Breaking News

ຂ່າວບັນເທີງໃນປະເທດ

ໃຜລຶ້ງເບື້ອງຊ້າຍແດ່ຍົກມື? ວັນຖະໜັດແຮງຊ້າຍສາກົນ (International left handers day)

13 ສິງຫາ ວັນຖະໜັດແຮງຊ້າຍສາກົນ (International left handers day) ຮູ້ກັນຫຼືບໍ່? ໃນວັນທີ 13 ສິງຫາ ທີ່ຜ່ານມາ ນອກຈາກຈະເປັນວັນສື່ມວນຊົນລາວ ຄົບຮອບ 65 ປີ ແລະ ວັນຄົບຮອບວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 56 ປີ ແລ້ວ ຍັງເປັນວັນຄົນທີ່ມີຄວາມລື້ງ ຫຼື ຖະໜັດແຮງຊ້າຍສາກົນ ຫຼື #InternationalLeftHandersDay ອີກດ້ວຍ ຊຶ່ງອີງຕາມຂໍ້ມູນສະຖິຕິປະຊາກອນໃນໂລກ ສ່ວນໃຫຍ່ຈະເປັນຄົນຖະໜັດແຮງຂວາ ປະມານ 85%-90% ໃນຂະນະທີ່ຄົນຖະໜັດແຮງຊ້າຍມີພຽງ 10%-15% ເທົ່ານັ້ນ. ສຳລັບວັນຄົນຖະໜັດແຮງຊ້າຍສາກົນ ແມ່ນເລີ່ມເປັນຄັ້ງທຳອິດໃນປີ 1976 ທີ່ປະເທດສະຫະລັດອາເມຣິກາ ໂດຍອົງກອນ Lefthanders International ທີ່ມີຈຸດປະສົງເພື່ອສະເຫຼີມສະຫຼອງຄວາມສາມາດພິເສດໃນການເຮັດວຽກງານຕ່າງໆດ້ວຍແຮງຊ້າຍທີ່ເປັນເອກະລັກ ລວມທັງສົ່ງເສີມບົດບາດ ແລະ ຄວາມເທົ່າທຽມກັນຂອງຄົນທີ່ຖະໜັດແຮງຊ້າຍ ແລະ ຂວາ ໃນສັງຄົມ ຊຶ່ງໃນເມື່ອກ່ອນ ຄົນທີ່ຖະໜັດແຮງຊ້າຍ …

Read More »

ໝໍ ແນ່ງ ຈັນດາລີ (ເນັດໄອດໍ້) ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ

ໝໍ ແນ່ງ ຈັນດາລີ ສິດພະໄຊ (ເນັດໄອດໍ້-ເຊເລບຄົນດັງ) ເປັນທີມແພດຈາກ ກະຊວງສາທາລະນະສຸກ ໄດ້ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ຕັ້ງແຕ່ວັນທີ 28 ກໍລະກົດ 2018 ທີ່ຜ່ານມາ. ສຳລັບ ໝໍ ແນ່ງ ປັດຈຸບັນແມ່ນກຳລັງສຶກສາຕໍ່ທີ່ ປະເທດ ອັງກິດ ແຕ່ຢູ່ໃນຊ່ວງພັກຮຽນ ແລະ ໄດ້ເກີດເຫດການໄພພິບັດສຸກເສີນລະດັບຊາດຂຶ້ນ ເລີຍບໍ່ພາດທີ່ຈະເດີນທາງມາຊ່ວຍພໍ່ແມ່ພີ່ນ້ອງລາວທີ່ປະສົບໄພ. (ທັງງາມ ແຖມໃຈດີ ແຊຣໄປໃຫ້ໂລກຮູ້ວ່ານີ້ຄືໝໍລາວ) ຮູບພາບຈາກ: Chandaly Ningnang Sitpraxay, Thapanee Ietsrichai, PPTV  

Read More »

