ Si-won ແຫ່ງວົງ “Super Junior” ນັກຮ້ອງຊື່ດັງຈາກ ສ.ເກົາຫລີ ຈະເດີນທາງມາຊ່ວຍເຫຼືອຜູ້ປະສົບໄພທີ່ ເມືອງສະໜາມໄຊ ແຂວງອັດຕະປື ສປປລາວ, ເລີ່ມແຕ່ວັນທີ 2-4 ສິງຫາ 2018 ນີ້, ໂດຍ Si-Won ໄດ້ເປັນອາສາສະໝັກໃຫ້ກັບ UNICEF ໃນໂຄງການ “Smile for U “ . ສຳລັບ Si-won ເປັນນັກຮ້ອງ,ນັກສະແດງ,ນາຍແບບ,ນັກເຕັ້ນທີ່ມີຊື່ສຽງຂອງ ສ.ເກົາຫລີ, ແຈ້ງເກີດມາຈາກການເປັນໜຶ່ງໃນສະມາຊິກວົງ “Super Junior” ເປັນວົງທີ່ໄດ້ຮັບຄວາມນິຍົມຈາກຄົນທົ່ວໂລກ, ປັດຈຸບັນ Si-won ອາຍຸ 32 ປີ ແລະ ນອກຈາກວຽກໃນວົງການບັນເທິງແລ້ວ Si-won ຍັງເປັນອາສາສະໝັກໃຫ້ແກ່ອົງການ UNICEF ອີກດ້ວຍ. ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ …
Read More »ໄວໜຸ່ມ
ຜູ້ຊ່ຽວຊານບົດບາດຍິງຊາຍ ເປັນຫ່ວງບັນຫາແມ່ຍິງ ໃນສູນພັກເຊົາຊົ່ວຄາວ ອາດມີຄວາມສ່ຽງຖືກລ່ວງລະເມີດທາງເພດ ຫຼື ໃຊ້ຄວາມຮຸນແຮງ
ເນື່ອງຈາກໃນວັນທີ 23 ກໍລະກົດ 2018 ທີ່ຜ່ານມາ ປະເທດລາວເຮົາໄດ້ເກີດໄພພິບັດສຸກເສີນລະດັບຊາດ ເຂື່ອນແຕກ ທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ຈຶ່ງເຮັດໃຫ້ມີປະຊາຊົນຫຼາຍພັນຄົນໄດ້ຮັບຜົນກະທົບຢ່າງໜັກ, ດັ່ງນັ້ນ ຂວັນໃຈ ເຮົາໄດ້ຕິດຕໍ່ຂໍຄຳຄິດເຫັນຈາກນັກວິຊາການຫຼາຍທ່ານຕໍ່ສະຖານະການທີ່ເກີດຂຶ້ນ ໜຶ່ງໃນນັ້ນກໍ່ຄື ຜູ້ຊ່ຽວຊານດ້ານບົດບາດຍິງຊາຍ ທ່ານ ຕິ່ງທອງ ເພັດສະວົງ ແລະ ເພິ່ນຍັງໄດ້ອອກມາສະແດງຄວາມເປັນຫວ່ງຕໍ່ບັນຫາແມ່ຍິງ ໃນສູນພັກເຊົາຊົ່ວຄາວ ອາດມີຄວາມສ່ຽງຖືກລ່ວງລະເມີດທາງເພດ ຫຼື ໃຊ້ຄວາມຮຸນແຮງໄດ້… “ກ່ອນອື່ນຕ້ອງເຂົ້າໃຈນໍາກັນວ່າການປະເຊີນກັບໄພນໍ້າຖ້ວມເນື່ອງຈາກທໍາມະຊາດ ແລະ ອຸບັດຕິເຫດສັນເຂື່ອນແຕກ ນັ້ນມັນມີປະສົບການ, ຜົນກະທົບທາງດ້ານວັດຖຸ ແລະ ຈິດໃຈ ທີ່ແຕກຕ່າງກັນ ເພາະວ່າສ່ວນຫຼາຍນໍ້າຖ້ວມຕາມທໍາມະຊາດເນື່ອງຈາກດິນຟ້າອາກາດ ແມ່ນຍັງມີເວລາຮັບມື ຫຼື ກະກຽມຍົກຍ້າຍສິ່ງຂອງ, ສັດລ້ຽງ ແລະ ວັດຖຸອື່ນໆໄດ້ທັນ ແຕ່ອຸບັດຕິເຫດແບບບໍ່ຄິດບໍ່ຝັນ ດັ່ງເຫດການທີ່ເມືອງສະໜາມໄຊອາທິດຜ່ານມານັ້ນ ແມ່ນຮັບມືໄດ້ຍາກ ເວັ້ນເສຍແຕ່ວ່າຈະມີລະບົບແຈ້ງເຕືອນ ຫຼື ການອົບພະຍົບປະຊາຊົນຈະມີປະສິດທິພາບ ແລະ ທັນກັບເວລາ. ເຖິງວ່າຜົນກະທົບທີ່ພວກເຮົາເຫັນຈະມີທັງຕໍ່ຊາຍ ແລະ ຍິງກໍຕາມ …
