Breaking News

ຂ່າວບັນເທີງໃນປະເທດ

ເປັນທີ່ຮືຮາ! ງາມຫຼາຍໆ ນາງສາວເຜົ່າມົ້ງລາວ ປະຈຳປີ 2018 “Miss Hmong Laos ” (ຂໍສະແດງຄວາມຍິນດີນຳເດີ້)

ຂໍສະແດງຄວາມຍິນດີກັບ ນາງ ນູ້ວົງສາ ລໍ່ເຢຍ ອາຍຸ 25 ປີ ລວງສູງ 157 ຊັງຕີແມັດ ສາວງາມຈາກ ແຂວງ ຊຽງຂວາງ  ຜູ້ເຂົ້າປະກວດໝາກເລກ 9 ຄວ້າຕຳແໜ່ງ ນາງສາວເຜົ່າມົ້ງລາວ 2018 “Miss Hmong Laos”, ເຊິ່ງການແຂ່ງຂັນຈັດຂຶ້ນໃນວັນທີ 28 ພະຈິກ 2017 ທີ່ຜ່ານມາຢູ່ທີ່ ບ້ານຊຳເກດ,ເມືອງສີໂຄດຕະບອງ,ນະຄອນຫຼວງວຽງຈັນ, ງານນີ້ເຮັດເອົາຊາວເນັດທີ່ໄດ້ເຫັນຮູບໂສມຂອງຜູ້ທີ່ຊະນະເລີດໄດ້ເປັນ ນາງສາວເຜົ່າມົ້ງລາວ ປະຈຳປີ 2018 ຕ່າງກໍເວົ້າເປັນສຽງດຽວກັນວ່າງາມຫຼາຍໆເດີ້. / ທີ່ມາ: Miss Hmong Laos , Lany Lor

Read More »

ມາເບິ່ງ! ຄວາມໜ້າຮັກຂອງ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ ມີສຢູນີເວີຣສ ລາວ ແລະ ໄທ ເຕັ້ນໂຄເວີ້ເພງ ປານາມາ!!! (ມີຄລິບ)

ມາເບິ່ງ! ຄວາມໜ້າຮັກຂອງ ນຸ້ຍ ສຸພາພອນ ສົມວິຈິດ ແລະ ມາເຣຍ ມາລີຍາ ພູນເລີດລາບ ສອງສາວ ມີສຢູນີເວີຣສ ລາວ ແລະ ໄທ ເຊິ່ງທັງສອງເປັນເພື່ອນຮ່ວມຫ້ອງ (roommate) ໃນການປະກວດ Miss Universe 2017 ທີ່ ລາສເວກັດ USA. ເຊື່ອບໍ່ວ່າເຫັນງາມໆ ມີຄວາມໝັ້ນໃຈແບບນີ້ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ ພວກເຂົາຍັງມີມຸມໜ້າຮັກໆມາໃຫ້ແຟນໆໄດ້ເບິ່ງ ໄດ້ແຍງ ເພາະທັງສອງສາວໄດ້ໃຊ້ເວລາຫວ່າງໂດຍການເຕັ້ນໂຄເວີ້ເພງ ປານາມາ ທີ່ກຳລັງຮິດແລະເປັນກະແສກັນໃນເວລານີ້ ແລະ ໄດ້ໂພສຄລິບລົງໃນ ເຟສບຸກ ແລະ ອິນສະຕາແກຼມສ່ວນຕົວ ຈົນເອີ້ນສຽງຮືຮາຈາກແຟນຄລັບຂອງທັງສອງ ໃຜໆທີ່ເບິ່ງກໍເບິ່ງໄປຍິ້ມໄປ. ແນະໆບໍ່ເຊື່ອທີ່ ຊະນີIndy ເວົ້າແມ່ນບໍ່? ລອງມາເບິ່ງຄລິບຂອງ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ …

Read More »

ຟັງແລ້ວຂົນໜາວລຸກ! ເດັກນ້ອຍລາວໄປໂຊພະລັງສຽງໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ.

