Breaking News

ຂ່າວບັນເທີງໃນປະເທດ

ແຟນຄລັບມີກຣີດໆໆໆ! ຢ່າຢ່າ ອຸຣັດສະຍາ ນັກສະແດງສາວຊື່ດັງຈາກເພື່ອນບ້ານ ເດີນທາງທ່ອງທ່ຽວປະເທດລາວ!!!

ແຟນຄລັບມີກຣີດໆໆໆ! ຢ່າຢ່າ ອຸຣັດສະຍາ ສະເປີເບີນ ນັກສະແດງສາວຊື່ດັງແຖວໜ້າຈາກເພື່ອນບ້ານ ເດີນທາງທ່ອງທ່ຽວປະເທດລາວ ໂດຍໃນວັນທີ 25 ທັນວາ 2017 ເຊິ່ງກົງກັງວັນ Christmas ຈຶ່ງໄດ້ມີເວລາວັນພັກ ແລະ ເດີນທາງມາຢ້ຽມຢາມເມືອງມໍລະດົກໂລກ ເຊິ່ງ ຢ່າຢ່າ ໄດ້ເຊັກອິນທີ່ ແຂວງ ຫຼວງພະບາງ ປະເທດລາວເຮົາ ແລະ ຍັງໄດ້ໂພສຮູບພາບໃສ່ບາດເຮັດບຸນຕັ້ງແຕ່ເຊົ້າມືດ ພ້ອມນຸ່ງຊຸດໄໝ ບຽງແພ ມາໃນຊຸດສີສົ້ມ ຕາມແບບຮີດຄອງປະເພນີລາວ ຢູ່ທີ່ຫຼວງພະບາງ ນອກຈາກນັ້ນຍັງມີໂອກາດໄດ້ຂີ່ລົດຈຳໂບ້ຂອງລາວເຮົາ ເຮັດໃຫ້ ຢ່າຢ່າ ມີຄວາມປະທັບໃຈປະເທດລາວເຮົາຫຼາຍທີ່ສຸດ. เอาบุญมาฝากนะคะ ?? #ผ้าซิ่นส๊มส้ม A post shared by Urassaya Sperbund (@urassayas) on Dec 25, 2017 at 7:32pm PST ພໍແຕ່ …

Read More »

ຕູນ Bodyslam ແລ່ນຮອດເສັ້ນໄຊແລ້ວ ຍອດເງິນບໍລິຈາກທະລຸພັນກວ່າລ້ານບາດ!!!

ຕູນ Bodyslam ແລະ ຄະນະກ້າວຄົນລະກ້າວ ບັນລຸຈຸດໝາຍ ແລ່ນຮອດເສັ້ນໄຊແລ້ວ ເຊິ່ງພວກເຂົາໄດ້ເແລ່ນຈາກພາກໃຕ້ສຸດຫາພາກເໜືອສຸດ (ປະເທດໄທ) ເຊິ່ງຍອດເງິນບໍລິຈາກເຫັນແລ້ວໜ້າເປັນທີ່ຍິນດີຫຼາຍ ລວມຍອດບໍລິຈາກຫຼາຍກວ່າ 1 ພັນກວ່າລ້ານບາດ . . . There is no finish line. Just new goals #breakthrough #break2191k . . . #ก้าว #ก้าวคนละก้าว #ก้าวนี้เพื่อหมอพยาบาลและเจ้าหน้าที่โรงพยาบาลทุกคน A post shared by Artiwara Kongmalai (@artiwara) on Dec 25, 2017 at 6:25pm PST ເປັນເວລາເກືອບ 2 ເດືອນ ທີ່ຄົນທັງໂລກໄດ້ເຫັນພາບ ນັກຮ້ອງຊື່ດັງ ຕູນ Bodyslam  ແລະ …

Read More »

ສະຫຼອງວິວາຫວານ ມາກີ້ ແລະ ປ໋ອກ ໝູ່ເພື່ອນໃນວົງການຮ່ວມສະແດງຄວາມຍິນດີ!!!

ມາກີ້ ຣາສີ  ນັກສະແດງສາວຊື່ດັງຂອງປະເທດເພື່ອນບ້ານ ແລະ ຫວານໃຈ ປ໋ອກ ພັດສະກອນ ຫຼັງຈາກທີ່ຈູງມືກັນເຂົ້າພິທີວິວາໃນວັນທີ 8 ທັນວາ ທີ່ຜ່ານມາ, ຫຼ້າສຸດກໍ ໄດ້ຈັດພິທີສະຫຼອງມົງຄຸນສົມຣົດກັນຢ່າງຍິ່ງໃຫ່ຍ ແລະ ເຕັມໄປດ້ວຍຄວາມຫວານຊື່ນ ໃນວັນທີ 24 ທັນວາ 2017 ທີ່ຜ່ານມາ, ເຊິ່ງບັນຍາກາດພາຍໃນງານນີ້ເຕັມໄປດ້ວຍຄວາມຫວານຊື່ນ ນອກຈາກນັ້ນຍັງມີໝູ່ເພື່ອນ ອ້າຍ ເອື້ອຍ ນ້ອງ ຮ່ວມວົງການມາຮ່ວມສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ, ຢ່າງໃດກໍຂໍສະແດງຄວາມຍິນດີນຳຫຼາຍໆເດີ້!!! ທີ່ມາ:  #margiepokthewedding

