Breaking News

ຂ່າວບັນເທີງໃນປະເທດ

ສ່ອງ! ອ້ອຍ ວົງພັກດີ ສາວລາວຄົນເກັ່ງທີ່ຄວ້າຫຼຽນເງິນໃນ Asian Games 2018

ມາສ່ອງຄວາມງາມ ຄວາມໜ້າຮັກຂອງ ອ້ອຍ ວົງພັກດີ ນັກກິລາ ປັນຈັດສີລັດ (Pencak Silat)  ທີມຊາດລາວ ທີ່ໃນວັນທີ 27 ສິງຫາ 2018 ທີ່ຜ່ານມາໂຊຄວາມສາມາດ ຄວ້າຫຼຽນເງິນໃນການແຂ່ງຂັນ Asian Games 2018 ທີ່ປະເທດ ອິນໂດເນເຊຍ ມາຝາກພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ. ແຖມນາງເປັນທີ່ເວົ້າເຖິງຫຼາຍທີ່ສຸດໃນຕອນນີ້ ເພາະນອກຈາກຄວາມເກັ່ງທາງດ້ານກິລາ ອ້ອຍ ວົງພັກດີ ຍັງມີຄວາມງາມ ໜ້າຮັກ ກາຍເປັນຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວລາວ. ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍສະແດງຄວາມຍິນດີກັບການຄວ້າຫຼຽນເງິນມາຝາກຄົນລາວ ແລະ ກໍ່ຂໍເປັນກຳລັງໃຈໃຫ້ທັບນັກກິລາລາວທີ່ກຳລັງແຂ່ງຂັນຢ່າງສຸດໃຈ (ເຊຍລາວສູ້ໆໆໆ) #ແຊຣໄປໃຫ້ໂລກຮູ້ ນີ້ຄືນັກກິລາທີມຊາດລາວ  ?? ຮູບພາບ: Lao su su ລາວ ສູ້ ສູ້, ເຊຍລາວ, ອິນຊີທອງ ມີເດຍ

Read More »

ໂອ້ວ້າວ…ເຜັດໆໆໆເວີ້! ມີ່ມີ່ ວິລະພອນ ຮອງອັນດັບສອງ Miss Laos ໂຊເຊັກຊີ່ທະເລເດືອດ!!!

ໂອ້ວ້າວ ເຜັດໆໆໆເວີ້!!! ດຽວກ່ອນຢ່າຟ້າວເຂົ້າໃຈຜິດວ່າແມ່ນອາກາດຮ້ອນເດີ້ແຟນໆ ທີ່ວ່າ ເຜັດໆໆ ຮ້ອນແຮງ ນີ້ ຊະນີIndy ໝາຍເຖິງ ສາວ ມີ່ມີ່ ວິລະພອນ ຮອງອັນດັບສອງ Miss Laos 2017 , ທີ່ຫຼ້າສຸດ ເຮັດທະເລແຖບ Australia  ເດືອດ… ແບບວ່າຟົດບົບໆປານນໍ້າຕົ້ມພຸ້ນລະແຟນໆ ເລື່ອງຂອງເລື່ອງກໍ່ຄືວ່າ ນາງຈັດ Bikini ສີແດງສົດໃສ  ໂຊຫຸ່ນສະແລນເດີ້ ອວດຜິວທີ່ຂາວນຽນ ເບິ່ງແລ້ວເພີນຕາດີ ເຊັກຊີ່ເວີ້ໆໆໆ ບໍ່ເຊື່ອມາເບິ່ງມີຮູບນາງມາຝາກ… (ເສີຍຜົມຄ່ອຍໆ) (ມຸມເຜີ) (ປາດດດດ!!! ບໍ່ຢາກລະສາຍຕາເລີຍມຸມນີ້) (ລວມໆແລ້ວເປະເວີ້ທຸກອົງສາ…ຍອມແລ້ວວວວ) ວູ້ໆໆໆ…ຊ່າງມາເຊັກຊີ່ ເຮັດເອົາທະເລເດືອດກັນເລີຍ ເຫັນແລ້ວຮູ້ສຶກອິດສາໃນຄວາມເປະເວີ້ຂອງນາງສຸດໆ, ແບບນີ້ ຊະນີIndy ຈັດໃຫ້ ມີ່ມີ່ ວິລະພອນ ຮອງອັນດັບສອງ Miss Laos ຂຶ້ນແທ່ນເປັນສາວເຊັກຊີ່ໄປອີກຄົນໜຶ່ງກໍ່ແລ້ວກັນເດີ້!!! ຮູບພາບຈາກ: IG/onlymiimiiee

Read More »

ບໍ່ທຳມະດາ! ໜຸ່ມລາວຄົນນີ້ ຮ່ວມງານກັບຊຸບເປີສະຕາດັງປະເທດເພື່ອນບ້ານມາແລ້ວ ນັບບໍ່ຖ້ວນ!!! (ມາເບິ່ງກັນມີໃຜແດ່???)

