Breaking News

ຂ່າວບັນເທີງໃນປະເທດ

ນາງງາມ ສາຍຮາ ຕ້ອງຄົນນີ້ເລີຍ ສຸດາ ວັນທອງທິບ

ເບິ່ງແຕ່ບຸກຂະລິກພາຍນອກເຫັນ ສຸດາ ວັນທອງທິບ ເປັນສາວຮຽບຮ້ອຍ ໜ້າຕາຫວານໆ ໃຜລະຈະຄິດວ່ານາງຈະມີຄວາມໜ້າຮັກ ຂີ້ດື້ ແຖມຕະຫຼົກເຮຮາ ຈີກອອກຈາກຄາເລັກເຕີ້ເກົ່າໆຂອງນາງໄປເລີຍ, ຊ່ວງຫຼັງໆມານີ້ ສຸດາ ນາງກໍ່ປ່ອຍຄລິບ ເຮຮາ ໜ້າຮັກໆມາໃຫ້ແຟນໆໄດ້ອົມຍິ້ມກັນເລື້ອຍໆ… https://www.facebook.com/souda.vanthongthip/videos/1607088536075085/ https://www.facebook.com/souda.vanthongthip/videos/1619816374802301/ https://www.facebook.com/souda.vanthongthip/videos/1619756061474999/   ນີ້ເປັນພຽງແຕ່ຄລິບບາງສ່ວນທີ່ ຊະນີIndy ເອົາມາຝາກແຟນໆ ສ່ວນໃຜຢາກເບິ່ງແບບເຕັມໆກໍ່ສາມາດເຂົ້າໄປເບິ່ງທີ່ ເຟສບຸກ  Souda Vanthongthip ກັນໄດ້ ຮັບຮອງໜ້າຮັກ ແຖມຮາອີກເດີ້ແຟນໆ ໃຜຈະຢາກເຊື່ອເຫັນ ສາວ ສຸດາ ໜ້າຫວານ ຍິ້ມງາມ ບໍ່ຄິດວ່ານາງຈະມາສາຍຕະຫຼົກ (555) ຂໍຂອບໃຈຮູບພາບ ແລະ ຄລິບຈາກ: FB/Souda Vanthongthip

Read More »

ໄປທ່ຽວນຳກັນບໍ່? ແບກໃຈໄປຖິ້ມໄວ້ ວັງວຽງ…3 ມື້ 2 ຄືນ (ເດີນທາງຕອນແລງວັນສຸກ ກັບຕອນແລງວັນອາທິດ) 

Hello ໝູ່ເພື່ອນຊ່ວງນີ້ເຫັນຫຼາຍຄົນຈົ່ມວ່າ ເຊັງ ຄຽດຈາກວຽກ-ການຮຽນ ແຟນຖິ້ມ ອົກຫັກ ໝູ່ບໍ່ຫຼິ້ນນໍາ (ເອົ້າໆໆ! ງານດຣ່າມ່າກໍ່ມາ 555) ຢ່າເດີ້!!! ເຂດນີ້ເປັນເຂດງົດເລື່ອງດຣ່າມ່າ ເພາະເປັນເຂດທີ່ມີແຕ່ຄວາມສະບາຍ ງົດເລື່ອງວຽກ-ເລື່ອງຮຽນ ໃຜທີ່ອົກຮັກແຟນບໍ່ຮັກກໍ່ບໍ່ຕ້ອງເສົ້າເພາະ ຂວັນໃຈ ເຮົາຈະພາໄປທ່ຽວທີ່ ເມືອງ ວັງວຽງ ແຂວງ ວຽງຈັນ ເປັນດິນແດນສວຍງາມ ສະຖານທີ່ທ່ອງທ່ຽວຍອດຮິດ ແລະ ສຳຄັນຂອງປະເທດລາວ. ຫຼັງຈາກທີ່ເມື່ອຍຈາກການເຮັດວຽກຫຼືການຮຽນອັນຕຶງຄຽດ ແຕ່ບໍ່ຢາກເດີນທາງໄກ ບໍ່ຢາກໃຊ້ເວລາຫຼາຍມື້ ຢາກທ່ຽວທຳມະຊາດ ແລະ ໂດດນໍ້າໄປພ້ອມໃນເວລາດຽວກັນ ຂວັນໃຈ Travel ເລີຍຂໍເອົາໃຈໝູ່ເພື່ອນທີ່ກຳລັງວາງແຜນທີ່ຈະທ່ຽວ ມີຄວາມຢາກໄປທ່ຽວພັກໃຈ ພັກກາຍແຕ່ມີວັນພັກກໍ່ດັນມີແບບຈຳກັດເຫຼືອເກີນ, ດັ່ງນັ້ນ ແນະນຳເລີຍ ວັງວຽງ ອອກເດີນທາງຕອນແລງວັນສຸກ ກັບມາຕອນແລງວັນອາທິດ ໃຊ້ເວລາເດີນທາງດ້ວຍລົດສ່ວນຕົວປະມານ 2 ຊົ່ວໂມງປາຍກໍຮອດແລ້ວ ແຕ່ຖ້າເປັນລົດໂດຍສານກໍເກີນ 3-4 ຊົ່ວໂມງແນ່ນອນ ແຖມມີກິດຈະກຳຜະຈົນໄພ ແລະ ມີແຫຼ່ງທ່ອງຫຼາຍແຫ່ງໃຫ້ຫຼິ້ນຈົນບາງເທື່ອອາດຈະລືມມື້ກັບພຸ້ນໄດ໋… …

