Breaking News

ຂ່າວບັນເທີງໃນປະເທດ

ຂໍພະລັງຄົນລາວ! ມາຮ່ວມສົ່ງກຳລັງໃຈໃຫ້ ຟ້າໃສ ຈິນນາລີ ໃນຮອບຕັດສິນ Miss Grand International 2017 ຄືນນີ້ຫ້າມພາດ!!!

ຮູ້ສຶກຕື່ນເຕັ້ນຢ່າງບອກບໍ່ຖືກ ໃນຄໍ່າຄືນຂອງວັນທີ 25 ຕຸລາ 2017 ນີ້ແລ້ວທີ່ທຸກໆຄົນທົ່ວໂລກຈະໄດ້ຮູ້ກັນວ່າສາວງາມຄົນໃດທີ່ຈະໄດ້ເປັນ Miss Grand International 2017 ເຊິ່ງສາວງາມທີ່ເຂົ້າປະກວດໃນຄັ້ງນີ້ມີເຖິງ 70ກວ່າ ປະເທດທົ່ວໂລກກັນເລີຍ ແລະ ໜຶ່ງໃນນັ້ນກໍມີ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ  Miss Grand Laos ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວຢ່າງເປັນທາງການ ແລະ ຖືເປັນປີທຳອິດຂອງປະເທດລາວເຮົາອີກດ້ວຍ. ຟ້າໃສ ຈິນນາລີ ນໍລະສິງ ອາຍຸ 18 ປີ ລວງສູງ 173 ສັດສ່ວນ 33-24-36 ສາວນ້ອຍຜູ້ມີຄວາມໝັ້ນໃຈເກີນຮ້ອຍ ມີຄວາມສາມາດເກີນຕົວ ເກີນໄວ ໄດ້ເຮັດໜ້າທີ່ເປັນຕົວແທນສາວງາມຈາກລາວໃນຊ່ວງເກັບຕົວປະກວດໄດ້ເປັນຢ່າງດີ ແຖມຍັງເປັນດາວເດັ່ນໃນທຸກໆຮອບຂອງການປະກວດ, ຫຼ້າສຸດກໍຕິດ Top3 ຈາກສາວງາມທັງໝົດໃນການຂຶ້ນສະແດງໃນມື້ Final Show ຈົນສ້າງສຽງຮືຮາຈາກປະຊາຊົນລາວ ແລະ ຜູ້ຄົນທົ່ວໂລກກໍໃຫ້ຄວາມສົນໃຈເປັນຢ່າງດີ. (ຂໍບອກວ່າການປະກວດເທື່ອນີ້ປະເທດລາວເຮົາມີລຸ້ນເດີ້…ສຸດຍອດ) ດັ່ງນັ້ນ, ໃນຄໍ່າຄືນຂອງ ວັນທີ …

Read More »

ມາເບິ່ງ! ຄວາມງາມຂອງບັນດາສາວງາມ Miss Grand International 2017 ໃນຮອບຊຸດລອຍນໍ້າ!!!

ມາເບິ່ງ! ຄວາມງາມຂອງບັນດາສາວງາມ Miss Grand International 2017 ໃນຮອບການແຂ່ງຂັນເບື້ອງຕົ້ນຂອງຊຸດລອຍນໍ້າ (Preliminary Competition – Swimsuit) ໃນວັນທີ 23 ຕຸລາ ທີ່ຜ່ານມາ, ສາວໆແຕ່ລະຄົນຈາກຫຼາກຫຼາຍປະເທດທົ່ວໂລກກໍເຮັດໜ້າທີ່ໃນການແຂ່ງຂັນຢ່າງສຸດສີມືລວມທັງ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ຕົວແທນ ສາວງາມຈາກປະເທດລາວເຮົາ. ລອງມາເບິ່ງກັບເລີຍວ່າໃນຮອບຊຸດລອຍນໍ້ານີ້ໃຜຈະເລີດກວ່າໃຜ, ມາໆ…ນຳ ຂວັນໃຈ ມາຕິດໆເລີຍ!!! LAOS – CHINNALY NOLASING ARGENTINA -YOANA DON AUSTRALIA – KASSANDRA KASHIAN BAHAMAS – REJEAN BOSH BELARUS – MARINA PANOVA BELGIUM – RACHEL NIMEGEERS BOLIVIA …

