Breaking News

ຂ່າວບັນເທີງໃນປະເທດ

ເຜັດໆໆໆ! ມາສ່ອງລຸກໃໝ່ຂອງ ອອນອະນົງ ຫອມສົມບັດ Miss Universe Laos 2018

ເອົາແລ້ວ…ບໍ່ທຳມະດາກັນລະເດີ້ ຫຼ້າສຸດ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍ່ໄດ້ແປງໂສມ ປັບລຸກໃໝ່ ໃຫ້ງາມ ເຊັກຊີ່ ແລະ ໝັ້ນໃຈຂຶ້ນກວ່າເກົ່າ… ວ້າວວວ! ເຫັນແລ້ວ ຕະລຶງ ໄປເລີຍ…ເຫັນແລ້ວສາວລາວເຮົາກໍ່ບໍ່ດ້ອຍໜ້າຊາດອື່ນ, ຢ່າງໃດແຟນໆຊາວລາວເຮົາກໍ່ຢ່າລືມເປັນກຳລັງໃຈ ແລະ ກຽມເຊຍ ນາງງາມຕົວແທນຈາກປະເທດລາວເຮົາໃນເວທີລະດັບໂລກ Miss Universe 2018 ທີ່ຈະຈັດຂຶ້ນໃນທ້າຍປີນີ້ #ຮັກລາວເຊຍລາວ. (ຂໍຂອບໃຈສຳລັບຮູບພາບ)

Read More »

ໜ້າຮັກ ໜ້າແພງ! BNK48 ຈັດມິນິຄອນເສີດມອບເງິນຊ່ວຍເຫຼືອພີ່ນ້ອງຊາວ ແຂວງ ອັດຕະປື ແຖມເຊີໄພ້ແຟນໆແບບນີ້…

ໜ້າຮັກ ໜ້າແພງສຸດໆ ສຳລັບ BNK48 ເກີກຣຸບຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ເຈົ້າຂອງບົດເພງດັງ “ຄຸກກີ້ສ່ຽງທາຍ” ໄດ້ເດີນທາງມາທີ່ ປະເທດລາວ ເພື່ອມາຮ່ວມໃນພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ແຂວງ ອັດຕະປື ພ້ອມຍັງມີມິນິຄອນເສີດໃຫ້ແຟນຄລັບໄດ້ ກຣີດໆໆໆ ກັນຢ່າງສະໜັ່ນຫວັ່ນໄຫວ. ແຖມສາວໆວົງ BNK48 ຍັງເຮັດໃຫ້ແຟນໆຊາວລາວເຊີໄພ້ກັນສຸດໆ ເມື່ອສາວໆວົງນີ້ໄດ້ ນຸ່ງສິ້ນ ຕັ້ງແຕ່ລົງຍົນ  ແລະ ຍັງມີຮູບທີ່ສາວໆ BNK48 ໄດ້ໄປທີ່ ວັດສີເມືອງ ພ້ອມກັບນຸ່ງສິ້ນ ເບິ່ງແລ້ວໜ້າຮັກ ໜ້າແພງຫຼາຍໆ. ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ (ຂໍຂອບໃຈສຳລັບຮູບພາບ)

Read More »

ເລີດໆໆໆ…! ຄຣິດຕິນ້າ ມາລຸກນີ້ກິນຂາດ ຮ່ວມງານປະກາດລາງວັນ Maya Award 2018

ຄຣິດຕິນ້າ ລາສະສິມມາ ອະດີດ Miss Laos 2012 ຮ່ວມງານປະກາດຜົນລາງວັນ Maya Award 2018 ທີ່ປະເທດເພື່ອນບ້ານ (ປະເທດໄທ) ເຊິ່ງຂໍບອກວ່ານາງຈັດເຕັມ ເບິ່ງແລ້ວອິນເຕີໆ ຄົມເຂັ້ມ ແຖມມາໃນຊຸດລາຕີຍາວສີຂາວ ເບິ່ງແລ້ວສະຫງ່າງາມ. ມີພາບບັນຍາກາດໃນງານ ປະກາດລາງວັນ Maya Award 2018 ທີ່ ສາວ ຄຣິດຕິນ້າ ໄດ້ໄປຮ່ວມມາຝາກ ນອກຈາກນັ້ນງານນີ້ຍັງມີ ຕ້າ ເອແພັກ ແລະ ເທີເລີ  ສີສົມບັດ ແລະ ຄົນບັນເທີງຈາກປະເທດລາວເຮົາໄປຮ່ວມຢ່າງຫຼວງຫຼາຍ. ເຊິ່ງເບື້ອງຫຼັງຄວາມງາມຂອງ ຄຣິດຕິນ້າ ລາສະສິມມາ ກໍ່ແມ່ນໄດ້ ອະເລັກ ອະລິຍາ ຊ່າງແຕ່ງໜ້າຄິວທອງ ແລະ ບິນລີ້ ສີອຳພັນ ນັກອອກແບບໜຸ່ມນ້ອຍໄຟແຮງ ມາເນລະມິດລຸກງາມໆ ເລີດໆໃນເທື່້ອນີ້. ເອົ້າ!!! ໃຜທີ່ເປັນແຟນຄລັບຂອງ ຄຣິດຕິນ້າ ລາສະສິມມາ ກໍ່ຢ່າລືມໄລ້ …

Read More »

ແຟນຄລັບແຫ່ກຣີດໆໆ! ນາງສາວລາວ (Miss Laos) ເທື່ອນີ້ລວມຕົວແບບຄົບທີມ!!!