Read More »

ຕຸລີ່ ບິດາລັກ ດຽວນີ້ຈັດວ່າເດັດ ເຜັດກວ່າເກົ່າ ເຊັກຊີ່ຂຶ້ນເປັນກອງ

ການເວລາບໍ່ສາມາດເຮັດຫຍັງ ຕຸລີ່ ບິດາລັກ ສີອັກຄະພົມ ນັກຮ້ອງ-ພິທີກອນຊື່ດັງ ດຽວນີ້ຂໍບອກວ່າສາວຄົນນີ້ຜ່ານໄປຈັກປີນາງກໍ່ຍັງຄົງຄວາມເປັນຕົວຂອງຕົວເອງ ມີເອກກະລັກໂດດເດັ່ນ ແລະ ບອກເລີຍດຽວນີ້ນາງເຊັກຊີ່ຂຶ້ນເປັນກອງ… ສຳລັບ ຕຸລີ່ ບິດາລັກ ປັດຈຸບັນອາຍຸ 30 ປີ ສາວຄົນເກັ່ງຫຼາກຫຼາຍຄວາມສາມາດຈາກ ນະຄອນຫຼວງພະບາງ ເປັນອີກໜຶ່ງສາວທີ່ເດີນທາງຢູ່ໃນວົງການບັນເທິງມາຫຼາຍປີ ເປັນນັກຮ້ອງທີ່ມີນໍ້າສຽງທີ່ເປັນເອກະລັກ ແຖມມີຄວາມສາມາດຫຼາຍດ້ານ, ເລີ່ມເຂົ້າວົງການບັນເທີງດ້ວຍຄວາມມັກຮັກໃນການຮ້ອງເພງ ແລະ ມີຄວາມສາມາດຂຽນເນື້ອເພງ ໃສ່ທຳນອງເອງ ແລະ ດ້ວຍພອນສະຫວັນ ບວກພອນສະແຫວງ ຈຶ່ງເຮັດໃຫ້ ຕຸລີ່ ອອກອາລະບໍ້າທຳອິດໃນປີ 2008 ເພງຂອງນາງກໍ່ເອີ້ນໄດ້ວ່າມີເພງທີ່ຮິດຕິດຫູແຟນໆຫຼາຍຕໍ່ຫຼາຍເພງ ຮອດປັດຈຸບັນຜົນງານເພງຂອງນາງກໍ່ມີເຖິງ 30 ກວ່າເພງແລ້ວ ແລະ ຮັບຮອງວ່ານາງຈະມີຜົນງານມາຝາກແຟນໆເລື້ອຍໆແນ່ນອນ. ຮູບພາບຈາກ: target magazine , Bidalack Syackhaphom

Read More »

ໄດ້ແລ້ວ! ງາມມີຄວາມເໝາະສົມ Miss USA 2018.