ຟຣຸກ ຈິຣະ #ເຂີຍລາວ2018 ຂວັນໃຈແຟນໆຊາວອັດຕະປື

ກາຍເປັນຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວ ອັດຕະປື, ຫຼັງຈາກ ຟຣຸກ ຈິຣະ ນັກຮ້ອງ-ນັກສະແດງຊື່ດັງຂອງປະເທດໄທ ໄດ້ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພພ້ອມດ້ວຍ ແອບເປີ້ນ ສີສະຫງຽນ ເຮັດໃຫ້ແຟນໆຕ່າງພາກັນດີໃຈ ເຮັດໃຫ້ພວກເຂົາຍິ້ມໄດ້ ແຖມແຟນໆຊາວອັດຕະປື ຍັງຕັ້ງສາຍາໃຫ້ ໜຸ່ມ ຟຣຸກ ວ່າ #ເຂີຍລາວ2018 ຫຼື ບາງຄົນກໍ່ເອີ້ນ ຟຣຸກ ແບບຢອກໆວ່າ #ຜົວ2018 (ພາບບັນຍາກາດທີ່ ຟຣຸກ ແລະ ແອບເປີ້ນ ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພ) ດີໃຈທີ່ເຫັນພໍ່ແມ່ພີ່ນ້ອງທີ່ປະສົບໄພຍິ້ມ ແລະ ມີສີໜ້າທີ່ຍິ້ມແຍ້ມແຈ່ໃສ, ຢ່າງໃດກໍ່ຂໍຂອບໃຈທານນໍ້າໃຈ ແລະ ຄວາມຊ່ວຍເຫຼືອຈາກທຸກພາກສ່ວນ ເຮົາຈະຜ່ານຊ່ວງເວລາທີ່ຮ້າຍແຮງເທື່ອນີ້ໄປພ້ອມໆກັນ. ຮູບພາບ: FB/Fluke Jira

Read More »

ລຳໄຍ ໄຫທອງຄຳ ຝາກກຳລັງໃຫ້ໃຈພີ່ນ້ອງຊາວລາວ ດ້ວຍບົດເພງ “ສົ່ງໃຈໄປອັດຕະປື”

ເປັນສິລະປິນອີກໜຶ່ງທ່ານທີ່ຮ່ວມໃຫ້ກຳລັງໃຈພີ່ນ້ອງຊາວລາວຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື, ເຊິ່ງ ລຳໄຍ ໄຫທອງຄຳ ນັກຮ້ອງສາວຊື່ດັງຂອງປະເທດໄທ ກໍ່ໄດ້ປ່ອຍເພງ  “ສົ່ງໃຈໄປອັດຕະປື” ຜ່ານຊ່ອງທາງຍູທູບໃຫ້ທຸກໆຄົນໄດ້ຟັງກັນ ໃນວັນທີ 28 ກໍລະກົດ 2018 ທີ່ຜ່ານມາ. ເຊິ່ງບົດເພງກໍ່ເວົ້າເຖິງເຫດການທີ່ໂຫດຮ້າຍຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ແລະ ສົ່ງແຮງໃຈໃຫ້ພໍ່ແມ່ພີ່ນ້ອງຊາວລາວທີ່ປະສົບໄພ, ເອົາເປັນວ່າລອງມາຟັງກັນເບິ່ງເນາະ ຟັງແລ້ວເສົ້າ ຊຶ້ງກິນໃຈຫຼາຍໆ. ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ ຮູບພາບ: IG/lamyailion ຄລິບ: ไหทองคํา เรคคอร์ด

Read More »

ງານດີເວີ້! ສ່ອງ ບອຍ ໄຊຍະເວດ Mister United Asia 2018 (ສົມແລ້ວທີ່ຄວ້າລາງວັນມາຝາກຄົນລາວ)

ດັ່ງທີ່ແຟນໆໄດ້ຮູ້ໄປແລ້ວວ່າ ບອຍ ໄຊຍະເວດ ພັນປະເສດ ຕົວແທນໜຸ່ມລາວທີ່ໄປແຂ່ງຂັນໃນເວທີລະດັບໂລກ ແຖມຍັງບໍ່ເຮັດໃຫ້ພໍ່ແມ່ພີ່ນ້ອງຊາວລາວເຮົາຜິດຫວັງເດີ້ ຖືວ່າເປັນຄັ້ງປະຫວັດສາດເລີຍກໍ່ວ່າໄດ້ ເພາະສາມາດຄວ້າລາງວັນ Mister United Asia 2018 ມາຝາກຄົນລາວເຮົາ ແລະ ຍັງບໍ່ໝົດເພາະຍັງກວດລາງວັນພິເສດໃນຊ່ວງເກັບຕົວປະກວດມາໄດ້ເຖິງ 4 ລາງວັນ ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ  Mister United Asia ມີ: Mister United Asia 2018 The winner – Inspiration & Smart The winner – Best man of Korat (Most Popular Candidate in Korat province) The winner – Mister United …

Read More »