ປະໂທະ! ຟັງສຽງຮ້ອງເພງແລ້ວຂົນໜາວລຸກ... ຕ້ອງຂໍຍອມໃນພະລັງສຽງຂອງເດັກນ້ອຍລາວ ນ້ອງ ອະລິຕາ ອາລຸນສະຫວັດ ອາຍຸ 13 ປີ ເຍົາວະຊົນລາວຄົນເກັ່ງທີ່ໄປໂຊຄວາມສາມາດໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ, ເຊິ່ງໄດ້ໂຊພະລັງສຽງໃຫ້ກຳມະການ ແລະ ຜູ້ຄົນໄດ້ເຫັນຄວາມສາມາດໃນບົດເພງທີ່ມີຊື່ວ່າ dream come true ເຮັດເອົາຄົນທີ່ໄປເບິ່ງການແຂ່ງຂັນເຖິງຂັ້ນຕະລຶງໃນພະລັງສຽງ (ຂໍບອກວ່າສຸດຍອດ…) ນ້ອງAlita Alounsavathອາລິຕະ(13ປີ)ນັກຮ້ອງຕົວແທນປະເທດລາວ??ເຂົ້າປະກວດຮ້ອງເພັງໃນລາຍການ 『のどじまんTHEワールド! 』ເປັນຄັ້ງທຳອິດຂອງປະເທດລາວໃນເພງ「何度でも」-dream come true ທີ່ປະເທດຍີ່ປຸ່ນ.#ຂໍຄາລະວະ?ຟັງສຽງລອງເບີ່ງຈະຮູ້ວ່າສຸດຍອດສໍ່າໃດ. #ຂໍສາມຄຳ. ຄົນລາວກຳລັງດັງໃນຫລາຍເວທີໃຜມີຄວາມສາມາດຢ່າປ່ອຍໃວ້ສະແດງອອກມາໃຫ້ໂລກໄດ້ຮູ້ວ່າຄົນລາວເກັ່ງ ແລະມີຄວາມສາມາດສະໝັກໄດ້ທີ່ http://www.ntv.co.jp/nodo/old/offer.html. #ແຊດ່ວນ #ຂົນຫນາວແຕກ #https://youtu.be/9RUmor_Cqnc share アリタちゃん13歳の女の子が、日本の歌手の何度でもの歌を歌ってた。かなり凄かった。#感謝#感動#胸いっぱい #japan #tokyo #song #sing #laos #people #lover #lovers とても、上手だったよ? ເສຍດາຍຍັງຄະແນນດຽວສິເປັນແຊມ. 健一 武志さんの投稿 2017年11月25日(土)   ສຳລັບການປະກວດຮ້ອງເພງໃນຄັ້ງນີ້ມີຊື່ລາຍການວ່າ …

Read More »

ເໝາະສົມກັບຕຳແໜ່ງທີ່ສຸດ! ນາງງາມຈາກ South Africa ຄວ້າມົງກຸດ Miss Universe 2017 (ມີຄລິບ)

ປະກາດຜົນກັນແບບສົດໆຮ້ອນໆ… ສຳລັບການປະກວດ ນາງງາມຈັກກະວານ (Miss Universe) ທີ່ໃນປີນີ້ມີສາວງາມຜູ້ເຂົ້າແຂ່ງຂັນຫຼາຍທີ່ສຸດເປັນປະຫວັດສາດເຖິງ 92 ປະເທດຈາກທົ່ວໂລກ ແລະ ນາທີທີ່ຄົນທົ່ວໂລກລໍຖ້າລຸ້ນ ລໍຖ້າເຊຍກໍມາຮອດ ເພາະຄົນທີ່ສາມາດຄວ້າມົງກຸດໃນປີນີ້ໄປໄດ້ນັ້ນກໍຄື Demi-Leigh Nel-Peters ເຊິ່ງເປັນສາວງາມຈາກ South Africa  ນັ້ນເອງ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ງາມ ແລະ ມີຄວາມສາມາດເໝາະສົມກັບຕຳແໜ່ງທີ່ສຸດ. Miss Universe: Demi-Leigh Nel-Peters Crowning Moment The new #MissUniverse is… Demi-Leigh Nel-Peters from South Africa! ? ?? Miss Universeさんの投稿 2017年11月26日(日)   ສຳລັບຕຳແໜ່ງຮອງອັນດັບ Miss Universe 2017 ມີດັ່ງນີ້: ຮອງອັນດັບ 1: …

Read More »

ເຮັດດີທີ່ສຸດແລ້ວ!!! ນຸ້ຍ ສຸພາພອນ ບໍ່ສາມາດຜ່ານເຂົ້າຮອບໃນ Miss Universe 2017

ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ສາວງາມຕົວແທນຈາກປະເທດລາວທີ່ເດີນທາງໄປປະກວດໃນເວທີ ນາງງາມຈັກກະວານ Miss Universe 2017 ເປັນປີທຳອິດໃນປະຫວັດສາດຂອງລາວເຮົາ ແລະ ຫຼ້າສຸດໃນວັນທີ  26 ພະຈິກ 2017 ທີ່ ລາສເວກັດ USA (ຕາມເວລາທ້ອງຖິ່ນ)  ທາງກອງປະກວດກໍໄດ້ຕັດສິນໃນການແຂ່ງຂັນ Miss Universe 2017 ເປັນທີ່ຮຽບຮ້ອຍ ແຕ່ກໍໜ້າເສຍດາຍທີ່ ນ້ອງ ນຸ້ຍ ສຸພາພອນ Miss Universe Laos ບໍ່ສາມາດຜ່ານເຂົ້າຮອບໃດໆໃນການແຂ່ງຂັນໃນຄັ້ງນີ້. ແຕ່ເຖິງຢ່າງໃດ ນຸ້ຍ ສຸພາພອນ ສົມວິຈິດ ກໍເຮັດໄດ້ດີທີ່ສຸດແລ້ວ ຖືວ່າເປັນປະສົບການໃນປີທຳອິດຂອງ ປະເທດລາວເຮົາ ແລະ ຈົ່ງນຳປະສົບການນີ້ມາສອນນ້ອງໆໃນປີຕໍ່ໆໄປ… ຄົນລາວເຮົາພູມໃຈເປັນທີ່ສຸດທີ່ແມ່ຍິງລາວມີຄວາມກ້າຫານ ກ້າສະແດງອອກ ທຽບເທົ່າກັບເວທີສາກົນ. ຂໍຂອບໃຈສຳລັບຮູບພາບ

Read More »