Read More »

ເດັກລາວສຸດຍອດ! ແຈັກກີ້ ໂຊພະລັງສຽງຂັ້ນເທບເອົາຊະນະຄູ່ຕໍ່ສູ້ ຜ່ານເຂົ້າຮອບຕໍ່ໄປໃນ The Voice Thailand

ສະແດງຄວາມຍິນດີ…ກັບ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ທີ່ໄປສ້າງສຽງຮຶຮາ ໂດຍໄດ້ມີໂອກາດໄປແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດເພື່ອນບ້ານ The Voice Thailand Season 6 ເຊິ່ງກ່ອນໜ້ານີ້ກໍສ້າງສຽງຮຶຮາໄປແລ້ວໃນຊ່ວງຕົ້ນເດືອນ ທັນວາ ທີ່ຜ່ານມາ ເພາະ ແຈັກກີ້ ໄດ້ສ້າງປະກົດການຜ່ານເຂົ້າໃນຮອບ  Blind Auditions ມາແລ້ວ ແລະ ຫຼ້າສຸດ ວັນທີ 24 ທັນວາ 2017 ກໍສ້າງປະກົດການໃຫ້ແຟນໆທັງ ລາວ ແລະ ໄທ ໄດ້ກຣີດໆໆໆ… ກັນສະໜັ່ນນັ້ນກໍຄື ແຈັກກີ້ ໄດ້ແຂ່ງຂັນໃນຮອບ Knock Out ແລະ ກໍສາມາດເອົາຊະນະຄູ່ຕໍ່ສູ້ໂດຍການໂຊພະລັງສຽງຂັ້ນເທບ ແລະ ເອົາຊະນະໄປໄດ້ຢ່າງງົດງາມ. ສຳລັບ ການແຂ່ງຂັນໃນຮອບ Knock Out ນີ້ ແຈັກກີ້ ໜຸ່ມລາວເຮົາກໍໄດ້ແຂ່ງຂັນກັບ ມ່ອນ ໜຸ່ມຈາກປະເທດເພື່ອນບ້ານສຸດແນວ ໂດຍ ແຈັກກີ້ໃຊ້ບົດເພງ “ເກືອບ” ເຂົ້າໃນການແຂ່ງຂັນ …

Read More »

ຄັກຫຼາຍ! ສອງໜຸ່ມນັກສະແດງໜ້າໃສຈາກລາວ ຮ່ວມບວງສວງຮູບເງົາແນວສະຫຍອງຂວັນທີ່ປະເທດເພື່ອນບ້ານ!!!

ຄັກຫຼາຍ! ສອງໜຸ່ມນັກສະແດງໜ້າໃສຈາກລາວເຮົາ ໜຸ່ມ ກູ່ ແລະ ໜຸ່ມ ອ້າຍ ຮ່ວມບວງສວງຮູບເງົາແນວສະຫຍອງຂວັນເລື່ອງ “ສາບ ເຊື່ອງ ສົບ” ທີ່ປະເທດ ໄທ, ເຊິ່ງພິທິບວງສວງຮູບເງົາໄດ້ຈັດຂຶ້ນໃນວັນທີ 19 ທັນວາ 2017 ທີ່ຜ່ານມາ ແລະ ງານນີ້ສອງໜຸ່ມນັກສະແດງຈາກລາວຂອງເຮົາຍັງຈະໄດ້ສະແດງຮ່ວມກັບນັກສະແດງ ໄທ ອີກຫຼາຍທ່ານທີ່ມີຊື່ສຽງໂດ່ງດັງ ແລະ ຄວາມສາມາດອັດແໜ້ນ. ສຳລັບ ຮູບເງົາເລື່ອງ ສາບ ເຊື່ອງ ສົບ ເປັນຮູບເງົາແນວສະທ້ອນສັງຄົມ ບວກກັບຄວາມເຊື່ອເລື່ອງເໜືອທຳມະຊາດ ໜຸ່ມ ກູ່ ຮັບບົດສະແດງ ເປັນຄຳແພງ ແລະ ໜຸ່ມອ້າຍ ຮັບບົດສະແດງ ເປັນຄຳປັ່ນ ທັງ2 ຮັບບົດເປັນນັກທ່ອງທ່ຽວໜຸ່ມລາວ ທີ່ເຂົ້າໄປທ່ອງທ່ຽວໃນໄທ ແລ້ວພົບເຈິກັບເຫດການໂລກຈິດຂ້າສົບໄປເຊືອງ (ປະໂທ້!!! ພ໋ອດເລື່ອງຍັງເປັນຕາໜ້າຕິດຕາມແລ້ວວ່າບໍ່ແຟນໆ?) ຢ່າງໃດກໍຂໍກຳລັງໃຈຈາກຄົນລາວ ຕິດຕາມຜົນງານ ແລະ ໃຫ້ກຳລັງໃຈນັກສະແດງຈາກລາວເຮົາແດ່ເດີ້!!!   ທີ່ມາ: Tonkham modeling

Read More »