Breaking News

ຂ່າວບັນເທີງໃນປະເທດ

ກຽມລຸ້ນ! ຜົນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ (ຈະອອກໄວໆນີ້)

ເຊື່ອວ່າໝູ່ເພື່ອນທຸກຄົນຄົງກຳລັງໃຈຈົດໃຈຈໍ່ ລໍຖ້າລຸ້ນ ຖ້າເບິ່ງຜົນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງຜົນຂອງການສອບເສັງຄາດວ່າຈະປະກາດໃຫ້ຮູ້ໃນທ້າຍເດືອນກັນຍາ ທີ່ຈະມາເຖິງນີ້. ສໍາລັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2018-2019 ນີ້, ທາງມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການສອບເສັງເປັນເວລາ 1 ວັນ ແລະໄດ້ແບ່ງອອກເປັນ 03 ສາຍ ຄື ສາຍ A, B ແລະ C ຕາມຊັດສ່ວນການເລືອກໝາຍຂອງຜູ້ມາລົງທະບຽນສະໝັກສອບເສັງ ແລະໄດ້ແບ່ງອອກເປັນຫຼາຍສູນການສອບເສັງ ຄື: ສູນວິທະຍາເຂດດົງໂດກ, ສູນໂສກປ່າຫຼວງ, ໂຮງຮຽນມິດຕະພາບວຽງຈັນ-ໂຮ່ຈິມິນ, ມສ ໜອງບອນ, ມສ ຕານມີໄຊ ແລະ ມສ ວຽງຈັນ; ເຊິ່ງສູນບັນຊາການຫຼັກແມ່ນສູນ ວິທະຍາເຂດດົງໂດກ. ມີຜູ້ສະໝັກລົງທະບຽນສອບເສັງທັງໝົດ 18 ພັນກວ່າຄົນ, ມີໜ້າສອບເສັງຕົວຈິງ ລວມທັງ 03 ສາຍ A, B ແລະສາຍC ແມ່ນ 14,490 …

Read More »

So cute!!! ມາເບິ່ງຄວາມໜ້າຮັກຂອງນ້ອງໆອະນຸບານໃນມື້ເປີດສົກຮຽນໃໝ່

ມື້ເປີດສົກຮຽນໃໝ່ ມັນກໍ່ຈະ Cute2 ແດ່ ມາເບິ່ງພາບບັນຍາກາດ ຄວາມໜ້າຮັກຂອງນ້ອງໆນັກຮຽນຊັ້ນອະນຸບານ ໂຮງຮຽນ ນານາຊາດປັນຍາທິບ (Panyathip Kindergarten) ໃນມື້ເປີດສົກຮຽນໃໝ່.   ເຫັນແລ້ວກໍ່ຕ້ອງຍິ້ມໄປກັບຄວາມໜ້າຮັກຂອງນ້ອງໆກັນເລີຍແມ່ນບໍ່ແຟນໆ ຂໍບອກເລີຍວ່ານ້ອງໆແຕ່ລະຄົນໜ້າຮັກແທ້ໆ, ຢ່າງໃດກໍ່ຈົ່ງຕັ້ງໃຈຮໍ່າຮຽນເດີ້ນ້ອງໆ ເພາະພວກເຈົ້າຄືອະນາຄົດຂອງຊາດ. ຮູບພາບ: Panyathip International School Nonsavanh Campus

Read More »

ຫວານໄປອີກໆໆໆ! ແອບເປີ້ນ-ຟຣຸກ ໃສ່ເສື້ອຄູ່ ໂຊຫວານແຄມທະເລ (ຂ້າຄົນໂສດ)

ຫວານ…ຫວານເວີ້ໆໆໆ ໜ້າຮັກໄປອີກ ສຳລັບ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຫຼັງຈາກແຕ່ງດອງກັນໄປໄລຍະໜຶ່ງ ແຕ່ຄວາມຫວານຂອງທັງສອງກໍ່ຍັງມີໃຫ້ເຫັນກັນຢູ່ບໍ່ຂາດ, ຫຼ້າສຸດໂພສຮູບພາບການໄປຫຼິ້ນທະເລໃຫ້ແຟນໆໄດ້ອັບເດດ ແຖມຍັງບໍ່ໝົດແຕ່ເທົ່ານັ້ນ ເພາະທັງສອງຍັງໝັ່ນໂຊຄວາມຫວານມາໃນໂໝດເສື້ອຄູ່ ຈັບມືສະຫວີດຫວານ ແຖມຍັງມີໂມເມັ້ນຮ້ອງເພງຄູ່ກັນອີກ ໂອ້ຍໆໆໆຂ້າຄົນໂສດແບບບໍ່ທັນຕັ້ງຕົວກັນເລີຍ. ແຖມ ໜຸ່ມ ຟຣຸກ ເຂີຍລາວ ຍັງໂພສຮູບພ້ອມແຄັບຊັ່ນໜ້າຮັກໆ ຍອກ ສາວ ແອັບເປີ້ນ ອີກວ່າ: “ຈັດເສື້ອມາຄ້າຍກັນ ຢາກໃສ່ເສື້ອຄູ່ກັນແມ່ນບໍ່ “  ເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ຢ່າງລົວໆ ເພາະເບິ່ງແນວໃດກໍ່ໜ້າຮັກຫຼາຍໆ. (ຮູບນີ້ຂ້າຄົນໂສດໄປອີກໆໆໆ 555) (ວ້າວວ!! ເຜັດໆໆໆຂະໜາດ) (ຕາກ້ອງສ່ວນຕົວຂອງ ແອັບເປີ້ນ) ເປັນຄູ່ທີ່ເໝາະສົມ ແລະ ໜ້າຮັກຫຼາຍໆວ່າບໍ່…ແຟນໆ Story: ຊະນີIndy ຮູບພາບ: Fluke Jira , Appleminiberry