ຜ່ານພົ້ນກັນແບບສົດໆຮ້ອນໆ ສຳລັບເວທີການປະກວດ Miss USA 2018  ແລະ ກໍ່ຄົງຈະໄດ້ຮູ້ກັນແດ່ແລ້ວວ່າສາວງາມຄົນທີ່ຄວ້າມົງກຸດໃນປີນີ້ກໍ່ຄື ຊ່າຣ່າ ໂຣດ ຊໍາເມີ (Sarah Rose Summers) ສາວງາມຈາກ ລັດເນບຣາດກຣາ ( Nebraska ) ອາຍຸ 23 ປີ ເອົາຊະນະສາວງາມທີ່ເຂົ້າປະກວດເຖິງ 50 ສາວງາມກັນເລີຍ!!! ໃນຄໍ່າຄືນຂອງການປະກວດນອກຈາກຄວາມງາມ ບຸກຂະລິກໂດດເດັ່ນ ຊ່າຣ່າ ໂຣດ ຊໍາເມີ ກໍ່ໄດ້ເອົາຊະນະໃຈກຳມະການດ້ວຍການຕອບຄໍາຖາມຢ່າງສະຫຼາດວ່ອງໄວ ເຊິ່ງຄຳຖາມຂອງ ຊ່າຣ່າ ກໍ່ຄື:ຖ້າເຈົ້າໄດ້ໄປເດີນຂະບວນປະທ້ວງສິ່ງໃດສິ່ງໜຶ່ງ ແລ້ວມີຄົນຍື່ນປ້າຍສີຂາວໃຫ້ ເຈົ້າຈະຂຽນຫຍັງ?ແລະນາງກໍ່ໄດ້ຕອບຄຳຖາມໃນເທື່ອນີ້ວ່າ “ຂ້ອຍຈະຂຽນວ່າ ຈົ່ງສະແດງສຽງຂອງເຈົ້າ ຈົ່ງອອກໄປເວົ້າກັບຜູ້ຄົນ ເມື່ອໃດກໍ່ຕາມທີ່ຜູ້ຄົນຕັ້ງຄຳຖາມ ຈົ່ງໄປໂອ້ລົມກັບພວກເຂົາ  ແລະ ຮັບຟັງຄວາມຄິດເຫັນຂອງພວກເຂົາໃນເວລາດຽວກັນ ພວດເຮົາທຸກຄົນຄວນເປີດກວ້າງ ແລະ ຮັບຟັງຄວາມເຫັນຂອງກັນແລະກັນ ນີ້ຄືຄວາມສຳຄັນທີ່ຄວນເກີດຂຶ້ນໃນສັງຄົມ ອາເມລິກາ ໃນເວລານີ້” ຮູບພາບຈາກ Instagram sarahr_summers,  Miss …

Read More »

ເປັນກຳລັງໃຈໃຫ້ແມ່ຮ້າງທຸກໆຄົນ ບໍ່ມີໃຜຫຼຸດຄຸນຄ່າຂອງເຈົ້າໄດ້!!!

ເຈົ້າເຫັນຫຍັງແດ່ຈາກການອະພິເສກສົມຣົດຂອງ ເຈົ້າຊາຍ ແຮ່ລີ່ ແລະ ເມແກຣນ? ເມແກຣນ – ເມແກຣນ ອາຍຸ 37 ປີ ນາງມີອາຍຸຫຼາຍກວ່າເຈົ້າຊາຍ – ເມແກຣນ ເຄີຍຜ່ານການຢ່າຮ້າງມາກ່ອນ – ເມແກຣນ ບໍ່ໄດ້ມີເຊື້ອສາຍຣາດຊະວົງ ຫຼື ເປັນຄົນຊັ້ນສູງແຕ່ຢ່າງໃດ – ເມແກຣນ ບໍ່ແມ່ນແມ່ຍິງທີ່ບໍລິສຸດ – ເຄີຍເປັນນັກສະແດງ ແລະ ຈູບກັບຜູ້ຊາຍມາແລ້ວຫຼາຍຄົນ – ບໍ່ແມ່ນແມ່ຍິງທີ່ເຮັດອາຫານຕອນ 2 ໂມງກາງຄືນ – ບໍ່ແມ່ນພັນລະຍາທີ່ສົມບູນແບບ – ບາດຫຼວງບໍ່ໄດ້ບອກໃຫ້ ເມແກຣນ ຍິນຍອມ ຫຼື ເອີ້ນເຈົ້າຊາຍວ່າ ກະສັດ ນາຍທ່ານ ຫຼື ພະເຈົ້າ – ພໍ່ສາມີຍ່າງຈູງນາງຕາມທາງຍ່າງໃນໂບດ ແບບທຳມະດາ – ເມແກຣນ ບໍ່ມີຫຍັງຄູ່ຄວນທີ່ຈະເປັນເຈົ້າສາວໃນ ຣາດຊະວົງ…ແຕ່ລາວສົມຣົດກັບເຈົ້າຊາຍໃນຖານະຄູ່ຊີວິດທີ່ເທົ່າທຽມກັນ ບໍ່ແມ່ນໃນຖານະທາດທີ່ອ່ອນນ້ອມ ຫຼື ພັນລະຍາທີ່ດ້ອຍກວ່າ …

Read More »