Read More »

ຄົນລາວໃຈດີ! ຂໍກຳລັງໃຈໃຫ້ ນຸ້ຍ ສຸພາພອນ ເພາະກຳລັງຈະເດີນທາງໄປ USA ເພື່ອປະກວດ MISS UNIVERSE 2017!!!

ວົງການນາງງາມບ້ານເຮົາກຳລັງຄຶກຄື້ນ ພໍ່ແມ່ພີ່ນ້ອງປະຊາຊົນລາວກໍໃຫ້ຄວາມສົນໃຈ ແລະ ຮ່ວມມືຮ່ວມໃຈໂຊຄວາມສາມັກຄີຄວາມເປັນຈິດໜຶ່ງໃຈດຽວກັນ ສົ່ງກຳລັງໃຈໃຫ້ສາວງາມທີ່ໄປປະກວດຢ່າງເຫັນໄດ້ຈະແຈ້ງ, ຫຼ້າສຸດສາວງາມທີ່ກຳລັງກະກຽມຕົວເພື່ອທີ່ຈະເດີນທາງໄປສູ່ເວທີອິນເຕີລະດັບໂລກ MISS UNIVERSE 2017 ອີກໜື່ງສາວນັ້ນກໍຄື ສຸພາພອນ ສົມວິຈິດ (ນຸ້ຍ) MISS UNIVERSE LAOS 2017 ເຊິ່ງສາວງາມຄົນນີ້ກໍຍັງໄດ້ໂພສຂໍກຳລັງໃຈຈາກຄົນລາວເຮົາວ່າ: “ເຫຼືອເວລາອີກບໍ່ດົນ ໃນການຕຽມຕົວເພື່ອພາລະກິດອັນສູງສົ່ງທີ່ປະເທດຊາດໄດ້ມອບໝາຍໃຫ້  ທີ່ຈະໄປປະກວດຕໍ່ MISS UNIVERSE (ນາງາມຈັກກະວານ )ທີ່ (USA) Las Vegas ໃນວັນທີ 9/11/2017 ມື້ປະກວດຈິງແມ່ນ 26/11/2017 .ກຳລັງໃຈຈາກຄອບຄົວ ແລະ ຄົນໃນປະເທດຊາດເຮົາສຳຄັນທີ່ສຸດ ສຳຄັນອີກກໍ່ແມ່ນກຳລັງໃຈຈາກບ້ານໄກ້ເຮືອນຄຽງ #ພິເສດ ຢາກໄດ້ກຳລັງໃຈທີ່ຢູ່ຕ່າງປະເທດ ທີ່ເປັນຄົນລາວ ຫຼືຄົນລາວສັນຊາດ USA ທີ່ຢູ່ທາງພຸ້ນ ເຮັດຈັງໃດຈະສົ່ງຂ່າວສານເຖິງເພິ່ນໄດ້ ຊ່ວຍແນະນຳແດ່ ? ຂອບໃຈທຸກຄອມເມ້ນ” ດັ່ງນັ້ນຈຶ່ງມາຂໍກຳລັງໃຈຈາກແຟນໆດ້ວຍການກົດໄລ້ ກົດແຊຣໄປໃຫ້ທຸກໆຄົນໄດ້ເຫັນນຳກັນເພື່ອຮ່ວມສົ່ງກຳລັງໃຈໃຫ້ ນ້ອງ ນຸ້ຍ ສຸພາພອນ ໃຫ້ມີກຳລັງໃຈແລະເຮັດໜ້າທີ່ໃນຊ່ວງປະກວດໄດ້ດີທີ່ສຸດ. …

Read More »

ໜ້າຮັກໄດ້ອີກ! ຟ້າໃສ ຈິນນາລີ ໂພສຄລິບຂອບໃຈຄົນລາວ ທີ່ໂຊພະລັງຄວາມສາມັກຄີ ຈົນເຮັດໃຫ້ມິສແກຣນລາວຕິດທ໊ອບໂຫວດ!!!