ບໍ່ເວົ້າເຖິງຄົງຈະບໍ່ໄດ້ ເປັນທີ່ຮືຮາກັນມາເປັນໄລຍະ ປະເດັນກໍ່ຄືວ່າ ມີນາຍແບບ-ນັກສະແດງຈາກປະເທດລາວ ນັ້ນກໍ່ຄື ທົດສະພອນ ສິດພະໄຊ (ອຸງ) ເດີນທາງໄປຮ່ວມງານໂຊໂຕ ອອກອີ່ເວັ້ນຮ່ວມກັນຊຸບເປີສະຕາດັງຝັ່ງປະເທດເພື່ອນບ້ານມາແລ້ວນັບບໍ່ຖ້ວນເຊັ່ນ: ຢ່າຢ່າ ອຸຣັດສະຍາ, ນະເດດ ຄຸກິມິຍະ, ມາຣິໂອ ເມົາເຣີ່, ຄິມມີ່ ຄິມເບີຣີ່, ນຸ່ນ ວໍລະນຸດ, ເຈມ ມຣ່າ, ນາຍ ນະພັດ, ບອຍ ປະກອນ, ເຈມ ຈິລາຍຸ ແລະ ຟີມ ທະນະພັດ (ຫຼື ບອສ ສິນ). ແຖມແຕ່ລະຄັ້ງທີ່ຮ່ວມງານ ໜຸ່ມ ອຸງ ທົດສະພອນ ກໍ່ບໍ່ພາດທີ່ຈະຮ່ວມເຟມ ຖ່າຍຮູບ ແຊະໆໆໆ ມາຝາກແຟນໆ ລອງມາເບິ່ງກັນວ່າມີໃຜແດ່??? ໝຸ່ມ ອຸງ ທົດສະພອນ ແລະ ຢ່າຢ່າ ອຸຣັດສະຍາ ນາງເອກດັງຈາກປະເທດເພື່ອນບ້ານ ໝຸ່ມ ອຸງ …

Read More »

ງານດີເວີ້! ສ່ອງ ບອຍ ໄຊຍະເວດ ໜຸ່ມຫຼໍ່ຈາກລາວ ເຈົ້າຂອງຕຳແໜ່ງ Mister United Asia 2018

ມື້ນີ້ຈະພາມາອັບເດດ ໜຸ່ມ ບອຍ ໄຊຍະເວດ ຫຼັງຈາກທີ່ນຳຂ່າວດີມາຝາກຄົນລາວ ໂດຍໜຸ່ມຄົນນີ້ໄດ້ໄປເປັນຕົວແທນປະເທດລາວໄປປະກວດໃນເວທີ Mister United Asia 2018 ໃນຊ່ວງທ້າຍເດືອນ ກໍລະກົດ ທີ່ຜ່ານມາ ແລະ ກໍ່ບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະສາມາດນຳລາງວັນຊະນະເລີດໄດ້ເປັນ Mister United Asia 2018 ແລະ ຍັງບໍ່ພຽງແຕ່ເທົ່ານັ້ນ ເພາະໃນເວທີດັ່ງກ່າວ ໜຸ່ມລາວເຮົາໂຊຄວາມສາມາດ ທັງບຸກຂະລິກກະພາບ ໂດດເດັ່ນ ຈົນເຮັດໃຫ້ຄວ້າໄປເຖິງ 4 ລາງວັນພິເສດ. ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ  Mister United Asia ມີ:  Mister United Asia 2018 The winner – Inspiration & Smart The winner – Best man of …

Read More »

ເດັດໆທັງນັ້ນ! ສ່ອງ 20 ສາວງາມ ຈາກເວທີ Miss World Laos 2018 

ເລີ່ມການປະກວດຢ່າງເປັນທາງການ ສຳລັບການຄົ້ນຫາສາວງາມໃນເວທີ Miss World Laos 2018 ເຊິ່ງທາງກອງປະກວດຫຼັກກໍ່ໄດ້ເປີດເຜີຍໂສມໜ້າສາວງາມທັງໝົດ 20 ໝາຍເລກໃຫ້ໄດ້ຮູ້ ໄດ້ເຊຍ ໄດ້ໂຫວດ ກັນຢ່າງເປັນທາງການແລ້ວ. ເດັດໆທັງນັ້ນ! ລອງມາສ່ອງ ສາວງາມທັງໝົດ 20 ໝາຍເລກຈາກເວທີ Miss World Laos 2018. ໝາຍເລກ 1: ນາງ ແສງສະຫວັນ ສີຫາລາດ ອາຍຸ 18 ລວງສູງ 170 ຊັງຕີແມັດ ແຂວງ ນະຄອນຫຼວງວຽງຈັນ ໝາຍເລກ 2: ນາງ ຈິດຕະພອນ ອິນທະລັກ ອາຍຸ 20 ລວງສູງ 168 ຊັງຕີແມັດ ແຂວງ ນະຄອນຫຼວງວຽງຈັນ ໝາຍເລກ 3: ນາງ ສັນທະນີ ໄຊມະນີວັນ ອາຍຸ 25 …

Read More »