ຂໍບອກເລີຍວ່າ ງານນີ້ມີ ກຣີດໆໆໆ ກັນດັງສະໜັ່ນຫວັ່ນໄຫວແນ່ນອນ, ຫຼ້າສຸດ ເມື່ອທ້າຍອາທິດທີ່ຜ່ານມາ ໄດ້ມີການລວມຕົວຂອງບັນດາຄົນມີມົງ… ແນະ ແນະ ແນະ ຢາກຮູ້ແລ້ວແມ່ນບໍ່ວ່າກ່ຽວກັບຫຍັງ ເອົ້າ!!! ມາໆໆ ຊະນີIndy ຈະມາເວົ້າສູ່ຟັງ ກໍ່ຄືທີ່ເວົ້າກັນຄ່າວໆວ່າ ໄດ້ມີການລວມຕົວຂອງ ອະດີດນາງສາວລາວ ເທື່ອນີ້ຖືເປັນການລວມຕົວທີ່ຄົບທີມ ບໍ່ວ່າຈະເປັນ: ໄພລິນດາ ພິລາວັນ (ກິກ) ນາງສາວລາວ ປີ 2009, ມາໄລທິບ ສິງສາຫະນາດ ນາງສາວລາວ ປີ 2010, ທິດາລັດ ວົງສິຣິ (ລູກນໍ້າ) ນາງສາວລາວ ປີ 2011, ຄຣິດຕິນາ ລາສະສິມມາ ນາງສາວລາວ ປີ 2012 ແລະ ດວງພະໄທ ເມກສີທອງ ນາງສາວລາວ ປີ 2017. ເຊິ່ງການລວມຕົວຂອງພວກນາງໃນເທື່ອນີ້ກໍ່ບໍ່ທຳມະດາ ເພາະໄດ້ມີການຈັດກິດຈະກຳ Meet and Greet …

Read More »

ກຽມພົບກັບງານວາງສະແດງທີ່ຍິ່ງໃຫ່ຍ ມີສິນຄ້າຫຼາກຫຼາຍໃຫ້ທ່ານໄດ້ເລືອກ ຈະຈັດຂຶ້ນໃນວັນທີ 20-23 ແລະ 27-29 ຕຸລາ 2018 ນີ້

“ທີ່ສູນການຄ້າອາຊຽນ ໃນເດືອນຕຸລາ ຂອງທຸກໆປີ ໃນບໍ່ຊ້ານີ້ ຄອມເອເຊຍ ຈະໄດ້ເປີດຕົວຜະລິດຕະພັນສິນຄ້າ ໂດຍໄດ້ນຳເອົາຜະລິດຕະພັນ  7 ກຸ່ມລາຍການ ເຂົ້າຮ່ວມວາງສະແດງ ເພື່ອຕອບສະໜອງທຸກຄວາມຕ້ອງການ” ດຳເນີນງານໂດຍ ບໍລິສັດ ຄອມເອເຊຍ ຈຳກັດ (Comasia Limited), ເຊິ່ງເປັນກິດຈະກຳອັນຍິ່ງໃຫຍ່ ທີ່ຈະມີການດຳເນີນງານໃນທຸກທ້າຍເດືອນຕຸລາຂອງທຸກໆປີ ທີ່ຮ່ອງກົງ ເຊິ່ງເປັນໜຶ່ງໃນດ້ານການຕະຫຼາດທີ່ສຳຄັນທີ່ສຸດຂອງພາກພື້ນ ແລະການຈຳໜ່າຍສິນຄ້າທີ່ສຳຄັນ ໂດຍສະເພາະກໍແມ່ນບັນດາເຄື່ອງທີ່ລະນຶກ, ເຄື່ອງເກດພີມ້ຽມ, ເຄື່ອງໃຊ້ພາຍໃນເຮືອນ, ເຄື່ອງຄົວ ແລະຫ້ອງອາຫານ, ເຄື່ອງໃຊ້ຊີວິດປະຈຳວັນ, ເຄື່ອງຫຼິ້ນ, ເກມ ແລະເຄື່ອງຂຽນອື່ນໆ. ງານວາງສະແດງປະຈຳປີຍັງໄດ້ກາຍເປັນງານປະຈຳລະດູໃບໄມ້ຫຼົ່ນຂອງ ພາກໃຕ້ຂອງ ສປ ຈີນ ເຊິ່ງເປັນແຫຼ່ງລວມຕົວຂອງບັນດາຜູ້ຊື້ຈາກທຸກມຸມໂລກ. ສຳລັບງານວາງສະແດງສິນຄ້າປະຈຳປີ 2017 ມີລູກຄ້າເຂົາຮ່ວມທັງໝົດສູງເກືອບ 50.000 ຄົນ ຈາກ 130 ປະເທດທັງພາກພື້ນ ແລະສາກົນ. ລວມມີ 5,315 ຫ້ອງວາງສະແດງ ແລະຂາຍສິນຄ້າ ໂດຍມີຜູ້ປະກອບການທຸລະກິດຫຼາຍເຖິງ 4,085 …

Read More »