Read More »ທີມຂ່າວໄທໂພສຊຶ້ງເຖິງນໍ້າໃຈຄົນລາວທີ່ມີໃຫ້ ໃນຂະນະເດີນທາງມາເຮັດຂ່າວທີ່ອັດຕະປື
ຫຼ້າສຸດເກີດມີໂມເມັ້ນແຫ່ງຄວາມປະທັບໃຈ ເນື່ອງຈາກວ່າ ຖາປະນີ ອຽດສີໄຊ ນັກຂ່າວຊ່ອງ 3 ຈາກປະເທດໄທ ໄດ້ໂພສຜ່ານເຟສບຸກສ່ວນຕົວ ຍົກຍ້ອງເຖິງນໍ້າໃຈຂອງຄົນລາວ ທີ່ໄດ້ໃຫ້ທີ່ຢູ່ອາໃສຕົນ ພ້ອມດ້ວຍທີມງານ ໃນຂະນະທີ່ມາເຮັດຂ່າວທີ່ ມ.ສະໜາມໄຊ ແຂວງອັດຕະປື. “ຂອບໃຈຫຼາຍໆກັບນໍ້າໃຈຂອງພໍ່ທອງ ແລະ ຄອບຄົວທີ່ໃຫ້ພວກເຮົາໄດ້ນອນທີ່ບ້ານຂອງພໍ່ແມ່ລະຫວ່າງເຮັດຂ່າວໃນ ມ.ສະໜາມໄຊ ແຂວງອັດຕະປື ສປປ ລາວ ທັງໆທີ່ບ້ານພໍ່ຕູ່ແມ່ຕູ້ ກໍ່ເສຍຫາຍຈາກເຫດເຂື່ອນແຕກທັງຫຼັງ ພໍ່ຕູ່ແມ່ຕູ້ກໍ່ເປັນຜູ້ປະສົບໄພ ພີ່ນ້ອງກໍ່ເສຍຊີວິດຈາກເຫດການນີ້ດ້ວຍ ຂໍສະແດງຄວາມເສີຍໃຈຫຼາຍໆໃຫ້ກຳລັງໃຈທຸກຄົນ ຮັກ ຜູກພັນໝັ້ນຈິດ” (ມີຄລິບທີ່ຄອບຄົວຜູ້ປະສົບໄພ ມັດແຂນ ໃຫ້ທີມຂ່າວຈາກປະເທດໄທ ເປັນພາບທີ່ປະທັບໃຈຫຼາຍໆ…) https://www.facebook.com/thapanee.ietsrichai/videos/2027016390651595/ ເຫັນແລ້ວຮູ້ສຶກປະທັບໃຈ ລາວ-ໄທ ບໍ່ຖິ້ມກັນ, ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍເປັນກຳລັງໃຈໃຫ້ຄອບຄົວຜູ້ປະສົບໄພທຸກໆຄົນ ແລະ ທີມຂ່າວຈາກທຸກໆພາກສ່ວນ…ສູ້ໆເດີ້ #ແຊຣໄປໃຫ້ໂລກຮູ້ນຳໃຈຈາກຄົນລາວ ທີ່ມາ: Thapanee Ietsrichai
Read More »ມອບເງິນ 500.000 ກີບ ຕໍ່ຄອບຄົວຜູ້ປະສົບໄພໃນເບື້ອງຕົ້ນ ເງິນບໍລິຈາກທຸກກີບ ແມ່ນບໍ່ໄດ້ເອົາໄປໃຊ້ໃນບ້ວງບໍລິຫານໃດໆທັງນັ້ນ
“ເງິນບໍລິຈາກທຸກກີບ ແມ່ນບໍ່ໄດ້ເອົາໄປໃຊ້ໃນບ້ວງບໍລິຫານໃດໆທັງນັ້ນ” ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຕາງໜ້າໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ຢືນຢັນຢ່າງໜັກແໜ້ນວ່າ: ເງິນທຸກກີບ ທຸກບາດ ແລະ ທຸກໂດລາ ທີ່ໄດ້ຮັບຈາກການຊ່ວຍເຫລືອຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດນັ້ນ ແມ່ນບໍ່ໄດ້ນຳເອົາໄປໃຊ້ເຂົ້າໃນເຂົ້າໃນບ້ວງບໍລິຫານຈັດການໃດໆທັງນັ້ນ, ເຊິ່ງເງິນທັງໝົດ ຈະໄດ້ນຳໃຊ້ເຂົ້າຢູ່ໃນການຊ່ວຍເຫລືອສຸກເສີນຕົວຈິງໃຫ້ແກ່ປະຊາຊົນ ແລະ ນຳໃຊ້ເຂົ້າຢູ່ໃນໄລຍະການຟື້ນຟູໃຫ້ມີປະສິດທິພາບທີ່ສຸດ. ທ່ານ ຮອງລັດຖະມົນຕີ ໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 31 ກໍລະກົດ 2018 ນີ້ວ່າ: ຈຳນວນເງິນທັງໝົດທີ່່ໄດ້ຮັບຈາກການບໍລິຈາກໃນແຕ່ລະມື້ນັ້ນ ແມ່ນໄດ້ສົ່ງເຂົ້າບັນຊີທີ່ໄດ້ແຈ້ງໄວ້ຢູ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທັງໝົດເລີຍ, ໃນເບື້ອງຕົ້ນ ໄດ້ມອບໃຫ້ບັນດາຄອບຄົວຜູ້ປະສົບໄພຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ຈຳນວນ 500.000 ກີບຕໍ່ຄອບຄົວ. ຄືດັ່ງທີ່ພວກເຮົາຮັບຊາບນຳກັນແລ້ວ ບໍ່ສະເພາະແຕ່ແຂວງອັດຕະປືເທົ່ານັ້ນທີ່ໄດ້ຮັບຜົນກະທົບ, ປະຊາຊົນລາວໃນຂອບເຂດເກືອບທົ່ວປະເທດກໍກຳລັງປະສົບໄພນ້ຳຖ້ວມເຊັ່ນດຽວກັນ, ສະນັ້ນ ຈຶ່ງຕິດພັນກັບເງິນຊ່ວຍເຫລືອ ແລະ …
Read More »ພຽງແຕ່ໄດ້ຍິນຄຳນີ້…ກໍ່ເຮັດໃຫ້ Dj ມະຕູມ ມີແຮງສູ້ເພື່ອພີ່ນ້ອງຊາວລາວ!!!
Dj ມະຕູມ ເປັນອີກໜຶ່ງສິລະປິນຈາກປະເທດເພື່ອນບ້ານ (ປະເທດໄທ) ທີ່ໄດ້ເດີນທາງລົງພາກໃຕ້ ປະເທດລາວ ເພື່ອເຂົ້າຊ່ວຍເຫຼືປຜູ້ປະສົບໄພ ນໍ້າຖ້ວມ ແລະ ກ່ອນໜ້ານີ້ ຂວັນໃຈ ເຮົາກໍ່ໄດ້ມີການນໍາສະເໜີຂ່າວຂອງ Dj ຄົນນີ້ ເພາະການມາຂອງເພິ່ນເປັນມີອຸປະສັກຫຼາຍຢ່າງ ບໍ່ເປັນໄປຕາມແຜນທີ່ວາງໄວ ແຕ່ດ້ວຍຄວາມພະຍາຍາມ ແລະ ຕ້ອງການຊ່ວຍເຫຼືອຜູ້ປະສົບໄພຊາວລາວເຮົາແລ້ວຈຶ່ງເຮັດໃຫ້ເພິ່ນສູ້ບໍ່ຖອຍ. ຫຼ້າສຸດ ເມື່ອບໍ່ດົນມານີ້ Dj ມະຕູມ ກໍ່ໄດ້ໂພສຮູບພາບ ແລະ ຄລິບ ທີ່ເຮັດໃຫ້ຊຶ້ງໃຈໄປຕາມໆກັນ ເປັນຮູບພາບຂອງການເຂົ້າຊ່ວຍເຫຼືອ ພີ່ນ້ອງຊາວລາວທີ່ໄດ້ຮັບຜົນກະທົບຈາກ ນໍ້າຖ້ວມ ແລະ Dj ມະຕູມ ກໍ່ໄດ້ລົງຂີ່ເຮືອ ເອົາເຄື່ອງຂອງຕ່າງໆໄປໃຫ້ ຈົນເກີດຄລິບແຫ່ງຄວາມດີໃຈນີ້ເກີດຂຶ້ນ ເພາະມີພີ່ນ້ອງຊາວລາວເຮົາກ່າວ “ຂອບໃຈ ແລະ ອວຍພອນ” ເພ https://www.facebook.com/MaT00m/videos/10214709705810535/ ຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ …
Read More »
Kuanjai Magazine
