ກາຍເປັນປະເດັນກະແສຮ້ອນແຮງ ເນື່ອງຈາກວ່າມີກະແສທີ່ວ່າມີຊາວເນັດອອກມາໂພສ ວ່າເຫັນສື່ຫຼາຍປະເທດອອກຂ່າວ ປະຊາຊົນລາວທີ່ກຳລັງປະສົບເຄາະຮ້າຍ ເຂື່ອນແຕກທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແບບລົວໆ… ແຕ່ສື່ບ້ານເຮົາບໍ່ເຫັນອອກຂ່າວ ຈົນເປັນປະເດັນດຣ່າມ່າ ເຮັດໃຫ້ຫຼ້າສຸດ ສຽວຜິງ ໄຊຍະລິນ ພິທີກອນຊື່ດັງ ອົດບໍ່ໄດ້ທີ່ຈະອອກມາໂພສລະບາຍຄວາມໃນໃຈ ແລະ ຊີ້ແຈງໃຫ້ເບິ່ງເປັນຂໍ້ໆກັນເລີຍ (ອູຍ…ເຜັດໆໆໆເວີ້!!!) ເຊິ່ງໃຈຄວາມທີ່ ສາວ ສຽວຜິງ ໄດ້ອອກມາຊີ້ແຈງກໍ່ມີຢູ່ວ່າ: (ຖືວ່າເຄຍກະຈ່າງແຈ້ງເນາະ ບໍ່ເວົ້າຫຼາຍເດີ້ ຟ້າວໄປບໍລິຈາກເຄື່ອງໃຫ້ຜູ້ປະສົບໄພ ຍັງມີຫຼາຍຊີວິດທີ່ລໍຖ້າການຊ່ວຍເຫຼືອຢູ່…) ຢ່າງໃດກໍ່ໃຈເຢັນໆກັນກ່ອນເດີ້ທຸກໆຄົນ ແນ່ນອນວ່າຍາມທຸກຄົນຕົກຢູ່ໃນສະຖານນະການຄັບຂັນແບບນີ້ ຄົນລາວເຮົາບໍ່ເຄີຍຖິ້ມກັນ ປະຊາຊົນລາວເຮົາທຸກຄົນຕ້ອງລວມເປັນຈິດໜຶ່ງໃຈດຽວກັນ ເພື່ອເຮົາຈະຜ່ານຜ່າວິກິດໄພພິບັດສຸກເສີນລະດັບຊາດຄັ້ງນີ້ໄປໃຫ້ໄດ້ ສິ່ງສຳຄັນທີ່ສຸດແມ່ນເຮົາຕ້ອງສາມັກຄີກັນ. (#prayforattapue #prayforlaos #Kjprayforattapue) ທີ່ມາ: FB/Siewphing Xyl
Read More »ໄວໜຸ່ມ
ຄົນລາວບໍ່ຖິ້ມກັນ! ກຸ່ມແມ່ຄ້າຊ່ວຍກັນເຮັດ ຊີ້ນຫຼອດໄປມອບໃຫ້ພີ່ນ້ອງຊາວອັດຕະປື!!!
ຄົນລາວເຮົາຍາມສຸກກໍ່ສຸກດ້ວຍກັນ ເຖິງຄາວທຸກມີຫວ໋າ…ທີ່ເຮົາຈະຖິ້ມກັນ ເປັນພາບທີ່ສຸດປະທັບໃຈເມື່ອມີກຸ່ມແມ່ຄ້າຈາກຕະຫຼາດ ໜອງໜ້ຽວ ທີ່ຊ່ວຍກັນອອກເຫື່ອເທແຮງ ເຮັດຊີ້ນຫຼອດ ພ້ອມທັງລະດົມທຶນ ໄປມອບໃຫ້ແກ່ພີ່ນ້ອງ ຊາວແຂວງອັດຕະປື ທີ່ກຳລັງເດຶອດຮ້ອນຈາກນໍ້າຖ້ວມ. ເຫັນນໍ້າໃຈຂອງຄົນລາວ ແລະ ຄົນທົ່ວໂລກທີ່ຫຼັ່ງໄຫຼ ເຂົ້າໄປຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ມ.ສະໜາມໄຊ ແຂວງ ອັດຕະປື ແລ້ວກໍ່ດີໃຈແທນ, ຢ່າງໃດກໍ່ຂໍເປັນກຳລັງໃຈແກ່ຜູ້ປະສົບໄພ ເຮົາຈະຜ່ານວິກິດຮ້າຍແຮງເທື່ອນີ້ໄປນຳກັນ #Prayforattapue #Prayforlaos . ຮູບພາບ: FB/ເມກຂະຫຼາ ສະບາພອນ , Support Prime Minister Thongloun Sisoulith
Read More »ອ້າຍ ຈ່ອຍ ອະນັນດາ ນັກສະແດງຊື່ດັງເຊື້ອສາຍລາວ ອອກມາໂພສໃຫ້ກຳລັງໃຈພໍ່ແມ່ພີ່ນ້ອງທີ່ປະສົບໄພ!!!