Read More »

ເລີ່ມແລ້ວ! ກັບການປະກວດ Miss Laos 2018 (ແຟນນາງງາມກຽມຈັບຕາເບິ່ງໄວ້ເລີຍ!!!)

“ນາງສາວລາວ ປະຈຳປີ 2018 (Miss Laos)  ເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວ” ແວະວຽນມາທີ່ເວທີການປະກວດອັນຊົງກຽດອີກໜຶ່ງເວທີ ການປະກວດ ນາງສາວລາວ Miss Laos 2018 ທີ່ຫຼ້າສຸດໄດ້ມີການຖະແຫຼງຂ່າວຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍ ໃນວັນທີ 3 ກັນຍາ 2018 ທີ່ຜ່ານມາ.ຂໍບອກໄວ້ເລີຍວ່າເວທີ ນາງສາວລາວ Miss Laos 2018 ຮູ້ສຶກແຕກຕ່າງໄປຈາກປີກ່ອນໆ ເພາະກ່ອນໜ້າບໍ່ດົນມານີ້ ທາງກອງປະກວດກໍ່ໄດ້ຈັດ Meet and Greet ກໍ່ຄືໄດ້ຈັດງານລວມຕົວຂອງອະດີດນາງງາມ ບໍ່ວ່າຈະເປັນ ໄພລິນດາ ພິລາວັນ (ກິກ) ນາງສາວລາວ ປີ 2009, ມາໄລທິບ ສິງສາຫະນາດ ນາງສາວລາວ ປີ 2010, ທິດາລັດ ວົງສິຣິ (ລູກນໍ້າ) ນາງສາວລາວ ປີ 2011, ຄຣິດຕິນາ ລາສະສິມມາ ນາງສາວລາວ ປີ 2012 ແລະ …

Read More »

ໜ້າຮັກ! ວົງ BNK48 ເຈົ້າຂອງບົດເພງ “ຄຸກກີ້ສ່ຽງທາຍ” ໂພສຮູບເຊັກອິນໃນລາວ!!!

(ແອບມອງເທີຢູ່ນະຈະ ເທີໄມ່ລູ້ບ້າງເລີຍ) ເປີດຫົວມາກັບທ່ອນຮຸກຂອງບົດເພງດັງຈາກວົງ BNK48 ເຈົ້າຂອງບົດເພງ “ຄຸກກີ້ສ່ຽງທາຍ” ທີ່ຫຼ້າສຸດເດີນທາງມາໂຊມິນິຄອນເສີດໃຫ້ເຫຼົ່າ fc ໄດ້ກຣີດກັນສະໜັ່ນຫວັ່ນໄຫວ ເທື່ອນີ້ກໍ່ເປັນເທື່ອທີ 2 ແລ້ວ, ແຕ່ຍັງບໍ່ໝົດ ເພາະສາວໆວົງນີ້ຍັງໄດ້ມີໂອກາດໄປທ່ອງທ່ຽວ ເຊັກອິນສະຖານທີ່ທ່ອງທ່ອງອັນງົດງາມຂອງລາວເຮົາເຊັ່ນ: ພຣະທາດຫຼວງ ແລະ ປະຕູໄຊ ພ້ອມຖ່າຍຮູບງາມໆ ໜ້າຮັກໆ  ແລະ ຍັງໂພສແຄັບຊັ່ນຂອບໃຈແຟນໆຊາວລາວອີກດ້ວຍ. = ໜ້າຮັກ…ແບບນີ້ເອົາໃຈແຟນຄລັບຊາວລາວໄປເລີຍ!!! (ຂໍຂອບໃຈສຳລັບຮູບພາບ)

Read More »