Breaking News

ໄວໜຸ່ມ

ຈົບແລ້ວເດີ້! ຈີ່ຈີ່ ພອຍໄພລິນ ຮັບໃບປະກາດທີ່ເມືອງຜູ້ດີອັງກິດ (ແຟນຄລັບຮ່ວມສະແດງຄວາມຍິນດີ)

ຫ່າງຫາຍຈາກວົງການກັນໄປດົນເຕີບ ມາອັບເດດ ຈີ່ຈີ່ ພອຍໄພລິນ ສີວິໄລ ເນັດໄອດໍ້ຂອງບ້ານເຮົາ ທີ່ຫຼ້າສຸດເປັນບັນດິດໃໝ່ຮັບໃບປະກາດຈາກເມືອງຜູ້ດີອັງກິດມາແບບສົດໆຮ້ອນໆ…ແຖມສາວຄົນນີ້ຍັງໄດ້ອັບເດດຮູບພາບໃຫ້ໄດ້ອັບເດດຜ່ານອິນສະຕາແກຣມ ຈົນມີແຟນຄລັບ ແລະ ໝູ່ເພື່ອນເຂົ້າມາສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ. (ມີຮູບພາບໜ້າຮັກໆຂອງສາວ ຈີ່ຈີ່ ມາຝາກ…) ຢ່າງໃດ!! ຂໍສະແດງຄວາມຍິນດີນຳຫຼາຍໆເລີຍເດີ້ ສາວ ຈີ່ຈີ່ ຮູບພາບ/chichisvl

Read More »

ມາເບິ່ງ! ຄົນດັງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ ປະຈຳປີ 2018 ໄດ້ແກ່…

ຄຳວ່າ Fashion ເປັນຫຍັງທີ່ນິຍາມບໍ່ໄດ້ ແລະ ບໍ່ມີຂອບເຂດຈຳກັດ ແຕ່ລະຄົນກໍລ້ວນມີ Slyle ເປັນຂອງຕົວເອງ, ໃນມື້ນີ້ ຂວັນໃຈ ເຮົາຈະພາແຟນໆມາອັບເດດບັນດາເຫຼົ່າເຈົ້າແມ່ແຟຊັ່ນທີ່ໄດ້ຖຶກຈັດລຳດັບວ່າເປັນ ແມ່ຍິງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ 20 ອັນດັບ ປະຈຳປີ 2018 ຈາກການຈັດລຳດັບຂອງ Lyst ກູລູຊື່ດັງຈາກການຈັດລຳດັບດ້ານແຟຊັ່ນ, ເຊິ່ງປີນີ້ອັນດັບທີ 1 ໄດ້ແກ່ Kylie Jenner ຂໍບອກວ່າເພິ່ນມາແຮງ ແຊງທຸກຄົນແທ້ໆ!!! ລອງມາເບິ່ງ 20 ອັນດັບ ແມ່ຍິງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ ປະຈຳປີ 2018 ໄດ້ແກ່: 1.Kylie Jenner 2.Kim Kardashian 3.Meghan Markle 4.Cardi B 5.Beyoncé 6.Serena Williams 7.Chiara Ferragni 8.Blake Lively 9.Rihanna …

Read More »

ມາແບບສາວລາວ! ຕິກນໍ້າ ກະດຸມເພັດ ໃສ່ຊຸດໄໝລາວຮ່ວມງານທີ່ຈີນ ພ້ອມໂພສຂໍ້ຄວາມແບບນີ້…

ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ທີ່ຫຼ້າສຸດເດີນທາງເຮັດໜ້າທີ່ເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີ Miss World 2018 ຢູ່ທີ່ ສປ ຈີນ ຕັ້ງແຕ່ຊ່ວງຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ສາວ ຕິກນໍ້າ ກະດຸມເພັດ ກໍຍັງໄດ້ນຸ່ງຊຸດໄໝລາວ ເພື່ອເອກອ້າງປະເພນີການນຸ່ງຖືຂອງແມ່ຍິງລາວ ໃຫ້ຄົນທົ່ວໂລກໄດ້ຮູ້ຈັກໃນງານ Opening Ceremony of the 2018 Hainan International Tourism Island Carnival in Hainan, China ອີກດ້ວຍ. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ Miss World Laos 2018 ກໍຍັງໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວວ່າ: ໜ້າຮັກ ງົດງາມຫຼາຍໆ!!! ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss World 2018 ຢູ່ທີ່ ສປ ຈີນ  ແລະ ຈະມີຮອບຕັດສິນໃນວັນທີ …

Read More »

ສະແດງຄວາມຍິນດີ! ໄດ້ແລ້ວ Miss Tourism Queen Laos 2018 ງົດງາມເໝາະສົມຕຳແໜ່ງ!!!

ຫຼາຍເວທີຈົນນັບບໍ່ຖ້ວນກັນແລ້ວໃນເວລານີ້… ມີຂ່າວສານເລື່ອງວົງການນາງງາມມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼ້າສຸດກໍໄດ້ແລ້ວ ບອກເລີຍວ່າງົດງາມ ເໝາະສົມກັບຕຳແໜ່ງສຸດໆ Miss Tourism Queen Laos 2018 ນັ້ນກໍຄື ວານິພອນ ພູມີໄຊ (ໂຢໂຢ້)  ເຊີ່ງໄດ້ຮັບຕຳແໜ່ງມາແບບສົດໆຮ້ອນໆໃນວັນທີ 23 ພະຈິກ 2018 ທີ່ຜ່ານມາ ແລະ ຍັງຈະໄດ້ໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີໂລກ Miss Tourism Queen  ທີ່ປະເທດໄທອີກດ້ວຍ. (ຂໍສະແດງຄວາມຍິນດີ) ສຳລັບຮອງ Miss Tourism Queen Laos 2018  ມີດັ່ງນີ້: ປຸລັດດາ ສາຍດອນໂຂງ ສາວງາມຈາກແຂວງ ອັດຕະປື ອານິດາ ມິ່ງບຸບຜາ ສາວງາມຈາກແຂວງ ຫຼວງພະບາງ ລາວັນ ເພັງຄຳວົງ ສາວງາມຈາກແຂວງ ຜົ້ງສາລີ ງົດງາມ ສົມມົງແທ້ໆ!!! ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຮັບຕຳແໜ່ງກັນໝົດທຸກຄົນເລີຍເດີ້ ແລະ ຄົນລາວເຮົາກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ບັນດາສາວງາມຈາກປະເທດລາວໃນເວທີໂລກນຳກັນແດ່ເດີ້ #ຮັກລາວເຊຍລາວ ??   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/Miss …

Read More »

ຫ້າມພາດ! ກະແສດີຫຼາຍຮູບເງົາ “ສຽງສຸດທ້າຍ The Last Voice” ຈາກສີມືຄົນລາວ

Hello! ທັກທາຍສະບາຍດີແຟນໆທຸກຄົນໃນທ້າຍອາທິດແບບນີ້ ດັ່ງທີ່ ຊະນີIndy ໄດ້ບອກເປັນປະຈຳເລີຍວ່າດຽວນີ້ວົງການບັນເທີງບ້ານເຮົາແມ່ນກຳລັງມາແຮງ ຫຼ້າສຸດກໍໄດ້ມີການເປີດຕົວ ຮູບເງົາ ເລື່ອງ  “ສຽງສຸດທ້າຍ” The Last Voice   ເຊິ່ງເລື່ອງນີ້ກໍໄດ້ ໂຈໂຈ້ ມິຣາໂຄ້ ຫລື ທ່ານ ຈິລະສັກ ສາຍສະໜິດ ປະທານບໍລິສັດມິຣາໂຄ້ໂປດັກ ມາເປັນຜູ້ສ້າງ. ສຳລັບ ຮູບເງົາເລື່ອງ “ສຽງສຸດທ້າຍ” The Last Voice ເປັນຮູບເງົາທີ່ໃຫ້ແຮງບັນດານໃຈ ເຂົ້າກັບຄົນທີ່ສັດທາໃນຄວາມຝັນ, ຖ່າຍທອດເລື່ອງລາວໂດຍຫນຸ່ມໂດ້ ຜູ້ຊ່ວຍພໍ່ຄົວສຸດຂີ້ອາຍ ແລະ ຟ້າໂປຼດິວເຊີ້ສາວທີ່ມີຄວາມຫມຸ້ງຫມັ້ນໃນການຢາກສ້າງນັກຮ້ອງທີ່ມີຄຸນນະພາບປະດັບວົງການ.. ໂດ້ຫນຸ່ມຂີ້ອາຍທີ່ຕ້ອງມາປະກວດຮ້ອງເພງດ້ວຍຄວາມຈຳເປັນ, ແຕ່ເລິກໆແລ້ວໂດ້ກໍມີຄວາມຝັນຢາກເປັນນັກຮ້ອງເຊັ່ນກັນ, ຟ້າຈຶ່ງເປັນອີກຫນື່ງແຮງພັກດັນທີ່ພາໂດ້ໄປໃຫ້ເຖິງຝັນ, ແຖມໃນຮູບເງົາດັ່ງກ່າວຍັງເພີ່ມອັດທະລົດຄວາມມ່ວນຫົວຈົນທ້ອງແຂງໂດຍເພື່ອນແລະອ້າຍຕົວແສບ, ອ້າຍປຶດ ແລະ ນົກ, ຮັບຮອງວ່າ ຮູບເງົາເລື່ອງ “ສຽງສຸດທ້າຍ” The Last Voice  ຮູບເງົາເລື່ອງນີ້ຈະໃຫ້ຄວາມສຸກ ຮອຍຍິ້ມ ແລະ ຄວາມປະທັບໃຈຢ່າງແນ່ນອນ .. (ມີຕົວຢ່າງ) …

Read More »