ກຳລັງໃຈທະຍອຍມາເລື້ອຍໆ ຫຼ້າສຸດ ອະນັນດາ ເອເວີຣິງແຮມ ຫຼື (ຈ່ອຍ) ນັກສະແດງໜຸ່ມສຸດຫຼໍ່ເຊື້ອສາຍລາວ ໄດ້ອອກມາໂພສຄລິບໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງຊາວ ມ.ສະໜາມໄຊ ແຂວງ ອັດຕະປື ແບບນີ້… https://www.instagram.com/p/Blp9ZDwh496/?taken-by=ananda_everingham ອະນັນດາ ເອເວີຣິງແຮມ ຍັງໄດ້ຂຽນແຄັບຊັ່ນ “To my brothers and sisters in Laos ? ? #prayforlaos” ເຮັດໃຫ້ມີຄົນເຂົ້າໄປຊ່ວຍໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງທີ່ກຳລັງຖືກປະສົບໄພກັນຢ່າງຫຼວງຫຼາຍ. ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ) via: ananda_everingham
Read More »ເບວລ່າ ນາງເອກດັງອອກມາໂພສຮູບ ພ້ອມຕິດແຮສແທັກ (#Prayforlaos) ແລະ ໃຫ້ກຳລັງໃຈພີ່ນ້ອງຊາວລາວແບບນີ້…
ນອກຈາກນໍ້າໃຈຈາກຄົນລາວແລ້ວ ຍັງມີນໍ້າໃຈຈາກຫຼາຍປະເທດ ຫຼ້າສຸດ ເບວລ່າ ເຄມເປນ ນາງເອກດັງຈາກປະເທດເພື່ອນບ້ານ (ປະເທດໄທ) ໄດ້ອອກມາໂພສຮູບພາບສື່ຄວາມໝາຍ ພ້ອມຂຽນແຄັບຊັ່ນໃຫ້ກຳລັງໃຈ ຝາກເຖິງພີ່ນ້ອງຊາວລາວວ່າ: “ເປັນກຳລັງໃຈໃຫ້ພີ່ນ້ອງຊາວລາວທຸກທ່ານ ຂໍໃຫ້ເຫດການຜ່ານໄປໂດຍໄວ #Prayforlaos” https://www.instagram.com/p/BlpiXgTAa_n/?taken-by=bellacampen ຈາກໂພດດັ່ງກ່າວເຮັດໃຫ້ມີແຟນຄລັບຈາກທັງສອງຝັ່ງ ລາວ ແລະ ໄທ ເຂົ້າໄປໃຫ້ກຳລັງໃຈພໍ່ແມ່ພີ່ນ້ອງຊາວລາວຜູ້ປະສົບໄພ ພ້ອມພາວະນາໃຫ້ທຸກໆຄົນປອດໄພ. ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ) via: IG/bellacampen
Read More »ເຜີຍແລ້ວ! ຮູບພາບພໍ່ແມ່ພີ່ນ້ອງຜູ້ປະສົບໄພພິບັດນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື (ຄົນແຫ່ໃຫ້ກຳລັງໃຈລົ້ນຫຼາມ)
ເປີດເຜີຍຮູບພາບປະຊາຊົນຜູ້ປະສົບໄພພິບັດນໍ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໄດ້ເຕົ້າໂຮມກັນທີ່ສະໂມສອນເມືອງ . ເຊິ່ງຮູບພາບເຫຼົ່ານີ້ຖືກເປີດເຜີຍໃນຄໍ່າຄືນຂອງ ວັນທີ 25 ກໍລະກົດ 2018 ຈົນເຮັດໃຫ້ມີຄົນແຫ່ເຂົ້າໄປໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງຜູ້ປະສົບໄພ ເປັນຈຳນວນຫຼວງຫຼາຍ. ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ) ຂໍຂອບໃຈຮູບພາບຈາກ Support Prime Minister Thongloun Sisoulith
Read More »
Kuanjai Magazine