ໜ້າຮັກໄປອີກ! ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ໂພສຄລິບຂອບໃຈຄົນລາວ ທີ່ໂຊພະລັງຄວາມສາມັກຄີ ຮ່ວມກັນກົດໄລ້ ກົດແຊຣ ແລະ ຮ່ວມໂຫວດຈົນຊ່ວຍໃຫ້ ຟ້າໃສ ຕິດ Top3 ໃນການເຕັ້ນໂຊເພື່ອເປີດພິທີໃນການແຂ່ງຂັນແທ້ຂອງ Miss Grand International 2017 ໃນວັນທີ 25 ຕຸລາ 2017 ນີ້ໍ່ ແລະ ຟ້າໃສ ຍັງຂອບໃຈຄົນລາວເຮົາທຸກໆໂຫວດກ່ອນໜ້ານີ້ທີ່ຄົນລາວເຮົາໄດ້ສະແດງສັກກະຍະພາບເຖິງຄວາມສາມັກຄີກັນ ເຖິງຈະເປັນປະເທດນ້ອຍແຕ່ບໍ່ໄດ້ດ້ອຍໜ້າປະເທດອື່ນ. ລອງມາເບິ່ງຄລິບກັນເລີຍ!!!  #ແຊຣໄປໃຫ້ໂລກຮູ້ນິແຫຼະລາວ ???????? ບໍ່ມີໂອກາດໄດ້ໄລຟ໌ກະອັດຄລິບຂອບໃຈເອົາຊະເນາະ Chinnaly Fasaiさんの投稿 2017年10月22日(日) ທີ່ມາ: Chinnaly Fasai , Miss Grand International

Read More »

ສຸດຍອດ! ປະກາດຢ່າງເປັນທາງການແລ້ວ ຟ້າໃສ ຈິນນາລີ ມິສແກຣນລາວ ຕິດ Top3 ໄດ້ຮັບສິດເຕັ້ນເປີດຕົວແຖວໜ້າໃນມື້ Final show!!!

ເປັນຂ່າວດີຂອງຄົນລາວເຮົາສຸດໆເລີຍ ຫຼັງຈາກທີ່ລຸ້ນທີ່ເຊຍ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວເພື່ອປະກວດໃນເວທີລະດັບສາກົນ Miss Grand International 2017 ທີ່ປະເທດ ຫວຽດນາມ , ຫຼ້າສຸດໃນວັນທີ 22 ຕຸລາ 2017 ທາງເພສຕົ້ນສັງກັດຢ່າງ Miss Grand International ກໍໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ: ບັນດາສາວງາມທີ່ຕິດ  Top3  ຈາກຜົນໂຫວດຂອງຄົນທົ່ວໂລກ ທີ່ຈະໄດ້ຮັບສິດເຕັ້ນເທິງແຖວໜ້າໃນມື້ Final show ໃນວັນທີ 25 ຕຸລາ 2017 ເຊິ່ງເປັນມື້ປະກວດແທ້ນັ້ນມີທັງໝົດ 3 ປະເທດຄື: 1. ຫວຽດນາມ, 2. ລາວ ແລະ 3. ກຳປູເຈັຍ ເຊິ່ງໜຶ່ງໃນນັ້ນກໍມີ ນ້ອງ ຟ້າໃສ ຈິນນາລີ ຂວັນໃຈຂອງຄົນລາວເຮົາອີກດ້ວຍ. ສຳລັບໃນມື້ Final show ຂອງ Miss Grand International 2017 ໃນວັນທີ 25 ຕຸລາ …

Read More »